ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ


ຖ້າຮັກບໍ່ລາບລື້ນ ຫາທາງແກ້ໄຂແນວໃດ?

ໄດ້ຍິນມາດົນແລ້ວວ່າ: "ການກະທຳເຫນືອກວ່າຄຳເວົ້າ" ແຕ່ຫາຂໍ້ອ້າງອິງບໍ່ໄດ້ (ໃຈຈິງຈະຂຽນວ່າ ຫາຄົນມາອິງແອບບໍ່ໄດ້ຕ່າງຫາກ) ເພາະໃຜຢືນຢັນໄດ້ວ່າ: ຄົນເຮົາເຮັດອັນໃດປາກກັບໃຈກົງກັນທຸກຄັ້ງໄປ ເຫັນມີແຕ່ປາກບອກຂ້ອຍຊັງເຈົ້າ ແຕ່ຍັງຊື້ຂະຫນົມນົມເນີຍມາຝາກດ້ວຍຄວາມສົງສານ ນີ້ເພິ່ນຮຽກວ່າ:"ປາກກົງກັບພຶດຕິກຳຈົນເປັນຕາໃຫ້ລາງວັນຜູ້ມີຄວາມຊື່ສັດກັບຕົວເອງ.
   ຈະວ່າໄປແລ້ວເລື່ອງປາກກັບໃຈບໍ່ກົງກັນບໍ່ແມ່ນເລື່ອງຮ້າຍແຮງອັນໃດ ແລະ ມະນຸດທຸກເພດທຸກວັຍລ້ວນເປັນແບບນີ້ໄດ້ຫາກບໍ່ໄປສ້າງຄວາມເດືອດຮ້ອນ ໃຫ້ສັງຄົມຮອບຂ້າງ ເຖິງວ່າເຈົ້າປາກກັບໃຈບໍ່ກົງກັນພຽງໃດ ມັນກໍ່ພຽງເລື່ອງທຳມະຊາດ ຫາກໄປເຮັດເພາະເຈດຕະນາດີແລ້ວ ເປັນຕາຊັງບ່ອນໃດ! ກັບກັນອາດຫນ້າຮັກ (ເຫມືອນຄົນຂຽນ) ອີກດ້ວຍ.
    ຈາກ  Actions Speak Louder Than Words ການກະທຳມີຄ່າກວ່າຄຳເວົ້າ ບອກວ່າ ຫລາຍຄົນຄິດວ່າການເວົ້າລົມຖືເປັນວິທີດີທີ່ສຸດ ທີ່ຈະເຮັດໃຫ້ບຸກຄົນສອງຝ່າຍຮູ້ຈັກຊຶ່ງກັນ ແລະ ກັນດີຂື້ນ ແຕ່ຜົນການວິໄຈຂອງ ຈູເລຍ ທີ. ວູ້ດ ແລະ ສະຕີຟ ດັຄ ເວົ້າວ່າ: ຄວາມເຂົ້າໃຈດັ່ງກ່າວຖືກຕ້ອງພຽງບາງສ່ວນ ເຫດນີ້ເຈົ້າຈຶ່ງຄວນຮຽນຮູ້ໃຫ້ຫລາຍກວ່ານີ້ ໂດຍສະເພາະຫາກປະສົງຈະເຂົ້າເຖິງຄວາມໃນໃຈຂອງຄົນທີ່ເຈົ້າຮັກ ຂໍໃຫ້ສັງເກດລາວຈາກການສະແດງອອກດັ່ງຕໍ່ໄປນີ້ ແລ້ວຈະຕີຄວາມຫມາຍໃຫ້ຟັງວ່າລາວຕັ້ງໃຈຈະບອກອັນໃດກັບເຈົ້າ.
    ຈາກການວິໄຈ ຄູ່ຫູທັງສອງສຶກສາເອົາໄວ້ພຽງ 3 ຢ່າງ ເຊັ່ນ:
* ພຶດຕິກຳທີ 1: ຫາກລາວມີມາລະຍາດໃນການຂັບລົດຫລາຍຂື້ນ ເຖິງວ່າການສັນຈອນຈະຕິດຂັດຫລາຍພຽງໃດ ແຕ່ຍັງເຍືອກເຢັນໄດ້ ທັງທີ່ຖ້າເປັນສະໄຫມກ່ອນຕອນລາວຍັງເປັນວັຍລຸ້ນ ຢ່າຄິດເລີຍວ່າຈະໃຈເຢັນໄດ້ເຖິງຂະຫນາດນີ້ ຄວາມຫມາຍທີ່ເປັນໄປໄດ້: ລາວມີຄວາມອົດທົນເພິ່ມຂື້ນ, ເພາະຊີວິດບໍ່ໄດ້ມີພຽງໂຕຄົນດຽວແລ້ວ, ສິ່ງທີ່ເຈົ້າຄວນເຮັດ: ຖ້າໂດຍສ່ວນໂຕເຈົ້າຍັງເປັນຄົນເຈົ້າອາລົມ, ຢ່າໄປລົງກັບລາວ, ແນວໃດລາວກໍ່ພະຍາຍາມໄປໃນທາງທີ່ດີຂື້ນແລ້ວ ກໍ່ຢ່າໄປສ້າງແຮງກົດດັນໃຫ້ລາວຫັນກັບໄປເປັນຄົນຫຸນຫັນພັນແລ່ນອີກເລີຍ.
