Your browser does not support inline frames or is currently configured not to display inline frames.
ເນື່ອງຈາກຖືກດ່າແມ່ເປັນພາສາອີຕາລ່ຽນ ດ້ານ ເຣຍ໌ມົງ ໂດເມເນຊ ທີມລັກໄກ່ໂວຍ ຫລຸຍ ເມດີນາ ຄັນເຕເລໂຢ່ ຜູ້ຕັດສິນທີ 4 ຊາວສະເປນ ທຳຜິດກົດ ເບິ່ງພາບຊ້າກ່ອນຟ້ອງກຳມະການ ໂທຣາຊິໂອ ເອລີຊອນໂດ້ ຈົນຕັດສິນໃຈກະຊາກໃບແດງ ແຕ່ຖູກໂຄສົກ ຟີຟາສວນກັບ ຢືນຢັນກຳມະການຂ້າງສະໜາມແນມເຫັນດ້ວຍຕາຕົວເອງແນ່ນອນ.
ຈາກກໍລະນີທີ່ "ຊູຊີ" ຊີເນີດີນ ຊີດານ ຈອມທັບຂອງ "ຕາໄກ່" ຝຣັ່ງເສດ ເຈດຕະນາເອົາຫົວຊົນໃສ່ຫນ້າອົກຂອງ ມາຣ໌ໂກ ມາເຕຣັຊຊີ ກອງຫລັງທີມຊາດອິຕາລີ ຈົນລົ້ມລົງໄປກັບພື້ນ ຈົນຖືກ ໂຮຣາຊິໂອ ເອລິຊອນໂດ້ ຜູ້ຕັດສິນຊາວອາຣ໌ເຈນຕິນາ ໃຫ້ໃບແດງໄລ່ອອກຈາກ ສະໜາມໃນນາທີ 110 ກ່ອນທີ່ຝລັ່ງເສດຈະເສຍໂດຍການຍິງລູກທີ່ຈຸດໂທດຕໍ່ອິຕາລີ 3-5 ຫລັງການຫລີ້ນໃນເວລາ 120 ນາທີສະເຫມີກັນ 1-1 ໄດ້ພຽງເປັນຮອງແຊມໂລກ ຊຶ່ງຖືເປັນການປິດເກມອາຊີບນັກແຂ່ງທີ່ຂົມຂື່ນຂອງຊີດານ ທີ່ໄດ້ຮັບການຍົກຍ້ອງວ່າເປັນນັກເຕະທີ່ດີທີ່ສຸດ ໃນໂລກນັບຕັ້ງແຕ່ໝົດຍຸກຂອງ ດິເອໂກ້ ມາຣາໂດນາ ນັ້ນ
ໃນລ່າສຸດ ເດລີ ສະຕາຣ໌ ຫນັງສືພິມຂອງອັງກິດ ອອກມາເປີດເຜີຍເຖິງສາເຫດທີ່ຊີດານເກີດອາການຟິວສ໌ຂາດຈົນເປັນເຫດຮືຮາດັ່ງກ່າວ ຂື້ນ ເນື່ອງຈາກຖືກ ມາຣ໌ໂກ ມາເຕຣັຊຊີ ເວົ້າຄຳຫຍາບຄາຍພາດພິງເຖິງມານດາເຊິ່ງເປັນພາສາອິຕາລີ ຊຶ່ງຊີດານທີ່ເຄີຍລົງແຂ່ງຂັນໃນ ແດນມະກະໂຣນີເຖິງ 6 ປີຟັງພາສາອອກ ຈົນເກີດຄວາມໂມໂຫຈຶ່ງຕັດສິນໃຈເອົາຊົນໃສ່ຫນ້າອົກຂອງມາເຕຣັຊຊີຈົນຖືກໃບແດງໃນທີ່ສຸດ
