ປະກາດຮັບສະໝັກ

ບໍລິສັດ ປານມໍເຕີຣ໌ ອຸດສາຫະກຳ ຂາອອກ-ຂາເຂົ້າ ຈຳກັດ, ໄດ້ດຳເນີນກິດຈະການຫລາຍ ຢ່າງ ເຊັ່ນ: ສ້ອມແປງ ແລະ ຈຳໜ່າຍລົດມືສອງ ຈາກເກົາຫລີ, ກວດກາເຕັກນິກລົດທຸກປະເພດ, ຈຳໜ່າຍເຄື່ອງອາໄຫລ່ທັງເກົ່າ ແລະ ໃໝ່. ຜະລິດ ແລະ ຈຳໜ່າຍໝໍ້ແບ່ງໄຟຟ້າ ທຸກຂະໜາດ.
   ປະຈຸບັນ ບໍລິສັດໄດ້ຂະຫຍາຍກິດຈະການອອກ ໂດຍສ້າງຕັ້ງໂຮງງານເຟີນີເຈີຂື້ນ ທີ່ຫລັກ 29.
ສະນັ້ນ ຈຶ່ງຕ້ອງການພະນັກງານຫລາຍຕຳແຫນ່ງດັ່ງນີ້:
1. ບັນຊີ - Computer
2. ເລຂານຸການ
3. ພະນັກງານແລ່ນເອກະສານ
4. ນາຍຊ່າງໄຟລົດ-ຊ່າງຈັກ
5. ຊ່າງໄມ້, ຜູ້ຊ່ວຍນາຍຊ່າງ
6. ຊ່າງຊຽນ, ຊ່າງກຶງ 2 ຕຳແຫນ່ງ
7. ຊ່າງທັບເຫລັກ 5 ຕຳແຫນ່ງ
8. ຊ່າງຈອດ 5 ຕຳແຫນ່ງ
* ເງື່ອນໄຂຜູ້ສະໝັກ:
1/. ສຳລັບຕຳແໜ່ງ 1 - 3
- ອາຍຸແຕ່ 22 - 45 ປີ, ເພດ: ຍິງ/ຊາຍ
- ລະດັບການສຶກສາຈົບຊັ້ນກາງຂື້ນໄປ
- ມີຄວາມຮູ້ທາງດ້ານພາສາອັງກິດ ໃນລະບົບປານກາງຂື້ນໄປ
* ສຳລັບຕຳແໜ່ງທີ (2) ຕ້ອງສາມາດອ່ານ ຂຽນ ແລະ ເວົ້າພາສາອັງກິດໄດ້ດີ
- ສາມາດນຳໃຊ້ຄອມພິວເຕີ Microsoft office .... word ... Excel
- ມີຄວາມຮັບຜິດຊອບ, ມະນຸດສຳພັນດີ
- ມີປະສົບການ ຈະພິຈາລະນາເປັນພິເສດ
2/. ນາຍຊ່າງຕ່າງໆ (ຕຳແຫນ່ງ 4-5)
- ມີຄວາມຮູ້ທາງດ້ານວິຊາສະເພາະ: ຫລື ເຄີຍຜ່ານງານໃນການເປັນນາຍຊ່າງ
- ມີປະສົບການ ຈະພິຈາລະນາເປັນພິເສດ

ເປີດ ໃຊ້ບໍລິການແລ້ວ

ສູນບໍລິການ ກວດກາເຕັກນິກ ພາຫະນະ ປານນໍເຕີຣ໌ ເລີ່ມເປີດໃຊ້ບໍລິການ ແຕ່ວັນທີ 15/11/04 ເປັນຕົ້ນໄປ ສະຖານທີ່ຕັ້ງຢູ່ຖະໜົນ 13 ໃຕ້, ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫລວງວຽງຈັນ (ບໍລິສັດ ປານມໍເຕີ ອຸດສາຫະກຳ ຂາອອກ-ຂາເຂົ້າ ຈຳກັດ ປັດຈຸບັນ).
ເປົ້າໝາຍການບໍລິການຄື: ກວດເຊັກສະພາບເຕັກນິກລົດທຸກປະເພດ ເຊັ່ນ: ລົດຈັກ, ລົດສາມລໍ້, ລົດເກັງ, ລົດກະບະ, ລົດຕູ້ ແລະ ລົດບັນທຸກນ້ອຍ. ພ້ອມທັງອອກໃບຢັ້ງຢືນຄຸນນະພາບເຕັກນິກລົດໃຫ້ຕາມກຳນົດຂອງກົມຂົນສົ່ງວາງອອກ. ພ້ອມນີ້ທາງສູນພວກເຮົາຍັງໃຫ້ບໍລິການສ້ອມແປງລົດ. ສົນໃຈເຊີນຕິດຕໍ່ສອບຖາມລາຍລະອຽດໄດ້:
ໂທ: 021 710718, 021 452056, ແຟກ: 021 451983

* ຄັດຈາກ: ຫນັງສືພິມວຽງຈັນໃໝ່, ສະບັບວັນທີ 03/01/2006

ຕິດຕໍ່ລົງປະກາດຮັບສະໝັກໂທມາທີ່ 020 540 7055, Fax: 263 563,
E-mail:
marketing@mahasan.com

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563