ປະກາດຮັບສະໝັກ

ອົງການປະກັນສັງຄົມ ມີຈຸດປະສົງຮັບສະໝັກພະນັກງານ 5 ຕຳແໜ່ງ ດັ່ງນີ້:

1. ພະນັກງານວິຊາການ ດ້ານຄອມພິວເຕີ (IT) ຈຳນວນ 1 ຕຳແໜ່ງ, ປະຈຳຢູ່ນະຄອນຫລວງວຽງຈັນ
* ເງື່ອນໄຂ:
- ລະດັບການສຶກສາ ປະລິນຍາຕີ ຫລື ທຽບເທົ່າວິຊາ IT ຫລື ວິຊາອື່ນໆ ທີ່ກ່ຽວຂ້ອງກັບ IT
- ມີຄວາມສາມາດໃນການຕິດຕັ້ງ Hardware and Software
- ມີປະສົບການຢ່າງໜ້ອຍ 2 ປີ ໃນການຂຽນໂປຣແກຣມຄອມພິວເຕີ
- ມີຄວາມຮູ້ພື້ນຖານກ່ຽວກັບ SQL ຫລື MySQL Database
- ຮູ້ພາສາອັງກິດ ຈະພິຈາລະນາເປັນພິເສດ

2. ພະນັກງານວິຊາການ ດ້ານປະຊາສຳພັນ ຈຳນວນ 2 ຕຳແໜ່ງ, ປະຈຳຢູ່ນະຄອນຫລວງວຽງຈັນ
* ເງື່ອນໄຂ:
- ຈົບປະລິນຍາຕີ ຫລື ທຽບເທົ່າໃນພາກວິຊາ ພາສາລາວ (ວັນນະຄະດີ) ສື່ມວນຊົນ
- ຮູ້ນຳໃຊ້ຄອມພິວເຕີ Microsoft Word, Excel, Power Point ໄດ້ເປັນຢ່າງດີ
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີພໍສົມຄວນ
- ມີປະສົບການເຮັດວຽກດ້ານໂຄສະນາ-ປະຊາສຳພັນ, ການຕະຫລາດ ຈະພິຈາລະນາເປັນພິເສດ

3. ພະນັກງານ ບັນຊີ-ການເງິນ 2 ຕຳແໜ່ງ: ປະຈຳຢູ່ຫ້ອງການສຳນັກງານໃຫຍ່ນະຄອນຫລວງວຽງຈັນ 1 ຕຳແໜ່ງ ແລະ ຫ້ອງການ ສາຂາແຂວງຄຳມ່ວນ 1 ຕຳແໜ່ງ.
* ເງື່ອນໄຂ:
- ຈົບດ້ານບັນຊີ-ການເງິນຊັ້ນກາງຂື້ນໄປ
- ມີພູມລຳເນົາຕັ້ງຢູ່ແຂວງຄຳມ່ວນ (ສຳລັບສະໝັກຢູ່ຫ້ອງການສາຂາ)
- ຮູ້ນຳໃຊ້ຄອມພິວເຕີ Microsoft word, Microsoft Excel
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີພໍສົມຄວນ
- ເຄີຍເຮັດວຽກກ່ຽວກັບບັນຊີ-ການເງິນມາກ່ອນ ຈະພິຈາລະນາເປັນພິເສດ

ທ່ານໃດສົນໃຈປະກອບເອກະສານສະໝັກດ້ວຍຕົນເອງ:
- ໃບຄຳຮ້ອງສະໝັກວຽກ
- ສຳເນົາໃບປະກາດ
- ໃບຢັ້ງຢືນທີ່ຢູ່
- ຊີວະປະຫວັດທົ່ວໄປ
- ສຳເນົາບັດປະຈຳຕົວ ຫລື ສຳມະໂນຄົວ
- ໃບຢັ້ງຢືນການຜ່ານງານ ແລະ ອື່ນໆ

ຍື່ນ ຫລື ສົ່ງທີ່: ອົງການປະກັນສັງຄົມ, ພະແນກບໍລິຫານ-ແຜນການ, ຕັ້ງຢູ່ບ້ານອະນຸ, ຖະຫນົນສາມແສນໄທ, (ຫລັງໂຮງແຮມອານຸ), ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ໂທ: 241280-81, ແຟັກ: 021 241279, ຕູ້ ປ.ນ 7798, E-mail: ssohq@ssolao.gov.la

ຜູ້ສະໝັກຕຳແຫນ່ງບັນຊີ-ການເງິນ ຢູ່ສາຂາຄຳມ່ວນ ຍື່ນເອກະສານໄດ້ທີ່: ຫ້ອງການ ອົງການປະກັນສັງຄົມ ສາຂາແຂວງຄຳມ່ວນ, ຕັ້ງຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ແຂວງຄຳມ່ວນ ໂທ: 250972, ແຟັກ: 250973, ປິດຮັບສະໝັກວັນທີ 01-10-2007

* ຄັດຈາກ: ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ 19-09-2007

ຕິດຕໍ່ລົງປະກາດຮັບສະໝັກໂທມາທີ່ 020 566 3682, Fax: 263 563,
E-mail:
marketing@mahasan.com

2003-2006 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4