ອຸປະນິໄສຂອງລູກຢູ່ໃນກຸ່ມໃດ

ເມື່ອທ່ານເຂົ້າໃຈອາລົມພື້ນຖານຂອງລູກແລ້ວ
ອາດຈະພໍຈັດໄດ້ຄ້າວໆວ່າລູກມີອຸປະນິໄສ ຢູ່ໃນກຸ່ມໃດກຸ່ມຫນຶ່ງໃນ 3
ກຸ່ມ ອຸປະນິໄສທີ່ເຫັນປະຈຳ ທັງນີ້ເພື່ອຊ່ວຍໃນການ ລ້ຽງດູລູກ.
ກຸ່ມທີ່ 1
ກຸ່ມງ່າຍ ແລະ ໄວ ເດັກນ້ອຍກຸ່ມນີ້ຈະເບິ່ງໂລກໃນທາງທີ່ດີ
ປັບຕົວຕໍ່ສິ່ງໃຫມ່ໆ ໄດ້ງ່າຍ, ອາລົມດີ, ນອນງ່າຍ, ກິນອາຫານງ່າຍ,
ໄປໂຮງຮຽນພົບຫມູ່ເພື່ອນໃຫມ່ງ່າຍ,
ຈະບໍ່ມັກກະວົນກະວາຍເມື່ອມີບັນຫາຕ້ອງແກ້ໄຂ
ກຸ່ມທີ່
2
ກຸ່ມຍາກ ເດັກນ້ອຍກຸ່ມນີ້ຈະກົງກັນຂ້າມກັບກຸ່ມທຳອິດ
ຄື: ມີອາລົມເສຍງ່າຍ ອາດຈະນອນຫລັບຍາກ, ກິນອາຫານຍາກ,
ຈະປັບຕົວເຂົ້າກັບສິ່ງໃຫມ່ໆ ຍາກ ເວລາຫົວ ຫລື
ດີໃຈຈະສະແດງອອກມາຫລາຍ ຫລື ເວລາຮ້ອງໄຫ້ກໍ່ຈະຮ້ອງໂວຍວາຍຫລາຍ ເດັກນ້ອຍກຸ່ມນີ້ຈຶ່ງຄ່ອນຂ້າງຈະສ່ຽງຕໍ່ການມີບັນຫາທາງພຶດຕິກຳ
ຈຶ່ງຄວນລ້ຽງດູດ້ວຍຄວາມເຂົ້າໃຈກັບເດັກນ້ອຍເຫລົ່ານີ້
ຄວນເຂົ້າໃຈວ່າອາການທີ່ລູກສະແດງອອກນີ້ເປັນອາລົມພື້ນຖານປົກກະຕິຂອງເດັກ
ຢ່າໄປເວົ້າໃສ່ວ່າ ລູກເປັນຄົນນິໄສບໍ່ດີ ເວົ້າດ່າທຸກວັນ ໃນທາງກົງກັນຂ້າມ
ທ່ານຄວນເອົາຄວາມເຢັນເຂົ້າແກ້ໄຂໃນແຕ່ລະບັນຫາຂອງລູກ
ທີ່ຢູ່ໃນກຸ່ມນີ້ ໃຫ້ຄ່ອຍໆ
ຜ່ານພົ້ນໄປໂດຍງ່າຍຕັ້ງແຕ່ວັຍເດັກນ້ອຍເລີຍ.
