
ຮັກກັນບໍ່ມີວັນຫມົດອາຍຸ
ຫາກໍ່ສັງເກດເຫັນເມື່ອສອງສາມມື້ທີ່ຜ່ານມາວ່າ
ນ້ຳດື່ມໃສ່ຕຸກຂາຍມີວັນຫມົດອາຍຸ ຄິດວ່າຈະເປັນອຳມະຕະໄດ້ ໃຈເລິ່ມຄິດໄປເລື້ອຍໆ
ວ່າມີອັນໃດແນ່ທີ່ຫມົດອາຍຸໄດ້ອີກ
ກໍ່ມາສະດຸດກັບຄວາມຮັກລະຫວ່າງເຮົາ ແລະ ເຂົານີ້ເອງ,
"ເວລາພຽງໃດເຖິງຈະພົບກັບວັນເອັກສະປາຍເດທ
(Expired Date)
ສຳຫລັບຊີວິດຄູ່"
ກໍ່ບົ່ງບອກວັນທີ່ບໍ່ໄດ້ແນ່ນອອນ ຄືກັບອາຫານສຳເລັດຮູບບາງຍີ່ຫໍ້
ເອ໊ຍ!
ບາງຄູ່ຮັກກັນຍືນຍາວ ຢູ່ນຳກັນຢ່າງມີຄວາມສຸກ
ສຳຫລັບຄູ່ທີ່ຕ້ອງພົບພໍ້ກັບຄວາມຮັກຈືດຈາງຈົນເຖິງຂັ້ນ ເຫມັນບູດ
ເຫັນທ່າຈະຕ້ອງລຸກຂື້ນມາປັບປຸງປ່ຽນແປງຄວາມເປັນໄປຄູ່ຂອງທ່ານແນ່ແລ້ວເດີ້.
ການໃຊ້ຊີວິດຄູ່ຢູ່ນຳກັນແບບ
"ບໍ່ມີບັນຫາເລີຍ"
ລຶກໆ ລົງໄປອາດຫມາຍຄວາມວ່າບໍ່ມີອັນໃດແປກ ໃຫມ່ທ້າທາຍ
ບໍ່ມີເລື່ອງໃຫ້ປະຫລາດໃຈ ໄຮ້ອາລົມເຂົ້າມາກ່ຽວຂ້ອງໄປເລີຍກໍ່ເປັນໄດ້
ຄູ່ຜົວເມຍທີ່ຫນ້າເບື່ອ
ຕົ້ນຕໍບັນຫາມັກຈະມາຈາກການບໍ່ເຮັດອັນໃດເລີຍກັບຊີວິດຄູ່,
ຫລື ເຮັດສິ່ງຕ່າງໆ ຫນ້ອຍຫລາຍ
ຕ່າງຄົນຕ່າງກໍ່ບໍ່ສົນໃຈຄວາມສຳພັນລະຫວ່າງກັນ
ຂາດຄວາມມີສະເຫນ່ຫາຕໍ່ກັນ,
ບໍ່ສົນໃຈຫາເລື່ອງຕື່ນເຕັ້ນມ່ວນຊື່ນ,
ບໍ່ມີຄວາມຂັດແຍ້ງ ຫລື ທັງຄວາມລຳຄານໃຈກໍ່ບໍ່ມາພານ
ການທີ່ເຮົາພະຍາຍາມຕັດບັນຫາ ຫລື ຄວາມຫຍຸ້ງຍາກນີ້ລະ
ຖ້າຕັດຫລາຍເກິນໄປກໍ່ເຮັດໃຫ້ເກິດຄວາມເບື່ອໄດ້
ກາຍເປັນວ່າສິ່ງທີ່ປະຕິບັດຕໍ່ກັນນັ້ນບໍ່ມີຄວາມຫມາຍ ເພາະມີເລື່ອງຄວາມຮູ້ສຶກເຂົ້າມາກ່ຽວຂ້ອງນຳຫນ້ອຍທີ່ສຸດ
ແຕ່ໃນອີກດ້ານຫນື່ງ ເວລາຫລາຍປີທີ່ຢູ່ນຳກັນມາ ເຮັດໃຫ້ເບິ່ງເຫັນຈຸດບົກຜ່ອງຂອງກັນແລະກັນຫລາຍຂື້ນ
ກໍ່ຢ່າໃຊ້ແຕ່ຄວາມຮູ້ສຶກຮຽກຮ້ອງໃຫ້ອີກຝ່າຍປ່ຽນແປງ ຫລື
ຍຸແຍ່ກັນວ່າເຮົາຮັກເຂົາບ່ອນໃດ,
ເພາະອັນໃດ?
