ປະກາດຮັບສະໝັກ

ອົງການຫ່ວງໄຍ ຮ່ວມໃຈພັດທະນາ (CRWRC-Laos) ເຮັດວຽກກ່ຽວກັບການພັດທະນາຊົນນະບົດຮອບດ້ານ ຢູ່ເຂດຫ່າງໄກສອກຫຼີກ ຂອງແຂວງຜົ້ງສາລີ ແລະ ແຂວງຊຽງຂວາງ ຕ້ອງການເພື່ອນຮ່ວມງານດັ່ງນີ້:

1. ຫົວໜ້າທິມງານສຶກສາ 1 ຕຳແໜ່ງ
2. ຜູ້ຊ່ວຍວຽກໂຄງການດ້ານສາທາລະນະສຸກ ແລະ ໂພຊະນາການ 2 ຕຳແໜ່ງ
3. ຜູ້ຊ່ວຍວຽກໂຄງການດ້ານການກໍ່ສ້າງ 2 ຕຳແໜ່ງ

+ ເງື່ອນໄຂສຳລັບການສະໝັກ ທັງສອງຕຳແໜ່ງມີດັ່ງນີ້:
- ຮຽນຈົບສາຂາວິຊາທີ່ກ່ຽວຂ້ອງ ຊັ້ນກາງຂື້ນໄປ
- ມີຄວາມຕັ້ງໃຈຢາກເຮັດວຽກນຳຊຸມຊົນ
- ຖ້າມີປະສົບການໃນການເຮັດວຽກພັດທະນາ ຈະຮັບພິຈາລະນາເປັນພິເສດ
- ມັກເຮັດວຽກພັດທະນາຢູ່ເຂດຫ່າງໄກສອກຫຼີກ ແລະ ສາມາດຍ່າງໄກໄດ້
- ມີຄວາມຮູ້ດ້ານຄອມພິວເຕີຂັ້ນພື້ນຖານ (Word, Excel).
- ສຳລັບຕຳແໜ່ງ ທີ 1 ຕ້ອງມີຄວາມຮູ້ດ້ານພາສາອັງກິດ ສາມາດຂຽນບົດລາຍງານໄດ້

+ ສະຖານທີ່:
- ຕຳແໜ່ງທີ 1 ແລະ 3 ແມ່ນໄປປະຈຳຢູ່ເມືອງໃໝ່ ແຂວງຜົ້ງສາລີ
- ຕຳແໜ່ງທີ 2 ແມ່ນໄປປະຈຳຢູ່ ແຂວງຊຽງຂວາງ 1 ຕຳແໜ່ງ ແລະ ຜົ້ງສາລີ 1 ຕຳແໜ່ງ.

ຜູ້ທີ່ສົນໃຈ: ສາມາດສົ່ງໃບຄຳຮ້ອງຂໍສະໝັກງານ, ໃບຊີວະປະຫວັດ, ໃບປະກາສະນີຍະບັດ, ແລະ ໃບຢັ້ງຢືນການເຝິກອົບຮົມຕ່າງໆ ໄປທີ່ຫ້ອງການຢູ່ວຽງຈັນ ທີ່ບ້ານວັດນາກ, 175/15 ຖະໜົນ ລາວ-ໄທ, ໂທ: 021-313071, 020 5622824, ແຟັກ: 021 313945 ອິເມລ: crwrclao@gmail.com,  ປິດຮັບສະໝັກວັນທີ:​ 16/02/2010

* ຄັດຈາກ:​ ໜັງສືພິມວຽງຈັນໃໝ່, ສະບັບວັນທີ 25-01-2010

ຕິດຕໍ່ລົງປະກາດຮັບສະໝັກໂທມາໄດ້ທີ່ 021 263 563, Fax: 263 564,
E-mail:
marketing@mahasan.com

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564