ຕື່ນສວຍ
ການນອນຈະເປັນຊ່ວງເວລາທີ່ສະຫມອງໄດ້ພັກຜ່ອນ ໂດຍສະເພາະກັບຄົນທີ່ໃຊ້ສະຫມອງຫລາຍກໍ່ຈຳເປັນຕ້ອງການພັກຜ່ອນຫລາຍ
ເດັກນ້ອຍອາຍຸຕ່ຳກວ່າ 1 ປີ
ຈະມີເລືອດໄປລ້ຽງສະຫມອງຫລາຍກວ່າອະໄວຍະວະອື່ນໆ ຂອງຮ່າງກາຍ
ສະຫມອງຂອງເດັກນ້ອຍວັຍນີ້ມີການໃຊ້ພະລັງງານຫລາຍກວ່າວັຍອື່ນ
ຈຶ່ງຕ້ອງການພັກຜ່ອນຫລາຍກວ່າ ໂດຍຕອນກາງຄືຈະນອນພັກຜ່ອນປະມານ 12
ຊົ່ວໂມງ ແລະ ຕອນກາງເວັນອີກ 1-2 ຊົ່ວໂມງ, ຖ້າລູກນອນຕອນກາງເວັນ ເວລາ
15.00 - 17.00 ນາທີ, ຈະເຮັດໃຫ້ການນອນຕອນກາງຄືນເລື່ອນອອກໄປປະມານ
23.00 ນາທີ ຈຶ່ງເປັນສາເຫດໃຫຍ່ທີ່ເຮັດໃຫ້ລູກນອນຕື່ນສວຍ.
ຖ້າລູກໃຫຍ່ຂື້ນມາແນ່ ຄື: ຢູ່ຊັ້ນປະຖົມປີທີ 1 ເຖິງ 4
ລູກຕ້ອງການນອນວັນລະເທື່ອໆລະ 8 ເຄິ່ງ - 9 ຊົ່ວໂມງ,
ຖ້າເລິ່ມນອນເວລາ 22.00 ນາທີ, ຈະຕື່ນປະມານ 6 ໂມງເຄິ່ງ - 7 ໂມງເຊົ້າ,
ແຕ່ຖ້າຕ້ອງການໃຫ້ລູກຕື່ນນອນເວລາ 5 ໂມງເຊົ້າ
ຄວນໃຫ້ລູກເຂົ້ານອນປະມານ 20.00-20.30 ນາທີ,
ດັ່ງນັ້ນເວລາຕື່ນນອນຂອງລູກຈຶ່ງຂື້ນກັບເວລາທີ່ລູກເລິ່ມນອນເປັນສຳຄັນ
ຖ້າລູກເຄີຍກັບເວລາທີ່ຈະນອນ ຄືເປັນຄົນນອນດຶກ
ຄວນຈະຄ່ອຍໆຕັດເວລາການເຂົ້ານອນຂື້ນມາ ເຊັ່ນ: ລູກເຄີຍເຂົ້ານອນເວລາ
22.00 ນາທີ ໃຫ້ຫຍໍ້ມາເປັນເວລາ 21.30 ນາທີ ກ່ອນ ແລ້ວອີກ 1
ອາທິດຈຶ່ງຄ່ອຍລົດເວລາຂື້ນມາອີກເປັນ 21.00 ນາທີ
ອີກວິທີຫນື່ງຄືປຸກລູກໃຫ້ຕື່ນກ່ອນເວລາປົກກະຕິ 1/2 ຊົ່ວໂມງ ແລ້ວຫຍໍ້ເວລາເຂົ້ານອນໄປພ້ອມໆກັນ
ຢ່າລືມເດີ້! ການປ່ຽນເວລາເຂົ້ານອນ ແລະ
ຕື່ນນອນຂອງລູກນັ້ນຕ້ອງຄ່ອຍໆ ເຮັດໂດຍໃຊ້ເວລາປະມານ 1-2 ອາທິດ ໃນໄລຍະເປິດພາກຮຽນບໍ່ຄວນໃຫ້ລູກເຄີຍຕົວກັບການນອນດຶກເຖິງວ່າມື້ຕໍ່ມາຈະເປັນມື້ພັກ
ເຊັ່ນ: ອະນຸຍາດໃຫ້ລູກນອນດຶກໃນວັນສຸກ ແລະ ວັນເສົາ
ພໍເຖິງວັນອາທິດຈະໃຫ້ລູກນອນແຕ່ຫົວຄ່ຳກໍ່ຈະເຮັດບໍ່ໄດ້
ວັນຈັນລູກຈຶ່ງງ່ວງນອນເວລາຈະໄປໂຮງຮຽນ