|
ປະກາດຮັບສະໝັກ
ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່
ສປປ ລາວ (ຫ້ອງການ ຄຄຊ) ມີຄວາມຕ້ອງການພະນັກງານ ສຳລັບຄົນລາວ
ດັ່ງນີ້:
- ຕຳແໜ່ງ:
ຫົວໜ້າໜ່ວຍງານມາດຕະຖານ ແລະ ຄ້ຳປະກັນຄຸນນະພາບ
- ສະຖານທີ່: ປະຈຳຢູ່ ວຽງຈັນ-ເດີນທາງປະມານ 50%
- ລາຍງານໃຫ້: ຫົວໜ້າພະແນກນະໂຍບາຍ, ບໍລິຫານ ແລະ ມາດຕະຖານ
+
ຄວາມຮັບຜິດຊອບ:
- ອອກແບບ, ທົບທວນ, ດັດແກ້, ເຜີຍແຜ່, ຈັດຕັ້ງປະຕິບັດ ແລະ
ຄຸ້ມຄອງ ມາດຕະຖານແຫ່ງຊາດ.
- ການຄຸ້ມຄອງພະນັກງານທັງໝົດພາຍໃນໜ່ວຍງານ ພ້ອມທັງອຸປະກອນຕ່າງໆ
ແລະ ໃຫ້ທິດທາງຊີ້ນຳໃນການປະຕິບັດງານ (ພະນັກງານຢູ່ຫ້ອງການ ແລະ
ພາກສະໜາມ)
-
ພິຈາລະນາຂະບວນການຮ້ອງຂໍໜັງສືຢັ້ງຢືນຮັບຮອງຂອງອົງການຈັດຕັ້ງທີ່ປະສົງຈະປະຕິບັດງານດ້ານລະເບີດບໍ່ທັນແຕກ
ທີ່ຕົກຄ້າງຢູ່ ສປປ ລາວ.
- ສ້າງແຜນເຄື່ອນໄຫວບໍລິຫານຄຸນນະພາບໃຫ້ສອດຄ່ອງກັບນະໂຍບາຍຂອງ ຄຄຊ.
- ສ້າງແຜນງານ, ແຜນງົບປະມານ ແລະ ແຜນປະຕິບັດງານ ຂອງໜ່ວຍງານ
- ສ້າງ ແລະ ກຳກັບການພົວພັນ
ປະສານງານກັບບັນດາອົງການທີ່ປະຕິບັດງານດ້ານລະເບີດບໍ່ທັນແຕກຕົກຄ້າງຢູ່
ສປປ ລາວ ແລະ ໃຫ້ຄຳແນະນຳດ້ານວິຊາການໃຫ້ອົງການປະຕິບັດງານເລົ່ານັ້ນ
- ຊ່ວຍໃນການສືບສວນອຸບັດຕິເຫດ ແລະ ເຫດການເກີດຂື້ນທີ່ພົວພັນກັບການເກັບກູ້ລະເບີດບໍ່ທັນແຕກຕົກຄ້າງ
- ເຂົ້າຮ່ວມກອງປະຊຸມ ກຸ່ມວິຊາການ ຂອງຂະແໜງການແກ້ໄຂບັນຫາ ລບຕ.
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງຜູ້ຊີ້ນຳ.
+ ຄຸນວຸດທິ:
- ມີຄຸນວຸດທິ ເປັນວິຊາການທຳລາຍລະເບີດ ຂັ້ນ 4. ມີປະສົບການ
ກ່ຽວກັບການຢັ້ງຢືນຄຸນນະພາບ ແລະ ການຕິດຕາມກວດກາ.
ຮູ້ນຳໃຊ້ຄອມພິວເຕີ (Ms office) ມີຄວາມຮູ້ໃນການນຳໃຊ້ພາສາອັງກິດ
(ເວົ້າ ແລະ ຂຽນ),
ສາມາດເຮັດວຽກໃນສະພາບແວດລ້ອມຫຼາຍວັດທະນະທຳຕ່າງກັນ.
ມີສຸຂະພາບແຂງແຮງ.
ກະລຸນາສົ່ງຊີວະປະຫວັດ ແລະ ໃບສະໝັກງານ
ຕາມທີ່ຢູ່ຂ້າງລຸ່ມນີ້ບໍ່ໃຫ້ກາຍ ວັນທີ 10 ເດືອນ ກຸມພາ 2010,
ອີເມລ:
phitmala@gmail.com ຫຼື
khamnouta@gmail.com
ຫ້ອງການ ຄຄຊ, ຖະໜົນສີສະຫວາດໄຕ້, ຕູ້ ປນ: 7261, ນະຄອນຫຼວງວຽງຈັນ,
ສປປ ລາວ. ໂທ: (856-21) 244220, 244224
* ຄັດຈາກ:
ໜັງສືພິມວຽງຈັນໃໝ່, ສະບັບວັນທີ
25-01-2010 |