ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ

ລູກຕຸ້ຍຈະອອກກຳລັງກາຍແນວໃດດີ

ເມື່ອນ້ຳຫນັກໂຕຂອງລູກຫລາຍຂື້ນ ຂາ ແລະ ຫົວເຂົ່າຂອງລູກຈະຕ້ອງແບກພາລະຮັບນ້ຳຫນັກຕົວຫລາຍ ໂດຍສະເພາະຖ້າລູກບໍ່ຮູ້ວິທີການອອກກຳລັງກາຍ ກໍ່ຈະເຮັດໃຫ້ກະດູກຂໍ້ເຂົ່າ, ຂໍ້ຕີນ ແລະ ສະໂພກບແຫນ້ນກ່ອນວັຍ ການອອກກຳລັງກາຍໂດຍການໂດດ ຫລື ແລ່ນຈະເພິ່ມພາລະໃຫ້ແກ່ຂໍ້ເຫລົ່ານີ້ ເມື່ອລູກຕຸ້ຍຫລາຍຈະເຫລືອພຽງການລອຍນ້ຳທີ່ຈະເຫມາະສົມສຳຫລັບລູກ ນ້ຳໃນສະຈະຊ່ວຍລຸດພາລະຂອງຂໍ້ຂາຕ່າງໆ ນ້ຳຈະຊ່ວຍຍູ້ຕົວໃນແຕ່ລະຄັ້ງເມື່ອລອຍນ ຄວນລອຍຄ່ອຍໆຍ ບໍ່ຫັກໂຫມແຕ່ຂໍໃຫ້ລອຍດົນປະມານ 1-2 ຊົ່ວໂມງ ເພາະຈະຊ່ວຍເຜົາພານພະລັງງານໄດ້ປະມານ 400-800 ກິໂລແຄລໍລີຕໍ່ຄັ້ງ ຊຶ່ງຈະເທົ່າກັບກິນເຂົ້າແລະ ອາຫານ 2-3 ຊະນິດເຕັມປະມານ 1-2 ຈານ, ເຮັດໃຫ້ລູກໄດ້ກິນເຂົ້າອິ່ມທ້ອງ ໂດຍບໍ່ຕຸ້ຍເກິນໄປ ແລະ ບໍ່ຕ້ອງງົດອາຫານໃດໆ ທັງຫມົດ ເມື່ອລູກສູງຂື້ນກໍ່ຈະຈະໃຊ້ພະລັງງານທີ່ສະສົມຢູ່ນີ້ມາໃຊ້ໃນການຈະເລີນເຕີບໃຫຍ່ ເພາະການທີ່ມີສານອາຫານສະສົມຫລາຍ ແລະ ຮ່ວມກັບການອອກກຳລັງກາຍຈະເຮັດໃຫ້ລູກເພິ່ມຄວາມສູງໄດ້ເຕັມສັກກະຍະພາບ.

 

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005