|
ວັນທີ 15-10-2006: ສະໂມສອນ ເທັນນິສ ວຽງຈັນ
ໄດ້ຖືກຮັບເຊີນໄປແຂ່ງຂັນເທັນນິສ
ຮ່ວມກັບແຂກຮັບເຊີນ ຈາກ ເມືອງສຸລິນ, ແຂວງ
ອຸບົນຣາຊທານີ ປະເທດໄທ, ແຂ່ງຂັນທີ່
ສະໂມສອນປາກເຊ, ແຂວງຈຳປາສັກ ທາງລາວນຳທີມ
ໂດຍ ທ່ານ ພູຂົງ ເລຂາທິການ ເທັນນິສສະຫະພັນແຫ່ງຊາດ
ພ້ອມດ້ວຍຄະນະ 5 ທ່ານ
ລົງໄປຮ່ວມການແຂ່ງຂັນກັນ ເພື່ອປະສານຄວາມສຳພັນມິດໄມຕີລະຫວ່າງສອງສະໂມສອນ
ລາວ-ໄທ. ພ້ອມດຽວກັນນັ້ນ ໃນວັນເສົາ ທ່ານ
ບຸນລ້ຽງ ຫົວຫນ້າສະໂມສອນ ເທັນນິສປາກເຊ
ກໍຮັບຕ້ອນດ້ວຍຄວາມເປັນກັນເອງສ້າງຄວາມອົບອຸ່ນໃຫ້ແກ່
ຄະນະສະໂມສອນ ເທັນນິສ ວຽງຈັນ ແລະ
ສະໂມສອນເທັນນິສ ຈາກ ປະເທດໄທ ເປັນຢ່າງດີ.
ການແຂ່ງຂັນກໍຜ່ານໄປດ້ວຍບັນຍາກາດອັນດີງາມ ເພື່ອສ້າງຄວາມຮັກແພງສາມະຄີລະຫວ່າງເມືອງ
ປາກເຊ, ວຽງຈັນ ແລະ ເມືອງ ສຸລິນ, ແຂວງ
ອຸບົນຣາຊທານີ ປະເທດໄທ.
*
ໂດຍ: ສະໂມສອນ ເທັນນິສ ວຽງຈັນ, ສະບັບວັນທີ
15-10-2006 |