ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 ::
ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 
:: ສຸຂະພາບທົ່ວໄປ
 

Click for Vientiane, Lao Peoples Republic Forecast

 

 
 
 
ມະຫາສານ>>
ການແຂ່ງຂັນ ກິລາດອກປິກໄກ່ ເພື່ອຄັດເລືອກເປັນທິມຊາດ

 ສະຫະພັນກິລາດອກປິກໄກ່ແຫ່ງຊາດ ໄດ້ຈັດຕັ້ງການແຂ່ງຂັນ ກິລາດອກປິກໄກ່ ທົ່ວປະເທດ ຄັ້ງທີ VII ເພື່ອຄັດເລືອກທິມຊາດ ຂື້ນໃນວັນທີ 10-13 ພຶດສະພາ 2007 ທີ່ຜ່ານມາ ທີ່ ເດີ່ນດອກປິກໄກ່ສະໂມສອນ ກະຊວງປ້ອງກັນຄວາມສະຫງົບ, ນະຄອນຫລວງວຽງຈັນ ຊຶ່ງຖືວ່າເປັນຄັ້ງທຳອິດ ຫລື ຄັ້ງປະຫວັດສາດ ຂອງສະຫະພັນກິລາດອກປິກໄກ່ແຫ່ງຊາດ ໂດຍການອຸປະຖຳຂອງບໍລິສັດດາວເຮືອງ ຂາອອກ-ຂາເຂົ້າ ຈຳກັດ. ໃນການແຂ່ງຂັນດັ່ງກ່າວ ໄດ້ມີຕົວແທນນັກກິລາທົ່ວປະເທດ ເຂົ້າຮ່ວມທັງໝົດ 118 ຄົນ, ຍິງ 38 ຄົນ, ຊາຍ 80 ຄົນ, ໃນນັ້ນ ມີ 5 ແຂວງ ແລະ 6 ສະໂມສອນ ໃນນະຄອນຫລວງວຽງຈັນ ເຂົ້າຮ່ວມ ຊຶ່ງໃຊ້ເວລາແຂ່ງຂັນ 4 ວັນ ໃນຈຳນວນ 80 ນັດແຂ່ງຂັນ.

ຈຸດປະສົງ: ການແຂ່ງຂັນໃນຄັ້ງນີ້ ແມ່ນແນ່ໃສ່ຄັດເລືອກນັກກິລາທີ່ດີເດັ່ນ ປະກອບເຂົ້າເປັນທິມຊາດລາວ ເພື່ອກະກຽມໃຫ້ແກ່ການເຂົ້າຮ່ວມການແຂ່ງຂັນກິລາ ຊີເກມ ຄັ້ງທີ 24 ທີ່ປະເທດໄທ ທີ່ຈະໄດ້ຈັດຂື້ນໃນວັນທີ 6-15 ທັນວາ 2007 ນີ້. ດ້ານໜື່ງ, ແມ່ນເປັນນິມິດໝາຍໃນການນຳໃຊ້ກະຕິກາແບບໃໝ່ເຂົ້າໃນວົງການເຄື່ອນໄຫວກິລາດອກປິກໄກ່ໃຫ້ເປັນເອກະພາບຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ. ນອກນັ້ນ ຍັງເປັນການກະກຽມເພື່ອຮອງຮັບ ການເປັນເຈົ້າພາບ ຈັດການແຂ່ງຂັນກິລາ ຊີເກມ ຄັ້ງທີ 25 ໃນປີ 2009 ແລະ ທັງເປັນການຍົກລະດັບ ສະມັດຕະພາບ ຂອງນັກກິລາດອກປິກໄກ່ ໃຫ້ທຽບທັນກັບສາກົນເທື່ອລະກ້າວ.

ຜົນການແຂ່ງຂັນ ມີດັ່ງນີ້:

1./ ປະເພດດ່ຽວຊາຍ:
- ຊະນະເລີດ, ທ້າວ ຈັນທະລາດ ທີລາວັນ, ສະໂມສອນ ຫລັກ 7
- ຮອງຊະນະເລີດ, ທ້າວ ວິລະຈິດ ເລັ່ງສະຫວັດ, ສະຫວັນນະເຂດ
- ຮອງອັນດັບສອງ, ທ້າວ ພູແສງ ບົວລະວົງ, ສະໂມສອນ ປກສ.

2/. ປະເພດຍິງດ່ຽວ
- ຊະນະເລີດ, ນາງ ສຸດໃຈ ໄຊຊະນະ, ບໍລິຄຳໄຊ
- ຮອງຊະນະເລີດ, ນາງ ມະນີວອນ ເມິງຈະເລີນ, ສະໂມສອນ ປກສ.
- ຮອງອັນດັບສອງ, ນາງ ອາພາພອນ ພະສິນ, ສະໂມສອນ ລາວ-ຫວຽດນາມ

3/. ປະເພດຊາຍຄູ່:
- ຊະນະເລີດ, ທ້າວ ໂຍທິນ ລາດສະວົງ + ທ້າວ ເອກກະໄຊ ເມິງຈະເລີນ, ສະໂມສອນ ປກສ.
- ຮອງຊະນະເລີດ, ທ້າວ ຈັນທະລາວ ທີລາວັນ + ທ້າວ ອັງລີ ພຸດທະແກ້ວ, ສະໂມສອນ ຫລັກ 7
- ຮອງອັນດັບສອງ, ທ້າວ ວັນປະສິດ ພິລາວັນ + ທ້າວ ພະກອນຄຳ ຟອງມະລິແສງ, ສ/ມ KT

4/. ປະເພດຍິງຄູ່:
- ຊະນະເລີດ, ນາງ ສຸດໃຈ ໄຊຊະນະ + ນາງ ບຸບຜາເກສອນ ລໍມະນີ, ບໍລິຄຳໄຊ
- ຮອງຊະນະເລີດ, ນາງ ມະນີວອນ ເມິງຈະເລີນ + ນາງ ພອນພັນ ວັດທະນະວົງ, ສ/ມ ປກສ.
- ຮອງອັນດັບສອງ, ນາງ ອາພາພອນ ພະສິນ + ນາງ ພຸດທະສອນ ດວງປະເສີດ, ລາວ-ຫວຽດນາມ

5/. ປະເພດ ຄູ່ປະສົມ:
- ຊະນະເລີດ, ທ້າວ ໂຍທິນ ລາດສະວົງ + ນາງ ພອນພັນ ວັດທະນະວົງ, ສະໂມສອນ ປກສ.
- ຮອງຊະນະເລີດ, ທ້າວ ເອກກະໄຊ ເມິງຈະເລີນ + ນາງ ມະນີວອນ ເມິງຈະເລີນ, ສະໂມສອນ ປກສ.
- ຮອງອັນດັບສອງ, ທ້າວ ສະຖຽນ ມວນວົງສາ + ນາງ ອາພາພອນ ພະສິນ, ສະໂມສອນ ລາວ-ຫວຽດນາມ

* ຄັດຈາກ: ສະໂມສອນເດີ່ນດອກປິກໄກ່ (ກະຊວງປ້ອງກັນຄວາມສະຫງົບ), ສະບັບວັນທີ 01-06-2007

 
 

2003-2006 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563-4