ໜ້າທຳອິດ ຕິດຕໍ່ມະຫາສານ ກ່ຽວກັບມະຫາສານ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
   

 ຂ່າວຕ່າງໆ
 :: ຂ່າວພາຍໃນປະເທດ
 ::
ຂ່າວຕ່າງປະເທດ
 ::
ປະກາດຮັບສະມັກງານ
 ແຟຊັນ-ບັນເທິງ-ດົນຕຣີ
 :: ນັກຮ້ອງ-ຟັງເພງ
 ::
ການສະແດງ
 ::
ງານປະກວດ
 ສະຖາບັນການສຶກສາ
 :: ສຶກສາອອນລາຍ
 :: ສະຖາບັນການສຶກສາຂອງລັດ
 ::
ສະຖາບັນກາສຶກສາເອກະຊົນ
 :: ກະທູ້ສຶກສາທັງໝົດ
 ກິລາ - ການແຂ່ງຂັນ
 :: ເຕະບານ
 :: ເທນນິສ
 :: ກອຟ

 :: ບານໂລກ 2006
 ເທັກໂນໂລຊີ-ສິ່ງກ່ຽວຂ້ອງ
 :: ໂທລະສັບມືຖື
 :: ດາວໂຫລດຊອັຟແວຣ໌ໃໝ
 :: ລວມກະທູ້ຖາມ-ຕອບ
 :: ສາລະບານເວັບໃຊທ໌
 ຢາ-ການຮັກສາສຸຂະພາບ
 :: ຄອບຄົວມະຫາສານ
 :: ສຸຂະພາບທົ່ວໄປ
 
 
ປະຕິຫານ! ຫົງແດງຖືກຍິງກ່ອນ 3 ລູກກ່ອນດວນລູກໂທດຄອງເຈົ້າຢູໂຣບ
       ຍິ່ງກວ່າປະຕິຫານ "ຫົງແດງ" ລິເວີຣ໌ພູນ ຖືກ ເອຊີ ມິລານ ໄລ່ຈົນຕົກເປັນຮອງໃນເຄິ່ງທຳອິດ 0-3 ແຕ່ພິກສະຖານນະການກັບມາຕາມຕີສະເຫມີໄດ້ຢ່າງເຫລືອເຊື່ອ ໃນເຄິ່ງຫລັງ ກ່ອນຈະດວນເປົ້າຊະນະຄວ້າ
ແຊັມ ຢູຟ່າ ແຊມປ້ຽນ ລິກ ມາຄອງ ເມື່ອຄືນວັນພຸດທີ່ 25 ພຶດສະພາ ຢຸດຕິການລໍຄອຍຂອງ ເດີຣ໌ ຄ໊ອບ ທີ່ຍາວນານກວ່າ 20 ປີ

 

