ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ


ເບິ່ງແຍງແຂ້ວຂອງລູກ

ໃນວັຍນີ້ຄວນລະມັດລະວັງໃຫ້ແຂ້ວຂອງລູກໃຫ້ດີ ໂດຍສະເພາະຖ້າລູກມີແຂ້ວນ້ຳນົມທີ່ເປັນແມງຢູ່ໃນປາກ ແຂ້ວກົກທີ່ແທ້ຈະຂື້ນຕິດກັບແຂ້ວນ້ຳນົມເມື່ອລູກອາຍຸ 6 ປີ, ແຂ້ວເລັ້ມທີ່ຜຸຢູ່ກ່ອນແລ້ວຈະເປັນບ່ອນເກັບເສດອາຫານ ແລະ ເຮັດໃຫ້ແຂ້ວແທ້ທີ່ຫາກໍ່ປົ່ງຂື້ນມາຜຸເປັນແມງຕໍ່ ທາງທີ່ດີຄວນປ້ອງກັນບໍ່ໃຫ້ແຂ້ວເປັນແມງ ໂດຍຫມັ່ນຖູແຂ້ວດ້ວຍຢາສີແຂ້ວປະສົມຟລູອໍໄຣດ໌ ກິນຟລູອໍໄຣດ໌ເສິມໃນຊ່ວງອາຍຸກ່ອນ 5 ປີ, ວັນລະ 1 ເມັດ (1 ເມັດ = 0.25 ມິລິກຣັມ) ຫລີກລ້ຽງນົມ ແລະ ອາຫານທີ່ມີນ້ຳຕານ ຖ້າລູກມັກກິນຄວນຟ້າວຖູແຂ້ວທຸກເທື່ອຫລັງກິນອາຫານ ຕົວຢ່າງອາຫານ ແລະ ນົມທີ່ມີນ້ຳຕານ ເຊັ່ນ: ນົມລົດຫວານ, ນົມປະສົມນ້ຳເຜິ້ງ, ນົມປະສົມຊ໊ອກໂຄແລັດ ແລະ ທ໊ອຟຟີທຸກຊະນິດ ແລະ ເມື່ອລູກມີແຂ້ວແມງ ຟ້າວພາໄປຫາໝໍປົວແຂ້ວ ເພື່ອຮັບການຮັກສາ ຫລື ອັດຕັນໄວ້ເພື່ອປ້ອງກັນເສດອາຫານລົງໄປໃນຮູແຂ້ວແມງອີກ ແຕ່ຍັງບໍ່ຄວນລົກອອກ ເພາະຈະເຮັດໃຫ້ແຂ້ວແທ້ທີ່ຂື້ນໃຫມ່ຄອນໄດ້ ໃນກໍລິນີທີ່ແຂ້ວແທ້ຂອງລູກເກິດເປັນແມງ ພະຍາຍາມຮັກສາໄວ້ໃຫ້ດີຢ່າໃຫ້ລົກຖິ້ມ ເພາະວິທະຍາການຂະນະນີ້ຂໍພຽງທີ່ຈະເກັບຮັກສາແຂ້ວແທ້ໄດ້ ຂໍໃຫ້ມີຕໍແຂ້ວກໍ່ພຽງພໍທີ່ຈະໃສ່ແຂ້ວໃຫມ່ທີ່ສວຍງາມໄດ້ ໂດຍບໍ່ຕ້ອງຕິດເກາະກັບແຂ້ວຂ້າງໆ ຄືເກົ່າ ແລະ ເຖິງວ່າລູກຈະບໍ່ມີອາການເຈັບແຂ້ວ ກໍ່ຄວນພາລູກໄປກວດສຸຂະພາບແຂ້ວທຸກ 6 ເດືອນ.

 

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005