FIFA WORLD CUP GERMANY 2006 News FIFA World Cup 2006
 
ໂຄຣເຊຄວ້າດາວຊັລໂວ
11/07/2006

ມີໂຣສລາຟ ໂຄຣເຊ່ ກອງໜ້າທີມຊາດເຢຍລະມັນຄວ້າຕຳແໜ່ງດາວຊັລໂວ ໃນຂະນະທີ່ຈີອັນຫລຸຍຈິ ບຸຟຟ່ອນ ຄວ້າລາງວັນເລຟ ຍາຊິນ ອະວອດ ໄປຄອງ

ເຈົ້າໂຕ ໂຄຣເຊ່ ກອງໜ້າທີມຊາດເຢຍລະມັນໄດ້ຄວ້າເກີບທອງຄຳ ແຕ່ກໍ່ຍິງປະຕູໄດ້ພຽງ 5 ປະຕູເຊິ່ງເປັນສະຖິຕິທີ່ຕໍ່າທີ່ສຸດນັບຕັ້ງແຕ່ບານໂລກປີ 1962 ເລີຍທີດຽວ.

ສ່ວນລາງວັນເລຟ ຍາຊິນ ອະວອດ ຊຶ່ງເປັນລາງວັນສຳລັບຜູ້ຮັກສາປະຕູທີ່ດີທີ່ສຸດເປັນ ຈິອັນຫລຸຍຈິ ບຸຟຟ່ອນ ຍອດນາຍທະວານທີມຊາດອີຕາລີຕາມຄວາມຄາດໝາຍ ຫລັງສ້າງຜົນງານໄດ້ຢ່າງສຸດຍອດໂດດເດັ່ນເໜືອຄົນອື່ນຢ່າງຊັດເຈນ ແລະ ມີສ່ວນຊ່ວຍພາທີມອັສຊູຣີ ຄວ້າແຊ້ມໂລກດ້ວຍ

ສະຫລຸບລາງວັນປະຈຳການແຂ່ງຂັນຟຸດບອນໂລກ

ລາຍການລາງວັນ   ທີມຊາດ
ແຊ້ມໂລກ   ອີຕາລີ
ນັກເຕະຟຸດບອນຍອດຢ້ຽມ ຊີເນີດີນ ຊີດານ ຝຣັ່ງ
ເກີບທອງຄຳ ມິໂຣສລາຟ ໂຄຣເຊ່ ເຢຍລະມັນ
ດາວລຸ່ງຍອດຢ້ຽມ ລຸຄັສ ໂພດອລສກິ້ ເຢຍລະມັນ
ຜູ້ຮັກສາປະຕູຍອດຢ້ຽມ ຈີອັນຫລຸຍຈິ ບຸຟຟ່ອນ ອີຕາລີ
ແຟຣ໌ເພລຍ໌   ທີມຊາດສະເປນ ແລະ ບຣາຊິລ
ທີມທີ່ຫລິ້ນຕື່ນເຕັ້ນທີ່ສຸດ   ໂປຣຕຸເກສ

2003-2006 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ລົງໂຄສະນາ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563