ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ

ວິທີກຳຈັດມານຫົວໃຈ

ເຈົ້າໄວ້ວາງໃຈແຟນໄດ້ຊ່ຳໃດ?
    ຫາກບັງເອີນວ່າ ລາວຫນ້າຕາດີ ບໍ່ຕ້ອງເຖິງກັບຫລໍ່, ເທ້, ສະມາຣ໌ທ ແຕ່ຫນ້າທີ່ວຽກງານພໍໃຊ້ໄດ້ ດູດີມີລົດສະນິຍົມ, ເຈົ້າຄິດຫລືບໍ່ວ່າ ນອກຈາກຕົວເອງທີ່ຖືກໃຈແລ້ວ ອາດມີຜູ້ຍິງອື່ນສົນໃຈລາວດ້ວຍເຫດນີ້ ເຮົາຈະເຮັດໂຕເປັນຫມາຫວງກ້າງ ຫລື ເປິດທາງໃຫ້ລາວເລືອກເອງດີນໍ້!
    ສຳຫລັບຄົນເປັນສະມາຊິກຈົງອາງຫວງໄຂ່ ເຊີນມາບ່ອນນີ້ເລີຍ, ສະໄຫມນີ້ເຫັນວ່າເຮົາຈະເຮັດເປັນຄືຄົນໃຈບຸນໃຈພຣະບໍ່ໄດ້ແລ້ວ ບໍ່ດັ່ງນັ້ນຄົງໄດ້ຕົກລົດໄຟຖ້ຽວສຸດທ້າຍແນ່ນອນ ກົງກັນຂ້າມຖ້າບໍ່ໃສ່ໃຈກັບການເປັນໂສດ ຢູ່ຄົນດຽວກໍ່ໄດ້ບໍ່ເຫັນເປັນຫຍັງ? ທ່ານຄົງບໍ່ຕາລຸກກັບວະລີທີເດັດທີ່ວ່າ: "ເອົາມືອອກໄປ ລາວເປັນຂອງຂ້ອຍເດີ້" ຫລື Hands off, he is mine. ກ່າວເຖິງວິທີເຮັດແນວໃດ? ຈຶ່ງສາມາດດຶງລາວໄວ້ບໍ່ໃຫ້ນອກໃຈໄປມີຜູ້ຍິງອື່ນ.
    ເວົ້າກັນຕາມຈິງໃຈ ການທີ່ຝ່າຍໃດຫນື່ງ ຈະນອກໃຈ ແລະ ກາຍໄປໃຫ້ຄົນອື່ນ ບາງເທື່ອກໍ່ບໍ່ແມ່ນຄວາມຜິດຂອງລາວໂດຍກົງ ເພາະຄູ່ຮັກບາງຄົນກໍ່ເຮັດໂຕເປັນຕາຫນ້າ "ຫນີຈາກ" ບໍ່ແມ່ນຫລີ້ນ ຫລື ອີກກໍລະນີຝ່າຍໃດຫນື່ງອາດຖືກມືທີ່ສາມຍຸແຍ່ ເລຍຫລວມໂຕນອດຫລຸດກໍ່ເປັນໄດ້ ຄືກັບ "ຖອບໄປຫ່າງໆ ຄົນນີ້ຂ້ອຍຈອງໄວ້ແລ້ວ" ກໍ່ເລື່ອງດຽວກັນ ແຕ່ແປຢ່າງສະໃຈຂອງຄົນຂຽນ ບໍ່ວ່າໃຜກໍ່ຄົງຢາກເປັນຄົນຖືກຈອງຫລາຍກວ່າ ຟັງແລ້ວເຂົ້າທ່າດີ
    ໃນເນື້ອຫາຂອງ Hans off, he is mine ໃສ່ເລື່ອງກວດໂທສະໄວ້ວ່າຫາກເກີດກໍລະນີ ມີສາວຄົນອື້ນຫົວຂວັນກັບອາລົມມ່ວນຂອງແຟນເຈົ້າ ທັງທີ່ບໍ່ເຫັນເປັນຕາຫນ້າຫົວຂວັນປານໃດ ຊ້ຳບໍ່ຫນຳລາວຍັງພະຍາຍາມບຽດໂຕເອງ ໃຫ້ໃກ້ຊິດສະຫນິດແນບກັບລາວຫລາຍຂື້ນ ພ້ອມສົ່ງສາຍຕາເປັນປະກາຍແວວວັບ ໄປຫາແຟນຂອງເຈົ້າຢ່າງຈົງໃຈຫາກເຈົ້າບໍ່ເຫັນຄົງບໍ່ເປັນຫຍັງ? ຖືວ່າເຮັດບຸນໃຫ້ທານໄປຊະ ໃຜຈະໄປມີເວລາມາກວດເຊັກກັນຕະຫລອດເວລາ ບໍ່ໄດ້ເປັນຝາແຝດຕົວຕິດກັນນີ້ ຈະໄດ້ໄປໃສ່ມາໃສ່ນຳກັນ ໄປເປັນນາງມານຮ້າຍຄອຍຂັດຂວາງຫູຂວາງຕາຄົນອື່ນ ບໍ່ມີຜູ້ສາວຄົນໃດຕັ້ງໃຈເຮັດແບບຫລັບດອກ ຫາກບໍ່ເກິດຂໍ້ຜິດແຄກັນ ດ້ານການຖືກຍາດຊິງຂື້ນມາກ່ອນ ແຕ່ຖ້າມີສາວຄົນອື່ນພະຍາຍາມຕາມຕື້ ແລະ ຈີບແຟນເຈົ້າລະກໍ້ ຈົ່ງຢ່າຢຸດທີ່ຈະທຳລາຍຄວາມຫວັງຂອງເຈົ້າຫລະ......

