ສິ່ງທີ່ຜູ້ຍິງຕ້ອງການຫລັງຈາກແຕ່ງງານກັນແລ້ວ
ຄວາມຄາດຫວັງເປັນສິ່ງມະຫັດສະຈັນແບບຫນື່ງຂອງມະນຸດ ທີ່ຊ່ວຍຍູ້ໃຫ້ເກິດສິ່ງດີໆ ງາມໆ
ຕາມມາບໍ່ຫນ້ອຍ ມະນຸດລໍຄອຍສິ່ງໃດຫນື່ງໄດ້ດົນໆ ເພາະຍັງມີຄວາມຄາດຫວັງຝັງໃຈຢູ່ ແຕ່ຖ້າຢູ່ໆ ຄວາມຄາດຫວັງຫມົດໄປ ຄົງບໍ່ມີກຳລັງໃຈລໍຖ້າໄດ້ດົນອີກຕໍ່ໄປ
ຄວາມຄາດຫວັງຈຶ່ງເຫມືອນຢາຊູກຳລັງຊະນິດຫນື່ງຊຶ່ງມະນຸດຮຽກຫາ
ນຳມາເປັນອາພອນປະດັບຄວາມຄິດຈິດໃຈ, ແນ່ນອນທີ່ສຸດເມື່ອມີຄວາມຄາດຫວັງ
ກໍ່ຍ່ອມຕ້ອງມີຄວາມສົມຫວັງ ຫລື ຜິດຫວັງຕາມມາ ບາງຄົນສົມຫວັງເຕັມໆ ບາງຄົນຜິດຫວັງເຕັມໆ
ຫລື ອາດຈະມີບາງຄົນທີ່ມີທັງສົມຫວັງ ແລະ ຜິດຫວັງປະປົນກັນໄປ
ຊຶ່ງບໍ່ແມ່ນເລື່ອງແປກອັນໃດໃນຊີວິດຂອງຄົນເຮົາ ເຊັ່ນດຽວກັບຊີວິດຄູ່ທີ່ຄົນສອງຄົນມາຢູ່ນຳກັນ
ຕ່າງມີຄວາມຝັນ ແລະ ຄວາມຄາດຫວັງຝັງແຫນັ້ນ ຢູ່ໃນຄວາມຮູ້ສຶກນຶກຄິດກັນເກືອບທຸກຄົນ,
ສຸດຍອດຂອງຄວາມຝັນໃນຊີວິດຄູ່ ຄື: ຢູ່ກັນຢ່າງມີຄວາມສຸກ ອາດຈະຟັງໄປເປັນທຳມະແນ່ ແຕ່ກໍ່ຕ້ອງຍອມຮັບວ່າເປັນຄວາມຈິງ
ໃນຂະນະທີ່ຄວາມຄາດຫວັງຫລັງການແຕ່ງງານ ຂອງຜູ້ຊາຍຜູ້ຍິງສອງຄົນທີ່ໃຊ້ຊີວິດຄູ່ຢູ່ນຳກັນ
ອາດຈະມີສາລະພັດເລື້ອງແຕກຕ່າງກັນອອກໄປ
ຜູ້ຊາຍກໍ່ອາດຈະຄາດຫວັງຈາກຜູ້ຍິງທີ່ເປັນເມຍແບບຫນື່ງ,
ຂະນະທີ່ຜູ້ຍິງກໍ່ຄາດຫວັງຈາກຜູ້ຊາຍ ທີ່ເປັນຜົວອີກແບບຫນື່ງ
ບໍ່ຮູ້ວ່າມີການສຳຫລວດກວດສອບກັນໄວ້ບໍ່ວ່າ ຜົວ ຫລື ເມຍມີຄວາມຄາດຫວັງກັນຫນ້ອຍຫລາຍພຽງໃດ
ແລະ ຄາດຫວັງອັນໃດກັນແນ່ຫລັງການແຕ່ງງານ.
