|
ເພື່ອເປັນການແລກປ່ຽນສີໄມ້ລາຍມື ແລະ
ສ້າງຄວາມຮັກແພງສາມັກຄີກັນລະຫວ່າງ ສະໂມສອນ
"ເທັນນິດນະຄອນຫລວງວຽຈັນ ແລະ ສະໂມສອນ
ເທັນນິດມິດຕະພາບ" ໄດ້ເປິດການແຂ່ງຂັນກັນໃນວັນທີ
29/07/2009 ທີ່ຜ່ານມາ
ເຊິ່ງທທາງສະໂມສອນ
ເທັນນິດນະຄອນຫລງວຽງຈັນ ໄດ້ຮັບເຊີນຄະນະເທັນນິດສະໂມສອນເທັນນິດມິດຕະພາບ
ມາແຂ່ງຂັນຄູ່, ຜົນການແຂ່ງຂັນ
ປະກົດວ່າທາງສະໂມສອນ ເທັນນິດນະຄອນຫລວງວຽງຈັນຍັງມີເຕັກນິດເຫນືອກວ່າ
ສະໂມສອນມິດຕະພາບ, ໃນໂອກາດນີ້ກໍມີທ່ານທູດຝລັ່ງ
ທ່ານ Maurice PORTICHE, ທ່ານ ສົມພົງ
ມົງຄົນວິໄລ ປະທານສະຫະພັນເທັນນິດແຫ່ງຊາດ,
ທ່ານ ສົມພູ ຮອງປະທານຄະນະກຳມະການເທັນນິດ
ແຫ່ງຊາດ, ທ່ານ ພູຂົງ ເລຂາທິການກິລາແຫ່ງຊາດ,
ທ່ານ ຫຸມພອນ ຮອງສະຫະພັນເທັນນິດແຫ່ງຊາດ,
ທ່ານ ປະສິດ ປະທານສະໂມສອນເທັນນິດ ວຽງຈັນ,
ທ່ານ ສີສົມເພັດ ໄຊຍະລາດ
ຜູ້ຕ່າງຫນ້າສະໂມສອນເທັນນິດມິດຕະພາບ ແລະ
ພ້ອມສະມາຊິກທັງຫມົດກວ່າ 20 ທ່ານ ໄດ້ເຂົ້າຮ່ວມ
ເພື່ອສ້າງຄວາມສະຫມານສະມັກຄີລະຫວ່າງທັງສອງ
ສະໂມສອນດັ່ງກ່າວ
ຈຶ່ງເຮັດໃຫ້ການແຂ່ງຂັນມີຄວາມມ່ວນຊື່ນເປັນກັນເອງ
ແບບອ້າຍນ້ອງ.
ການແຂ່ງຂັນສະມັກຄີກໍຈົບໄປດ້ວຍຄວາມເບິກບານມ່ວນຊື່ນ
ຫລັງຈາກຈົບການແຂ່ງຂັນແລ້ວ
ທາງສະໂມສອນເທັນນິດວຽງຈັນ ໄດ້ຖືກຽດເຊີນບັນດາ
ນັກກິລາທີ່ແຂ່ງຂັນທັງຫມົດ ເຂົ້າຮ່ວມຮັບປະທານອາຫານຄ່ຳນຳກັນ
ທີ່ສະຫນາມກິລາເທັນນິດວຽງຈັນ ເພື່ອສ້າງມິດຕະພາບໃນຄວາມສາມັກຄີ
ເປັນກັນເອງ.
ແຂ່ງຂັນທັນນິສທີ່ ປາກເຊ>
*
ສະໂມສອນ: "ເທັນນິດນະຄອນຫລວງວຽງຈັນ-ມິດຕະພາບ"
ວັນທີ: 29-07-2006 |