
ວິທີລ້ຽງລູກດ້ວຍຫລັກການ 3
3L (Love, Limit, Let him or her grow)
ແຕ່ລະຄົນມີການລ້ຽງລູກທີ່ແຕກຕ່າງກັນ
ແຕ່ການລ້ຽງດ້ວຍຫລັກ 3L ຄື: Love, Limit ແລະ Let him (her) grow
ຈະຈື່ໄດ້ງ່າຍ
ບໍ່ຫຍຸ້ງຍາກທີ່ຈະຍຶດເປັນຫລັກໃນການລ້ຽງລູກຕັ້ງແຕ່ຍັງນ້ອຍຈົນໃຫຍ່ເປັນຜູ້ໃຫຍ່ທີ່ສົມບູນ.
1. Love (ຄວາມຮັກ) ເດັກນ້ອຍທຸກຄົນຕ້ອງການຄວາມຮັກ ໂດຍສະເພາະຄວາມຮັກຈາກພໍ່
ແມ່ ລູກຈະມີເວລາຢູ່ກັບ ພໍ່ ແລະ ແມ່
ຫລາຍທີ່ສຸດກໍ່ໃນວັຍເດັກເທົ່ານັ້ນ
ຖ້າລູກໃຫຍ່ຂື້ນໃນຄອບຄົວທີ່ອົບອຸ່ນ
ມີຄວາມຮັກທີ່ອັນກົມກຽວກັນພາຍໃນຄອບຄົວ ຈິດໃຈຂອງລູກຈະສະຫງົບ,
ບໍ່ອຸກອັງ, ເຮັດຫຍັງກໍ່ຫມັ້ນໃຈ ບໍ່ຢ້ານຄວາມຜິດພາດ ແລະ ເມື່ອພົບອຸປະສັກໃດໆ
ໃນວັຍເດັກກໍ່ໄດ້ພໍ່ ຫລື ແມ່ ຊ່ວຍນອກແນວທາງແກ້ໄຂ ເພື່ອໃຫ້ວຽກງານຕ່າງໆ
ລຸລ່ວງໄປດ້ວຍດີ
ສິ່ງເຫລົ່ານີ້ຈະເປັນພື້ນຖານທີ່ເຂັ້ມແຂງໃຫ້ແກ່ລູກໃນການເຕີບໃຫຍ່ເປັນຜູ້ໃຫຍ່ໃນວັນຂ້າງຫນ້າ
ລູກຈະກ້າປະເຊີນກັບບັນຫາ ແລະ ອຸປະສັກຕ່າງໆ ໂດຍບໍ່ສັບສົນບໍ່ທຸ່ນທ່ຽງ
ຫລື ແລ່ນເຂົ້າຫາຢາເສບຕິດ
ຄວາມຮັກທີ່ທ່ານໃຫແກ່ລູກນີ້ຍັງເປັນແຮງກະຕຸ້ນໃຫ້ທ່ານມຸ້ງເຮັດວຽກ
ໂດຍຍອມທຸກຍາກລຳບາກຫາລ້ຽງຄອບຄົວເພື່ອລູກໆ
ຫາໂຮງຮຽນທີ່ດີໃຫ້ລູກໄດ້ຮ່ຳຮຽນ ແຕ່ຄວາມຮັກຂອງທ່ານທີ່ມີຕໍ່ລູກນີ້ຄວນສະແດງອອກເປັນແບບຮູບປະທຳ
ຄື: ການໃຫ້ຄວາມຮັກ ໂອບກອດລູກຕາມໂອກດອັນຄວນຢ່າງສະຫມ່ຳສະເຫມີ
ຍັງມີພໍ່ ແລະ ແມ່ອີກຈຳນວນຫລວງຫລາຍທີ່ຄິດວ່າລູກຈະເຕີບໃຫຍ່ເອງ
ຈັກຫນ່ອຍລູກກໍ່ຈົບມະຫາວິທະຍາໄລແລ້ວ ວັນຈັນ-ວັນສຸກ
ສົ່ງລູກໄປໂຮງຮຽນ ແລະ ເອົາເວລາສ່ວນໃຫຍ່ໄປເຮັດທຸລະກິດ ຫລື ເຮັດແຕ່ວຽກ
