ເພດສຶກສາ
ກັບ ສັງຄົມ
ເມື່ອສັງຄົມມີການປ່ຽນໄປ
ວິທີການອົບຮົມສັ່ງສອນລູກກໍ່ປ່ຽນແປງໄປນຳ ທ່ານໝໍ ພາວິນ
ພົວພອນພົງ ໄດ້ໃຫ້ຄວາມຮູ້ກ່ຽວກັບການສອນເລື່ອງ
ເພດສຶກສາໃຫ້ແກ່ລູກ ດັ່ງນີ້:
ປະຈຸບັນຈະເຫັນວ່າເພື່ອນບ້ານໃກ້ຄຽງເຮົາແມ່ນມີບັນຫາກ່ຽວກັບເລື່ອງທາງເພດພໍສົມຄວນ
ໄດ້ແກ່: ການລ່ວງເກີນທາງເພດ, ການຂົ່ມຂືນ,
ການຖືພາໂດຍບໍ່ພຶງປະສົງ, ການປະຖິ້ມລູກທີ່ຫາກໍ່ເກີດ,
ການເອົາລູກອອກກ່ອນກຳນົດ, ໂລກຕິດຕໍ່ທາງເພດສຳພັນ,
ໂດຍສະເພາະໂລກເອດສ໌ ຊຶ່ງບັນຫາເຫລົ່ານີ້ໄດ້ເກິດ ແລະ
ເພິ່ມຈຳນວນຂື້ນເລື້ອຍໆ ອາດເປັນເພາະວັດທະນະທຳຕາເວັນຕົກ ແລະ
ສື່ຕ່າງໆ ລວມທັງອິນເຕີຣ໌ເນັດ, ໃນໂລກຍຸກການສື່ສານໄຮ້ພົມແດນ
ສະພາບສັງຄົມປ່ຽນແປງໄປ ເຮັດໃຫ້ພຶດຕິກຳຂອງຄົນປ່ຽນໄປ
ໂດຍສະເພາະວັຍລຸ້ນສະໄຫມໃຫມ່, ໃນຍຸກທີ່ເສດຖະກິດ ແລະ
ການສຶກສາຕ້ອງມີການແຂ່ງກັນສູງ, ພໍ່ແມ່ຈະຕ້ອງເຮັດວຽກ
ວັຍລຸ້ນຈະຕ້ອງແຂ່ງກັນຊອກຫາບ່ອນຮຽນທີ່ດີ ແລະ ຮຽນເພີ້ມພິເສດ,
ຕ້ອງຫາບ່ອນພັກໃກ້ກັບໂຮງຮຽນ,
ຕ້ອງອອກຈາກບ້ານເພື່ອຮຽນເພີ້ມພິເສດບໍ່ເປັນໂມງເປັນເວລາ,
ຂາດການເບິ່ງແຍງເອົາໃຈໃສ່ຂອງພໍ່ແມ່ ແລະ ຜູ້ປົກຄອງ,
ຄວາມເຄັ່ງຄຽດ ແລະ ຊີວິດທີ່ປາດສະຈາກການເອົາໃຈໃສ່
ເຮັດໃຫ້ວັຍລຸ້ນຂາດຄວາມຢັບຢັ້ງຊັ່ງໃຈ ແລະ
ລະງັບສະຕິອາລົມບໍ່ໄດ້, ເມື່ອຜູ້ຊາຍ ແລະ
ຍິງມີໂອກາດໃກ້ຊິດກັນຄວາມຕ້ອງການທາງເພດຈຶ່ງມີແນວໂນ້ມທີ່ຈະເກິດຂື້ນ
ຊຶ່ງເກິດຜົນຕາມມາ ເປັນບັນຫາໃນຫນັງ ສືພິມຕ່າງໆໄດ້.
