FIFA WORLD CUP GERMANY 2006 News FIFA World Cup 2006
 
ຊີຊູ ຮັບລູກບານທອງຄຳ
11/07/2006

ຊີເນີດິນ ຊີດານ ກັບຕັນທີມປະເທດຝຣັ່ງເສດ ທີ່ປິດສາກບານໂລກທົວນາເມນສຸດທ້າຍ ແລະເປັນການຫລິ້ນນັດສຸດທ້າຍຂອງ ຕົວເອງໄດ້ບໍ່ຄ່ອຍງາມປານໃດນັກ ໄດ້ຮັບລາງວັນນັກເຕະບານຍອດຢ້ຽມຂອງກິລາບານໂລກ ຫລື "ບານທອງຄຳ" ເປັນລາງວັນປອບໃຈໄປຕາມຄາດ.

ຫລັງຈາກກິລາບານໂລກໄດ້ປິດສາກລົງໄປຢ່າງເປັນທາງການດ້ວຍໄຊຊະນະຂອງທີມອິຕາລີ ທີ່ສາມາດຄວ້າແຊມໂລກສະໄຫມທີ 4 ໄປຄອງ ກໍ່ມີການປະກາດຜົນລາງວັນນັກກິລາບານເຕະຍອອຢ້ຽມ ເມື່ອຕອນບ່າຍວັນຈັນ (ຕາມເວລາໃນບ້ານເຮົາ)

ຊີດານ ໄດ້ຮັບຄະແນນໂວທເປັນເອກະສັນ ດ້ວຍຄະແນນ 2012 ສຽງ ໂດຍມີ ຟາບິໂອ ຄັນນາວາໂຣ ຕາມມາເປັນອັນດັບທີ 2 (1,977 ຄະແນນ), ສ່ວນອັນດັບທີ 3 ຕົກເປັນຂອງ ອັນເດຣີຍ ປີຣ໌ໂລ່ (715 ຄະແນນ)

ຢ່າງໃດກໍ່ຕາມການທີ ຊີດານ ໄດ້ຮັບລາງວັນຄັ້ງນີ້ບໍ່ໄດ້ເປັນລາງວັນປອບໃຈ ຫລັງຈາກພາດແຊມໂລກໃນການອຳລາທີມຊາດ ແຖມຍັງໄດ້ໃບແດງ ເນື່ອງຈາກມີການປິດຮັບຜົນໂວດຈາກບັນດາຜູ້ສື່ຂ່າວທີ່ຕາມເກາະຕິດສະຖານນະການບານໂລກທີ່ເຢຍລະມັນ ຕັ້ງແຕ່ກ່ອນເກມການແຂ່ງຂັນນັດຊິງຊະນະເລີດເຄິ່ງເວລາຫລັງຈະເລີ່ມຂື້ນແລ້ວ

ລາງວັນບານທອງຄຳນັ້ນຖືກຈັດຂື້ນມາຄັ້ງທຳອິດໃນບານໂລກປີ 1982 ທີ່ສະເປນ ໂດຍໃຫ້ຜູ້ສື່ຂ່າວເປັນຜູ້ລົງຄະແນນໃຫ້ນັກກິລາບານເຕະ ທີ່ຫລີ້ນໄດ້ດີທີ່ສຸດໃນລາຍການ ເຊິ່ງເປັນເປົາໂລ ຣອສຊີ່ ສູນຫນ້າຮີໂຣ່ຜູ້ພາອິຕາລີ ຄວ້າແຊມໂລກໃນປີນັ້ນໄດ້ຮັບລາງວັນເປັນຄົນທຳອິດ ສ່ວນຄົນລ່າສຸດກ່ອນຊີດານ ຄື: ໂອລິເວີຣ໌ ຄາຫ໌ນ ຜູ້ຮັກສາປະຕູທິມຊາດເຢຍລະມັນ

ລາງວັນລູກບານທອງຄຳຟີຟ່າ

1982 ເປົາໂລ ຣອສຊີ່ (ອິຕາລາ)

1986 ດີເອໂກ້ ມາຣາໂດນ່າ (ອາຣ໌ເຈນຕິນ່າ)

1990 ຊັລວາຕໍເຣ່ ສະກິລລາຊີ່ (ອິຕາລີ)

1994 ໂຣມາຣິໂອ (ບຣາຊິລ)

1998 ໂຣນັລໂດ້ (ບຣາຊິລ)

2006 ຊິເນີຣ໌ດີນ ຊີດານ (ຝລັ່ງເສດ)

more» more» more» more» more»

2003-2006 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ລົງໂຄສະນາ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563