ພາຍຫລັງການດຳເນີນການແຂ່ງຂັນເທັນນິດລາຍການ
ຟອດທົວ ນາເມັນ ຄັ້ງທີ 2 ມາແຕ່ວັນທີ 12
ມັງກອນ 2007 ມາຮອດວັນທີ 6 ກຸມພາ 2007
ທີ່ເດີ່ນກິລາເທັນນິດວຽງຈັນ
ກໍອັດການແຂ່ງຂັນດັ່ງກ່າວລົງຢ່າງເປັນທາງການ
ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມພົງ
ມົງຄົນວິໄລ ປະທານສະຫະພັນເທັນນິດແຫ່ງຊາດລາວ
ເຊິ່ງມີຜູ້ຈັດການໃຫຍ່ ລາວຟອດຊິຕີ້
ຫ້ອງການອ້ອມຂ້າງ ແລະ ຄະນະນັກກິລາເຂົ້າຮ່ວມ.
ຜົນການແຂ່ງຂັນປະກົດວ່າ: ຊະນະເລີດຊາຍດ່ຽວ ຂໍ ດາລິຍະ ສາຍດາລາ, ຮອງຊະນະເລີດ
ຂັນທະນູວຽງ ໄຊຍະບຸນທະວົງ, ຊະນະເລີດ
ຊາຍດ່ຽວ ຄໍ ສີສົມເພັດ ໄຊຍະລາດ,
ຮອງຊະນະເລີດ ກິ່ງມະໂນ ພົມມະຫາໄຊ,
ຊະນະເລີດຊາຍດ່ຽວອາວຸໂສ ພູທົງ ສຸລິນຊົມພູ,
ຮອງຊະນະເລີດ ຄູນໂມ ພອນສົມເດັດ,
ຊະນະເລີດຊາຍ ຄູ່ ຂໍ ພຸດທະວົງ ບຸນທົງວົງສາ
ລີ+ຈັກປະເສີດ ພອນປະເສີດ, ຮອງຊະນະເລີດ
ພູໂຂງ ນິຣະໄຊ+ສົມພອນ ສິມມາລາວົງ
ຊະນະເລີດຊາຍຄູ່ ຄໍ ສິນມະໂນລັກ
ສິນບັນດິດ+ແສງສຸລິວັນ, ຮອງຊະນະເລີດ ອາຄົມ
ຈັນທະວີສຸກ+ສີສົມເພັດ ໄຊຍະລາດ, ຊະນະເລີດ
ຊາຍຄູ່ອາວຸໂສ ພູທົງ ສຸລິນຊົມພູ+ຄຳເຫລືອງ
ສາຍດາລາ, ຮອງຊະນະເລີດ ພູໂຂງ ນິຣະໄຊ+ມໍຣິສ
ປັອກຕີ, ຊະນະເລີດຄູ່ປະສົມຍິງ-ຊາຍ ນາລີ
ພິມມະສອນ+ນິກອນ ອານຸວົງ, ຮອງຊະນະເລີດ ນິນີ່
ໂພຊະນາລັກ+ຄຳເຫລືອງ ສາຍດາລາ.
ສ່ວນປະເພດເຍົາວະຊົນ: ຊະນະເລີດຊາຍດ່ຽວ 10-12 ປີ ສັນຍາລັກ ໂພຊະນນາລັກ,
ຮອງຊະນະເລີດ ພອນຜາສຸກ ແກ້ວຜາຄູນ, ຊະນະເລີດ
ຊາຍດ່ຽວ 13-14 ປີ ອານັນດອນ ຄຳພູມີ,
ຮອງຊະນະເລີດ ສັນຍາລັກ ໂພຊະນະລັກ,
ຊະນະເລີດຊາຍດ່ຽວ 15-17 ປີ ວິທະຍາ ລາຊາວະດີ,
ຮອງຊະນະເລີດ ແສງເດືອນ ແກ້ວດາລາສຸກ,
ຊະນະເລີດຊາຍດ່ຽວ 18-25 ປີ ວິທະຍາ ລາຊາວະດີ,
ຮອງຊະນະເລີດ ດາລິຍະ ສາຍດາລາ.
*
ຄັດຈາກ: ຫນັງສືພິມວຽງຈັນໃຫມ່, ສະບັບວັນທີ
12-02-2007 |