ເຮກ່ອນແພ້

       ບານເຕະ ຢູຟ່າ ແຊັມປ້ຽນ ລີກ ຮອບຊິງຊະນະເລີດ ເອຊີ ມິລານ 3 ລິເວີຣ໌ພູນ 3 (ລິເວີຣ໌ພູນ ຊະນະດວນຈຸດໂທດ 3-2)ສຶກທະລົ່ມເຈົ້າຢູໂຣບ ທີ່ສະຫນາມ ອາຕາຕຸກ ປະເທດຕຸຣະກີ ເອຊີ ມິລານ ແຊັມ 4 ສະໄຫມ ຊຶ່ງ ທັງຄູ່ພົບກັນໃນຮອບຊິງຊະ
ນະເລີດ ແຊັມປ້ຽນ ລີກ ເປັນຄັ້ງທຳອິດ ນັດນີ້ ເອຊີ ມິລານ ສົມ
ບູນພ້ອມທຸກຕຳແຫນ່ງຂາດພຽງ ມັສຊິໂມ ອຳໂບຣຊິນີ ທີ່ເປັນໂຕ
ສຳຮອງຢູ່ແລ້ວ ດ້ານລິເວີຣ໌ພູນ ເລືອກໃຊ້ ມິລານ ບາຣອສ ເປັນ
ກອງຫນ້າກ່ອນ ນິບຣິລ ຊິສເຊ່ ຂະນະທີ່ ແຮຣ໌ຣີ ຄີເວລ ໄດ້ສຽບ
ແທນ ດີທມາຣ໌ ຮາມັນ
  ສຽງຫມາກຫວີດຈາກຜູ້ຕັດສິນຊາວສະເປນດັງຂື້ນ ເປັນ ເອຊີ ມິລານ ເປິດສາກບຸກທັນທີ ແລະ ມີໂອກາດຕັ້ງແຕ່ນາທີທຳອິດ
ຈາກລຸກຟຣີຄິກ ແລະ ກໍ່ເປັນປະຕູທັນທີ່ໃນວິນາທີ 52 ໂດຍ ປິຣ໌
ໂລ່ ວາງບານໄປໃນເຂດໂທດ ໃຫ້ ເປົາໂລ ມັລດິນີ່ ໄດ້ວອນເລ
ແບບບໍ່ມີຄົນຄຸມ ຫມານບານພຸ້ງຜ່ານມື ເຈີຣ໌ຊີ ດູເດັດ ເຂົ້າຕານ່າງ 1-0 ສຳຫລັບ ມິລານ
  ພໍເສຍປະຕູໄປກ່ອນ ລີເວີຣ໌ພູນພະຍາຍາມຕອບໂຕ້ທັນທີ ແລະ ມີໂອກາດລຸ້ນເຖິງສອງເທື່ອຕິດກັນ ໃນອີກ 2 ນາທີຕໍ່ມາ ຈາກການຍິງໄກຂອງ ສະຕີເວນ ເຈີຣ໌ຣາຮ໌ດ ແລະ ລູກໂມ່ງຂອງ ຊາມີ ຮູເປຍ ແຕ່ຍັງບໍ່ຜ່ານມື ດີດ້າ
  ຮູບເກມອອກມາຄູ່ຄີ່ທັງສອງຝ່າຍພະຍາຍາມເປິດເກມໄວໃສ່ກັນ ຈົນເຖິງນາທີທີ່ 14 ເອຊີ ມິລານ ເກືອບຈະ
ໄດ້ປະຕູທີສອງ ເປັນ ປິຣ໌ໂລ່ ຄົນເກົ່າຍິງຫມາກບານໄປຖືກມູມເສົາທຳອິດ ໃຫ້ ເຄຣສໂປສອດຂື້ນມາໂຂກຕັດ
ຫນ້າກອງຫລັງ ບານພຸ້ງຈະສຽບຖືກເສົາທຳອິດ ແຕ່ຍັງມີ ຫລຸຍ ກາຣຸເຊຍ ທີ່ຢືນຄຸມເສັ້ນໂມ່ງສະກັດອອກມາ
ໄດ້ຢ່າງຫວຸດຫວິດ
   ຜ່ານໄປ 20 ນາທີ ມິລານກັບມາຕັ້ງເກມໄດ້ດີອກີກຄັ້ງ ຂະນະທີ່ ລິເວີຣ໌ພູນ ຍັງຫາທາງເຈາະແນວຮັບທີມ
ຈາກອິຕາລີ ບໍ່ໄດ້ ແຖມ ແຮຣ໌ຣີ ຄີເວລ ຍງມີອາການບາດເຈັບ ເລີຍຕ້ອງສົ່ງວລາດິເມຍ ຊະມິເຊີຣ໌ ລົງມາ
ແທນ ຈົນເຖິງນາທີທີ່ 29  ອັງເດຣ ເຊັບເຊນໂກ້ ກໍ່ສົ່ງບານຊຸກກົ້ນຕາຂ່າຍໄດ້ສຳເລັດ  ແຕ່ຜູ້ຕັດສິນເປົ່າ
ເປັນລູກລ້ຳຫນ້າເສຍກ່ອນ
  ຊ່ວງທ້າຍເກມລຸກ ຂອງ ລິເວີຣ໌ພູນ ເລີ່ມເຮັດໄດ້ດີຂື້ນ ແລະ ໃນນາທີທີ່ 36 ກໍ່ມີໂອກາດ ເມື່ອ ຣີເຊ່ ໂມ່ງ
ບານໂຍນຂອງ ເຈີຣ໌ຣາຣ໌ດ ໃຫ້ ຫລຸຍ ກາຣ໌ເຊຍ ໄດ້ວອນເລທີ່ຫນ້າເຂດເສັ້ນໂທດ ແຕ່ຖືກບໍ່ເຕັມລູກປິ້ນອອກ
ເສັ້ນຫລັງໄປ
   ພໍ ລິເວີຣ໌ພູນ ເຮັດບໍ່ໄດ້ ໃນນາທີທີ່ 39 ກໍ່ມາພາດເອງ ເປັນ ກາກ້າ ລາກບານມາຈາກກາງສະຫນາມ ກ່ອນຈະຈ່າຍຢ່າງເນືອຊັ້ນໃຫ້ ອັງເດຣ ເຊບເຊນໂກ້ ຫລຸດດ່ຽວເຂົ້າໄປໃນເຂດເສັ້ນໂທດ ກ່ອນທີ່ຫົວຫອກທີມ
ຊາດຢູເຄຣນ ຈະຫລອກແບບໃຈເຢັນ ໄຫລໃສ່ຜ່ານໃຫ້ ເຮີຣ໌ນັນ ເຄຣສໂປ ທີ່ເຕີມຂື້ນມາແປໂລ່ງໆເຂົ້າໄປ
 2-0 ຂອງ ເອຊີ ມິລານ
  ຫລັງຈາກນັ້ນໃນນາທີທີ່ 44 ກອງກາງຂອງ ລິເວີຣ໌ພູນ ກໍ່ພາດເສຍບານ ມາຢູ່ທີ່ ກາກ້າ ຫລຽວເຫັນ ເຄຣສໂປ ແລ່ນໃຫ້ຊ່ອງ ຈຶ່ງຍິງໄປໃຫ້ຢ່າງແມ່ນກາຍເປັນການຫລຸດດ່ຽວ ຂອງກອງຫນ້າທີມຊາດອາຣ໌ເຈນຕິນ້າ ກ່ອນຈະຊິບຂ້າມຫົວ ເຈີຣ໌ຊີ່ ດູເດັດ ຊຸກກົ້ນຕາຂ່າຍ ມິລານ ນຳຫ່າງ 3-0 ກ່ອນຈົບເຄິ່ງຕັ້ງທຳອິດ