1. ຢ່າໃຊ້ໂທສະ
    ຈຸດອ່ອນຂອງຜູ້ຍິງຢ່າງຫນື່ງຄື: ການຄຸມອາລົມໂຕເອງບໍ່ໄດ້ ເມື່ອຮູ້ສຶກບໍ່ພໍໃຈອັນໃດບາງຢ່າງຂື້ນມາ ການສະແດງຄວາມໃຈຮ້າຍ ບໍ່ຊ່ວຍໃຫ້ຄວາມສຳພັນຂອງເຈົ້າທັງສອງໃຫ້ແຫນ້ນແຟ້ນຂື້ນໄດ້ດອກ ຈະແຮ່ງເຮັດໃຫ້ເກິດຄວາມແຕກລ້າວກັນຂື້ນ ສະນັ້ນຢ່າໄດ້ໃຈຮ້າຍຫຍັງແບບອອກຫນ້າ ແທນທີ່ຈະໃຈຮ້າຍ ເຈົ້າຄວນເຕືອນ "ມືທີ່ສາມ" ດ້ວຍການສະແດງວ່າ ເຈົ້າກັບຜູ້ບ່າວ ເປັນຄູ່ທີ່ເຫມາະສົມກັນຫລາຍກວ່າເຈົ້າກັບລາວ ສ່ວນຈະເຮັດແນວໃດ ເຊັ່ນການຕິດຕາມລາວໄປທຸກບ່ອນ ແລະ ທຸກເວລາ ພ້ອມກັບສະແດງອອກທາງພາສາກາຍວ່າ ລາວເປັນຂອງເຈົ້າດ້ວຍການຄວງແຂນ, ຈັບມື ຫລື ປັດຜົມໃຫ້ ວິທີເຫລົ່ານີ້ ຈະຂັດຂວາງບໍ່ໃຫ້ສາວຄົນໃດໄດ້ເຂົ້າໃກ້ລາວໄດ້ ແຕ່ຂໍກັນໄວ້ກ່ອນວ່າ: ໃຫ້ຕິດລາວສະເພາະຕອນທີ່ມານຫົວໃຈທີ່ມາກວນໃຈເທົ່ານັ້ນ ສ່ວນເວລາອື່ນຄວນປ່ອຍໃຫ້ຜູ້ບ່າວໃຊ້ເປັນເວລາສ່ວນຕົວຂອງລາວແນ່ ບໍ່ແມ່ນເອົາແຕ່ຫຶງທີ່ບໍ່ເຂົ້າທ່າ.