ຜູ້ຍິງຄວນຈະຄາດຫວັງອັນໃດຈາກຜູ້ຊາຍຫລັງແຕ່ງງານ
ສິ່ງທີ່ຜູ້ຍິງຄາດຫວັງອາດຈະມີຢູ່ 3 ເລື່ອງຫລັກນຳກັນຄື:
1. ຄາດຫວັງທີ່ຈະໄດ້ຄວາມຮັກ ຄວາມອົບອຸ່ນ
ເປັນທຳມະດາຂອງຜູ້ຍິງເກືອບທຸກຄົນທີ່ຈະມີຄວາມຮູ້ສຶກຄ້າຍໆກັນຄື:
ຈະແຕ່ງງານກັບໃຜມັກຈະແຕ່ງທີ່ຂື້ນກັບພື້ນຖານຂອງຄວາມຮັກ ເມື່ອແຕ່ງງານທີ່ຢູ່ບົນພື້ນຖານຂອງຄວາມຮັກ
ກໍ່ຫວັງທີ່ຈະໄດ້ຮັບຄວາມຮັກຕອບຢ່າງສຸດຫົວໃຈ
ຄືກັບທີ່ເຈົ້າມອບຄວາມຮັກໃຫ້ສຸດຫົວໃຈເຊັ່ນກັນ
ຄວາມຮັກຈຶ່ງເປັນສິ່ງທີ່ຜູ້ຍິງທຸກຄົນທີ່ເປັນເມຍຫວັງຈະໄດ້ຮັບຈາກຜູ້ຊາຍທີ່ເປັນຜົວຫລາຍທີ່ສຸດ,
ນອກຈາກຄວາມຮັກແລ້ວ ຍັງຄາດຫວັງຈະໄດ້ ຄວາມອົບອຸ່ນ ຈາກຜູ້ຊາຍທີ່ເຈົ້າຮັກອີກນຳ
ຄວາມອົບອຸ່ນທີ່ບໍ່ໄດ້ມີຄວາມຫມາຍພຽງການໂອບກອດເທົ່ານັ້ນ ແຕ່ຄວາມຫມາຍຂອງມັນມີຫລາກຫລາຍ
ພຽງແຕ່ສຽງໂທລະສັດທັກທາຍຖາມຂ່າວຄາວ ນອກຈາກຄຳວ່າ ສະບາຍດີບໍ່?
ກໍ່ສາມາດສ້າງຄວາມອົບອຸ່ນໃຫ້ໄດ້ບໍ່ຫນ້ອຍ ຫລື
ການຄອຍສັງເກດຖາມໄຖ່ເຖິງຄວາມປ່ຽນແປງທີ່ບໍ່ທຳທ່າເຮັດ ກໍ່ຍ່ອມສ້າງຄວາມອົບອຸ່ນໄດ້ອີກແບບ
ການແອບທຳເຊີໄພຣ໌ໃຫ້ງວຍງົງໃນບາງເວລາກໍ່ຈະສ້າງຄວາມອົບອຸ່ນຄືກັນ ການໃຫ້ກຽດເມຍທັງຕໍ່ຫນ້າ
ແລະ ລັບຫລັງກໍ່ສ້າງພະລັງແຫ່ງຄວາມອົບອຸ່ນ ທີ່ຫອມຫວນຊວນໃຫ້ໃຝ່ຫາຢູ່ຕະຫລອດເວລາ ຄວາມຮັກ
ຄວາມອົບອຸ່ນຈຶ່ງເປັນຕົ້ນທຶນຂອງຊີວິດທີ່ເມຍມັກຈະຄາດຫວັງຈາກຜົວ
ຄົນທີ່ລາວມອບຊີວິດຈິດໃຈໃຫ້ເຕັມຮ້ອຍ.