ເມື່ອເກິດຄວາມສຳພັນທາງເພດກັນຂອງວັຍລຸ້ນ
ເນື່ອງຈາກຂາດຄວາມຮູ້ ແລະ ຄວາມເຂົ້າໃຈ
ເລື່ອງເພດບັນຫາທີ່ພົບເຫັນໄດ້ແກ່: ໂລກຕິດຕໍ່ທາງເພດສຳພັນ,
ການຖືພາທີ່ບໍ່ພຶງປະສົງ, ການເອົາລູກອອກກ່ອນກຳນົດ,
ການປະຖິ້ມລູກນ້ອຍທີ່ຫາກໍ່ເກີດ,
ໃນໄລຍະທຳອິດຈະມາເບິ່ງກັນເຖິງເລື່ອງໂລກຕິດຕໍ່ທາງເພດສຳພັນ
ກັນກ່ອນ.
ໂລກຕິດຕໍ່ທາງເພດສຳພັນ:
ສະໄຫມກ່ອນເຮົາເອີ້ນໂລກເຫລົ່ານີ້ວ່າ: "ກາມະໂລກ"
ໃນບັນດາໂລກເຫລົ່ານີ້ ມີພຽງສອງສາມໂລກທີ່ຮູ້ຈັກກັນໄດ້ແກ່:
ຫນອງໃນ, ຊິຟິລິສ, ແລະ ເອດສ໌,
ແຕ່ຕາມຄວາມເປັນຈິງແລ້ວໂລກຕິດຕໍ່ທາງເພດສຳພັນມີຫລາຍກວ່າ 20
ໂລກ, ສາເຫດເກິດໄດ້ຈາກຈຸລຊີບ ທຸກຊະນິດຄື: ແບັກທີເລຍ, ໄວຣັສ,
ໂປຣໂຕຊິວ, ພະຍາດ ແລະ ເຊື້ອລາ
ມາເບິ່ງຕົວຢ່າງຂອງໂລກເຫລົ່ານີ້ທີ່ພົບເຫັນເປັນປະຈຳ ໄດ້ແກ່:
1. ເລິມ: ເກິດຈາກການຕິດເຊື້ອໄວຣັສ
ຊຶ່ງມາຈາກບາດແຜຂອງຄົນທີ່ຕິດໂລກໃນເວລາມີອາການເກິດບາດແຜ
ເຊື້ອໄວຣັສທີ່ເຂົ້າສູ່ຄົນຮັບເຊື້ອຈະເກິດຈາກການສຳຜັດກັບບາດແຜ
ແລະ ເຊື້ອອາດຈະເຮັດໃຫ້ເກິດອາການເປັນໄຂ້, ປວດເມື່ອຍ,
ເກິດຕຸ່ມໃສບໍລິເວັນອະໄວຍະວະເພດ ແລະ ແຕກເປັນບາດຕື້ນໆ ແສບ,
ເວລາຍ່ຽວຈາກນັ້ນແຜຈະເຊົາໄປເອງພາຍໃນ 7-10 ວັນ,
ເນື່ອງຈາກເຊື້ອໄວຣັສນີ້ຍັງບໍ່ຖືກທຳລາຍ
ແຕ່ຈະໄປລີ້ຢູ່ບໍລິເວນເສັ້ນປະສາດສ່ວນປາຍ
ເມື່ອຄົນທີ່ໄດ້ຮັບເຊື້ອອ່ອນເພຍ, ອາລົມບໍ່ດີບໍ່ໄດ້ພັກຜ່ອນ,
ບໍ່ສະບາຍ, ໂລກກໍ່ຈະສາມາດກຳເລີບມາໃຫມ່ອີກ
ໂດຍເກິດອາການແສບຮ້ອນ ແລະ ເກິດຕຸ່ມໃສບໍລິເວນອະໄວຍະວະເພດ
ຈາກນັ້ນກໍ່ແຕກເປັນບາດແຜນ້ອຍໆ ແລະ ເຊົາໄປໄດ້ເອງ,
ໂລກນີ້ບໍ່ອັນຕະລາຍ ຖ້າບໍ່ເກິດມີອາການໃນເວລາອອກລູກ
ແຕ່ກໍ່ເປັນໂລກທີ່ທໍລະມານ ແລະ
ເປັນໂລກຊຳເຮື້ອທີ່ເຝົ້າທຳລາຍເຮົາໄດ້ຕະຫລອດເວລາ
ເມື່ອພູມຄຸ້ມກັນຂອງຄົນທີ່ຮັບເຊື້ອຕ່ຳລົງ.
