Forecast in Vientiane
ພະຍາກອນອາກາດ ປະຈຳວັນທີ 6-07-2006
ແກນໃນ ຂອງລູກກອບກໍ່ມີຜົນຕໍ່ການຕີໄປໄດ້ໄກ ນັ້ນກໍ່ຍັງຂື້ນຢູ່ກັບວ່າ ທ່ານມີພື້ນຖານການຕີກອບທີ່ຖືກຕ້ອງຫລືບໍ່? ທັງວົງສະວິງ ການບິດເອວ ເພື່ອຊ່ວຍເປັນການເພິ່ມແຮງສົ່ງລູກ ດັ່ງນັ້ງ ຖ້າແກນໃນແຂງແລ້ວ ການຊຶມຊັບແຮງກະທົບກໍ່ຈະແຮງນ້ອຍ ຈຶ່ງສົ່ງຜົນໃຫ້ລູກກະເດັ່ນໄປໄດ້ໄກຫລາຍຂື້ນ ແລະ ຄວາມແຂງແຫນ້ນຫນາຂອງແກນໃນກະຍັງຂື້ນຢູ່ກັບຊະນິດຂອງວັດຖຸເຄມີ ທີ່ໃຊ້ເຮັດລວມທັງວິທີການພັນແກນໃນ ອີກນຳ ໃນປັດຈຸບັນ ບໍລິສັດຜະລິດລູກກອບ ມີເຕັກໂນໂລຊີ ທີ່ສາມາດສ້າງສັນລູກກອບ ທີ່ຕີໄດ້ໄກເຖິງ 300 ຫລາ, ຖ້າຕີໄດ້ແບບພໍເຫມາະພໍດີ ແຕ່ມີຂໍ້ຈຳກັດ ໂດຍທາງສະມາຄົມກອບຂອງສະຫະລັດ ໄດ້ອອກ ກົດຂໍ້ບັງຄັບໃຫ້ບໍລິດສັດຜູ້ຜະລິດລູກກອບທີ່ຕີໄດ້ໄກບໍ່ເກີນ 280 ຫລາ, ຊິ່ງມີການວັດກັນດ້ວຍເຄື່ອງຕີລູກກອບ ທີ່ມີຄວາມໄວ 160 ໄມຕໍ່ຊົ່ວໂມງ ເຮັດໃຫ້ບໍລິດສັດຜູ້ຜະລິດລ້ວນພະຍາຍາມສ້າງຈຸດເດັ່ນ ຂໍ້ອື່ນໃຫ້ກັບລູກກອບຂອງໂຕເອງ ເພື່ອສ້າງແຮງຈູງໃຈໃນການຊື້ ເຊັ່ນ: ຜະລິດລູກກອບຊະນິດແກນໃນນຸ້ມ ແລະ ຜິວຫຸ້ມນຸ້ມ ສົ່ງຜົນໃຫ້ມີການສະປິນທີ່ສູງຂື້ນ.. ສ່ວນຮອຍບຸ້ມ ຈາກຜິວລູກກອບ ມີອິດທິພົນຕໍ່ການຕີໄກຫລາຍ ເພາະເວລາທີ່ລູກກອບກຳລັງຫມູນ ຢູ່ນັ້ນ ຮອຍບຸ້ມຈະອາໄສອາກາດອ້ອມໆ ໂຕມັນ ເປັນແຮງດັນໃຫ້ຟົ້ງໄປໄດ້ໄກ ສະນັ້ນ ລູກກອບທີ່ມີຮອຍບຸ້ມໃຫຍ່ ແລະ ຕື້ນ ຈະມີວິທີທີ່ໄປໄດ້ໄກ ແລະ ບໍ່ໂດ່ງຫລາຍ ລູກກອບຜິວທີ່ລຽບຈະຕີໄດ້ໄກປະມານ 150 ຫລາ, ລວມທັງຍັງມີຂໍ້ເສຍອີກ ຄື: ການບໍມີແຮງຟົ້ງຂອງລູກກອບ ນັກຟິສິກ ໃຊ້ເວລາວິເຄາະດົນສົມຄວນ ເພື່ອຈະຄົ້ນຫາຮູບຊົງຂອງຮອຍບຸ້ມ ຊະນິດໃດ ທີ່ສາມາດເຮັດໃຫ້ລູກໄປໄກ ແຕ່ໂດ່ງນ້ອຍ ຊິ່ງບໍ່ດົນຫລາຍ ພວກເຂົາກໍ່ໄດ້ຂໍ້ສະຫລຸບວ່າ: ຄວນຈະມີຮອຍບຸ້ມນ້ອຍ ແລະ ມີແກນໃນແຂງຫນ້ອຍນື່ງ ແຕ່ກໍມີຂໍ້ຈຳກັດວ່າ: