ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 :: ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 :: ສຸຂະພາບທົ່ວໄປ
 

 

 
ໃນການເລືອກຊື້ໄມ້ເທນນິສິ່ງທີ່ຄວນຄຳນຶງ ເພື່ອປະກອບໃນຕັດສິນໃຈໃຫ້ເຫມາະສົມສຳຫລັບຜູ້ຫລີ້ນ ເຮົາ
ຕ້ອງຄຳນຶງເຖິງອົງປະກອບຫລາຍໆຢ່າງ ເຊັ່ນ: ໂຄງສ້າງຂອງໄມ້ເທນນິສ ຄວາມສາມາດໃນການຫລີ້ນ, ອາຍຸ, ຂະຫນາດຂອງດ້າມຈັບ (Grip) ຂະຫນາດຂອງຫນ້າໄມ້, ຂະຫນາດຂອງຄວາມບາງຂອງໄມ້, ເພາະ
ສິ່ງເຫລົ່ານີ້ຈະມີຂໍ້ແຕກຕ່າງກັນ ສຳຫລັບມືໃຫມ່ທີ່ຮຽນຕີ ແລະ ຄົນທີ່ຊຳນານແລ້ວເຖິງຈະເປັນເລື່ອງເລັກ
ນ້ອຍ ແຕ່ກໍ່ເປັນເລື່ອງສຳຄັນ ເຮົາລອງມາເບິ່ງວ່າມັນຈະມີຫຍັງແນ່?
ວັດສະດຸທີ່ນຳມາເຮັດໄມ້ເທັນນິດ
 
1. ກຣາໄຟ້ທ໌ 100% ຈະໃຫ້ນ້ຳຫນັກເບົາ, ແຂງ, ທົນທານ, ຫົດຢືດໄດ້ດີ, ເຮັດໃຫ້ຄວບຄຸມລູກໄດ້ງ່າຍ ເຫມາະສຳຫລັບ ຜູ້ທີ່ຫລີ້ນໄດ້ດີ ແລະ ຊຳນານແລ້ວ
2. ກຣາໄຟ້ທ໌ປະສົມ (Composite) ຈະມີນ້ຳຫນັກຫລາຍກວ່າ ແບບທຳອິດ ທັງແຂງທົນທານ, ເຫມາະສຳຫລັບ ຜູ້ທີ່ຫລີ້ນເທນນິສເພື່ອການອອກກຳລັງ
ກາຍ, ສ້າງຄວາມມ່ວນຊື່ນກັບຫມູ່ຄູ່ ຫລື ມືໃຫມ່ຮຽນຕີ
3. ອະລູມິນຽມ ຈະມີນ້ຳຫນັກເບົາ ໃຫ້ຄວາມແຂງ, ທົນ
ທານ ເຖິງຈະຖືກພື້ນເດີນ, ເຫມາະສຳຫລັບເດັກນ້ອຍທີ່ກຳ
ລັງຮຽນຫລິ້ນໃຫມ່
 
