|
Mahasan Sport
ຂໍເອົາໃຈຄໍກິລາຕີດອກປິກໄກ່
ໂດຍການລວບລວມເອົາເຕັກນິກໃນການຫຼີ້ນລູກ
ແບບຕ່າງໆມາໃຫ້ລອງເຝິກແອບກັນ
ລູກສຳຄັນໆ
ທີ່ໃຊ້ໃນເກມການແຂ່ງຂັນຕີດອກປີກໄກ່
ຫຼັງຈາກທີ່ຜູ້ຫຼີ້ນໄດ້ຮຽນຮູ້ເຖິງ
ການຕຽມການຕີ
ດອກປີກໄກ່ໄປແລ້ວ
ຂັ້ນຕອນຕໍ່ໄປ ກ່ອນຈະທຳການເຝິກແອບຕີດອກປີກໄກ່ ຄວນສຶກສາກ່ຽວກັບລູກ
ສຳຄັນຕ່າງໆ
ທີ່ຜູ້ຫຼີ້ນຈຳເປັນຕ້ອງໄດ້ນຳໄປໃຊ້ ໃນເກມການແຂ່ງຂັນຕີດອກປີກໄກ່ ທັງປະເພດດ່ຽວ ແລະ ຄູ່
ໃຫ້ດີກ່ອນ ເພື່ອເປັນແນວທາງໃນການທີ່ຈະນຳໄປໃຊ້
ປະກອບການແຂ່ງຂັນໄດ້ຢ່າງຖືກຕ້ອງ
ແລະ ມີປະສິດທິພາບ ແລະ ລູກສຳຄັນໆທີ່ໃຊ້ໃນການແຂ່ງຂັນມີດັ່ງນີ້: |
|
1.
ລູກໂຍນໂດ່ງ
(Lob)
2.
ລູກກຸບ
3.
ລູກຕັດ
4.
ລູກຢອດ |
|

ລູກໂດ່ງ
ເປັນລູກທີ່ມີວິຖີໂຄ້ງລອຍສູງ
ໄປໃນອາກາດຢ່າງຊ້າໆ ລູກໂຍນໂດ່ງ
ເປັນລູກ ທີ່ຕີຈາກ
ລະດັບສູງກ່ວາຫົວ ແລະຈາກລະດັບທີ່ຕໍ່າກ່ວາຕາໜ່າງ
ງັດສູງຂື້ນໄປໃນອາກາດ ເປັນລູກທີ່ໃຊ້ໃນການແຂ່ງ
ຂັນປະເພດດ່ຽວ
ຫຼາຍກ່ວາການແຂ່ງຂັນປະເພດຄູ່ ໂດຍສະເພາະແມ່ນ
ມັກໃຊ້ໃນການແກ້ໄຂສະຖານະການ ໃນຂະນະທີ່ຕົກເປັນຝ່າຍຮັບ
ແຕ່ໃນບາງກໍລະນີ ກໍ່ສາມາດ ໃຊ້ລູກໂດ່ງເປັນລູກ
ທີ່ໃຊ້ຈີ້ຫຼືບີບບັງຄັບຄູ່ຕໍ່ສູ້ໄດ້
ເປັນຢ່າງດີ |
|
ເຊັ່ນ:
ການຕີລູກໃນລະດັບສູງກ່ວາຫົວ ໂດຍການໃຊ້ຂໍ້ມື
ໃຫ້ດອກ
ປີກໄກ່ ໄປໄວ ໄປຮອດສອງແຈຫຼັງ
ຂອງຄູ່ຕໍ່ສູ້ ແທນທີ່ຈະຕີລູກ
ໂດ່ງ
ກັບຄືນໃນລັກສະນະເປັນວິຖີໂຄ້ງ
ຢ່າງຊ້າໆ ເຊິ່ງຈັດໄດ້ວ່າ ເປັນລູກທີ່ໃຊ້ໄດ້ຜົນໃນເກມ ການແຂ່ງຂັນປະເພດດ່ຽວ
ທີ່ນັກກິລາລະ
ດັບນາໆຊາດ
ນິຍົມໃຊ້ກັນຫຼາຍ. |

