ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ


ຝຶກໃຫ້ລູກຮຽນຮູ້ດ້ວຍຕົນເອງ

ໃນໄລຍະທຳອິດການສຶກສາຂອງລູກ ທ່ານອາດຈະຊ່ວຍອ່ານ, ຊ່ວຍເຮັດ ແລະ ອາດຈະຊ່ວຍຂຽນບົດເລື່ອງຕ່າງໆ ໃຫ້ລູກເປັນຕົວຢ່າງແລ້ວຈຶ່ງຄ່ອຍໆ ລົດການຊ່ວຍເຫລືອໃນຕອນຢູ່ຊັ້ນປະຖົມປີທີ 2 ແລະ 3 ເພື່ອໃຫ້ລູກໄດ້ສຶກສາດ້ວຍຕົນເອງ ໂດຍທ່ານອາດຈະວາງຂອບການອ່ານຫນັງສືຂອລູກ ແລະ ຄວນມີຫນັງສືນອກຫລັກສູດທີ່ມີເນື້ອຫາຄ້າຍກັບໂຕທີ່ຮຽນ ເພື່ອໃຫ້ລູກໄດ້ອ່ານຄົ້ນຄວ້າ ຢ່າຈູ້ຈີ້ລຳໄລໃນລາຍລະອຽດ ໂດຍຢ້ານວ່າລູກຈະອ່ານບໍ່ຄົບ ໃຫ້ລູກໄດ້ຄິດເອງ ເມື່ອເຫັນຂໍ້ສອບແລ້ວເຮັດບໍ່ໄດ້ ຈະໄດ້ຮູ້ວ່າອ່ານບໍ່ຄົບ, ຈະໄດ້ວາງແຜນການອ່ານຫນັງສືຄັ້ງຕໍ່ໄປແນວໃດ ແລະ ຄວນອ່ານຫນັງສືຫົວໃດ ຖ້າທ່ານມີແຕ່ຊີ້ນຳ ລູກກໍ່ຈະບໍ່ໄດ້ຄິດວາງແຜນການສຶກສາດ້ວຍຕົນເອງໄດ້ຈັກເທື່ອ

 

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005