ເຢຍລະມັນລົ້ມທັງຢືນເມື່ອເຈີະລູກທີ່ເດັດຂອງອິຕາລີຍິງປະຕູໄດ້ຮັບໄຊຊະນະຢ່າງເຫລືອເຊື່ອໃນຊ່ວງຕໍ່ເວລາໂດຍຟາບິໂອ
ກຣອສໂຊ່ ແລະ ອະເລສຊານໂດຣ ເດລປິເອໂຣ່ ເຊິ່ງໄດ້ກາຍເປັນສອງຮີໂຣ່ຂອງທີມທີ່ຊ່ວຍຍິງສອງປະຕູທ້າຍເກມໃຫ້ໂຄ້ນເຈົ້າພາບສຸດລະທຶກນາທີຂາດໃຈ
2-0ເຢຍລະມັນ 0-2
ອິຕາລີ
ຕອນເລີມເກມມາໄດ້ 16 ນາທີ
ອິຕາລີ ໄດ້ໂອກາດທອງຈະໄດ້ປະຕູ ເມື່ອ ຟຣານເຊສໂກ້ ຕ໊ອຕຕີ້
ຈ່າຍລູກບານທະລຸຊ່ອງໃຫ້ ຊິໂມແນ່ ແປຣ໌ຣ໊ອຕຕ້າ
ຫລຸດກັບດັກລ້ຳຫນ້າແຕ່ ເລມັນ ອອກມາບລ໊ອກໄດ້ທັນ
ເຂົ້າສູ່ນາທີ 21 ເຈົ້າພາບຫາກໍ່ຕໍ່ບານແລ້ວຈົບດ້ວຍການພັງປະຕູ
ຟິລິປ ລາຫ໌ມ ຈ່າຍໃຫ້ ທິມ ໂບຣອຟສກີ້ ແນຈາກທາງຊ້າຍເຂົ້າກາງ
ລູຄາສ ໂພໂດລສກີ້ ວອລເລແບບບໍ່ຕ້ອງຈັບເຫິນຂ້າມຄານ
ຫລັງຈາກ "ອິນຊີເຫລັກ"
ຖືກຄູ່ແຂ່ງກົດດັນໂດນເຕີບ ນາທີ 34
ອາໄສເກມສວນກັບເກືອບຈະໄດ້ປະຕູ ໂຄສເຊ່ ປ້າຍໄປທາງຂວາໃຫ້ ແບຣນດ໌ຊໄນເດີຣ໌
ຫລຸດທະລຸເຂົ້າໄປຍິງຢ່າງເຕັມຟົ້ງໂດ່ງຂ້າມຄານ
ເຫລືອອີກ 4 ນາທີສຸດທ້າຍ
ອິຕາລີ ໄດ້ລຸ້ນອີກຄັ້ງ ປີຣ໌ໂລ່
ປັ່ນຟຣີຄິກຢູ່ຂອບເສັ້ນເບື້ອງຂວາມຫ້ ເມົາໂຣ ຄາໂມຣາເນຊີ່
ພຸ້ງວອດໂມ່ງຂ້າມຄານ ຫມົດເຄິ່ງທຳອິດສະເຫມີແບບບໍ່ໄດ້ປະຕູ
ເຂົ້າສູ່ເຄິ່ງຫລັງນາທີ
50 "ອິນຊີເຫລັກ" ເກືອບຈະໄດ້ລຸ້ນຈາກການລາກໂຊໂລ່ເຂົ້າໄປຄົນດຽວຂອງ
ມິໂຣສລາຟ ໂຄລເຊ່ ແຕ່ຈັງຫວະສຸດທ້າຍ ຈິອັນລຸຍຈິ ບຸຟຟ່ອນ
ກອງຫນ້າອິຕາລີອອກມາບ໊ອກໄດ້ທັນ
ນາທີ 63 ເຈົ້າພາບມີໂອກາດໃກ້ຄຽງ
ຊະໄນເດີຣ໌ ຂື້ນເກມທາງຂວາກ່ອນໄຫລເຂົ້າໄປໃນກອບຈຸດໂທດໃຫ້
ໂພໂດລສະກີ້ ຈັບ 1 ເທື່ອກ່ອນພິກ ຍິງຈາກເສົາໜື່ງຖືກເຊັບ
ບຸຟຟ່ອນ ທຸບອອກມາ ໂບຣອຟສະກີ້ ຍິງສວນກັບຂ້າມຄານ
ນາທີ 82 ເຢຍລະມັນ ໄດ້ໂອກາດສ່ອງໃນໄລຍະອັນຕະລາຍ
