ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ


ພັດທະນາການຂອງເດັກນ້ອຍ

ເດັກນ້ອຍແຕ່ລະຄົນທີ່ມີອາຍຸໃກ້ຄຽງກັນຈະມີພັດທະນາການທີ່ໃກ້ຄຽງກັນ ພັດທະນາການບາງຢ່າງທີ່ຊັກຊ້າອາດຈະບໍ່ຄ່ອຍມີຄວາມສຳຄັນເທົ່າໃດ ແຕ່ບາງຢ່າງອາດຈະບົ່ງບອກເຖິງຄວາມຜິດປົກກະຕິຂອງສະຫມອງ ຫລື ພາວະຜິດປົກກະຕິພາຍໃນຮ່າງກາຍ ຜູ້ເປັນແມ່ຈຶ່ງຄວນຮູ້ວ່າ ແຕ່ລະອາຍຸຂອງລູກຄວນມີພັດທະນາການຂື້ນມາຢ່າງໃດ?

* ອາຍຸພັດທະນາການ
1 ເດືອນຕາຈະຈ້ອງເບິ່ງຫນ້າຄົນ
2 ເດືອນຈ້ອງເບິ່ງແລ້ວຍິ້ມ
3 ເດືອນສົ່ງສຽງຮ້ອງດັງເວລາຍິ້ມ ຊັນຄໍໄດ້
4 ເດືອນ ພິກປິ້ນໂຕໄດ້ ຊັນຄໍຍົກຫົວ ແລະ ບ່າສູງກວ່າພື້ນ
5 ເດືອນ ເລິ່ມຄືບຄານໄປທາງຫນ້າ ຍົກບ່າໄລ່ ແລະ ເອິກສູງກວ່າພື້ນ
6 ເດືອນ ເມື່ອຈັບລູກນັ່ງຈະນັ່ງໄດ້ ໂດຍລູກໃຊ້ມື 2 ເບື້ອງຄ້ຳພື້ນ
7 ເດືອນ ເລີ່ມຄານໄດ້
8 ເດືອນ ນັ່ງໄດ້ໂດຍບໍ່ໃຊ້ມືຄ້ຳ
9 ເດືອນ ເລິ່ມເກາະຢືນ
10 ເດືອນ ຍ່າງໂດຍເກາະໄປຕາມຮອບໆ
12 ເດືອນ ຍ່າງໂດຍບໍ່ເກາະຈັບສິ່ງອື່ນໄດ້

* ພາສາ
ອາຍຸ ພັດທະນາການ
3 ເດືອນ ຫົວເລາະສຽງດັງ
12 ເດືອນ ເອີ້ນຄຳພະຍາງດຽວໄດ້ ເຊັ່ນ: ພໍ່ ແມ່
18 ເດືອນ ເວົ້າເປັນປະໂຫຍກທີ່ມີ 2 ຄຳ ເຊັ່ນ: ຫິວເຂົ້າ, ປວດຍ່ຽວ
24 ເດືອນ ເວົ້າເປັນປະໂຫຍກທີ່ມີຫລາຍກວ່າ 2 ຄຳ ຂື້ນໄປ

* ແຂ້ວ
ອາຍຸທີ່ເລິ່ມມີແຂ້ວປົ່ງ
6 ເດືອນ ແຂ້ວນ້ຳນົມດ້ານຫນ້າຄູ່ລຸ່ມ
12 ເດືອນ ແຂ້ວນ້ຳນົມດ້ານຫນ້າ 6 ເຫລັ້ມ
30 ເດືອນ ແຂ້ວນ້ຳນົມຂື້ນຄົບ 20 ເຫລັ້ມ
6 ປີ ແຂ້ວກົນເຫລັ້ມຕົ້ນແທ້ຂື້ນ 4 ເຫລັ້ມ
7-8 ປີ ແຂ້ວຫນ້າແທ້ຂື້ນ 4 ເຫລັ້ມ
11-12 ປິ ແຂ້ວຄົບແທ້ຂື້ນ 4 ເຫລັ້ມ
20 ປີ ແຂ້ວກົກແທ້ເຫລັ້ມສຸດທ້າຍຂື້ນ 4 ເຫລັ້ມ
ພັດທະນານການທາງດ້ານພາສາ ແລະ ແຂ້ວເດັກນ້ອຍແຕ່ລະຄົນມີຄວາມແຕກຕ່າງກັນ ບາງຄົນໃກ້ຈະຮອດ 1 ປີ, ແລ້ວແຂ້ວຍັງບໍ່ຂື້ນ ບໍ່ຖືວ່າຜິດປົກກະຕິ ຖ້າລູກພັດທະນາການອື່ນໆ ຢູ່ໃນເກນປົກກະຕິ ແຕ່ທີ່ທ່ານໝໍໃຫ້ຄວາມສຳຄັນຫລາຍທີ່ສຸດກໍ່ຄື: ການຊັນຄໍ, ລູກຄວນຈະຊັນຄໍໄດ້ເອງເມື່ອອາຍຸ 3 ເດືອນ, ຖ້າລູກຍັງຊັນຄໍບໍ່ໄດ້ເມື່ອລູກຍ່າງເຂົ້າ 4 ເດືອນ ທ່ານຄວນຈະເອົາລູກໄປໂຮງໝໍປຶກສາກັບທ່ານໝໍທັນທີ.

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005