2. ຄາດຫວັງທີ່ຈະໄດ້ຮັບການເບິ່ງແຍງຕາມອັດຕະພາບ
ເຖິງວ່າໂລກຍຸກໃຫມ່ຈະເປັນໂລກຂອງຄວາມສະເຫມີພາບລະຫວ່າງຍິງຊາຍ ແຕ່ສຳຫລັບຄວາມເປັນຊີວິດຄູ່ທີ່ຢູ່ກັນແບບລາວໆ
ກໍ່ຕ້ອງຍອມຮັບວ່າ ຜົວຍັງຕ້ອງຖືເປັນພາລະຫນ້າທີ່ທີ່ຕ້ອງເບິ່ງແຍງເມຍຕາມສົມຄວນ ໃນສັງຄົມລາວກໍ່ມັກຈະຖືວ່າຜົວມີຫນ້າທີ່ຫາລາຍໄດ້ມາຄ້ຳຊູຄອບຄົວ
ເຖິງວ່າສັງຄົມສະໄຫມໃຫມ່ທັງຜົວເມຍຈະຊ່ວຍກັນ ທຳມາຫາກິນກໍ່ຕາມ ແຕ່ຄວາມເປັນຈິງລຶກໆ
ຂອງສັງຄົມລາວຍັງຄາດຫວັງໃຫ້ຜົວມີພາລະຫນ້າທີ່ຮັບຜິດຊອບ ເລື່ອງການເບິ່ງແຍງຄອບຄົວ
ຊຶ່ງລວມເຖິງເມຍນຳເປັນຫລັກ ແລະ ຄົງບໍ່ແມ່ນເລື່ອງຫນັກຂອງຜູ້ເປັນຜົວຈົນເກິນໄປ ເພາະເມຍກໍ່ຄົງຫວັງໃຫ້ເບິ່ງແຍງກັນຕາມອັດຕະພາບຫລາຍກວ່າ.
3. ຄວາມຄາດຫວັງທີ່ຈະໄດ້ພໍ່ທີ່ດີຂອງລູກ
ຊີວິດຄູ່ເມື່ອຢູ່ນຳກັນກໍ່ຕ້ອງມີລູກເປັນທຳມະດາ ແຕ່ຈະບໍ່ທຳມະດາທັນທີເມື່ອຜົວທີ່ມີຖານະເປັນພໍ່ຂອງລູກນຳ
ເປັນພໍ່ທີ່ບໍ່ດີ ບໍ່ວ່າຈະບໍ່ດີໃນທາງທີ່ເປັນແບບຢ່າງທີ່ບໍ່ດີຂອງລູກ ຫລື
ອົບຮົມສັ່ງສອນໄປໃນທາງທີ່ບໍ່ເຫມາະສົມ ເຊັ່ນ:
ອົບຮົມສັ່ງສອນລູກໃຫ້ເປັນຄົນເຫັນແກ່ໂຕເກິນໄປ
ອັນທີ່ເປັນຄວາມບໍ່ດີທັງຫລາຍຜູ້ເປັນແມ່ຍ່ອມບໍ່ຢາກໃຫ້ຜູ້ເປັນພໍ່ສ້າງແນວບໍ່ໄປຕິດຝັງໃຈເຖິງລູກ
ບໍ່ແມ່ນເລື່ອງແປກທີ່ຜູ້ຍິງຄົນຫນື່ງທີ່ມີລູກຈຶ່ງຄາດຫວັງທີ່ຈະໄດ້ພໍ່ທີ່ດີຂອງລູກ
ຄວາມຄາດຫວັງຂອງຜູ້ຍິງຫລັງການແຕ່ງງານກັບໃຜຄົນຫນື່ງແລ້ວ
ຄົງບໍ່ເປັນສິ່ງທີ່ຍາກປານໃດທີ່ຜູ້ຊາຍດີໆ ທີ່ຕັດສິນໃຈມີຄອບຄົວຈະໃຫ້ໄດ້ ໃຜທີ່ຮູ້ໂຕວ່າເປັນຜົວຢ່າລືມທຳຕົວໃຫ້ເປັນແບບຢ່າງທີ່ດີໆ
ໃຫ້ຜູ້ຍິງທີ່ເຈົ້າຮັກສົມຫວັງໃນສິ່ງທີ່ລາວຄາດຫວັງນຳ.!