|
ປະກາດຮັບສະໝັກ
ທະບວງການປົກຄອງ ແລະ
ຄຸ້ມຄອງລັດຖະກອນ (ສຳນັກງານນາຍົກລັດຖະມົນຕີ)
ມີຄວາມຕ້ອງການຮັບສະຫມັກພະນັກງານ IT , 2 ຕຳແຫນ່ງ
* ເງື່ອນໄຂ:
1. ຈົບປະລິນຍາຕີ ຫລື ທຽບເທົ່າວິຊາການຄຸ້ມຄອງຖານຂໍ້ມູນພະນັກງານ
Personnel Database
2. ມີຄວາມຮູ້ດ້ານຄອມພິວເຕີຣ໌ ແລະ ສາມາດນຳໃຊ້ (ອອກແບບ) ໂປຣແກຣມກ່ຽວກັບການຄຸ້ມຄອງພະນັກງານ
ເຊັ່ນ: MS Access, Fox Pro, Visual, SQL or Network system
3. ມີຄວາມຮູ້ດ້ານພາສາອັງກິດ
4. ມີມະນຸດສຳພັນດີ
5. ມີສຸຂະພາບແຂງແຮງ
6. ເປັນຜູ້ທີ່ບໍ່ເຄີຍຖືກສານຕັດສິນລົງໂທດ
ເລີ່ມເປີດຮັບສະຫມັກແຕ່ວັນທີ 8 ເຖິງ 12 ສິງຫາ 2005, ວັນສອບສຳພາດ
ວັນທີ 16-08-2005 ເວລາ: 8:30 ໂມງ ທີ່ຫ້ອງປະຊຸມ ທະບວງການປົກຄອງ
ແລະ ຄຸ້ມຄອງລັດຖະກອນ (ສຳນັກງານນາຍົກລັດຖະມົນຕີ) ທ່ານໃດສົນໃຈ ເຊີນຍື່ນໃບສະຫມັກໄດ້ທີ່
ພະແນກບໍລິຫານ-ການເງິນ, ທະບວງການປົກຄອງ ແລະ ຄຸ້ມຄອງລັດຖະກອນ (ສຳນັກງານນາຍົກລັດຖະມົນຕີ)
ຖະຫນົນນາໄຮ່ດຽວ ໂທ: 021 212545 ແຟັກ: 021 213649
* ຄັດຈາກ:
ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ 04-08-2005 |