ໃຊ້ແພມເພີສ໌ໃຫ້ຖືກວິທີ
ແພມເພີຣ໌ ຄື:
ຜ້າອ້ອມຊະນິດຫນື່ງທີ່ໃຊ້ຄັ້ງດຽວແລ້ວຖິ້ມເລີຍ
ຈຶ່ງໃຫ້ສະດວກຕໍ່ທ່ານ ບໍ່ຕ້ອງມານັ່ງຊັກຜ້າອ້ອມອີກ ແພມເພີຣ໌ມີຫລາຍຂະຫນາດ
ຄວນເລືອກໃຊ້ຂະຫນາດທີ່ເຫມາະສົມກັບລູກ
ປະເທດລາວເຮົາເປັນປະເທດທີ່ມີອາກາດຮ້ອນ
ການໃສ່ແພມເພີຣ໌ຈະເຮັດໃຫ້ບໍລິເວນຂາຫນີບ, ກົ້ນ ແລະ
ອະໄວຍະວະເພດຂອງລູກຖືກອົບຫລາຍ
ຖ້າໃສ່ໃຫ້ລູກເປັນເວລາດົນຫລາຍຊົ່ວໂມງ
ຜິວຫນັງບໍລິເວນນັ້ນຈະອົບຫລາຍ ແລະ ເກິດເປັນຜື່ນແດງຂື້ນມາ, ຍ່ຽວ
ແລະ
ອຸດຈາລະທີ່ລູກຖ່າຍອອກມາຈະລະລາຍຜິວຫນັງບໍລິເວນທີ່ໃສ່ແພມເພີຣ໌ໃຫ້ເກິດເປັນຜື່ນແດງ
ແລະ
ຖ້າບໍ່ຟ້າວຮັກສາຈະມີເຊື້ອລາເຕີບໃຫຍ່ຂື້ນບໍລິເວນຜື່ນແດງເຫລົ່ານັ້ນ
ເມື່ອເຖິງຈຸດນີ້ ຜື່ນແດງເຫລົ່ານີ້ຈະບໍ່ເຊົາ ຖ້າບໍ່ໄດ້ຮັບຢາທາ
ຫລື ບາງຄັ້ງອາດຕ້ອງໄດ້ກິນຢານຳ
* ຄວນໃຊ້ເມື່ອຈຳເປັນ
ຖ້າລູກເປັນຄົນທີ່ຍ່ຽວດຸຄວນເບິ່ງສາເຫດວ່າເກິດຈາກການກິນນ້ຳຫລາຍຫລືບໍ່?
ຄວາມຈຳເປັນໃນການໃຊ້ແພມເພີຣ໌ຈຶ່ງລົດຫນ້ອຍລົງ
ບາງຄົນໃສ່ແພມເພີຣ໌ໃຫ້ແກ່ລູກເມື່ອລູກຈະນອນ ເພາະຢ້ານວ່າຖ້າລູກຍ່ຽວ
ຫລື ຂີ້ ແລ້ວລູກຈະປຽກ ເຮັດໃຫ້ລູກເປັນຫວັດງ່າຍ ຫລື
ຖ້າລູກຕື່ນແລ້ວຈະກວນຫລາຍບໍ່ຍອມນອນອີກ
ຈຶ່ງໃສ່ແພມເພີຣ໌ໃຫ້ລູກຈົນຮອດມື້ເຊົ້າຄ່ອຍປ່ຽນອັນໃຫມ່
ການເຮັດແບບນີ້ມີໂອກາດທີ່ຈະເກິດຜື່ນແດງບໍລິເວນທີ່ໃສ່ແພມເພີຣ໌ໄດ້ງ່າຍ
ທ່ານລອງງົດໃຫ້ລູກກິນນ້ຳຫນ້ອຍຫນື່ງ ແລະ
ລຸດນົມທີ່ລູກຈະກິນໃນເວລາຕອນດຶກ ເຊັ່ນ: ປະມານ 12 ໂມງກາງຄືນ ເຖິງ
5 ໂມງເຊົ້າ ຈະເຮັດໃຫ້ລູກຍ່ຽວຫນ້ອຍລົງ ແລະ ບໍ່ຖ່າຍໃນຊ່ວງດຶກ ເມື່ອຕື່ນຂື້ນມາຄ່ອຍໃຫ້ກິນນົມ
ຫລື ອາຫານຕອນເຊົ້າເລີຍ
ວິທີນີ້ໃຫ້ຜົນໃນການຈະເລີນເຕີບໃຫຍ່ທີ່ດີກວ່າການໃຫ້ລູກກິນນົມຫມົດຄືນ
ແລະ ລຸດຄວາມຈຳເປັນໃນການໃຊ້ແພມເພີຣ໌ລົງ
ນອກຈາກນີ້ຍັງເຮັດໃຫ້ລູກເປັນຄົນກິນອາຫານເຊົ້າໄດ້ເກັ່ງກວ່າເດັກນ້ອຍຄົນອື່ນອີກ.