ໂດຍບໍ່ແບ່ງເວລາໃຫ້ລູກເລີຍ ເມື່ອຮອດມື້ພັກພໍ່ແລະ ແມ່ກໍ່ຈະສັ່ງສັນກັບໝູ່ເພື່ອນ
ປ່ອຍລູກຫລີ້ນນຳກັນເອງ
ຫລືຢູ່ກັບໝູ່ເພື່ອນ ພໍ່ແມ່ເຫລົ່ານີ້ຈະບໍ່ຮູ້ຈິດໃຈລູກ ແລະ
ລູກຈະບໍ່ຮູ້ຊຶ່ງ ແລະ ບໍ່ຮູ້ຈິດໃຈຂອງພໍ່ແມ່ຄືກັນ
ສະນັ້ນຈົງຢ່າປະປ່ອຍໃນຊ່ວງນີ້ໂດຍບໍ່ເປັນປະໂຫຍດ
ວັຍເດັກຂອງລູກຈະປຽບຄືຕົ້ນໄມ້ອ່ອນທີ່ເລິ່ມງອກອອກຈາກແກ່ນ
ຈຶ່ງຄວາມຫມັ່ນໃຫ້ນ້ຳ ແລະ ປຸ໋ຍ (ຄວາມຮັກ) ແກ່ຕົ້ນໄມ້ນີ້ໃນຂະນະທີ່ກຳລັງເຕີບໃຫຍ່ຢ່າງເຕັມທີ່
ແລະ ຕະຫລອດເວລາ
2. Limit (ຈຳກັດຂອບເຂດ) ເມື່ອທ່ານໃຫ້ຄວາມຮັກແກ່ລູກ
ທ່ານຄວນໃຫ້ລູກຮູ້ວ່າຄວາມຮັກນີ້ມີຂອບເຂດ ເຖິງວ່າຈະຢູ່ບ້ານ
ຂອບເຂດທີ່ວາງໄວ້ໃຫ້ແກ່ລູກເວລາຢູ່ບ້ານ ກໍ່ຄືລະບຽບງ່າຍໆ ເມື່ອລູກໃຫຍ່ຂື້ນຈະໄດ້ຮູ້ຂອບເຂດໃນສັງຄົມໄດ້ດີ
ວ່າອັນໃດຄວນເຮັດອັນໃດບໍ່ຄວນເຮັດ ຕົວຢ່າງເຊັ່ນ: ເວລາ 9 ໂມງຄ່ຳລູກຄວນຈະນອນໄດ້ແລ້ວ
ແຕ່ລູກຂອງທ່ານຍັງຢາກເບິ່ງຫນັງຈາກເຄື່ອງຫລີ້ນຊີດີ, ວິດີໂອ,
ລູກຈະຮ້ອງໄຫ້ຮຸນແຮງຈົນລັ່ນບ້ານຈົນທ່ານອົດບໍ່ໄດ້ຕ້ອງເປິດໃຫ້ເບິ່ງຈົນໄດ້
ຖ້າເປັນແບບນີ້ກໍ່ບໍ່ເຫມາະສົມ, ບໍ່ແມ່ນຕາມໃຈລູກເລື້ອຍໆ ເທື່ອຫນ້າຕ້ອງຕົກລົງກັນກ່ອນຈະເບິ່ງວິດີໂອ
ຖ້າຈະເບິ່ງຕ້ອງບໍ່ເກິນ 9 ໂມງຄ່ຳຕົກລົງກັນກ່ອນ
ຖ້າບໍ່ຕົກລົງກໍ່ບໍ່ໃຫ້ເບິ່ງ ເປັນຕົ້ນ,
ການໃຫ້ຂອບເຂດແກ່ລູກນັ້ນທ່ານຄວນ ຈະປະຕິບັດຢ່າງສະຫມ່ຳສະເຫມີ ແລະ
ຄືກັນທຸກເທື່ອ ເຊັ່ນ: ມື້ວານໃຫ້ລູກທໍລະທັດໄດ້ພຽງ 9 ໂມງຄ່ຳ ແຕ່ມາມື້ນີ້ທ່ານຫລືຜົວກັບເບິ່ງທໍລະທັດຈົນເພິນໂດຍໃຫ້ລູກເບິ່ງນຳຈົນກາຍເວລານອນ
ຄືເວລາ 9 ໂມງຄ່ຳ, ຊຶ່ງມື້ອື່ນລູກຈະຕ້ອງຕື່ນແຕ່ເຊົ້າໄປໂຮງຮຽນ
ລູກຈຶ່ງເກິດຄວາມສັບສົນໃນຂອບເຂດທີ່ຕັ້ງກັນໄວ້