ຂະໜາດຂອງໄມ້ແລະກີບ
ການເລືອກຂະຫນາດຂອງໄມ້ ແລະ ກຣິບ ທີ່ເຫມາະສົມນັ້ນກໍ່ເປັນສ່ວນສຳຄັນທີ່ຈະຊ່ວຍ ກ່ຽວກັບການຕີ, ການຄວບຄຸມລູກ ລວມທັງຊ່ວຍໃນການເສິບ ທີ່ຕ້ອງຄຳນຶງກ່ຽວກັບຂະຫນາດຂອງໄມ້ ແລະ ກຣິບ ທີ່ສຳຄັນ ຄື:
ຂະຫນາດຂອງກຣິບ (GRIP)
ການເລືອກຂະຫນາດກຣິບທີ່ເຫມາະສົມ ຄວນເລືອກໃຊ້ໃຫ້ຊຳກັບມືຂອງແຕ່ລະຄົນ, ຂະຫນາດຂອງດ້າມ
ແຣ໊ກເກ໊ດ ມີລັກສະນະແປດຫລ່ຽມ, ຖ້ານ້ອຍຈະເຮັດໃຫ້ແຣ໊ກເກ໊ດມື່ນລຸດມືໄດ້ງ່າຍ ຖ້າແຣ໊ກເກ໊ດໃຫຍ່ຈະ
ຈັບບໍ່ແຫນ້ນ, ວິທີເລືອກຂະຫນາດຂອງດ້າມແຣ໊ກເກ໊ດ ທີ່ເຫມາະສົມຄື: ເມື່ອເອົາມືຈັບຮອຍດ້າມ ນິ້ວໂປ້ຈະ
ໄປແປະເທິງນິ້ວກາງ ລະຫວ່າງນິ້ວນາງກັບນິ້ວກ້ອຍ ໃຫ້ຫ່າງປະມານ 1-2 ຊມ. ຊຶ່ງເປັນຄວາມຖະນັດຂອງ
ແຕ່ລະຄົນ.
ກຣິບມີ 3 ຂະຫນາດ:
1. ກຣິບຂະຫນາດນ້ອຍ 41/4 ນິ້ວ
2. ກຣິບຂະຫນາດກາງ 43/8 ນິ້ວ
3. ກຣິບຂະຫນາດໃຫຍ່ 4 ນິ້ວ
ຂະຫນາດຂອງຫນ້າໄມ້ (Frame)
ຫນ້າໄມ້ ຫລື ເຟຣມມີຂະຫນາດຕັ້ງແຕ່ 95-120 ມມ.-ນິ້ວຂະຫນາດ 90-95 ມມ-ນິ້ວ Mid size (ຂະຫນາດຫນ້າໄມ້ນ້ອຍ), ຄົນຫລິ້ນຈະຕ້ອງມີຄວາມຊຳນານ ໃນການຫລີ້ນເພາະຫນ້າໄມ້ນ້ອຍ ຈະຕ້ອງ
ສາມາດຄວບຄຸມລູກໃຫ້ຕຳກັບຫນ້າໄມ້ ໂດຍຖືກຈຸດ ຂະຫນາດ 110-120 ມມ-ນິ້ວ Oversize (ຫນ້າໄມ້ໃຫຍ່) ຈະມີເນື້ອທີ່ກວ້າງ ໂອກາດທີ່ລູກເທັນນິສຈະກະທົບກັບຫນ້າໄມ້ຈະມີຫລາຍກວ່າ
ຂະຫນາດຄວາມຍາວຂອງໄມ້
ຄວາມຍາວຂອງໄມ້ ຕາມມາດຕະຖານຂອງໄມ້ເທນນິສຄື: 27" ຖ້າຫາກໄມ້ຍາວຫລາຍຈະຖືເປັນຄວາມຍາວ
ແບບ Superlong ຂໍ້ດີຂອງໄມ້ເທນນິສທີ່ຍາວກວ່າມາດຕະຖານກໍ່ຄືຈະໃຫ້ພະລັງໃນການຕີຫລາຍກວ່າການ
ເສິບຈະເຮັດໄດ້ງ່າຍຂື້ນ ແຕ່ຂໍ້ເສຍ ອາດຈະຄວບຄຸມລູກໄດ້ຍາກກວ່າຄວາມຍາວຂອງໄມ້ແບບມາດຕະຖານ
ກ່ຽວກັບຕົວຜູ້ຫລິ້ນ  
* ຄວາມສາມາດໃນການຫລີ້ນເທນນິສ
 ສາມາດພິຈາລະນາໄດ້ຈາກຄວາມສົນໃຈ ຫລືຈຸດປະສົງ
ໃນການຫລີ້ນເທນນິສຂອງໂຕເຮົາເອງ ຫາກມີຄວາມຕັ້ງ