ວິຖີລູກໂຍນໂດ່ງ |
|

ລູກກຸບ
ເປັນລູກທີ່ມີວິຖີຊັດໄວ
ຈາກລະດັບສູງກ່ວາຫົວ
ລົງສູ່ພື້ນສະໜາມ ລູກກຸບ
ຈັດວ່າເປັນ
ລູກທີ່ອັນຕະລາຍທີ່ສຸດ
ໃນລູກທີສຳຄັນ ທັງໝົດ
ສາຍເຫດທີ່ຈັດວ່າ ເປັນລູກທີ່ອັນຕະລາຍ
ເນື່ອງຈາກ ວ່າ ເປັນລູກທີ່ໄວ ແລະ ແຮງ
ລູກກຸບ ສາມາດເຮັດໃຫ້ ຄູ່ຕໍ່ສູ້
ຕ້ອງຕົກເປັນຝ່າຍຮັບ ແລະ ຕີຕອບໂຕ້ ກັບຄືນ
ໄດ້ຍາກ ເປັນລູກທີ່ໃຊ້ພິຊິດ
ຄູ່ຕໍ່ສູ້ ເພື່ອທຳຄະແນນ ໄປສູ່ໄຊຊະນະ. |
|
ລູກກຸບ ແມ່ນລູກທີ່ໃຊ້ຫຼາຍ ໃນເກມການແຂ່ງຂັນປະເພດຄູ່
ຫຼາຍ
ກ່ວາການແຂ່ງຂັນປະເພດດ່ຽວ
ເປັນລູກທີ່ໃຊ້ໄດ້ຜົນຫຼາຍໃນເກມບຸກ
ໂດຍສະເພາະແມ່ນລູກ ກຸບຈິກ ໂດຍການຕີກັວກຂໍ້ມື ໃນລະດັບສູງ
ກ່ວາຫົວ
ໃຫ້ລູກລົງສູ່ພື້ນສະໜາມ
ບໍລິເວນແຈທັງສອງຂ້າງ
ຂອງ
ດ້ານໜ້າຕາໜ່າງ ຫຼື ບໍລິເວນເຄິ່ງກາງ
ສະຫນາມ ທັງດ້ານຂວາ ແລະ ດ້ານຊ້າຍ |

ວິຖີລູກກຸບ |
|
ລູກຕັດ
ເປັນລູກທີ່ມີວິຖີຊັດລົງຕໍ່າ
ໃນລະດັບເລີຍຕາໜ່າງ
ຂະໜານໄປກັບພື້ນສະໜາມ ລູກຕັດ
ຈັດວ່າເປັນລູກ
ທີ່ອັນຕະລາຍຮອງລົງມາຈາກລູກກຸບ ເພາະເປັນລູກທີຜູ້ຫຼີ້ນສາມາດ
ຕີບີບບັງຄັບ ຄູ່ຕໍ່ສູ້ ໃຫ້ຕົກເປັນຝ່າຍ
ແລະ ເສຍປຽບໄດ້ ໂດຍການໃຊ້ລູກຕັດ
ຕີບັງຄັບບໍ່ໃຫ້ຄູ່ຕໍ່ສູ້ ໃຊ້ລູກກຸບ
ທຳຄະແນນ ໄປສູ່ໄຊຊະນະໄດ້
ລູກຕັດ ເປັນລູກທີ່ໃຊ້ໃນເກມການແຂ່ງຂັນປະເພດຄູ່
ຫຼາຍກ່ວາການແຂ່ງຂັນປະເພດດ່ຽວ
ສາ
ມາດໃຊ້ໄດ້ຜົນທັງໃນເກມບຸກ
ແລະ ເກມຮັບ |
|
ເນື່ອງຈາກ ໃນບາງກໍລະນີ
ລູກຕັດຍັງໃຊ້ຕີຕອບໂຕ້ ຄູ່ຕໍ່ສູ້
ໃຫ້ພິກ
ສະຖານະການ ຈາກການຕົກ ເປັນຝ່າຍຮັບ
ໃຫ້ກາຍເປັນຝ່າຍບຸກ ໄດ້ຢ່າງໄວ
ຫຼື ຈາກການເປັນຝ່າຍເສຍປຽບ
ໃຫ້ກາຍເປັນຝ່າຍໄດ້
ປຽບອີກດ້ວຍ |