ຮອຍບຸ້ມນັ້ນຈະຕັ້ງຢູ່ບໍລິເວນເສັ້ນຜ່າໃຈກາງຂອງລູກ ບໍ່ໄດ້ ເນື່ອງຈາກຍັງບໍ່ມີເຄື່ອງຫລໍ່ຊະນິດໃດໆ ທີ່ສາມາດເຊື່ອມລູກກອບໃຫ້ມີຄວາມມົນກົມ ລວມທັງການເລັມເສດສ່ວນຂອງວັດຖຸທີ່ເຫລືອອອກໄດ້ຫມົດ ຈາກຮອຍບຸ້ມເຄິ່ງກາງ ຈົນເຖິງປັດຈຸບັນບໍລິສັດທີ່ຜະລິດລູກກອບ ກໍຍັງພະຍາຍາມຄິດແບບລວດລາຍຂອງຮອຍບຸ້ມທີ່ດີທີ່ສຸດອອກມາ ໄວໆ ນີ້. ຄຸນສົມບັດຂອງລູກກອບກໍ່ຍັງຂື້ນຢູ່ກັບວິທີການຜະລິດລູກກອບນຳ ຊຶ່ງຂັ້ນຕອນໃນການຜະລິດຂອງຫລາຍບໍລິສັດ ຍັງມີຮູບແບບການຜະລິດທີ່ແຕກຕ່າງກັນອອກໄປ ທາງດ້ານວັດຖຸດິບໃນການຜະລິດກໍ່ຍັງມີປັດໄຈທີ່ສຳຄັນຄືກັນ ຄຸນນະພາບຂອງລູກກອບທີ່ມີຢູ່ຫລາຍຍີ່ຫໍ້ ຕາມຕະຫລາດ ໃນປັດຈຸບັນນີ້ລ້ວນແຕ່ມີຄຸນສົມບັດທີ່ດີເດັ່ນແຕກຕ່າງກັນ ນັ້ນກໍ່ຂື້ນກັບວ່າທ່ານມັກແບບໃດ ແລະ ມີຄວາມຖະນັດໃນການຫລີ້ນແນວໃດ ເພາະໃນປັດຈຸບນລູກກອບທັງຈາກຄ້າຍນ້ອຍຄ້າຍໃຫຍ່ ຕ່າງໆ ລ້ວນມີການພັດທະນາຄຸນນະພາບຫລາຍຂື້ນເລື້ອຍໆ ແຕ່ມັນກໍ່ຂື້ນກັບການພິຈາລະນາຂອງທ່ານເອງໃນການເລືອກລູກກອບແບບໃດ ເພື່ອໃຊ້ໃນເວລາຄອບຄຸມ ການຕົກລົງຂອງລູກ ແຕ່ຖ້າທ່ານເປັນມືສະມັກຫລີ້ນ ກໍ່ອາດເລືອກລູກກອບທີ່ມີແຮງສະປິນນ້ອຍແຕ່ຕີໄດ້ໄກ ສຳຫລັບ ນັກຫລີ້ນກອບລະດັບມືອາຊີບກໍ່ສາມາດເລືອກໃຊ້ລູກກອບຫລາຍຊະນິດ ຊຶ່ງກໍ່ຂື້ນກັບສະພາບດິນຟ້າອາກາດ ສະພາບຂອງເດີ່ນ ເຊັ່ນ: ຖ້າລົມແຮງ ຄວນເລືອກໃຊ້ ລູກກອບທີ່ມີຄວາມໂດ່ງນ້ອຍ ແຕ່ກັບກິ້ງໄປໄດ້ໄກ ແຕ່ຖ້າສະຫນາມນັ້ນມີແຕ່ຫລຸມຊາຍ ຢູ່ຮອບໆ ທັງຍັງມີແຟຣ໌ເວທີ່ແຄບຫລາຍ ທ່ານອາດເລືອກໃຊ້ລູກກອບທີ່ມີແຮງໂດ່ງຫລາຍ ເພື່ອໃຫ້ລູກຕົກຢຸດ ທ່ານນັກກອບທັງຫລາຍ ການເລືອກໃຊ້ລູກກອບທີ່ມີຄວາມສຳພັນກັບສະໄຕການຫລີ້ນ ລວມເຖິງມີຝີມືເປັນສຳຄັນ ຫາກຍັງບໍ່ເກັ່ງ ແລະ ແຂງພໍ ບໍ່ວ່າຈະເປັນລູກກອບແບບໃດກໍ່ຄືໆກັນ ນັ້ນແຫລະ
2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ ໂທ ແລະ ແຟັກ: 021-263563