2. ຫນອງໃນ: ເກິດຈາກການຕິດເຊື້ອແບັກທີເລຍ ມີ 2
ຊະນິດຄື: ຫນອງໃນແທ້ ແລະ ຫນອງໃນປອມ
ຊຶ່ງເກິດຈາກເຊື້ອທີ່ແຕກຕ່າງກັນ
ການຕິດເຊື້ອເຫລົ່ານີ້ຈະຕິດເຊື້ນໃນບໍລິເວນທໍ່ສົ່ງຍ່ຽວ,
ປາກມົດລູກ, ແລະ ໃນຜົ້ງມົດລູກ,
ຫນອງໃນແທ້ຈະເກິດອາການທີ່ຮ້າຍແຮງ ແລະ ເປັນໄວພາຍໃນ 7 ວັນ,
ຈະສະແດງອາການຍ່ຽວແສບຂັດ, ຂຸ່ນ, ເປັນຫນອງ, ເຈັບທ້ອງນ້ອຍ,
ຕາຂາວຜິດປົກກະຕິມີກິ່ນເຫມັນ, ສຳຫລັບຫນອງໃນປອມ
ອາການຈະບໍ່ຮ້າຍແຮງ ອາການຈະຄ່ອຍເປັນຄ່ອຍໄປ
ຄົນທີ່ໄດ້ຮັບເຊື້ອບາງຄັ້ງບໍ່ໃສ່ໃຈ ຈຶ່ງສົ່ຜົນໃຫ້ໂລກຊຳເຮື້ອ
ແລະ ເກິດບັນຫາເລື່ອງການມີລູກຍາກຕາມມາໄດ້.
3. ຫອນໄກ່: ເກິດຈາກການຕິດເຊື້ອໄວຣັສ
ເຮັດໃຫ້ເນື້ອເຍື່ອທີ່ຕິດເຊື້ອຈະເລີນຜິດປົກກະຕິ,
ເກິດເປັນກະຕູດຂື້ນມາມີຫລາຍລັກສະນະ
ແຕ່ລັກສະນະທີ່ເຫັນເປັນປະຈຳຄື: ເປັນຕິ່ງ, ສີຂາວໃສ,
ຖ້າມີຂະຫນາດໃຫຍ່ຈະຄ້າຍຄືດອກກະຫລ່ຳ,
ຈະເກິດໄດ້ທັງບໍລິເວນອະໄວຍະວະເພດພາຍນອນ, ໃນຊ່ອງຄອດ ແລະ
ທະວານຫນັກ
ຫາກເປັນໂລກນີ້ຈະສ່ຽງຕໍ່ການເປັນມະເຮັງປາກມົດລູກສູງຂື້ນ.
4. ແຜລິມອ່ອນ: ເກິດຈາກການຕິດເຊື້ອແບັກທີເລຍ
ເຂົ້າໄປໃນຜິວຫນັງທີ່ມີບາດແຜ ສົ່ງຜົນເຮັດໃຫ້ເກິດບາດແຜ, ແສບ,
ເຈັບ, ລັກສະນະບາດແຜຈະມີຂະຫນາດນ້ອຍປະມານເຄິ່ງຊັງຕີແມັດ,
ປາກບາດແຜກະລຸ້ງກະລິ້ງ, ບາງຄັ້ງອາດພົບເຫັນຕ່ອມນ້ຳເຫລືອງ,
ບໍລິເວນງ່າມຂາຈະໃຫຍ່.