* ພຶດຕິກຳທີ 2: ເມື່ອໃດທີ່ຫລີ້ນກິລານຳກັນ ແລ້ວລາວເສຍ, ລາວງຽບເປັນຊົ່ວໂມງ, ຄວາມຫມາຍທີ່ເປັນໄປໄດ້: ຄວາມຂັດຂ້ອງຫມອງໃຈເຖິງຈະເກິດຈາກສິ່ງນ້ອຍໆ ຊຶ່ງບາງເທື່ອບໍ່ຄິດວ່າຈະເປັນເລື່ອງເກິດຂື້ນມາໄດ້ແຕ່ກໍ່ເປັນຈົນໄດ້ ບາງເທື່ອເຈົ້າຕ້ອງຝຶກແພ້ລາວແນ່ຈັກຫນ່ອຍ ຫລື ຢ່າຫລີ້ນກິລານຳກັນປະຈຳ ໂດຍສະເພາະຖ້າກິລານັ້ນຕັດສິນກັນດ້ວຍການແພ້ - ຊະນະ, ສິ່ງທີ່ທ່ານຄວນເຮັດ: ຢ່າເອົາຈິງເອົາຈັງກັບຜົນການແຂ່ງຂັດ ມັນກໍ່ພຽງການຫລີ້ນຢ່າງຫນື່ງ ຫລີ້ນແລ້ວກໍ່ຈົບກັນຈະໄປສົນໃຈຢ່າງຈິງເຮັດຫຍັງ
* ພຶດຕິກຳທີ 3: ຖ້າສັງເກດວ່າ ຕອນສວຍວັນອາທິດ ລາວມັກຢູ່ກັບແມ່ຂອງລາວ ແລະ ເອົາໃຈໃສ່ທ່ານສະຫມ່ຳສະເຫມີ ຄວາມຫມາຍທີ່ເປັນໄປໄດ້: ເຈົ້າເລືອກຄົນຮັກທີ່ຈະຢູ່ຄຽງຂ້າງໄດ້ຖືກຕ້ອງແລ້ວ, ສິ່ງທີ່ເຈົ້າຄວນເຮັດ: ຈົ່ງດີໃຈໄວ້ ສະແດງວ່າເຈົ້າເລືອກຄົນບໍ່ຜິດດອກ ລາວເປັນຄົນຮັກຄອບຄົວ, ບໍ່ຫວັ່ນໄຫວກັບຄວາມແກ່ເຖົ້າຂອງແມ່ຍິງ ແຕ່ຢ່າເຜີໃຫ້ລາວພົບກັບສາວເອາະໆ ບ່ອນນີ້ຕື່ມໃຫ້ ບໍ່ໄດ້ກ່ຽວກັບງານວິໄຈແຕ່ແນວໃດເລີຍ.
ບັດນີ້ພໍເຂົ້າໃຈການສະແດງອອກທີ່ລາວບໍເຄີຍອະທິບາຍໃຫ້ເຈົ້າຟັງແນ່ບໍ?
    ນອກຈາກນີ້ໃນຫນ້າເຈ້ຍດຽວກັນສ່ວນທີ່ເອີ້ນວ່າ: In Love ໃນວາລະສານ New Woman ຍັງຂຽນເຖິງ Time to get intimate ເຖິງຍາມທີ່ຄູ່ຮັກຄວນຫາເວລາສະນິດກັນ ຫລື ໃກ້ຊິດກັນໃຫ້ຫລາຍຂື້ນ (ອີກຈັກຄັ້ງ) ໄດ້ແລ້ວ ບໍ່ຮູ້ວ່າຈະຮູ້ສຶກກັນຫລືບໍ ເປັນຫຍັງຄວາມຮັກຈຶ່ງຄ່ອຍໆ ຈືດຈາງເມື່ອເວລາຜ່ານໄປເລື້ອຍໆ
    ປີເຕີຣ໌ ຟຣານເກິລ ຜູ້ອຳນວຍການສະຖາບັນຄອບຄົວສຶກສາ ໃນນິວຢອກ ໄດ້ເວົ້າເລື່ອງເຫລົ່ານີ້ໄວ້ວ່າ: ຄວາມຫ່າງເຫີນເປັນສິ່ງທຳມະດາທີ່ພົບໄດ້ໃນຄູ່ຮັກທຸກຄູ່ ບາງເທື່ອອາດອາລົມເສຍໃສ່ກັນຈົນທ່ານເອງຍັງແປກໃຈວ່າ ຈະມີເຫດການແບບນີ້ເກິດຂື້ນກັບຊີວິດຄູ່ໄດ້ອີກບໍ?