ເມື່ອໄດ້ຟຣີຄິກບໍລິເວນຫົວ ມິຊາເອລ ບັລລັຄ
ຮັບຫນ້າທີ່ປັ່ນຟຣີຄິກຂ້າມກຳແພງດົ່ງຂ້າມຄານ
ກ່ອນຊ່ວງເວລາທີ່ເຫລືອທັງສອງທີມຫລີ້ນຢ່າງລະມັດລະວັງ ຄົບ
90 ນາທີ ບໍ່ມີທີມໃດໄດ້ປະຕູ 0-0
ຈຶ່ງຕ້ອງຕໍ່ເວລາພິເສດອີກ 30 ນາທີ
ຊ່ວງຕໍ່ເວລາພິເສດ 15
ນາທີທຳອິດ ພຽງບໍ່ເທົ່າໃດວິນາທີ ອິຕາລີ ໂຊກບໍ່ເຂົ້າຂ້າງອີກແລ້ວ
ຈາກຈັງຫວະ ອັລແບຣ໌ໂຕ້ ຈິລາຣ໌ດິໂນ່ ໄດ້ບານເລາະໄປລຽບໄປເຖິງເສັ້ນຫລັງກ່ອນຍິງຫັກຂໍ້ຈາກໄລຍະບໍ່ເຖິງ
6 ຫລາບານຜ່ານມື ເລຫ໌ມັນ ໄປແລ້ວ ແຕ່ພັດໄປຕຳເສົາຫລ່ຽມນອກຟົ້ງກະເດັງອອກໄປຢ່າງບໍ່ຫນ້າເຊື່ອ
ຄືກັບ ອັຊຊູຣີ່ ບໍ່ມີໂຊກ
ເມື່ອນາທີ 92 ປີຣ໌ໂລ່ ໂຍນລູກບານເຕະມູມຝັ່ງຂວາເຂົ້າໄປໃນຂອບເຂດໂທດກ່ອນທີ່ຈັງຫວະສຸດທ້າຍ
ຊັມບຣ໊ອຕຕ້າ ຍິງເຕັມຂໍ້ ບານຊົນຕຳຄານແບບເຕັມໆ
ນາທີສຸດທ້າຍຂອງຕໍ່ເວລາ
15 ນາທີທຳອິດ ເຢຍລະມັນ ພາດໂອກາດທອງໄປເອງ
ຈາກຈັງຫວະສວນກັບ ດາວິດ ໂອດອນຄອຣ໌
ຂື້ນບານໄປທາງເບື້ອງຂວາກ່ອນຕັກໂດ່ງມາໃຫ້ ໂພໂດລສະກີ້
ຟົ້ງໂຫມ່ງຈາກເສົາທຳອິດແບບບໍ່ມີໃຜປະກົບແຕ່ບັງຄັບທິດທາງບໍ່ໄດ້
ບານຫລຸດກອບ ຈົບ 105 ນາທີ ສະເຫມີ 0-0
ເຂົ້າສູ່ຊ່ວງຕໍ່ເວລາເຄິ່ງຫລັງນາທີ
112 ເຢຍລະມັນ ເກືອບຈະໄດ້ປະຕູຂື້ນນຳຈາກຈັງຫວະສວນກັບຂອງ
ໂພໂດລສະກີ້ ໄດ້ຍິງໄກເຕັມຂໍ້ໃນຂອບເຂດໂທດເບື້ອງຊ້າຍ ແຕ່ບໍ່ຜ່ານມື
ບຸຟຟ່ອນ ປັດອອກໄປໄດ້
ນາທີ 118 ອິຕາລີ
ຕ້ອງອາໄສລູກຍິງໄກຂອງ ປີຣ໌ໂລ່ ຫລີ້ນງານແນ່ ໂດຍຫົວຫນ້າທີມເອຊີ
ມິລານ ຍິງໄກ ແຕ່ ເລຫ໌ມັນ ທຸບຖິ້ມອອກໄປໄດ້
ເຫລືອອີກ 1
ນາທີສຸດທ້າຍໃນຂະນະທີ່ເກມກຳລັງຫລີ້ນຫນ່ວງໆເພື່ອຈະວັດກັນທີ່ຈຸດໂທດແຕ່
"ອັຊຊູຣີ່" ກໍ່ມາໄດ້ປະຕູໄຊຈາກຈັງຫວະ