ນັກຂ່າວລາຍງານເພີ່ມເຕິມວ່າ ກ່ອນທີ່ຈະໄດ້ຮັບໃບແດງ ໃນຕະຫລອດເກມການແຂ່ງຂັນນັດນີ້ ຊີດານ ຖືກນັກເຕະອິຕາລີຕາມໄລ່ຕາມ ເຈາະຢາງ ແລະ ໃຊ້ຄຳເວົ້າສຽດສີມາໂດຍຕະຫລອດ ຊຶ່ງຖືເປັນເຕັກນິກເລັກໆນ້ອຍໆ ຂອງນັກເຕະອັຊຊູຣີ່ ທີ່ຮູ້ກັນດີຢູ່ແລ້ວວ່າ ຊີດານ ເປັນນັກເຕະທີ່ຄອນຂ້າງອາລົມຮ້ອນ ຫາກຖືກເວົ້າແຍ່ຫລາຍໆ ກໍ່ຈະໂມໂຫເຮັດໃຫ້ຫລີ້ນບໍ່ອອກ ຊຶ່ງຫາກນັກເຕະອິຕາລີສາມາດເຮັດໃຫ້ ຊີດານໃຈຮ້າຍໄດ້ ການທີ່ພວກເຂົາຈະສາມາດຄວ້າແຊມໂລກກໍ່ຈະງ່າຍຂື້ນ
ລ່າສຸດ ຊີດານ ຍັງບໍ່ໄດ້ອອກມາໃຫ້ຄວາມຄິດເຫັນກ່ຽວກັບເລື່ອງນີ້ ແຕ່ ເຣຍ໌ມົງດ໌ ໂດເມເນຊ ຂຸນຊືຂອງທີມກາໄກ່ ອອກມາປົກປ້ອງ ລູກທີມຄົນເກັ່ງຄົນນີ້ວ່າ ຊີດານ ຖືເປັນນັກເຕະທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ແລະ ເປັນເລື່ອງທີ່ເສົ້າທີ່ຕ້ອງມາປິດສາກບອລໂລກລົງແບບນີ້ ຊຶ່ງເຂົາກໍ່ບໍ່ຮູ້ຄືກັນວ່າ ມາເຕຣັຊຊີໄປເວົ້າຫຍັງໃຫ້ ຈຶ່ງເຮັດໃຫ້ຊີດານເກີດອາການຟິວຂາດໄດ້ ແຕ່ທີ່ແນ່ໆ ສຳຫລັບໂຕເຂົາເອງ ບໍ່ຄິດວ່າ ອັນເດຣີຍ ປິຣ໌ໂລ ກອງກາງອິຕາລີ ທີ່ໄດ້ຮັບເລືອກໃຫ້ເປັນແມນ ອອຟ ເດີຣ໌ ແມທຊ໌ ໃນເກມນີ້ ຄວນຈະໄດ້ຮັບຕຳແຫນ່ງນີ້ ແຕ່ຫນ້າຈະ ເປັນມາເຕຣັຊຊີ ທີ່ງັດເອົາເຕັກນິກ ແລະ ການຫລີ້ນລະຄອນລວງຕາ ດ້ວຍການລົ້ມລົງໄປນອນທັບຫລັງຖືກຊີດານເອົາຫົວຕຳ ທີ່ຫນ້າ ຈະເປັນ ແມນ ອອຟ ເດີຣ໌ ແມທຊ໌ ຫລາຍກວ່າ