 
ບາຣອສ ດວນກັບ ຢາບ ສະຕຳ
       ແກ້ຫມາກກັບມາຫລິ້ນກັນຕໍ່ໃນເຄິ່ງຫລັງ ຣາຟາ
ເອລ ເບນິເຕຊ ກຸນຊືລິເວີຣ໌ພູນ ສົ່ງ ດີທມາຣ໌ ຮາມັນ ລງມາແທນ ສະຕີຟ ຟິນແນນ ພ້ອມກັບປັບຫມາກມາ
ເປັນ 3-5-2 ເພື່ອເປິດເກມຣຸກຢ່າງເຕັມສູບ ເພາະບໍ່ມີ
ຫຍັງຈະເສຍແລ້ວ ແລະ ໃນນາທີທີ່ 44 ຊາບີ້ ອະລອນ
ໂຊ່ ໄດ້ລອງສ່ອງໄກທີ່ຫນ້າກອບເຂດເສັ້ນໂທດ ບານ
ຫລຸດເສົາສອງອອກໄປຫນ້ອຍດຽວ
  ຫລັງຈາກນັ້ນ ລິເວີຣ໌ພູນ ຍັງເດີນຫນ້າບຸກຢ່າງຕໍ່
ເນື່ອງ ແຕ່ ມິລານ ຕັ້ງຮັບໄດ້ໜຽວແນ້ນ ແລະ ຍັງໂຕ້
ກັບກໍ່ອັນຕະລາຍ ແລະ ໃນນາທີທີ່ 50 ອັງເດຣ ເຊຟ
ເຊນໂກ້ ໄດ້ກຳນ່ຳຟຣີຄິກ ທີ່ຫນ້າກອບເຂດເສັ້ນໂທດ ຍັງດີທີ່ ເຈີຣ໌ຊີ ດູເດັດ ຍັງໄວໂຊວ໌ຊູເປີຣ໌ເຊັບປັດອອກ
ໄປໄດ້
  ຈາກທີ່ບຸກຢູ່ດົນເຕີບໃນນາທີທີ່ 54 ລິເວີຣ໌ພູນ ກໍ່ມາຕີໄຂ່ແຕກໄດ້ສຳເລັດ ເປັນ ຍອຫ໌ນ ອາຣ໌ເນຣີເຊ່ ຕື່ມ
ເກມບຸກຂື້ນມາ ກ່ອນຈະເປິດໂຄ້ງມາໃນກອບເຂດເສັ້ນໂທດ ໃຫ້ ສະຕີເວນ ເຈີຣ໌ຣາຣ໌ດ ສະບັດຫົວໂຂກປ່ຽນ
ທາງຜ່ານມື ດີດ້າ ສຽບຫນ້າຕ່າງຢ່າງສວຍງາມ ແຕ້ມຂະຍັບໄດ້ 1-3
   ພໍໄດ້ປະຕູຕີໄຂ່ແຕກ ລິເວີຣ໌ພູນ ດາຫນ້າບຸກແຫລກ ແລະ ອີກພຽງ 2 ນາທີ ຕໍ່ມາ ລິເວີຣ໌ພູນກໍ່ມາໄດ້ປະ
ຕູຕີຕື້ນຂື້ນມາ ເມື່ອ ວະລາດິເມຍ ຊະມິເຊີຣ໌ ລຸກລັກໄກ່ຍິງໄກທີ່ຫນ້າເຂດເສັ້ນໂທດ ບານພຸ້ງຜ່ານມື ດີດ້າ
ສຽບເສົາສອງເຂົ້າໄປ 2-3 ສຳຫລັບ ລິເວີຣ໌ພູນ
  ແລ້ວສິ່ງທີ່ບໍ່ຫນ້າເຊື່ອກໍ່ເກີດຂື້ນ ຫລັງລິເວີຣ໌ພູນຍັງດາຫນ້າບຸແຫລກ ຈົນເຖິງນາທີທີ່ ຫົງແດງ ກໍ່ມາໄດ້ຈຸດ
ໂທດ ໃນນາທີທີ່ 60 ເມື່ອ ເຈີຣ໌ຣາຣ໌ດ ຖືກ ກັສຕູໂຊ່ ເຮັດຟາວໃນເຂດເສັ້ນໂທດ ຜູ້ຕັດສິນຊີ້ໄປທີ່ຈຸດໂທດ ທ່າມກາງສຽງປະທ້ວງຂອງນັກເຕະເອຊີ ມິລານ ຢ່າງໃດກໍ່ຕາມ ອະລອນໂຊ່ ຮບຫນ້າທີ່ສັງຫາກຍິງໄປຕິດ ດິດ້າ ແຕ່ກໍ່ຕາມຊ້ຳເຂົ້າໄປ ທັງຄູ່ກັບມາສະເຫມີກັນ 3-3
