
ລູກຕ້ອງການວັກຊີນອັນໃດແນ່!
ປະຈຸບັນນີ້ມີວັກຊີນຫລາຍຊະນິດ ທ່ານຄວນສຶກສາໄວ້ແນ່ ເພາະບາງເທື່ອທ່ານອາດຈະຫລົງໆ
ລືມໆ ວ່າລູກສັກວັກຊີນຊະນິດໃດໄປແນ່ແລ້ວ
ຕາຕະລາງການສັກວັກຊີນມີການແກ້ໄຂເປັນປະຈຳ
ຈຶ່ງຄວນຕິດຕາມຂໍ້ແນະນຳສຸດທ້າຍ ເພື່ອຄວາມເຂົ້າໃຈງ່າຍ
ຈະຂໍລຽງໄປຕາມອາຍຸຂອງລູກເລີຍດັ່ງນີ້:
* ອາຍຸ ວັກຊີນ
ເດັກຫາກໍ່ເກີດ
1. ສັກວັກຊີນ ບີ.ຊີ.ຈີ. (ປ້ອງກັນວັນນະໂລກ)
2. ສັກວັກຊີນປ້ອງກັນໂລກຕັບອັກເສບ ບີ ຄັ້ງທີ່ 1
3. ສັກພູມຄຸ້ມກັນຕັບອັກເສບ ບີ (ສຳຫລັບລູກທີ່ເກິດ
ຈາກແມ່ທີ່ເປັນພາຫະຂອງໂລກຕັບອັກເສບ ບີ)
+ ເດັກນ້ອຍ 1 ເດືອນ
1. ສັກວັກຊີນປ້ອງກັນໂລກຕັບອັກເສບ ບີ ຄັ້ງທີ 2 ຫລືເລື່ອນໄປສັກ ເມື່ອອາຍຸ
2 ເດືອນ
+ ເດັກນ້ອຍ 2 ເດືອນ
1. ຢອດວັກຊີນປ້ອງກັນໂລກໂປລິໂອ ຄັ້ງທີ 1
2. ສັກວັກຊີນປ້ອງກັນໂລກຄໍຕີບ ໄອໂກນ, ບາດທະຍັກ, ຄັ້ງທີ່ 1
3. ສັກວັກຊີນປ້ອງກັນໄຂ້ສະຫມອງ ຮິບ ຄັ້ງທີ່ 1
+ ເດັກນ້ອຍ 4 ເດືອນ
1. ຢອດວັກຊີນປ້ອງກັນໂລກໂປລິໂອ ຄັ້ງທີ່ 2
2. ສັກວັກຊີນປ້ອງກັນໂລກຄໍຕີບ, ໄອໂກນ, ບາດທະຍັກ ຄັ້ງທີ່ 2
3. ສັກວັກຊີນປ້ອງກັນໄຂ້ສະຫມອງ ຮິບ ຄັ້ງທີ່ 2
+ ເດັກນ້ອຍ 6 ເດືອນ
1. ຢອດວັກຊີນປ້ອງກັນໂລກໂປລິໂອ ຄັ້ງທີ 3
2. ສັກວັກຊີນປ້ອງກັນໂລກຄໍຕີບ ໄອໂກນ, ບາດທະຍັກ ຄັ້ງທີ 3
3. ສັກວັກຊີນປ້ອງກັນໂລກຕັບອັກເສບ ບີ ຄັ້ງທີ 3
+ ເດັກນ້ອຍ 1 ປີ
1. ສັກວັກຊີນປ້ອງກັນໂລກຫັດ, ຫັດເຢຍລະມັນ, ຄໍຫນຽງ ຄັ້ງທີ 1
2. ສັກວັກຊີນປ້ອງກັນໄຂ້ສະມອງ ຮິບ ຄັ້ງ 3
+ ເດັກນ້ອຍ 1 ປີ 1 ເດືອນ
1. ສັກວັກຊີນປ້ອງກັນໂລກໄຂ້ສະຫມອງອັກເສບ ຄັ້ງທີ 2
+ ເດັກນ້ອຍ 1 ປີ ເດືອນ 1, 2 ອາທິດ
1. ສັກວັກຊີນປ້ອງກັນໂລກໄຂ້ສະຫມອງອັກເສບ ຄັ້ງທີ 2
+ ເດັກນ້ອຍ 1 ປີ 2 ອາທິດ.