ໃຊ້ເຫດຜົນນັ້ນມາຫັກລົບກັບຄວາມບໍ່ຫນ້າພໍໃຈຂອງເຂົາ
ຄູ່ຊີວິດທີ່ມີຄວາມສຸກຄືຄູ່ທີ່ຍອມຮັບຄວາມບົກຜ່ອງຂອງອີກຝ່າຍຫນື່ງ
ແລະ ທຳໃຈຍອມຮັບໄດ້ວ່າ ເຮົາຕັດສິນໃຈເລືອກຂອງເຮົາມາເອງກັບມື
ຈະໂທດໃຜບໍ່ໄດ້ທັງນັ້ນ,
ເພາະເວລາໄດ້ມາກໍ່ເປັນແພ໊ກເກຈ
(Package)
ດີຫລືເສຍມານຳກັນ ຄັດສະເພາະສ່ວນດີກໍ່ບໍ່ໄດ້ເສຍ,
ເບິ່ງເຂົາດ້ວຍຄວາມອ່ອນໂຍນ
ມີສ່ວນໃດຫນ້າຮັກກໍ່ຈົງເອັນດູສະກ່ອນ ແລ້ວລາວຈະຫນ້າຮັກຂື້ນໃນສາຍຕາເຮົາ.
ອີກສາເຫດຫນື່ງຂອງຄວາມເບື່ອ ອາດມາຈາກລາວ ຫລື ເຮົາປ່ຽນແປງໄປຈາກເກົ່າ
ທີ່ເຄີຍສ້າງຄວາມສົດໃສ ແລະ ດຶງດູດຄວາມສົນໃຈ
ລາວອາດເຄີຍຮູ້ສຶກວ່າຍິງສາວທີ່ມີສະເຫນ່
ທີ່ເຮັດໃຫ້ລາວທຸລົນທຸລາຍໃຈຍາກເອົາຊະນະ
ຕອນນີ້ລາວບໍ່ໃສ່ໃຈຕົວເອງ,
ບໍ່ໃສ່ໃຈເຈົ້າ,
ດຽວນີ້ກາຍເປັນພຽງແມ່ຂອງລູກໆ ເທົ່ານັ້ນ ຫລື
ລາວທີ່ມັກຊວນໄປຮູ້ຈັກທຸກແຈທຸກມູມໃນເມືອງລາວ
ກາຍເປັນຄົນນັ່ງເຈົ່າຢູ່ກັບຫນັງສືພິມທຸກເວລາ
ຄວາມສຳພັນໃນແບບຄາດເດົາໄດ້ວ່າຈະເກິດອັນໃດຂື້ນກໍ່ຫນ້າເບື່ອແທ້ໆ
ເຊັ່ນ:
ບົດສົນທະນາຊ້ຳຊາກເຊັ່ນ:
"ມື້ແລງມີຫຍັງກິນແນ່" "ປົ່ນປາທູແລະລວກຜັກກາດ"...
ຫລື
ການທີ່ສອງຄົນດຳເນີນຄວາມສຳພັນຕາມຄວາມເປັນໄປໃນຊີວິດປະຈຳວັນ ເປັນພໍ່ແມ່ນຳກັນ,
ປັດກວດຖູເຮືອນນຳກັນ,
ໄປຊື້ເຄື່ອງໃສ່ບ້ານນຳກັນ,
ຂ້ອຍໄປສົ່ງລູກຮຽນພິເສດ,
ເຈົ້າພາລູກໄປລອຍນ້ຳ....
ບໍ່ມີອັນໃດອື່ນນອກຈາກນີ້.
ເຮົາຈະຖະຫນອມຊີວິດຄູ່ແນວໃດບໍ່ໃຫ້ບູດ.
ຫລາຍຄູ່ມີຄຳຖາມນີ້ໃນໃຈວ່າຈະຮັກສາຄວາມສົດຊື່ນໃນຊີວິດແຕ່ງງານໄວ້ດົນໆ
ໄດ້ແນວໃດ?
ບາງຄູ່ບອກວ່າຄວາມກຸກກິກຫວານແຫວວບໍ່ແມ່ນສະໄຕລ໌ຂອງຕົນເອງ
ຂືນເຮັດໄປນອກຈາກລາວບໍ່ຊາບຊຶ້ງ ແລ້ວຍັງຫົວຂວັນກັບຄວາມພະຍາຍາມຂອງເຮົາໃຫ້ເຈັບກະດອງໃຈ
ສະບາຍໃຈກ່ອນ
ຄວາມຫວານຊື່ນຄົງບໍ່ໄດ້ມີຄວາມຫມາຍພຽງໃຫ້ອ້າຍເອີຍ ນ້ອງເອີຍ!
