|
ປະກາດຮັບສະໝັກ
ລັດວິສາຫະກິດ ການບິນລາວ, ຕ້ອງການຮັບສະໝັກໄປຮຽນນັກບິນ (ກຳນົດ 2
ປີ ຢູ່ຕ່າງປະເທດ)
* ເງື່ອນໄຂ:
1. ຊາຍໂສດ, ສັນຊາດລາວ, ອາຍຸ 18-25 ປີ, ລວງສູງ 1,65 ແມັດຂື້ນໄປ
2. ມີປະຫວັດຈະແຈ້ງ, ຄຸນສົມບັດ - ມະນຸດສຳພັນດີ, ມີສຸຂະພາບແຂງແຮງ
3. ລະດັບການສຶກສາຈົບ ມ.6 ຂື້ນໄປ
4. ສາມາດເຂົ້າໃຈໃນການຮຽນ - ການສອນ ດ້ວຍພາສາອັງກິດໄດ້ດີ.
5. ຜູ້ສະໝັກຈະໄດ້ສອບເສັງວິຊາເລກ ຄະນິດສາດ, ຟິຊິກສາດ ແລະ
ພາສາອັງກິດ (ຫົວບົດທັງ 3 ວິຊາ ແມ່ນເປັນພາສາອັງກິດທັງໝົດ)
ທ່ານໃດສົນໃຈໃຫ້ມາພົວພັນເອົາຮ່າງໃບສະໝັກອອກໂດຍການບິນລາວ
ນັບແຕ່ມື້ປະກາດເປັນຕົ້ນໄປ, ຢູ່ຊັ້ນ 3 ສຳນັກງານໃຫຍ່
ລັດວິສາຫະກິດການບິນລາວ, ຖະໜົນປາງຄຳ, ບ້ານຊຽງຍືນ, ເມືອງຈັນທະບູລີ,
ນະຄອນຫລວງວຽງຈັນ ໃນໂມງລັດຖະການ ໂທ: 021 212057 ຕໍ່ 109 (ປິດຮັບສະໝັກ
ວັນທີ 30-06-2007)
* ຄັດຈາກ:
ໜັງສືພິມວຽງຈັນໃໝ່, ສະບັບວັນທີ 26-06-2007 |