ປີຣ໌ໂລ່ທີ່ຈະຫາຈັງຫວະຍິງໃນເຂດໂທດແຕ່ຖືກບັງຈົນຕ້ອງຍຶກຍັກແລ້ວຈ່າຍບານທະລຸຊ່ອງໃຫ້
ຟາບິໂອ ກຣອສໂຊ່
ທີ່ປັ່ນໄຊດ໌ໂຄ້ງຕາມນ້ຳອ້ອມຕົວບັລລັຄທີ່ຢືນບັງ ເລຫ໌ມັນສຽບຫນ້າຕ່າງເສົາສອງຢ່າງແບບສວຍງາມ
ພໍເສຍປະຕູ ເຈົ້າພາບປະຈັນດານຫນ້າບຸກແຫລກທວງປະຕູຄືນ
ແຕ່ເຈີະລູກສວນກັບນຳໄປສູ່ປະຕູຕອກຝາໂລງ
ຈິລາຣ໌ດິໂນ່ທີ່ລາກຕັດເຂົ້າໃນຈຸດໂທດຫມາຍຈະຍິງເອົງ ແຕ່ກັບຕອກສັນໃຫ້
ອະເລສຊານໂດຣ ເດລ ປິເອໂຣ່
ທີ່ແລບເຕິມຂື້ນມາແບບງຽບອຽງຕົວປັ່ນໄຊດ໌ແສກຫນ້າ ເລຫ໌ມັນ
ຊື່ຕາຂ່າຍທາງເສົາໄກ ອິຕາລີເລີຍ ຊະນະ 2-0 ເຂົ້າຊິງຊະນະເລີດຢ່າງສຸດປະຕິຫານ
ແລະ
ຜູ້ຫລີ້ນຂອງເຢຍລະມັນຖິ້ມຕົວລົງແບບຢ່າງຫມົດໃຈກັນເປັນແຖວ
ພ້ອມນ້ຳຕາຈາກກອງເຊຍໃນສະຫນາມຢ່າງບໍ່ໄດ້ນັດຫມາຍ
ລາຍຊື່ທັງສອງທີມ:
ເຢຍລະມັນ (4-4-2): ເຢນສ໌
ເລຫ໌ມັນ-ອາຣ໌ເນ່ ຟຣີດຣິຊ, ເພີຣ໌ ເມີຣ໌ເຕຊາຄເກີຣ໌,
ຄຣິສຕອຟ ເມ໊ຕເຊລເດີຣ໌, ຟິລິປ ລາຫ໌ມ-ແບຣນດ໌ ຊະໄນເດີຣ໌,
ເຊບາສຕຽນ ເຄຫ໌ລ, ມິຊາເອລ ບັລລັຄ, ທິມ ໂບຣອຟສະກີ້ (ບາສຕຽນ
ຊະໄວສະໄຕເກີຣ໌ ນ. 73)-ມິໂຣສະລາຟ ໂຄລເຊ່ (ໂອລິເວີຣ໌
ນອຍວິລ ນ. 111), ລູຄາສ ໂພໂດລສະກີ້
ໃບເຫລືອ: ທິມ ໂບຣອຟສະກີ້
ນ.40, ຄຣິສຕອຟ ເມ໊ຕເຊລເດີຣ໌ ນ. 56
ອິຕາລີ (4-4-1-1):
ຈິອັນລຸຍຈິ ບຸຟຟ່ອນ-ຈິອັນລູກ້າ ຊັມບຣ໊ອຕຕ້າ, ຟາບິໂອ
ຄັນນາວາໂຣ່, ມາຣ໌ໂກ ມາເຕຣັຊຊີ່, ຟາບິໂອ ກຣອສໂຊ່-ເມາໂຣ
ຄາໂມຣາເນຊີ່(ວິນເຊນໂຊ່ ຍາຄວິຕ້າ ນ.91), ອັນເດຍ ປີຣ໌ໂລ່,
ເຈນນາໂຣ່ ກັຕຕູໂຊ່, ຊິໂມເນ່ ແປຣ໌ຣ໊ອຕຕ້າ(ອະເລສຊານໂດຣ ເດລ
ປິເອໂຣ່ ນ.104)-ຟຣານເຊສໂກ້ ຕ໊ອຕຕີ້-ລູກ້າ ໂທນີ່(ອັລແບຣ໌ໂຕ້
ຈິລາຣ໌ດິໂນ່ ນ.74)
ໃບເຫລືອ: ເມົາໂຣ
ຄາໂມຣາເນຊີ່ ນາທີ.88
ຜູ້ຕັດສິນ: ເບນິໂຕ້
ອາຣ໌ຊຸນເດຍ ເຕລເລຊ