ຫນ້າທໍາອິດ
ໃຫ້ລູກນອນຂ້ວມຫລື ນອນຫງາຍດີ
ຂະນະທີ່ລູກນອນຂ້ວມຈະເອົາທາງຂ້າງຫົວວາງແນບລົງເທິງຫມອນ ເມື່ອນອນໄລຍະຫນື່ງຄວນພິກຫນ້າ ເພື່ອເອົາອີກເບື້ອງຫນື່ງລົງເທິງຫມອນ ແທນການນອນໃນລັກສະນະນີ້ມີຂໍ້ດີ ຄື: ຈະເຮັດໃຫ້ຮູບຫົວເປັນທຸຍຫນ້າຜາກ ແລະ ງ່ອນຍື່ນອອກຫນ້ອຍຫນື່ງ ແລະ ເດັກນ້ອຍທີ່ນອນທ່ານີ້ຈະຕົກໃຈຫນ້ອຍກວ່າເດັກນ້ອຍທີ່ນອນທ່າຫງາຍ ແຕ່ມີການລາຍງານທີ່ຍັງພິສູດບໍ່ໄດ້ຊັດເຈນວ່າ: ເດັກນ້ອຍທີ່ນອນທ່າຄວ່ຳໄດ້ມີອຸບັດການຂອງການເສຍຊີວິດກະທັນຫັນໂດຍບໍ່ຮູ້ສາເຫດໄດ້ ຫລາຍກວ່າເດັກນ້ອຍທີ່ນອນທ່າຫງາຍ ການນອນທ່າຫງາຍຈະສະດວກສຳຫລັບທ່ານ ເພາະລູກຈະຕະແຄງຫົວໄປທາງຊ້າຍ ແລະ ຂວາໄດ້ເອງ ໂດຍທີ່ບໍ່ຕ້ອງໃຫ້ທ່ານຄອຍປ່ອຍຂ້າງເຊັ່ນ: ການນອນຂ້ວມ ແຕ່ຖ້າໃຫ້ລູກນອນຫງາຍໄປຫລາຍເດືອນອາດຈະເຮັດໃຫ້ຮູບຊົງຂອງຫົວບໍ່ງາມ ງ່ອນຈະເປແລບ ບໍ່ຄືກັບເດັກນ້ອຍທີ່ນອນຄວ້ຳ
2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ) ໂທ: 263 563 ອີເມລ໌: info@mahasan.com Last Update: Wednesday, May 18, 2005