ພົບວິທີຮັກສາຄົນຫລາຍໃຈ ກັບມາເປັນຄົນຮັກດຽວໃຈດຽວ
ນັກວິທະຍາສາດພົບເຫັນຫົນທາງເຮັດໃຫ້ຜົວທີ່ເຈົ້າຊູ້ ກັບໂຕເປັນຄົນລະຄົນ
ປ່ຽນເປັນຄົນທີ່ຮັກບ້ານ ແລະ ລູກເມຍປານດວງໃຈໄປ
ພວກເຂົາໄດ້ຮູ້ບົດຮຽນຈາການສຶກສາຫນູຕາມທົ່ງນາຊະນິດຫນື່ງ
ຊຶ່ງປົກກະຕິຈະປະສົມກັບໂຕແມ່ໂດຍບໍ່ເລືອກຫນ້າ ແຕ່ເມື່ອຈັບມາປັບສ່ນປະກອບເຄມີຂອງຮໍໂມນໃນສະຫມອງໃຫມ່
ມັນກັບປ່ຽນກາຍເປັນຄົນລະໂຕໄປ ເຊົາໄປປະສົມກັບໂຕແມ່ອື່ນອີກຕໍ່ໄປ
ກັບເປັນຜົວທີ່ຮັກລູກເມຍ ທັງຍັງຊ່ວຍເມຍລ້ຽງລູກອີກນຳ.
ພວກເຂົາໄດ້ພົບເຫັນວ່າຮໍໂມນວາໂສເພຣສສິນ
ມີອິດທິພົນປ່ຽນຫນູພວກນັ້ນໃຫ້ມີຄວາມຮັກດຽວໃຈດຽວໄປໄດ້ ຕ່າງຈາກສັດລ້ຽງລູກດ້ວຍນົມທົ່ວໆ
ໄປ ຊຶ່ງມັກຈະປະສົມພັນບໍ່ເລືອກຫນ້າ ມີສັດພວກນິຍົມຜົວດຽວເມຍດຽວພຽງບໍ່ເຖິງ 5% ເທົ່ານັ້ນ
ຢ່າງໃດກໍ່ຕາມ ສາດສະດາຈານລາຣ໌ຣີ ຍັງ ຂອງມະຫາວິທະຍາໄລອິມໍຣີ
ຜູ້ຮ່ວມໃນການສຶກສາວິໄຈເວົ້າວ່າ: ແຕ່ການຈະເອົາວິທີນີ້ມາໃຊ້ກັບຄົນ ອາດຈະບໍ່ງ່າຍ ເພາະອາດຈະຂື້ນກັບຮໍໂມນຫລາຍຕົວ
ແຕ່ໃຫ້ຄວາມເຫັນວ່າ "ເຮົາຮູ້ມາແລ້ວວ່າ ເມື່ອມະນຸດມີຄວາມສຳພັນທາງກາມມະລົມ
ກໍ່ຂັບຮໍໂມນຊະນິດນີ້ຄືກັນ, ກາມະລົມ
ອາດຈະມີສ່ວນຊ່ວຍກະຊັບຄວາມຜູກພັນລະຫວ່າງກັນໃຫ້ແຫນ້ນຫນາຍິ່ງຂື້ນ ແລະ
ຮໍໂມນນີ້ອາດຈະເປັນຕົວການສຳຄັນຂອງເລື່ອງນີ້"