    ທັງທີ່ຄຳຕອບຄື: ງ່າຍຫລາຍ ບາງຄູ່ເຖິງກັບຕ້ອງເອີ້ນວ່າ: ແຮ່ງໃກ້ຫລາຍກໍ່ແຮ່ງກັດກັນຫລາຍ ເຫັນພາບຊັດເຈນຂື້ນຫລືບໍ? ແຕ່ບໍ່ຕ້ອງໄປເຮັດຕາມດອກເດີ້ ຖ້າວ່າຄວາມຮັກຂອງເຈົ້າລາບລື້ນດີແລ້ວ ແຕ່ຖ້າຮັກຂອງໃຜຍັງບໍ່ລາບລື້ນ ເຫດນີ້ຄົງເຖິງເວລາທີ່ຈະຫັນຫນ້າອະທິບາຍເລື່ອງຄາໃຈກັນແນ່ເດີ...
    ຫາເວລາເປັນສ່ວນຕົວໃຫ້ກົງກັນ ສາເຫດຫນື່ງຂອງຄວາມຫ່າງເຫີນ ອາດເກິດຈາກການທີ່ຄູ່ຮັກບໍ່ເຄີຍຄຳນຶງເຖິງຄວາມຕ້ອງການຂອງອີກຝ່າຍ ບາງຄູ່ຍັງປັນຍາອ່ອນຂະຫນາດຄິດພຽງວ່າ ຢູ່ນຳກັນແລ້ວຄົງບໍ່ຈຳເປັນຕ້ອງສະວິຕອັນໃດດອກ ທັງທີ່ຢູ່ບ້ານນຳກັນນີ້ລະ ຄວນຫາເວລາມາສະວີຕຫລາຍກ່ວາເກົ່າ ເພາະຖ້າບໍ່ຫວານລະວັງຈະກາຍເປັນໃກ້ເກືອກິນດ່າງ ບໍ່ຮູ້ຕົວເດີ້.
    ບໍ່ຄວນເອົາບັນຫາບ່ອນເຮັດວຽກມາສ້າງບັນຫາໃຫ້ຄູ່ຄອງ ຄວນແຍກກັນວ່າ ບ້ານບໍ່ແມ່ນບ່ອນລະບາຍແຮງກົດດັນ ທີ່ເຈົ້າໄດ້ຮັບມາ ນັ້ນບໍ່ໄດ້ຫມາຍຄວາມວ່າ: ເຈົ້າຈະເວົ້າກ່ຽວກັບວຽກໃນຫ້ອງການໃຫ້ຄອບຄົວຟັງບໍ່ໄດ້ ເພາະແນວໃດຊີວິດຄູ່ກໍ່ຫມາຍເຖິງການປຶກສາຫາລືກັນຢູ່ແລ້ວ ຂໍພຽງແຕ່ເລົ່າບັນຫາໃຫຍ່ໆ ກໍພໍ ບໍ່ຄວນຈູ້ຈີ້ຫລາຍເກີນໄປ
    ຍິ້ມ ຫລື ສົ່ງສາຍຕາໃຫ້ອີກຝ່າຍພຽງວັນລະ 1 ນາທີ, ບໍ່ແມ່ນເອົາແຕ່ລົບ ວິທີນີ້ຈະເຊື່ອມຄວາມຜູກພັນໃນທາງກັບກັນ ຖ້າເຮັດວຽກໃນຫ້ອງການດຽວກັນ ແລ້ວຈະເປັນຕ້ອງຍິ້ມ ຫລື ສົ່ງສາຍຕາເກີນກວ່າວັນລະ 1 ນາທີ, ຈະກໍ່ບັນຫາຫລາຍກວ່າແກ້ໄຂ ຫລືບໍ່? ຜູ້ຊ່ຽວຊານຄົງລືມວິໄຈ ຖືເປັນວຽກບ້ານກັບໄປຄິດກັນເອົາເອງເດີ້.
     ສຸດທ້າຍ ປ່ຽນກິດຈະວັດຕອນແລງບໍ່ໃຫ້ຊ້ຳຊາກ ຫມາຍເຖິງເຮັດອັນໃດຮ່ວມກັນກໍ່ໄດ້ ທີ່ບໍ່ຄືເກົ່າ ເລິ່ມຕັ້ງແຕ່ເລື່ອງເທິງຕຽງໄປຈົນເຖິງການຄວນປ່ຽນຈານເຂົ້າ ໃຫ້ເປັນລາຍໃຫມ່ໄດ້ຫລືບໍ່? ລະອຽດລະອໍເຂົ້າໄວ້, ແຕ່ປ່ຽນໃຈພຽງຫນ້ອຍຫນື່ງ ຄິດວ່າເຖິງແນວໃດກໍ່ເປັນຄົນທີ່ເຄີຍຮັກກັນ ແຕ່ເອ໊..... ແລ້ວເຮົາຍັງຮັກກັນຢູ່ຫລືນີ້?.

 

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005