ເຮັດແບບຫວານຊື້ນໃຕ້ແສງທຽນເທົ່ານັ້ນ
ຈະວ່າໄປແລ້ວທຸກຄົນຕ້ອງການໄດ້ຮັບຄວາມຊື່ນຊົມຈາກຄົນອື່ນ ໂດຍສະເພາະຄົນໃກ້ໂຕ,
ລອງຄິດເບິ່ງວ່າ ຖ້າລາວມ້ຽນບ່ອນນອນພັບຜ້າຫົ່ມທຸກໆ ວັນ ເປັນເວລາ 10
ປີ ໂດຍທີ່ເຮົາລືມໄປວ່າລາວບໍ່ຕ້ອງເຮັດແນວນັ້ນກໍ່ໄດ້ ເຮົາເອງກໍ່ເປັນຜູ້ຮັບທີ່ດີນຳ
ບໍ່ເຄີຍຍ້ອງຊົມຈັກຄຳ ຫລື ຈູບຫອມເລີຍ
ຄວາມຫວານຊື່ນຈະຈືດຈາງໄປເອງ ການຄິດເຖິງໃຈລາວໃຫ້ລາວຮູ້ວ່າ ເຮົາດີໃຈພຽງໃດ
ຍ້ອງລາວໃນສິ່ງທີ່ລາວຊ່ວຍເຫລືອ ເຮັດບາງຢ່າງທີ່ເສຍສະລະໃຫ້ເຮົາແນ່
*
ຄຳຍ້ອງ ເປັນພະລັງຜັກດັນໃນການບົ່ມເລິກຄວາມສຳພັນທີ່ດີ
ຄົນເຮົາກໍ່ແປກຢ່າງຫນື່ງ ແຮ່ງຍ້ອງແຮງເຮັດດີ,
ຍິ່ງຕຳນິຍິ່ງບໍ່ຢາກເຮັດ,
ເຮົາເອີ່ຍຄຳຊົມໄດ້ຫລາຍແບບໆ
ບາງເທື່ອບໍ່ຕ້ອງເວົ້າກັນຈະແຈ້ງປານໃດ ກໍ່ຫນ້າຮັກໄປອີກແບບ,
ຂຽນໃສ່ເຈ້ຍຕິດໄວ້ທີ່ແກ້ວແວ່ນ,
ໃສ່ກະເປົາເງິນ ຫລື ກະເປົາເອກະສານ,
ສົ່ງອີເມລ໌ ບອກຜ່ານລູກໃຫ້ເປັນຜູ້ນຳສານແດ່
ກໍ່ບໍ່ເຫັນຈະແປກປານໃດ ຫລື ເມື່ອລາວສາມາດເຮັດສິ່ງໃດຫນື່ງໄດ້ດີກໍ່ຍ້ອງຊົມກັນແນ່
ເຊັ່ນຖ້າລາວເປັນຄົນທີ່ບໍ່ມັກໃຊ້ຄອມພິວເຕີ້ແນ່ ແຕ່ໃນທີ່ສຸດລາວຈະຝຶກຈົນເອົາຊະນະຄວາມຫຍຸ້ງຍາກຂອງມັນໄດ້
ສະແດງໃຫ້ລາວຮູ້ວ່າເຮົາຊື່ນຊົມໃນຄວາມພະຍາຍາມ ແລະ
ຄວາມສຳເລັດນ້ອຍໆ
ຂອງລາວບໍ່ຕ້ອງລໍໃຫ້ລາວເຮັດສິ່ງທີ່ມີຄຸນຄ່າອັນໃຫຍ່ເລີຍ
ການຝຶກຍ້ອງຊົມກັນ ແລະ ກັນຈະຊ່ວຍໃຫ້ຊີວິດແຕ່ງງານ
ທີ່ງ໋ອມແງ໋ມເຂັ້ມແຂງຂື້ນ ແລະ ເພິ່ມພູນຄວາມສຸກໃຫ້ກັບຊີວິດແຕ່ງງານທີ່ດີຢູ່
ຍິ່ງດີຂື້ນເລື້ອຍໆ
ຄູ່ແຕ່ງງານທີ່ມີຄວາມສຸກ ມັກຈະເບິ່ງກັນ ແລະ
ກັນຜ່ານແວ່ນສີຊົມພູກຸຫລາບ ພວກເຂົາເຫັນຂໍ້ດີຂອງກັນ ແລະ ກັນ
ຫລາຍກວ່າຄູ່ອື່ນໆ ເຈົ້າອາດຈະຕຸ້ຍໄປແນ່ ແຕ່ກໍ່ຍັງງາມຢູ່ສະເຫມີໃນສາຍຕາລາວ,
ລາວອາດຈະຈ່ອຍແນ່ແຕ່ລາວກໍ່ຍັງເບິ່ງດູດີຢູ່ສຳຫລັບເຈົ້າ
ຖ້າທ່ານໄດ້ເບິ່ງຫນັງເລື່ອງ:
Shallow Hal
ແລ້ວຈະຊຶ້ງກັບຄວາມຫມາຍນີ້ເອງ,
ຫາສິ່ງທີ່ລາວມັກມາປະປົນກັນກໍ່ເປັນໄອເດຍທີ່ດີຂໍ້ຫນື່ງ
ຢ່າຊື້ເຝີໃນຮ້ານທີ່ດັງມາຝາກລາວ ເມື່ອລາວມັກກິນສຸກີ້ ຫລື
ຊີ້ນດາດ,
ຢ່າໃຫ້ດອກໄມ້ທີ່ງາມທີ່ເຈົ້າມັກທີ່ສຸດ ຖ້າລາວມັກອ່ານຫນັງສືດີໆ....
