ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ

ເຮັດຫຍັງຈຶ່ງໃສ່ຖົງມືຖົງຕີນໃຫ້ລູກ?

ເມື່ອອາບນ້ຳ ແລະ ເຊັດໂຕໃຫ້ລູກແລ້ວ ທ່ານມັກຈະໃສ່ແປ້ງຕາມໂຕ ແຕ່ງໂຕ ແລະ ໃສ່ຖົງຕີນຖົງມືໃຫ້ລູກ ຄົນສ່ວນຫລາຍມັກໃຫ້ເຫດຜົນວ່າການໃສ່ຖົງມືຖົງຕີນໃຫ້ລູກວ່າເຮັດໃຫ້ລູກຫນ້າຮັກ ແລະ ມີບາງສ່ວນໃຫ້ເຫດຜົນວ່າ ເພື່ອປ້ອງກັນບໍ່ໃຫ້ເລັບຂອງລູກມາຂູດໃບຫນ້າ ຈຶ່ງຈຳເປັນຕ້ອງໃສ່ຖົງມື
ແຕ່ການໃສ່ຖົງຕີນຖົງມືຈະເຮັດໃຫ້ການລະບາຍຄວາມຮ້ອນຈາກຮ່າງກາຍຂອງລູກບໍ່ສະດວກ ປະເທດລາວມີອາກາດຮ້ອນແນ່ ຕະຫລອດເວລາ ເມື່ອໃສ່ຖົງຕີນຖົງມືໃຫ້ແກ່ລູກ ຄວາມຮ້ອນຈະຖືກລະບາຍໄດ້ພຽງບໍລິເວນຫົວ ແລະແຜ່ນຫລັງເທົ່ານັ້ນ ເຮັດໃຫ້ເຫງື່ອຂອງລູກອອກຫລາຍ ແລະ ເກິດເປັນຝົດຜືນຮ້ອນຂື້ນມາຕາມບໍລິເວນເຫລົ່ານີ້
ທາງທີ່ດີຄວນເບິ່ງວ່າສະພາບອາກາດຂະນະນັ້ນວ່າຮ້ອນຫລືບໍ່? ຖ້າຮ້ອນຄວນໃສ່ຊຸດບາງໆ ແລະ ບໍ່ໃສ່ຖົງມືຖົງຕີນໃຫ້ລູກ ໃນກໍລະນີທີ່ເລັບຂອງລູກຍາວຄວນຕັດເລັບສ່ວນທີ່ຍາວອອກແນ່ ເພື່ອບໍ່ໃຫ້ຍາວເກິນໄປຈົນຂູດໃບຫນ້າລູກໄດ້

 

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005