FIFA WORLD CUP GERMANY 2006 News FIFA World Cup 2006
 
ແຟນບານອິຕາລີປິດຖະຫນົນສະຫລອງກັນຈຳນວນນັບແສນ
12/07/2006

ນັກກິລາທີມຊາດອິຕາລີແຮ່ຂະບວນພາເຣດພ້ອມ "ຖ້ວຍຟີຟ່າ ເວິຣ໌ດຄັບ" ທີ່ສາມາດດຶງເອົາຈາກເມືອງເບຍທົ່ວກຸງໂຣມຕໍ່ຫນ້າແຟນບານປະມານ 500.000 ຄົນ ໃນທ່າມກາງບັນຍາກາດຢ່າງອະລັງການ ເມື່ອວັນທີ່ຜ່ານມາຕາມເວລາທ້ອງຖິ່ນ

ຂຸນພົນແຂ່ງທອງເດີນທາງກັບມາສູ່ແຜ່ນດິນເກີດເມື່ອວັນຈັນທີ່ຜ່ານມາພ້ອມການຕ້ອນຮັບ ແລະ ຖ່າຍຮູບຈາກສື່ຜູ້ຂ່າວທີ່ສະໜາມບິນໃນຕອນແລງ ກ່ອນຈະເດີນທາງເຂົ້າໄປພົບໂຣມາໂນ່ ໂພຣດີ້ນາຍົກລັດຖະມົນຕີທີ່ພຣະຣາຊວັງ "Presidential Chigi"

ຈາກນັ້ນບັນດາເຫລົ່າຮີໂຣ່ຖືກພາເຣດດ້ວຍລົດບັສຫລັງຄາເປີດເພື່ອເດີນທາງໄປສູ່ວົງວຽນ "Maximus" ເພື່ອໂຊຖ້ວຍແຊມໂລກແຕ່ກໍ່ຕ້ອງໃຊ້ເວລາດົນຫລາຍຊົ່ວໂມງ ຈຶ່ງສາມາດຝ່າດ່ານແຟນບອນນັບເຄິ່ງລ້ານທີ່ອອກມາຕ້ອນຮັບທົ່ວຖະຫນົນໃນກຸງໂຣງ

ນັກເຕະອິຕາລີ, ມາຣ໌ເຊໂລ ລິບປີ້, ສະຕ໊າຟໂຄ້ຊ ແລະ ຜູ້ບໍລິຫານສະຫະພັນບານເຕະອິຕາລີຕ່າງກໍ່ໄດ້ຮັບເຄື່ອງຣາຊອິສຣິຍາພອນ ທີ່ສ້າງຄຸນງາມຄວາມດີໃຫ້ປະເທດຊາດຊຶ່ງເປັນໜື່ງໃນກຽດຕິຍົດສູງສຸດອີກດ້ວຍ.

ທັນໃດນັ້ນເມື່ອລົດບັສມາຮອດວົງວຽນ "Maximus" ນັກເຕະກໍ່ຄຶກຄະນອງທັງເຕັ້ນ, ໂບກມືໃນຂະນະທີ່ຝູງຊົນກໍ່ຕອບສະໜອງສົ່ງສຽງຮ້ອງໃສ່ມ່ວນຊື່ນ ພ້ອມທັງໂບກທຸງຊາດອິຕາລີໄປມາຢ່າງອະລັງການ

ຟາບິໂອ ຄັນນາວາໂຣ່ກັບຕັນທີມຊູຖ້ວຍແຊມໂລກພ້ອມດ້ວຍໝູ່ເພື່ອນຮ່ວມທີມທີ່ຮ້ອງເພງຍອດນິຍົມຂອງວົງການຟຸດບອນ "ວີ ອາຣ໌ ເດີຣ໌ແຊມປ້ຽນ"

more» more» more» more» more»

2003-2006 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ລົງໂຄສະນາ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563