1. ສັກວັກຊີນປ້ອງກັນໂລກຕັບອັກເສບ ເອ ຄັ້ງທີ 1
+ ເດັກນ້ອຍ 1 ປີ, 2 ເດືອນ
1. ສັກວັກຊີນປ້ອງກັນໂລກຕັບອັກເສບ ເອ ຄັ້ງ 1
+ ເດັກນ້ອຍ 1 ປີ 3 ເດືອນ
1. ສັກວັກຊີນປ້ອງກັນໂລກຕັບອັກເສບ ເອ ຄັ້ງທີ 2
+ ເດັກນ້ອຍ 1 ປີ 6 ເດືອນ
1. ຢອດວັກຊີນປ້ອງກັນໂລກໂປລິໂອ ຄັ້ງທີ 4
2. ສັກວັກຊີນປ້ອງກັນໂລກຄໍຕີບ, ໄອໂກນ, ບາດທະຍັກ ຄັ້ງທີ 4
+ ເດັກນ້ອຍ 1 ປີ 8 ເດືອນ
1. ສັກວັກຊີນປ້ອງກັນໂລກຕັບອັກເສບ ເອ ຄັ້ງທີ 3
+ ເດັກນ້ອຍ 2 ປີ 1 ເດືອນ
1. ສັກວັກຊີນປ້ອງກັນໂລກໄຂ້ສະຫມອງອັກເສບ ຄັ້ງທີ 3
+ ເດັກນ້ອຍ 4 ປີ
1. ສັກວັກຊີນປ້ອງກັນໂລກຫັດ, ຫັດເຢຍລະມັນ, ຄໍຫນຽງ ຄັ້ງທີ 2
+ ເດັກນ້ອຍ 5 ປີ
1. ຢອດວັກຊີນປ້ອງກັນໂລກໂປລິໂອ ຄັ້ງທີ 5
2. ສັກວັກຊີນປ້ອງກັນໂລກຄໍຕີບ, ໄອໂກນ, ບາດທະຍັກ ຄັ້ງທີ 5
ໃນຕາຕະລາງນີ້ໄດ້ບັນຈຸວັກຊີນໃຫມ່ອີກ 2 ຊະນິດ
ຊຶ່ງຍັງບໍ່ນິຍົມກັນແຜ່ຫລາຍ ຄື:
- ຊະນິດທີ 1: ວັກຊີນຕັບອັກເສບ ເອ ຕ້ອງສັກ 3 ຄັ້ງ
- ຊະນິດທີ 2: ວັກຊີນປ້ອງກັນການຕິດເຊື້ອຮີໂມຟິລຸສ ບີ
ມີຊື່ເອີ້ນສັ້ນໆ ວ່າ: ວັກຊີນຮິບ (Hib) ວັກຊີນນີ້ຕ້ອງສັກ 3 ຄັ້ງ,
ຄວນສັກເມື່ອອາຍຸ 2 ເດືອນ 4 ເດືອນ ແລະ 1 ປີ,
ຄວນໃຫ້ລູກສັກວັກຊີນຊະນິດນີ້ແຕ່ເລິ່ມຕົ້ນ ຕາມເວລາທີ່ກຳຫນົດ
ຖ້າປ່ອຍໃຫ້ລູກໃຫຍ່ຂື້ນແລ້ວ ປະໂຫຍດທີ່ຈະໄດ້ຈາກວັກຊີນຈະນ້ອຍ ແລະ
ລູກອາດຈະຕິດເຊື້ອ ຈາກທຳມະຊາດກ່ອນ ຊຶ່ງຈະມີຄວາມຮຸນແຮງຂອງໂລກຫລາຍ
ອາດເຮັດໃຫ້ພິການໄດ້.