ກຸ່ມທີ
3
ກຸ່ມປານກາງ - ເດັກນ້ອຍກຸ່ມນີ້ຈະເບິ່ງທຸກຢ່າງເປັນທັງດ້ານບວກ
ແລະ ລົບ ສະເຫມີ ເຊັ່ນ: ຢາກຈະຫລີ້ນຊິງຊ້າ, ແຕ່ຢ້ານຕົກ,
ຈຶ່ງຄ່ອຍໆຍ່າງໄປຈັບກ່ອນ ລອງລົງນັ່ງ ແຕ່ພໍມີຄົນມາກວຍແຮງຈະຟ້າວຍ່າງຫນີ
ແຕ່ມື້ຕໍ່ມາຈະມາລອງໃຫມ່ ເຊັ່ນດຽວກັນຖ້າໃຫ້ອາຫານຊະນິດໃຫມ່ໃຫ້ລູກກິນ
ມີກິ່ນຫອມເປັນຕາຢາກກິນ ລູກອາດຈະດົມໆ ກ່ອນ,
ລອງອົມເບິ່ງແລ້ວພົບທັງບວກ ແລະ ລົບປົນກັນໄປໃນຕົວລູກ
ຖ້າລູກຈັດຢູ່ໃນກຸ່ມນີ້ ທ່ານຄວນທຳໃຈເວລາຈະໃຫ້ລູກລອງແນວໃຫມ່ໆ ເຊັ່ນ:
ຢາກໃຫ້ລູກລອງກິນອາຫານຊະນິດໃຫມ່ ຄວນຊື້ຫລື
ຕຽມອາຫານຄັ້ງທຳອິດພຽງຫນ້ອຍຫນື່ງກ່ອນ ເທື່ອຕໍ່ໄປຈຶ່ງຕຽມໃຫ້ຫລາຍຂື້ນ
ເມື່ອທ່ານແບ່ງລູກເຂົ້າໄດ້ກັບກຸ່ມໃດແລ້ວ
ການເບິ່ງແຍງລູກໃນແຕ່ລະກຸ່ມກໍ່ມີຄວາມແຕກຕ່າງກັນໄປ
ຖ້າລູກຢູ່ໃນກຸ່ມງ່າຍ ແລະ ໄວ
ທ່ານຄວນລະວັງການຄົບຫມູ່ເພື່ອນຂອງລູກເພາະລູກຈະເຊື່ອໃຈງ່າຍ, ລອງຢາ,
ລອງອັນໃດທີ່ໃຫມ່ໆ ງ່າຍ ແຕ່ຖ້າສອນໃຫ້ດີຕັ້ງແຕ່ນ້ອຍບັນຫາຂອງລູກໃນກຸ່ມນີ້ຈະນ້ອຍລົງ
ສຳຫລັບລູກໃນກຸ່ມທີສອງ ຄື: ກຸ່ມຍາກ
ຖ້າລ້ຽງບໍ່ດີລູກຈະເປັນຄົນມັກລະແວງຕໍ່ຕ້ານສັງຄົມ ແລະ
ຄ່ອນຂ້າງໃຈຮ້ອນ ພະຍາຍາມໃຫ້ລູກຝຶກໃຊ້ຄວາມເຢັນແກ້ໄຂບັນຫາຕ່າງໆ
ຕັ້ງແຕ່ຍັງນ້ອຍ ເບິ່ງບັນຫາຕ່າງໆ ໃນແງ່ດີສະເຫມີ
ສຳຫລັບລູກໃນກຸ່ມທີ່ສາມ ທ່ານຄວນໃສ່ຜົນສະຫລຸບໃນເຫດການຕ່າງໆ ໃຫ້ແກ່ລູກສະເຫມີ
ເມື່ອລອງສິ່ງໃຫມ່ໆ ໄດ້ 3-4 ຄັ້ງ ເຊັ່ນ: ໃຫ້ລູກລອງກິນຫມາກຈຽງ ຫລື
ແອບເປີ້ລ ໃນໄລຍະທຳອິດລູກຈະພຽງແຕ່ເລຍເທົ່ານັ້ນ ແຕ່ມື້ຕໍ່ມາອາດຈະກັດເລັມຫນ້ອຍຫນື່ງ
ແລະ ມື້ຕໍ່ມາລູກຈະກິນຈົນຫມົດບ່ຽງ ເມື່ອລູກກິນຫມົດແລ້ວຖ່າຍອຸດຈາລະຈະນຸ້ມຂື້ນ
ທ່ານອາດຈະສະຫລຸບໃຫ້ລູກຟັງວ່າ ເຫັນບໍ່ຫມາກໄມ້ເຮັດໃຫ້ອຸດຈາລະນຸ້ມ
ຖ່າຍແລ້ວບໍ່ເຈັບທ້ອງ ເປັນຕົ້ນ.
ຈົ່ງເຂົ້າໃຈລູກທຸກຄົນສະເຫມີ
ອຸປະນິໄສລູກຈະບໍ່ປ່ຽນແປງຈາກວັຍເດັກເທົ່າໃດ
ຖ້າມີການຊີ້ນຳທີ່ດີໃຫ້ແກ່ລູກຈະມີອຸປະນິໄສຢູ່ໃນກຸ່ມໃດ
ລູກກໍ່ສາມາດເຕິບໃຫຍ່ເປັນຜູ້ໃຫຍ່ທີດີ ແລະ
ມີປະໂຫຍດຕໍສັງຄົມໄດ້ນຳກັນທັງນັ້ນ ເພາະສັງຄົມຕ້ອງການຄົນດີຫລາຍໆ
ຮູບແບບມາລວມກັນ ຄວາມຫລາກຫລາຍຂອງອຸປະນິໄສຕ່າງໆ
ຂອງຄົນເປັນຕົວຜັກດັກໃຫ້ສັງຄົມມີການເຄື່ອນໄຫວຕະຫລອດເວລາ