  ລິເວີຣ໌ພູນ ຍັງເດີນຫນ້າບຸກຕໍ່ໄປ ແລະ ໃນນາທີທີ່ 63 ຣີເຊ່ ໄດ້ຍິງຢູ່ແຄມເຂດເສັ້ນໂທດ ແຕ່ ດີດ້າ ປັດເອົາໄວ້ໄດ້ ແລະ ໃນນາທີທີ່ 69 ມິລານ ເກືອບຈະໄດ້ປະຕູອອກນຳຄືກັນ ເມື່ອດູເດັດ ຮັບບານຈາກການ
ຜ່ານແຄມເສັ້ນຂອງ ກາກ້າ ຫລຸດມືໄປເຂົ້າທາງ ເຄຣສໂປ ໄດ້ຍິງ ຍັງດີທີ່ ຕຣາໂອເຣ່ ຢືນຄຸມເສັ້ນສະກັດ
ອອກມາໄດ້
  ເກມບຸກຂອງ ເອຊີ ມິລານ ເລີ່ມຕໍ່ກັນບໍ່ຕິດ ເຮັດໃຫ້ ລິເວີຣ໌ພູນ ຄອງບານໄດ້ຫລາຍກວ່າ ກ່ອນທີ່ໃນຊ່ວງ 10 ນາທີສຸດທ້າຍ ຣາຟາເອລ ເບນິເຕຊ ຕັດສິນໃຈສົ່ງ ນິບຣິລ ຊິສເຊ່ ລົງມາແທນ ມິລານ ບາຣອສ ຂະນະ
ທີ່ ມິລານ ຖອດ ເຮີຣ໌ນັນ ເຄຣສໂປ ກັບ ຄລາເຣນ ເຊດອຣ໌ຟ ອອກແລ້ວໃຫ້ ຍອນ ດາຫ໌ລ ໂທມັສສັນ ແລະ ແຊຣ໌ຈິນໂຍ່ ລົງມາແທນ ຄົບ 90 ນາທີສະເຫມີກັນ 3-3 ຕ້ອງຕໍ່ເວລາພິເສດ
  ໃນຊ່ວງຕໍ່ເວລາພິເສດ ເອຊີ ມິລານ ກັບມາເປັນຝ່າຍບຸກເຂົ້າຫາຫລາຍຂື້ນ ແລະ ມີໂອກາດລຸ້ນໃນນາທີທີ່ 101 ເປັນ ຍອນ ດາຫ໌ລ ໂທມັສສັນ ຫລຸດເຂົ້າໄປຫລິ້ນບານໃນເຂດເສັ້ນໂທດຄົນດຽວ ແຕ່ຈັບບໍ່ດີລູກເລີຍ
ອອກຫລັງໄປຢ່າງຫນ້າເສຍດາຍ
   ກ່ອນທີ່ໃນນາທີທີ່ 113 ເອຊີ ມິລານ ຈະສົ່ງ ຣຸຍ ຄອສຕາ ລົງມາແທນ ເຈນນາໂຣ່ ກັດຕູໂຊ່ ຈົງເຖິງນາ
ທີທີ່ 117 ມິລານ ພາດໂອກາດໄດ້ປະຕູໄຊໄປຢ່າງບໍຫນ້າເຊື່ອ ເມື່ອ ແຊຣ໌ຈິນໂຍ່ ເປິດໂຄ້ງໄປໃນເຂດເສັ້ນ
ໂທດ ໃຫ້ ເຊບເຊນໂກ້ ຍິງຈໍ້ໆ ຕິດ ເຈີຣ໌ຊີ ດຸເດັດ ບານຍັງເດັ້ງມາເຂົ້າທາງເຊວ່າອີກຄັ້ງ ບັດນີ້ໄດ້ຍິງຈໍ່ໆ ແຕ່ ດູເດັດ ໂຊຊູເປີຣ໌ເຊບປ້ອງກັນໄວ້ໄດ້ຢ່າງເຫລືອເຊື່ອ ຄົບ 120 ນາທີ ຕ້ອງດວນຈຸດໂທດຊີ້ຂາດ


