|
ປະກາດຮັບສະໝັກ
ວິທະຍາໄລ ຮັງທ່າວ,
ຕ້ອງການອາຈານສອນດັ່ງນີ້:
1. ອາຈານສອນ ເສດຖະສາດ ແລະ
ການບໍລິຫານ 3 ຕຳແໜ່ງ
2. ອາຈານສອນ ພາສາອັງກິດ 2 ຕຳແໜ່ງ
3. ອາຈານສອນ ເລກ ແລະ ຄອມພິວເຕີ 1 ຕຳແໜ່ງ
4. ຜູ້ຊ່ວຍວຽກຜູ້ອຳນວຍການ 1 ຕຳແໜ່ງ
* ເງື່ອນໄຂ:
- ຕ້ອງຈົບປະລິນຍາຕີ ໃນສາຂາວິຊາທີ່ກ່ຽວຂ້ອງດັ່ງກ່າວ
- ຕ້ອງມີຄວາມຮູ້ໃນດ້ານຄອມພິວເຕີ ໃນລະດັບທີ່ໃຊ້ໄດ້
- ມີປະສົບການໃນການສິດສອນ ແລະ ເປັນຄົນທ້ອງຖິ່ນ ແມ່ນພິຈາລະນາເປັນພິເສດ
- ຕຳແໜ່ງ 4 ແມ່ນຜູ້ສະໝັກຕ້ອງມີປະສົບການຢ່າງໜ້ອຍ 2 ປີ
* ໝາຍເຫດ:
ຮຽນຈົບສອງສາຂາວິຊາ ແມ່ນຈະໄດ້ຮັບເງິນເພີ່ມ
* ເງິນເດືອນ ແລະ ສະຫວັດດີການ
- ເງິນເດືອນ ແລະ ມີສະຫວັດດີການດີ
- ມີຫໍພັກໃຫ້ອາຈານສອນທີ່ຕ້ອງການພັກຢູ່ວິທະຍາໄລ
* ເອກະສານ:
- ໃບຄຳຮ້ອງຂຽນດ້ວຍມື
- ຊີວະປະຫວັດຫຍໍ້
- ໃບຢັ້ງຢືນການສຶກສາ
- ໃບແຈ້ງໂທດ
- ສຳເນົາບັດປະຈຳຕົວ ຫລື ປື້ມສຳມະໂນຄົວ ແລະ ໃບຜ່ານງານ (ຖ້າມີ)
ປິດຮັບສະໝັກ 7/09/2007,
ສົນໃຈຕິດຕໍ່ທີ່ຫ້ອງການວິທະຍາໄລ ຮັງທ່າວ, ຕັ້ງຢູ່ບ້ານສີເມືອງ,
ຖະໜົນອານຸສາວະລີ, ເມືອງ ແລະ ແຂວງໄຊຍະບູລີ ຫລື ໂທ: 030 5180255,
020 5404094 *
ຄັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 15/8/2207 |