ປະກາດຮັບສະໝັກ

ລັດວິສາຫະກິດ ໂທລະຄົມລາວ (ETL) ມີຄວາມຕ້ອງການສະໝັກພະນັກງານ ຈຳນວນ 3 ຕຳແໜ່ງ ດັ່ງນີ້:
+ ເງື່ອນໄຂ:
- ເພດຊາຍ
- ວຸດທິການສຶກສາຈົບຊັ້ນສູງ ຫລື ປະລິນຍາຕີ ວິຊາໂທລະຄົມ, ຈົບຈາກພາຍໃນ ຫລື ຕ່າງປະເທດ
- ມີຄວາມຮູ້ດ້ານການຂຽນ Programmer ເຊັ່ນ ພາສາ C++, Java, VB ຫລື ຮູ້ຂຽນໂປຣແກຣມອື່ນໆ
- ລະດັບພາສາອັງກິດ (ອ່ານ, ຂຽນ, ເວົ້າ)​ ໄດ້ດີ
- ສາມາດໄປປະຈຳການທີ່ສູນກາງຫລັກ 21 ບ້ານໂຄກສີວິໄລ, ເມືອງໄຊທານີ,​ ນະຄອນຫລວງວຽງຈັນ
- ຖ້າມີປະສົບການເຮັດວຽກດ້ານໂທລະຄົມ ແລະ Computer ມາກ່ອນ ຈະຮັບພິຈາລະນາເປັນພິເສດ
- ອາຍຸ 25-30 ປີ ມີສຸຂະພາບແຂງແຮງດີ, ມີມະນຸດສຳພັນດີ, ສາມາດເຮັດວຽກນອກເວລາ ແລະ ນອກສະຖານທີ່ໄດ້.
- ສາມາດກຸ້ມຕົນເອງທາງດ້ານທີ່ພັກອາໄສ ແລະ ພາຫະນະທຽວການ.

ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນໄດ້ທີ່ ພາກສ່ວນຈັດຕັ້ງ, ລັດວິສາຫະກິດໂທລະຄົມລາວ (ETL) ສຳນັກງານໃຫຍ່ຕັ້ງຢູ່ ບ້ານສາຍລົມ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ໂທລະສັບ 021-260005 ຕາມວັນເວລາລັດຖະການ, ເລີ່ມຮັບສະໝັກນັບແຕ່ວັນທີ 6-14/12/2007

* ໝາຍເຫດ:
- ຜູ້ສະໝັກຕ້ອງໄດ້ຜ່ານຂັ້ນຕອນສອບເສັງ-ສຳພາດ-ຄັດເລືອກ ຈາກ ລທລ.
- ສ່ວນວັນເວລາສອບເສັງ-ສຳພາດ ຈະແຈ້ງໃຫ້ຊາບຕາມພາຍຫລັງ

* ຄັດຈາກ: ໜັງສືພິມວຽງຈັນໃຫມ່, ສະບັບວັນທີ 03-12-2007

ຕິດຕໍ່ລົງປະກາດຮັບສະໝັກໂທມາທີ່ 021 263 563, Fax: 263 564,
E-mail:
marketing@mahasan.com

2003-2008 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4