 
      ການດວນຈຸດໂທດ ເອຊີ ມິລານ ຊະນະການສ່ຽງທາງເປັນຝ່າຍຍິງກ່ອນ ໂດຍເປັນ ແຊຣ໌ຈິນໂຍ່ ຍິງຂ້າມ
ຄານອອກໄປໄກ ຂະນະທີ່ຄົນທຳອິດຂອງລິເວີຣ໌ພູນ ຄື: ດີທມາຣ໌ ຮານັນ ຍິງໄປທາງຊ້າຍມືໂຕເອງເຂົ້າຕາຂ່າຍ ລິເວີຣ໌ພູນ ນຳ 1-0 ຄົນທີ່ສອງຂອງມິລານ ໄດ້ແກ່ ອັນເດຣີຍ ປີຣ໌ໂລ່ ແປດ້ວຍຂາຂວາໄປຖືກ ເຈີຣ໌ຊີ ດູເດັດ ດັກທາງປ້ອງກັນເອົາໄວ້ໄດ້ ສ່ວນ ລິເວີຣ໌ພູນ ໃຫ້ ນິບຣິລ ຊິສເຊ່ ຫລອກຍິງດີດ້າຫລົງທາງ ລິເວີຣ໌ພູນ ຫນີ
ຫ່າງ 2-0 ຫລັງຜ່ານໄປ 2 ຄົນທຳອິດ
  ຄົນທີ 3 ຂອງມິລານ ເປັນ ໂທມັສສັນ ແລ່ນເຂົ້າມາຍິງເຕັມໆ ບໍ່ເຫລືອຊາກ ຕາມມາເປັນ 1-2 ດ້ານ ລິເວີຣ໌ພູນ ໃຫ້ ຍອນ ອາຣ໌ເນ ຣີເຊ່ ຍິງໄປທາງຊ້າຍມື ແຕ່ ດີດ້າ ໂດດຖືກທາງ ແຕັມຍັງຄົງຊຳເກົ່າ ຄົນທີ 4 ຂອງມິລານ ມອບຫນ້າໃຫ້ກັບ ກາກ້າ ຍິ່ງເຂົ້າບໍ່ມີບັນຫາ ຂະນະທີ່ ລິເວີຣ໌ພູນ ຄື: ວະລາດິເມຍ ຊະມິເຊີຣ໌  ແປ
ຫລິ້ນມູມຂວາມືໂຕເອງສຽບເຂົ້າຕາຂ່າຍ
  ຄົນສຸດທ້າຍຂອງ ມິລານ ໃຫ້ ອັງເດຣ ເຊບເຊນໂກ້ ລົງມາສັງຫານເພື່ອຮັກສາຄວາມຫວັງ ແຕ່ເຊວ່າຍິງບໍ່
ເຂົ້າຖືກມື ເຈີຣ໌ຊີ ດູເດັດ ເຄິ່ງກາງປະຕູ ສົ່ງຜົນໃຫ້ "ລິເວີຣ໌ພູນ" ຄວ້າແຊັມ "ຢູຟ່າ ແຊັມປ້ຽນລີກ" ໃນການ
ດວນຈຸດໂທດ 3-2