ວິຖີລູກຕັດ |
|
ລູກຢອດ ເປັນລູກທີ່ໄປຊ້າກ່ວາລູກກຸບຫຼາຍ
ລູກຢອດເປັນລູກທີ່ຕີຈາກດ້ານຫຼັງຂອດ
ໃນລະດັບ
ສູງ ກ່ວາຫົວ
ລົງສູ່ພື້ນສະໜາມບໍລິເວນໜ້າຕາໜ່າງ ແລະ ເປັນລູກທີ່ຜູ້ຫຼີ້ນ
ຕີຈາກລະດັບທີ່ຕໍ່າກ່ວາ
ຕາ
ໜ່າງອີກດ້ວຍ ໃນລັກສະນະທີ່ງັດໃຫ້ສູງຂື້ນໄປໃນອາກາດ
ລູກຢອດເປັນລູກທີ່ໃຊ້ໃນເກມການແຂ່ງ ທັງປະເພດດ່ຽວ ແລະ ປະເພດຄູ່
ລູກຢອດທີ່ຜູ້ຫຼີ້ນ
ຕີຈາກ
ລະດັບສູງ ດ້ານຫຼັງຂອດ
ຈັດເປັນລູກທີ່ໃຊ້ໄດ້ດີຫຼາຍ ໃນເກມບຸກເພື່ອຫຼອກລໍ້
ແລະ ທຳລາຍຈັງຫວະ ກົດ
ດັນຄູ່ຕໍ່ສູ້ |
|
ໂດຍການສະແດງທ່າວ່າຈະຕີ
ລູກກຸບທີ່ຮຸນແຮງ ແຕ່ກັບຕີລູກ
ເປັນລູກຕັດຢອດ ເປັນການນຳທາງກ່ອນ
ເມື່ອຄູ່ຕໍ່ສູ້ເສຍຈັງຫວະ
ຫຼື
ງັດລູກໂດ່ງ ບໍ່ຮອດຫຼັງຂອດ
ຈິ່ງໃຊ້ລູກກຸບ ພິຊິດຄູ່ຕໍ່ສູ້
ທຳຄະແນນ ໄປສູ່ໄຊຊະນະໄດ້ໂດຍງ່າຍ
ເຊິ່ງເປັນວິທີການທີ່ຜູ້ຫຼີ້ນ
ໃນລະດັບຊັ້ນ
ແນວໜ້າຂອງໂລກ
ມັກນຳມາໃຊ້ ຢ່າງໄດ້ຜົນຫຼາຍ
ທັງໃນເກມການ
ແຂ່ງຂັນປະເພດດ່ຽວ ແລະ ຄູ່. |

ວິຖີລູກຢອດຈາກລະດັບສູງ |
|
ລູກຢອດ ທີ່ຜູ້ຫຼີ້ນຕີຈາກລະດັບຕໍ່າກ່ວາຕາໜ່າງ ເປັນລູກທີ່ໃຊ້ໃນເກມການແຂ່ງຂັນ ທັງປະເພດດ່ຽວ
ແລະ ປະເພດຄູ່
ລູກຢອດໃນລັກສະນະດັ່ງກ່າວ
ມັກຈະໃຊ້ໃນກໍລະນີທີ່ຕ້ອງການຈະໃຫ້ຄູ່ຕໍ່ສູ້
ອອກຈາກສູນ
ກາງຂອງຂອດ ເຂົ້າມາຮັບລູກຢອດຢູ່ໜ້າຕາໜ່າງ
ທັງດ້ານຂວາ ແລະ ຊ້າຍ
ຫາກຄູ່ຕໍ່ສູ້ ຕີລູກໂຕ້ກັບມາ
ບໍ່ດີເຊັ່ນ:
ງັດລູກໄປບໍ່ຮອດແຈດ້ານຫຼັງຂອງຂອດ
ຫຼື ຢອດກັບມາໃນລັກສະນະ
ທີ່ລອຍໂດ່ງ
ສູງຂື້ນບໍ່ກາຍ
ຕາໜ່າງ
ກໍ່ຈະຕົກເປັນຝ່າຍເສຍປຽບ
ຫຼື ຕົກເປັນຝ່າຍຮັບທັນທີ ເຮັດໃຫ້ເຮົາມີໂອກາດບຸກໂດຍ
ການໃຊ້
ລູກກຸບ ເພື່ອພິຊິດຄູ່ຕໍ່ສູ້
ແລະ ທຳຄະແນນໄປສູ່ໄຊຊະນະ ໄດ້ໂດຍງ່າຍ. |
|
ລູກສຳຄັນໆ ທີ່ກ່າວມາຂ້າງເທິງທັງສີ່ລູກ
ຈັດເປັນຂັ້ນຕອນທີ່ຜູ້ຫຼີ້ນ
ຄວນຮຽນຮູ້ໃຫ້ດີເສຍກ່ອນທີ່ຈະເລີ້ມ
ເຝິກຫັດຕີດອກ
ຫາກໄດ້ຮຽນຮູ້ແຕ່ລະລູກນັ້ນມີຄວາມສຳຄັນແນວໃດ
ຫຼື ຄວນຈະນຳໄປປະກອບການຫຼີ້ນ
ກັບການແຂ່ງຂັນຊະນິດໃດ
ລູກຊະນິດໃດເປັນລູກອັນຕະລາຍ
ທີ່ໃຊ້ໄດ້ຜົນໃນເກມບຸກ ເພື່ອທຳຄະແນນ
ໄປສູ່ໄຊຊະນະໃນທີ່ສຸດ ເມື່ອຜູ້ຫຼີ້ນສຶກສາ
ຈົນສາມາດຮຽນຮູ້ໄດ້ ເຖິງຜົນໄດ້ ຜົນເສຍ
ເປັນຢ່າງດີແລ້ວທ່ານຈະປະສົບຄວາມສຳເລັດໃນການຫຼີ້ນ
ຕີດອກປິກໄກ່ ໃຫ້ດີຕໍ່ໄປໃນອານາຄົດ |