ປະກາດຮັບສະໝັກ

ບໍລິສັດ ສະຫວັນວາລີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ, ຕ້ອງການພະນັກງານດັ່ງນີ້:

1. ພະນັກງານຂາຍ 3 ຕຳແໜ່ງ
+ ເງື່ອນໄຂ:
- ເພດຍິງ ຫລື ຊາຍ ອາຍຸ 22-35 ປີ, ຈົບການສຶກສາຊັ້ນກາງຂື້ນໄປ
- ມີມະນຸດສຳພັນດີ, ດຸໝັ່ນຫ້າວຫັນ
- ມັກຄວາມກ້າວໜ້າ
- ມີປະສົບການດ້ານການຂາຍ ຈະພິຈາລະນາເປັນພິເສດ

2. ພະນັກງານບັນຊີ 1 ຕຳແໜ່ງ
+ ເງື່ອນໄຂ:
- ເພດຊາຍ ອາຍຸ 25 ປີຂື້ນໄປ
- ຈົບການສຶກສາປະລິນຍາຕີ ສາຂາບັນຊີຄອມພິວເຕີ
- ສາມາດເຮັດບັນຊີລັດ ແລະ ມັກຄວາມກ້າວໜ້າ, ມີມະນຸດສຳພັນດີ, ດຸໝັ່ນຫ້າວຫັນ
- ມີປະສົບການດ້ານການບັນຊີ ຈະພິຈາລະນາເປັນພິເສດ

3. ພະນັກງານຂັບລົດ + ແບກຫາບ
+ ເງື່ອນໄຂ:
- ເພດຊາຍ ອາຍຸ 18-30 ປີ, ມີໃບຂັບຂີ່ຫ້ອງ C, ສຸຂະພາບແຂງແຮງດີ

ທ່ານໃດສົນໃຈ ກະລຸນາປະກອບເອກະສານ ແລະ ຍື່ນສະໝັກໄດ້ທີ່: ບໍລິສັດ ສະຫວັນວາລີ, ຕັ້ງຢູ່ ຫລັກ 5, ຖະໜົນ 13ໃຕ້, ຕໍ່ໜ້າໂຮງແຮມລາດຊະວົງ ຂ້າງສະໜາມກິລາໃນຮົ່ມກອງທັບ ໂທ: 021 415452
* ເອກະສານ: (ຮູບ 1 ໃບ, ສຳເນົາບັດປະຈຳຕົວ, ສຳເນົາສຳມະໂນຄົວ, ໃບຢັ້ງຢືນທີ່ຢູ່ (ອອກໃໝ່ບໍ່ເກີນ 3 ເດືອນ), ໃບຢັ້ງຢືນການສຶກສາ, ໃບຢັ້ງຢືນຮັບປະກັນຕົນ (ອອກໃໝ່ບໍ່ເກີນ 3 ເດືອນ), ຊີວະປະຫວັດ, ໃບແຈ້ງໂທດ (ອອກໃໝ່ບໍ່ເກີນ 3 ເດືອນ), ໃບຜ່ານງານ.

* ຄັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 26-06-2007

ຕິດຕໍ່ລົງປະກາດຮັບສະໝັກໂທມາທີ່ 020 566 3682, Fax: 263 563,
E-mail:
marketing@mahasan.com

2003-2006 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4