       ລາຍຊື່ຜູ້ຫລີ້ນທັງສອງທີມ:
  ເອຊີ ມິລານ: ດີດ້າ, ຄາຟູ, ຢາບ ສະຕຳ, ອະເລສຊານໂດຣ ເນສຕ້າ, ເປົາໂລ ມັລດິນີ່, ອັນເດຍ ປິຣ໌ໂລ່, ຄລາເຣນຊ໌ ເຊດອຣ໌ຟ, ກາກ້າ, ເຈນນາໂຣ່ ກັດຕູໂຊ່, ເຮີຣ໌ນັນ ເຄຣສໂປ, ອັງເດຣ ເຊບເຊນໂກ້.


      ລິເວີຣ໌ພູນ: ເຈີຣ໌ຊີ່ ດູເດັດ, ສະຕີຟ ຟິນແນນ, ເຈມີ່ ຄາຣ໌ຣາເກີຣ໌, ຊາມີ່ ຮູເປຍ, ຕຣາໂອເຣ່, ຫລຸຍສ໌ ກາຣ໌ເຊຍ, ສະຕີເວນ ເຈີຣ໌ຣາຣ໌ດ, ຊາບີ້ ອະລອນໂຊ່, ຍອນ ອາຣ໌ເນ ຣີເຊ່, ແຮຣ໌ຣີ ຄີເວລ, ມິລານ ບາຣອສ.
 
 

2003-2006 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ ແລະ ແຟັກ: 021-263563