ອ້າຍເກີດອາການອິດສານ້ອງ
ລູກຄົນໃຫຍ່ຕັ້ງແຕ່ເກິດມາຈະໄດ້ຮັບຄວາມຮັກຈາກພໍ່ ແລະ ແມ່
ຢ່າງເຕັມທີ່ ມີຄົນອາບນ້ຳ, ປ້ອນເຂົ້າ, ປ້ອນນົມໃຫ້, ເວລາຮ້ອງໄຫ້ກໍ່ມີພໍ່
ແລະ ແມ່ມາອອຍ ຈົນອາຍຸໄດ້ປະມານ 2-3 ປີ,
ລູກຄົນນີ້ອາດຈະຄິດວ່າຕົວເອງມີອຳນາດຫລາຍທີ່ສຸດໃນບ້ານ
ຂະຫນາດພໍ່ແມ່ນຍັງເອີ້ນມາໃຊ້ໄດ້
ຖ້າເປັນເອື້ອຍລ້ຽງແຮ່ງບໍ່ມີທາງຈະມາຂື້ນສຽງ ແຕ່ພໍເລິ່ມມີນ້ອງໃຫມ່ເກິດອອກມາຄວາມຮູ້ສຶກນີ້ເລິ່ມສັບສົນ
ແລະ ແຄງໃຈທັນທີ ນ້ອງໃຫມ່ມາຍາດເວລາ ແລະ ຄວາມຮັກຂອງພໍ່ ແລະ ແມ່ໄປຈາກຕົນເອງ,
ພໍ່ ແລະ ແມ່ຈະມຸ້ນຢູ່ກັບນ້ອງນ້ອຍຄົນໃຫມ່ ປ້ອນນົມ, ປ່ຽນຜ້າ,
ຜູ້ອ້າຍກໍ່ໄດ້ແຕ່ແນມເບິ່ງນ້ອງ ເລິ່ມມີຄວາມຮູ້ສຶກໂດດດ່ຽວ
ສົ່ງສຽງດັງກໍ່ບໍ່ມີໃຜສົນໃຈກັບຖືກຮ້າຍ ວ່າຈະເຮັດໃຫ້ນ້ອງຕື່ນ
ທຸກຄົນສົນໃຈແຕ່ນ້ອງໃຫມ່ ທ່ານກໍ່ນຶກວ່າລູກຜູ້ທຳອິດໃຫຍ່ແລ້ວ ເຄີຍໄດ້ຄວາມຮັກແບບນີ້ໄປແລ້ວ
ອ້າຍຄົງຈະເຂົ້າໃຈ, ແຕ່ຜູ້ເປັນອ້າຍບໍ່ຄິດແບບນັ້ນກັບຄິດວ່ານ້ອງຄົນນີ້ມາຍາດຄວາມເປັນໃຫຍ່ໃນບ້ານ
ຈຶ່ງລອງທົດສອບຄວາມຮັກຈັກຫນ່ອຍ ເຊັ່ນ: ທຳທ່າລົ້ມ,
ຮ້ອງໄຫ້ບໍ່ຍອມລຸກ,
ຖ້າເປັນເມື່ອກ່ອນນີ້ທ່ານຈະຟ້າວແລ່ນມາອຸ້ມຂື້ນ ແຕ່ດຽວນີ້ທ່ານກັບຈົ່ມວ່າ
"ຢ່າຮ້ອງດັງຈັກຫນ່ອຍນ້ອງສິຕື່ນ ຟ້າວລຸກຂື້ນໄປ"
ອ້າຍເລິ່ມປັກໃຈວ່າທ່ານຮັກນ້ອງຫລາຍກວ່າອ້າຍ
ຈຶ່ງຕ້ອງຂໍລອງທົດສອບຄວາມຮັກຕໍ່,
ຕໍ່ມາທ່ານເອີ້ນອ້າຍໄປຈັບເອົາເຕົ້ານົມມາໃຫ້ນ້ອງໄວ, ນ້ອງຫິວນົມ,
ຜູ້ອ້າຍດື້ໆບໍ່ໄປເອົາ ທ່ານຈື່ງວ່າ: "ບໍ່ຮັກແລ້ວ
ດື້ແບບນີ້ບໍ່ມີໃຜຮັກດອກ" ບັດນີ້ຄຳເວົ້າລຸດຈາກປາກທ່ານເອງ
ຜູ້ອ້າຍຈຶ່ງຫມັ້ນໃຈ 100% ວ່າທ່ານລຳອຽງຮັກນ້ອງຫລາຍກວ່າ ເມື່ອທ່ານເຜີນ້ອງຈະຖືກອ້າຍກັ່ນແກ້ງໃນຮູບແບບຕ່າງໆ
ຢ່າເຮັດໃນສິ່ງເຫລົ່ານີ້ຕໍ່ລູກເລີຍ ເຖິງຢ່າງໃດລູກກໍ່ຍັງເປັນເດັກນ້ອຍຢູ່
ເຄີຍເປັນເຈົ້າບ້ານຢູ່ດີໆ ມີຄົນມາເພິ່ມອີກຄົນ ເປັນຕາເຫັນໃຈຄວນຊ່ວຍກັນຄ່ອຍໆ
ປະຄັບປະຄອງລູກກົກແນ່ ສາມາດຊ່ວຍໄດ້ດ້ວຍການເວົ້າ ຫລື ສະແດງອອກ ເຊັ່ນ:
ອຸ້ມທັງ 2 ຄົນພ້ອມກັນໃນມື້ທຳອິດ ທີ່ນ້ອງກັບຈາກໂຮງຫມໍ ແລ້ວເວົ້າວ່າ:
"ເປັນຕາຮັກທັງສອງຄົນ ຮັກຊຳກັນທັງສອງຄົນເລີຍ" ແລະ
ບໍ່ຄວນໃຫ້ທ້າຍຜູ້ອ້າຍເກີນໄປ ເຊັ່ນ: "ນ້ອງບໍ່ຫນ້າຮັກ
ຮັກອ້າຍຄົນດຽວ" ເພາະພຶດຕິກຳໃນການເບິ່ງແຍງນ້ອງໃຫມ່ຂອງທ່ານ ແລະ
ຜົວຈະບໍ່ສໍ່ໄປໃນທາງນັ້ນ ຄວນອະທິບາຍໃຫ້ຜູ້ອ້າຍຟັງວ່າ: "ນ້ອງຍັງຍ່າງບໍ່ໄດ້
ຕ້ອງອຸ້ມກ່ອນ" ນ້ອງຈັບຂວດນົມບໍ່ໄດ້ຕ້ອງປ້ອນໃຫ້ກ່ອນ" ເປັນຕົ້ນ.
ນອກຈາກນີ້ການລ້ຽງດູລູກຜູ້ອ້າຍໃນຊ່ວງກ່ອນຈະເກີດນ້ອງກໍ່ມີຄວາມສຳຄັນຄືກັນ:
ຖ້າອ້າຍໄດ້ຮັບຄວາມຮັກ ຮູ້ຈັກຂອບເຂດໃນທຸກສິ່ງ ແລະ
ຮູ້ຈັກການເຕີບໃຫຍ່ ດັ່ງທີ່ໄດ້ເວົ້າໄປແລ້ວ
ບັນຫາເລື່ອງການອິດສານ້ອງກໍ່ຈະບໍ່ຮຸນແຮງ