5. ບາດແຜລິມແຂງ:
ເກິດຈາກເຊື້ອທີ່ມີລັກສະນະຄ້າຍຄືແບັກທີເລຍ
ພົບເຫັນໃນໄລຍະທຳອິດຂອງການເກິດໂລກຊິຟິລິສ
ບາດຈະເປັນລັກສະນະແຂງໆ ບໍ່ເຈັບ ເປັນຢູ່ປະມານ 10-14 ວັນ,
ແລ້ວເຊົາໄປ ແຕ່ໂລກຊິຟິລິສຍັງເປັນຢູ່
ໂດຍເຊື້ອຈະເຂົ້າໄປລີ້ຢູ່ໃນຮ່າງກາຍສ່ວນຕ່າງໆ ແລະ
ອາດເກິດອາການໃນຮ່າງກາຍໄດ້ຫລາຍລະບົບ ເຊັ່ນ: ເກິດເປັນຜື່ນ,
ກະດູກອ່ອນ ແລະ ກະດູດຖືກທຳລາຍ ມີອາການທາງລະບົບປະສາດໄດ້.
6. ໂລກຕັບອັບເສບຈາກໄວຣັສຊະນິດບີ:
ເກິດຈາກການຕິດເຊື້ອໄວຣັສຕັບອັກເສບຊະນິດບີ
ໂດຍເຊື້ອຈະພົບເຫັນໃນສານຄັດຫລັ່ງຕ່າງໆ ເຊັ່ນ: ນ້ຳລາຍ,
ນ້ຳອະສຸຈິ, ຍ່ຽວ ແລະ ເລືອດ,
ໂລກນີ້ມີຄວາມສຳພັນໃກ້ຊິດກັບພາວະຕັບແຂງ, ມະເຮັງຂອງຕັບ ແລະ
ພາວະຕັບອັກເສບຊຳເຮື້ອ, ໂລກນີ້ປະຈຸບັນບໍ່ມີຢາຮັກສາ,
ທາງການແພດພຽງແຕ່ຊ່ວຍຍືດ ແລະ ບັນເທົາອາການ,
ພັກຜ່ອນໃຫ້ຮ່າງກາຍແຂງແຮງຂື້ນ, ປ້ອງກັນພາວະແຊກຊ້ອນ,
ຈະກວ່າຮ່າງກາຍຈະສາມາດທຳລາຍເຊື້ອໂລກນີ້ໄດ້ດ້ວຍຕົນເອງ,
ສ່ວນຫນື່ງຂອງຄົນເຈັບ ໂລກນີ້ຈະເຊົາຂາດ
ອີກສ່ວນຈະຍັງຄົງເປັນພາຫະ
ຊຶ່ງສາມາດແຜ່ເຊື້ອໄປສູ່ຄົນອື່ນໄດ້.