ນອກຈາກນີ້ ໂດເມເນຊ ຍັງອອກມາເນັ້ນເຖິງວ່າ ສາເຫດທີ່ຊີດານຕ້ອງຖືກໃບແດງຈາກເຫດການທີ່ເກີດຂື້ນນັ້ນ ເກີດຂື້ນຈາກທີ່ ຫລຸຍ ເມດິນາ ຄັນເຕເລໂຍ່ ຜູ້ຕັດສິນທີ່ 4 ຊາວສະເປນ ເບິ່ງພາບຊ້າຈາກຈໍມໍນິເຕີຣ໌ແລ້ວໄປຟ້ອງ ໂຮຣາຊິໂອ ເອລິຊອນໂດ້ ເນື່ອງຈາກ ຜູ້ຕັດສິນ ແລະ ຜູ້ຊ່ວຍຜູ້ຕັດສິນໃນສະຫນາມເບິ່ງບໍ່ເຫັນເຫດການດັ່ງກ່າວ ຊຶ່ງຖືກວ່າຜິດກົດຂອງຟີຟ່າ ທີ່ບໍ່ອະນຸຍາດໃຫ້ຜູ້ຕັດສິນເບິ່ງຮູບ ພາບຊ້າເພື່ອປະກອບການຕັດສິນໃຈ
ຢ່າງໃດກໍ່ຕາມ ອັນເດຣີຍສ໌ ເຮີຣ໌ເຣນ ໂຄສົກຂອງຟີຟ່າ ອອກມາຕອບໂຕ້ວ່າ ເລື່ອງນີ້ເກີດຈາກການທີ່ຜູ້ຕັດສິນທີ່ 4 ເຫັນເຫດການດັ່ງກ່າວ ດ້ວຍສາຍຕາຂອງຕົນເອງ ແລະ ແຈ້ງຜ່ານວິທະຍຸສື່ສານໄປຫາຜູ້ຕັດສິນ ແລະ ຜູ້ຊ່ວຍຜູ້ຕັດສິນຈົນເປັນເຫດໃຫ້ຈົກເອົາໃບແດງໄລ່ຊີດານ ອອກ ຊື່ງຖືກເປັນການປະຕິບັດຫນ້າທີ່ທີ່ຖືກຕ້ອງແລ້ວ
ສ່ວນທາງ ຈິອັນລູກ້າ ຊາມຣ໊ອຕຕ້າ ແບ໊ຕຂວາຂອງອິຕາລີ ກ່າວວ່າ ຕົນເອງບໍ່ແປກໃຈທີ່ຊີດານເຮັດເລື່ອງແນວນີ້ຂື້ນ ເພາະຕອນທີ່ເຄີຍ ຮ່ວມຄ້າຍ "ມ້າລາຍ" ຍູເວນຕຸສ ນຳກັນ ກໍ່ເຫັນຊີດານອອກອາການໂມໂຫແບບນີ້ມາແລ້ວຫລາຍຄັ້ງ
ສຳຫລັບ ຊີເນີຣ໌ດີນ ຊີດານ ເຄີຍພາຝລັ່ງເສດຄ້ວາແຊມໂລກປີ 1998 ແລະ ເຄີຍໄດ້ຮັບເລືອກໃຫ້ເປັນນັກເຕະຍອມຢ້ຽມແຫ່ງປີຂອງຟີຟ່າ ມາແລ້ວເຖິງ 3 ຄັ້ງ ນອກຈາກນີ້ຍັງເປັນເຈົ້າຂອງສະຖິຕິນັກເຕະຄ່າໂຕທີ່ແພງທີ່ສຸດໃນໂລກປັດຈຸບັນ ເມື່ອຍ້າຍຈາກ ຢູເວນຕຸສ ມາຢູ່ກັບ "ຣາຊັນຊຸດຂາວ" ຣີລ ມາດຣິດ ຂອງສະເປນ ດ້ວຍຄ່າຕົວ 47 ລ້ານປອນດ໌ ໂດຍກ່ອນຫນ້າທີ່ຟຸຕບອລໂລກຄັ້ງນີ້ຈະເລີ່ມຂື້ນ ຊີດານ ປະກາດວ່າເຂົາຈະອຳລາອາຊີບນັກແຂ່ງບານເຕະຫລັງຈາກຟຸຕບອລໂລກສີ້ນສຸດລົງ
2003-2006 © ສະຫງວນລິຂະສິດ, ມະຫາສານ.ຄອມ ຕິດຕໍ່ລົງໂຄສະນາ ຫລື ສອບຖາມເພີ່ມເຕີມ ໂທ ແລະ ແຟັກ: 021-263563