ໃຫ້ໃນສິ່ງທີ່ລາວປື້ມດີໃຈກວ່າໃຫ້ສິ່ງທີ່ເຮົາຄິດເອົາເອງວ່າດີ
ຫລື ເຮົາມັກ ແລ້ວຖ້າຈະວາງແຜນສ້າງບັນຍາກາດໂຣແມນຕິກເບິ່ງຊ່ອງທາງລົມໄວ້ແນ່ວ່າ
ລາວອາລົມດີຫລືບໍ?
ວັນໃດເຫມາະສົມ ເວລາໃດໄດ້ຜົນ
ຢາກັນບູດອີກແບບຫນື່ງຄື:
ການເປັນຝ່າຍດຽວກັບລາວ ເມື່ອຄົນອື່ນໆ ຕຳນິລາວ ຫລື
ຜິດຖຽງກັນກັບເຂົາ ເຖິງວ່າເຈົ້າຈະເຫັນນຳກໍ່ຈິງ
ກັບຄົນອື່ນກໍ່ເສີຍໄວ້ ຢ່າງດີກວ່າກໍ່ຄືຢືນຢູ່ຝ່າຍດຽວກັບລາວ
(ຂໍບອກວ່າເລື່ອງນີ້ພໍ້ກັບຕົວເອງມາແລ້ວ
ບໍ່ເຊື່ອບໍ່ໄດ້)
ເຮົາຕ້ອງສະແດງໃຫ້ລາວຮູ້ວ່າເຮົາເປັນທີ່ຮັກ ເຮົາຍອມຮັບລາວ
ຄວາມຄິດອ່ານຂອງລາວມີຄ່າຄວນແກ່ການເຫັນດີນຳ
ລາວຈະຮູ້ສຶກອຸ່ນໃຈວ່າເຈົ້າເປັນທີມດຽວກັນ ເລື່ອງບໍ່ຄໍຂາດບາດຕາຍກໍ່ຢ່າຫາເຫົາໃສ່ຫົວ
ມົວເຂົ້າຂ້າງຄົນອື່ນຖຽງກັບລາວຢູ່ໄດ້.
ໃນມື້ທຳມະດາບໍ່ມີວາລະພິເສດອັນໃດ ລອງໃຫ້ຂອງຂວັນນ້ອຍໆ ເຮັດແບບເຊີໄພຣ໌ແນ່
ຊີວິດຮັກຈະໄດ້ບໍ່ຈືດບໍ່ຫນ້າເບື່ອ ຂອງຂວັນນ້ອຍໆທີ່ຈູ່ໆ
ກໍ່ໄດ້ຮັບຊ່ວຍໃຫ້ລາວຮູ້ສຶກດີ ຫລື
ຈະໃຫ້ຂອງຂວັນທີ່ມາໃນຮູບແບບອື່ນ ເຊັ່ນໃຫ້ລາວໄດ້ມີເວລາວ່າງເປັນພິເສດ
ວັນນີ້ບໍ່ຕ້ອງເຮັດພາລະກິດເກົ່າໆ ທີ່ລາວເບື່ອ ເຊັ່ນ:
ລ້າງລົດ,
ຕັດຕົ້ນໄມ້,
ລ້າງຖ້ວຍຈານເປັນລາງວັນທີ່ສະແດງອອກວ່າເຮົາເຫັນອົກເຫັນໃຈລາວ,
ສານກັນບູດຫລາຍຍີ່ຫໍ້ທີ່ແນະນຳມານີ້
ຜັດປ່ຽນຫມູນວຽນໃຊ້ໄດ້ທັງຍິງ ແລະ ຊາຍ ເພື່ອໃຫ້ຮັກຂອງເຮົາອຳມະຕະນິລັນດອນຕະຫລອດການ
ໂດຍບໍ່ຕ້ອງເປັນຫວ່ງວັນຫມົດອາຍຸເລີຍ.
ໂດຍ:
ແສງເພັດ ພິມມະສອນ
ແປ:
ວຽງສອນ ວົງຄຳ