ດື່ມນົມສົ້ມເພື່ອສຸຂະພາບແມ່ນແທ້ຫລືບໍ່
ຂະນະນີ້ມີນົມສົ້ມຫລາຍຊະນິດ ທີ່ຂາຍຢູ່ຕາມຮ້ານຕ່າງໆ
ນົມສົ້ມທຸກຊະນິດເຮັດມາຈາກນົມງົວ ແລ້ວຕື່ມຈຸລິນຊີຊະນິດທີ່ພົບເຫັນພາຍໃນລຳໄສ້ຂອງມະນຸດ
ເຮັດໃຫ້ນົມເກິດການຫມັກທີ່ເຫມາະສົມ ນົມຈຶ່ງເກິດມີລົດສົ້ມ,
ນົມສົ້ມບາງຊະນິດໄດ້ຕື່ມນ້ຳຕານຊາຍ ເພື່ອເພິ່ມລົດຫວານ ແລະ
ບາງຊະນິດໄດ້ຮັບການຕື່ມນ້ຳຫມາກໄມ້ ເພື່ອເພິ່ມລົດຊາດໃຫ້ຫລາກຫລາຍ
ສຳຫລັບປະໂຫຍດທີ່ຈະໄດ້ຮັບຈາກນົມສົ້ມມີດັ່ງນີ້:
ໄດ້ດື່ມນົມງົວ ຊຶ່ງມີຈຳນວນແຄລຊຽມຫລາຍ,
ດູດຊຶມເຂົ້າສູ່ຮ່າງກາຍງ່າຍ ເນື່ອງຈາກນ້ຳຕານແລັກໂຕສຖືກປ່ຽນເປັນຮູບອື່ນ
ເຮັດໃຫ້ຖືກດູດຊຶມເຂົ້າສູ່ຮ່າງກາຍງ່າຍຂື້ນ ໄດ້ຮັບຈຸລິນຊີຊະນິດທີ່ມີປະໂຫຍດ
ແລະ ພົບເຫັນພາຍໃນລຳໄສ້ຂອງມະນຸດເພິ່ມເຕິມ
* ເປັນຫຍັງຈຶ່ງສົ້ມ
ຄວາມສົ້ມຂອງນົມສົ້ມເກິດຈາກການກະທຳຂອງເຊື້ອຈຸລິນຊີທີ່ຕື່ມລົງໄປໃນນົມ
ດ້ວຍວິທີການຫມັກທີ່ເຫມາະສົມ
ນ້ຳຕານແລັກໂຕສໃນນົມຈະຖືກປ່ຽນເປັນກົດອ່ອນໆ ຊຶ່ງໃຫ້ລົດສົ້ມ
ສຳຫລັບນົມທີ່ຕັ້ງປະໄວ້ໃນອາກາດແລ້ວເກິດລົດສົ້ມຂື້ນມາ
ກໍ່ເກິດປະຕິກິລິຍາ ເຊັ່ນດຽວກັນແຕ່ຕ່າງກັນບ່ອນທີ່ ເຊື້ອຈຸລິນຊີທີ່ເຈືອປົນນີ້
ເປັນອັນຕະລາຍຕໍ່ລຳໄສ້ ແລະ ຕໍ່ຮ່າງກາຍ
ຈຶ່ງບໍ່ຄວນດື່ມນົມສົ້ມທີ່ເກິດຂື້ນເອງ ເຊື້ອຈຸລິນຊີທີ່ເຕິມລົງໄປໃນຂະບວນການ
ຜະລິດນີ້ເປັນຊະນິດດຽວກັບທີ່ພົບເຫັນໃນລຳໄສ້ຂອງມະນຸດໃນຍາກປົກກະຕິ
ຈຶ່ງບໍ່ເຮັດໃຫ້ເກິດອັນຕະລາຍໃດໆ ທັງສິ້ນ.
ໃນກໍລະນີທີ່ລູກດື່ມນົມງົວເປັນປະຈຳຢູ່ແລ້ວ ແລະ ບໍ່ມີບັນຫາໃດໆ
ບໍ່ມີຄວາມຈຳເປັນທີ່ຈະໃຫ້ລູກດື່ມນົມສົ້ມ ເພາະໃນລຳໄສ້ຂອງລູກຈະມີເຊື້ອຈຸລິນຊີຫລາຍ
ແລະ ຫລາຍຮ້ອຍຊະນິດ ນອກຈາກນີ້ນົມສົ້ມຍັງມີລາຄາແພງກວ່ານົມງົວ
ພ້ອມດື່ມທົ່ວໄປປະມານ 3 ເທົ່າ ເມື່ອປຽບທຽບໃນປະລິມານທີ່ຊຳກັນ ແລະ
ຄຸນຄ່າທາງອາຫານຍັງຕ່ຳກວ່ານົມງົວພ້ອມດື່ມອີກນຳ
ຂະນະນີ້ມີນົມສົ້ມຈຳນວນຫລວງຫລາຍທີ່ຂາຍໃນຢູ່
ກະລຸນາສຶກສາຄຸນສົມບັດຂອງນົມສົ້ມແຕ່ລະຊະນິດກ່ອນຈະດື່ມ.