ລູກອາດຈະຄິດວ່າທ່ານ ຫລືພໍ່ເລືອກປະຕິບັດ ເມື່ອໃຫຍ່ຂື້ນອາດຈະບໍ່ເຂົ້າໃຈກົດເກນຂອງສັງຄົມ
ແລະ ຢ້ານວ່າຕົນເອງຖືກເລືອກປະຕິບັດຈາກສັງຄົມຄືກັນ
ອາດຈະກາຍເປັນຄົນເບິ່ງໂລກໃນແງ່ລົບຕະຫລອດເວລາ
3. Let him (her) grow ທ່ານຄວນຈະຮູ້ພໍຂ້າວໆ
ວ່າລູກເຮັດອັນໃດໄດ້ແນ່ແລ້ວ ຄວນໃຫ້ເຂົາເຮັດເອງ
ຖ້າລູກເຮັດບາງສິ່ງບາງຢ່າງເກືອບຈະໄດ້ກໍ່ຄວນໃຫ້ລູກຝຶກ ເພື່ອຈະໄດ້ເກິດຄວາມຫມັ້ນໃຈໃນຕົວເອງວ່າຕົນເອງສາມາດແກ້ໄຂສິ່ງຕ່າງໆ
ໄດ້ ບໍ່ດັ່ງນັ້ນລູກຈະບໍ່ໃຫຍ່
ມີຜູ້ປົກຄອງຈຳນວນຫລາຍທີ່ຮັກລູກຫລາຍ ອຸ້ມລູກຕະຫລອດເວລາຈົນລູກອາຍຸ
5-6 ປີ ກໍ່ຍັງອຸ້ມເພາະຢ້ານລູກເມື່ອຍໃນເວລາຍ່າງ
ທ່ານຄວນຕົກລົງກັບລູກກ່ອນອອກຈາກບ້ານວ່າລູກຕ້ອງຍ່າງເອງ
ຍົກເວັ້ນໃນບາງກໍລະນີທີ່ຕ້ອງຍ່າງທາງໄກ ອາດຈະຊ່ວຍລູກແນ່
ຄວນເຝົ້າເບິ່ງພັດທະນາການຕ່າງໆ ຂອງລູກວ່າເຮັດອັນໃດໄດ້ແນ່ແລ້ວ ເຊັ່ນ:
ຈັບຂວດນົມເອງ, ຈັບບ່ວງ, ປ້ອນຕົວເອງໄດ້ເມື່ອອາຍຸ 1 ປີ ຫລື ເມື່ອອາຍຸ
6 ປີ ຄວນຈະໃສ່ເສື້ອຜ້າ ແລະ ມັດເຊື້ອກເກີບໄດ້ເອງ
ກໍ່ຄວນໃຫ້ຝຶກເຮັດເອງ
ດັ່ງນັ້ນທ່ານຄວນຈະປະເມີນທຸກໆ ໄລຍະວ່າ ທ່ານໃຫ້ 3L
ກັບລູກທຸກຄົນເທົ່າທຽມກັນ ຫລືບໍ່ ແລະ ເຫມາະສົມຕາມອາຍຸຂອງລູກຫລືບໍ່,
ຖ້າຢ່ອນກົງ L ບໍ່, ກໍ່ຄວນເພິ່ມຕື່ມທັນທີບໍ່ຄວນເລື່ອນໄປອາທິດຫນ້າ
ຫລື ດ້ານຫນ້າ ເຊັ່ນ: ໄລຍະນີ້ຜົວທ່ານມີວຽກຫຍຸ້ງຫລາຍຈຶ່ງບໍ່ມີເວລາໃຫ້ແກ່ລູກ
ຄວນເບິ່ງແຍງແທນຊົ່ວຄາວ ແລ້ວໃຫ້ຜົວທ່ານຟ້າວຊົດເຊີຍເມື່ອມີເວລາວ່າງທັນທີ
ຢ່າໃຊ້ເງິນທົດແທນຄວາມຮັກທີ່ຈະໃຫ້ແກ່ລູກໆ
ລູກຈະມີຄວາມສຸກໃຈທີ່ໄດ້ຢູ່ກັບພໍ່ ຫລື ແມ່ຫລາຍກວ່າເງິນທີ່ໃຫ້ "ຫາເງິນເພື່ອຄອບຄົວ
ຫາເວລາເພື່ອລູກ ຄວບຄູ່ກັນໄປຈະເປັນການດີ)