|
ປະກາດຮັບສະໝັກ
ບໍລິສັດ
ອັກຄະຣະ ຈຳກັດ ຕົວແທນຈຳໜ່າຍ ຜະລິດຕະພັນ ຄອນເກດ-ປາມໂອລິຟ ໃນ ສປປ
ລາວ ແຕ່ພຽງຜູ້ດ່ຽວ ຕ້ອງການພະນັກງານດັ່ງນີ້:
1. ພະນັກງານຂາຍ (ດ່ວນ) ຊາຍ-ຍິງ 3 ຕຳແໜ່ງ ຄຸນສົມບັດ ດຸໝັ່ນ,
ຊື່ສັດ, ອົດທົນ ມີບຸກຄະລິກກະພາບດີ ແລະ ມະນຸດສຳພັນດີ,
ຮັກໃນການຂາຍ ມີຄ່າຄອມມີຊັນໃຫ້ພ້ອມ
2. ພະນັກງານຂັບລົດ (ຊາຍ) 2 ຕຳແໜ່ງ, ຕ້ອງມີປະສົບການຂັບລົດ
ຢ່າງໜ້ອຍ 2 ປີ, ມີໃບຂັບຂີ່, ຮູ້ຈັກເສັ້ນທາງໃນວຽງຈັນດີ
3. ພະນັກງານສາງ (ຊາຍ) 1 ຕຳແໜ່ງ, ສຸຂະພາບແຂງແຮງ, ມີຄວາມອົດທົນ,
ດຸໝັ່ນ ແລະ ຊື່ສັດ
- ຖ້າຂັບລົດເປັນ ຈະພິຈາລະນາເປັນພິເສດ
4. ພະນັກງານຫ້ອງການ (ຍິງ) 4 ຕຳແໜ່ງ, ຈົບຊັ້ນກາງຂື້ນໄປ,
ຕ້ອງເກັ່ງຄອມພິວເຕີ, ພາສາອັງກິດພໍໃຊ້ໄດ້
5. ແມ່ເຮືອນ 1 ຕຳແໜ່ງ ຕ້ອງມີຄວາມດຸໝັ່ນ, ອົດທົນ, ຊື່ສັດ
6. ພະນັກງານຈັດລຽງສິນຄ້າ ມີລົດທຽວເປັນຂອງຕົນເອງ,
ຕ້ອງມີຄວາມຄິດສ້າງສັນດີ, ມີມະນຸດສຳພັນດີ, ມັກພົບປະຜູ້ຄົນ
7. ພະນັກງານຮັກສາຄວາມປອດໄພ (ຊາຍ) 2 ຕຳແໜ່ງ, ສຸຂະພາບແຂງແຮງດີ,
ມີຄວາມຊື່ສັດ ອາຍຸລະຫວ່າງ 30-45 ປີ ລາຍໄດ້ດີ, ສະຫວັດດີການດີ,
ສຳລັບພະນັກງານຂາຍ, ມີເງິນຄອມມິຊັນໃຫ້ພ້ອມ
* ເອກະສານປະກອບ:
ຊີວະປະຫວັດ, ຮູບຖ່າຍ 3x4 ໃບ, ໃບຢັ້ງຢືນທີ່ຢູ່, (ບໍ່ເກີນ 3 ເດືອນ)
ບັດປະຈຳຕົວ ແລະ ສຳເນົາສຳມະໂນຄົວ, ໃບແຈ້ງໂທດ ເລກທີ 3 (ບໍ່ເກີນ 3
ເດືອນ) ໃບຢັ້ງຢືນຮັບປະກັນ (ບໍ່ເກີນ 3 ເດືອນ) ໃບຢັ້ງຢືນການສຶກສາ,
ໃບຜ່ານງານ (ຖ້າມີ) ໃບຂັບຂີ່, ໃບກວດສຸຂະພາບ (ບໍ່ເກີນ 3 ເດືອນ)
ທຸກໆຕຳແໜ່ງຕ້ອງມີຫລັກຊັບຄ້ຳປະກັນ ແລະ ຖ້າມີປະສົບການ
ຈະຖືກພິຈາລະນາເປັນພິເສດ.
ສົນໃຈຕິດຕໍ່ດ້ວຍຕົນເອງ: ຕັ້ງຢູ່ບ້ານດົງປ່າແຫລບ, ໜ່ວຍ 2
ຖະໜົນດົງປ່າແຫລບ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ໂທ: 021
540122, 251775 *
ຄັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 04-06-2007 |