2. ຂັດຂວງ "ຄົນທີ່ສາມ" ອອກນອກວົງໂຄຈອນ
ບໍ່ຈຳເປັນຕ້ອງຕັ້ງທ່າລັງກຽດ ຫລື ບໍ່ຢາກຄົບຫາສະມາຄົມກັບຄົນນັ້ນເລີຍ.
    ດ້ວຍເຫດທີ່ວ່າ ລາວຈະຍາດແຟນເຈົ້າ ຊ່ຳນີ້ (ຟັງແລ້ວເປັນເລື່ອງທຳມະດາ ແຕ່ຢ່າເກິດຂື້ນກັບຂ້າພະເຈົ້າກໍ່ແລ້ວກັນ) ເຈົ້າກໍ່ຕັ້ງທ່າເປັນຄູ່ປໍລະປັກກັບຜູ້ສາວຄົນນັ້ນແລ້ວ ຫລື ມາເດີ້ຈະສອນວິທີເຮັດໃຫ້ "ຜູ້ມາໃຫມ່" ຕົກໃຈຫາກຜູ້ທີ່ມາຢ້ຽມ ຮູ້ຈັກລະອາຍຕໍ່ບາບແນ່ເຈົ້າຄວນເປິດທາງໃຫ້ລາວເຂົ້າຮ່ວມກິດຈະກຳລະຫວ່າງເຈົ້າທັງສອງ.
    * ຕົວຢ່າງ: ໃຫ້ລາວມາເຫລີ້ນກິລາກັບພວກເຈົ້າ ຫລື ຊວນລາວໄປກິນອາຫານນຳກັນສາມຄົນຄວາມໃຈກວ້າງແບບນີ້ມີລັກເລິກຄົມໃຈລີ້ຢູ່ ບໍ່ແມ່ນວ່າເຈົ້າບໍ່ມີເລ້ຫລ່ຽມ ເພາະທີ່ເປິດໃຈໃຫ້ມືໃຫມ່ມາຈອຍກັບເຮົາ ກໍ່ເພື່ອຈະສະແດງໃຫ້ລາວເຫັນວ່າ ເຈົ້າທັງສອງມີຄວາມຜູກພັນກັນແບບເລິກຊຶ້ງຂະຫນາດໃດ ແຕ່ແຜນນີ້ຕ້ອງຫມັ້ນໃຈວ່າ ຈະເຮັດໃຫ້ບຸກຄົນທີ່ສາມລະອາຍແກ່ໃຈ ແລ້ວບາຍໆໄປຈາກແຟນຂອງເຈົ້າ ກົງກັນຂ້າມຫາກບັນຍາກາດລະຫວ່າງຄູ່ຂອງເຈົ້າ ມີຊ່ອງວ່າງຢູ່ກ່ອນຄົງບໍ່ຕ້ອງອະທິບາຍວ່າ ຍັງຄວນໃຊ້ວິທີນີ້ຢູ່ຫລືບໍ່?

3. ປະເຊີນຫນ້າກັບຄູ່ແຂ່ງຢ່າງເຊິ່ງຫນ້າໄປເລີຍ
ໃນກໍລະນີທີ່ເຈົ້າເຫລືອທົນແທ້ໆ ບອກລາວວ່າ ເຈົ້າຮູ້ເດີ້ວ່າ ລາວພະຍາຍາມເຮັດອັນໃດຢູ່ ແຕ່ຢ່າເວົ້າດ້ວຍຄວາມໂກດໃຫ້ເວົ້າດ້ວຍມີສະຕິ ແລະ ຂໍໃຫ້ລາວລຸດລະການຍາດແຟນຂອງເຈົ້າໄດ້ບໍ່ ຫາກການເຈລະຈາເປັນໄປຢ່າງສັນຕິ ກໍ່ຂໍສະແດງຄວາມຍິນດີ ທີ່ເຈົ້າໃຊ້ຂັນຕິ(ອົດທົນ) ລະງັບຂໍ້ທີ່ຈະຜິດຖຽງກັນນີ້ໄດ້.

4. ມີຫລາຍເທື່ອທີ່ເຮົາໄດ້ຍິນວ່າ ເລື່ອງຊູ້ສາວແບບນີ້ຕົບມືຂ້າງດຽວມັນບໍ່ດັງ
ເຫດນີ້ເຈົ້າຄວນຂໍຮ້ອງແຟນໃຫ້ລຸດຄວາມຫລໍ່ລົງແນ່ໄດ້ບໍ່.... ເວົ້າຫລີ້ນໆເດີ້. ອັນທີ່ຈິງແລ້ວ ຄວນບອກເຖິງສະຖານນະການທີ່ກຳລັງເກີດຂື້ນຕ່າງຫາກ ເບິ່ງດຸວ່າລາວພໍຈະຮູ້ແນ່ບໍ ຫລື ຖ້າຮູ້ຢູ່ແກ່ໃຈແລ້ວ ຄວນຮ່ວມມືກັນແກ້ໄຂແນວໃດ? ບໍ່ແມ່ນປ່ອຍໃຫ້ເປັນຫນ້າທີ່ຂອງເຈົ້າ ທີ່ຕ້ອງຄອຍສະກັດກັນ ແລະ ຂັດຂວາງ "ມືທີ່ສາມ" ແຕ່ໂດຍລຳພັງຫາກຮັກກັນແທ້ ຍ່ອມບໍ່ຖິ້ມກັນໄດ້ ເວັ້ນເສຍແຕ່ວ່າເຂົາຈະຮັກເຮົາຈິງຫລືບໍ່ເທົ່ານັ້ນ.
 
"ມະນຸດບໍ່ວ່າສະໄຫມໃດກໍ່ເຫລືອເກິນຄົນແທ້ໆ ຫາແຟນເອງບໍ່ເປັນຫລືນີ້ ເປັນຫຍັງຕ້ອງມາຍາດຂອງຂອງຄົນອື່ນດ້ວຍ"

 

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005