ໃຈ, ມີຄວາມຮູ້, ຄວາມເຂົ້າໃຈ ແລະ ຮັກໃນກິລາເທນນິສ ແລະ ຕ້ອງການພັດທະນາສີມືໃຫ້ດີຂື້ນ ການເລືອກໄມ້ ອາດຈະພິຈາລະນາຈາກໂຄງສ້າງ, ໄມ້ກຣາໄຟ້ທ໌, ຂະ
ຫນາດຂອງຫນ້າໄມ້ຕັ້ງແຕ່ 90-95 ມມ-ນິ້ວ ຄວາມຍາວ
ມາດຕະຖານ ຫລື ຍາວກວ່າມາດຖານ ຫນ້ອຍຫນື່ງ
ໃນກໍລະນີທີ່ທ່ານສົນໃຈກິລາເທນນິສ ເພາະຕ້ອງການຈະຫລີ້ນເທນນິສກັບຫົວຫນ້າ ແລະ ຫມູ່ເພື່ອນ ຫລື ເປັນການອອກກຳລັງກາຍ ຂໍແນະນຳວ່າໄມ້ເທນນິສ ທີ່ມີນ້ຳຫນັກຫລາຍກວ່າປົກກະຕິ ຊຶ່ງຈະເປັນຈຳພວກ
ກຣາໄຟທ໌ປະສົມ ຫລື ໄມ້ອະລູມິນຽມ ຈະເຫມາະກັບການຫລີ້ນຫລາຍກວ່າ ເພາະຈະຄວບຄຸມລູກໄດ້ງ່າຍ
ກວ່າ
ອາຍຸຂອງຄົນຫລີ້ນ: ກໍ່ເປັນອີກປັດໄຈຫນື່ງທີ່ຄວນພິຈາລະນາໃນແຕ່ລະວັຍ ຈະມີຄວາມເຫມາະສົມທີ່
ແຕກຕ່າງກັນໄປ ເພາະຄົນທີ່ຝຶກຫລີ້ນໃຫມ່ທີ່ເປັນເດັກນ້ອຍ ກໍ່ບໍ່ສາມາດຈະໃຊ້ໄມ້ເທນນິສຂອງຜູ້ໃຫຍ່ໄດ້ ການເລືອກໄມ້ເທນນິສເຮົາຕ້ອງພິຈາລະນາ ຈາກອາຍຸເປັນເກນ ໂດຍແບ່ງອອກໄດ້ຄື:
Junior ຂະຫນາດຄວາມຍາວ 25 ຊມ ສຳຫລັບເດັກນ້ອຍອາຍຸ 7-10 ປີ
Cadet ຂະຫນາດຄວາມຍາວ 23 ຊມ ສຳຫລັບເດັກນ້ອຍອາຍຸ 5-8 ປີ
Mini ຂະຫນາດຄວາມຍາວ 21 ຊມ ສຳຫລັບເດັກນ້ອຍອາຍຸ 4-6 ປີ
  ສ່ວນຜູ້ໃຫຍ່ ລວມທັງເດັກນ້ອຍທີ່ມີອາຍຸກາຍ 10 ປີ, ກໍ່ສາມາດໃຫ້ໃຊ້ໄມ້ໃນຂະຫນາດປົກກະຕິໄດ້ ເພາະຈະເກີດຄວາມຊິນເຄີຍ ແລະ ຄວາມຊຳນານໄດ້ດີຍິ່ງຂື້ນ.
   ເລື່ອງນີ້ຖ້າເລືອກດີແລ້ວ ກໍ່ຍັງມີອິກສິ່ງຫນື່ງທີ່ສຳຄັນຄືຕ້ອງຫມັ່ນຝຶກຊ້ອມ ຫລື ຕີເລື້ອຍໆ ເພື່ອໃຫ້
ເກີດຄວາມຊຳນານ ແລະ ພັດທະນາຝີມືຂອງຕົນເອງ ເພາະຄົງບໍ່ມີໃຜດອກທີ່ເກັ່ງມາແຕ່ເກີດ ສະນັ້ນຕ້ອງ
ຫມັ່ນພະຍາຍາມເຂົ້າໄວ້ ເຮົາອາດເປັນຫນື່ງໃນນັກເທນນິສທີ່ສາມາດທຽບເທົ່າກັບລະດັບສາກົນໄດ້...! ຄວາມພະຍາຍາມຢູ່ບ່ອນໃດ ຄວາມສຳເລັດຢູ່ບ່ອນນັ້ນ...!

 
 

2003-2006 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563