7. ໂລກເອດສ໌: ເກິດຈາກເກິດຕິດເຊື້ອໄວຣັສເອດຈ໌ໄອວີ
(HIV) ປະຈຸບັນໄດ້ຮັບຄວາມສົນໃຈຢ່າງຫລວງຫລາຍ
ເນື່ອງຈາກຍັງບໍ່ສາມາດຄົ້ນພົບວິທີການຮັກສາໃຫ້ເຊົາໄດ້
ໂລກນີ້ໄວຣັສຈະໄປທຳລາຍພູມຄຸ້ມກັນຂອງຮ່າງກາຍ,
ເຮັດໃຫ້ຮ່າງກາຍຕິດເຊື້ອໄດ້ງ່າຍ ແລະ ເກິດໂລກແຊກຊ້ອນ ແລະ
ມະເຮັງຕ່າງໆ ງ່າຍຂື້ນ ໂລກນີ້ຕິດຕໍ່ກັນທາງເພດສຳພັນ,
ການໄດ້ຮັບເລືອດ ແລະ ຈາກແມ່ສູ່ລູກ,
ການລະບາດຂອງໂລກໃນໄລຍະທຳອິດ ເກິດໃນກຸ່ມມົ້ວສຸມທາງເພດ,
ຄົນຕິດຢາເສບຕິດ,
ແຕ່ປະຈຸບັນແຜ່ລາມມາສູ່ກຸ່ມຄົນຂາຍບໍລິການທາງເພດ,
ຄົນໃຊ້ແຮງງານ, ແມ່ບ້ານ, ແລະ ປະຊາຊົນທົ່ວໄປ,
ເນື່ອງຈາກຍັງບໍ່ມີວິທີຮັກສາ ຈຶ່ງໄດ້ມີການປຸກລະດົມຂົນຂວາຍ
ເພື່ອຕໍ່ຕ້ານໂລກນີ້ກັນໃນທຸກຮູບແບບທົ່ວໂລກ
ມີການປະຊາສຳພັນໃຫ້ເຫັນອັນຕະລາຍຈາກໂລກນີ້ ແລະ
ແນະນຳວິທີການປ້ອງກັນໂລກ
ໃນດ້ານການບຳບັດໄດ້ມີການທົດສອບວັກຊີນຮັກສາໂລກນີ້ຢູ່.
ປັດໄຈສ່ຽງຕໍ່ການເກິດໂລກເຫລົ່ນີ້ຄື:
ການກິນຂອງມືນເມົາ, ອັນເປັນເຫດໃຫ້ຂາດສະຕິ,
ຂາດການຢັບຢັ້ງຊັ່ງໃຈ ແລະ
ມີການໃຊ້ບໍລິການຍິງຂາຍບໍລິການທາງເພດ,
ນອກຈາກນີ້ການໃຊ້ສິ່ງເສບຕິດທັງຫລາຍ,
ສົ່ງຜົນໃຫ້ຮ່າງກາຍອ່ອນແອລົງ, ຕິດເຊື້ອໂລກຕ່າງໆ
ໄດ້ງ່າຍຈຶ່ງຄວນອອກກຳລັງກາຍສະຫມ່ຳສະເຫມີ, ທຳຈິດໃຈໃຫ້ແຈ່ມໃສ,
ເບິ່ງແຍງຄອບຄົວໃຫ້ມີຄວາມສຸກ,
ຈະເປັນພູມຄຸ້ມກັນທາງສັງຄົມຊ່ວຍປ້ອງກັນການຕິດເຊື້ອຈາກໂລກນີ້ໄດ້.
ການຖືພາທີ່ບໍ່ເພິ່ງປະສົງ
ການຖືພາເປັນສິ່ງທີ່ຈຳເປັນຈະຕ້ອງມີການກຽມຕົວກຽມໃຈ ແລະ
ກຽມຄອບຄົວໃຫ້ພ້ອມຈະຮັບສະມາຊິກໃຫມ່
ການຖືພາທີ່ບໍ່ເພິ່ງປະສົງຫາກເກິດກັບວັຍລຸ້ນ ຫລື
ຍັງເປັນນັກຮຽນຢູ່ຈະສົ່ງຜົນເສຍຕໍ່ຊີວິດ ແລະ ຄອບຄົວ
ຊຶ່ງຖືເປັນເລື່ອງໃຫຍ່ໃນສັງຄົມປະຈຸບັນ ແລະ
ບໍ່ໄດ້ຮັບການຍອມຮັບອັນເປັນເຫດໃຫ້ເກິດການທຳແທ້ງທີ່ຜິດກົດຫມາຍ
ແລະ ການປະຖິ້ມລູກນ້ອຍທີ່ຫາກໍເກິດໃຫມ່,
ວິທີທີ່ຈະປ້ອງກັນການເກິດການຖືພາທີ່ບໍ່ເພິ່ງປະສົງກໍ່ຄື:
ການວາງແຜນຄອບຄົວ, ໂດຍສະເພາະການຮູ້ຈັກ ແລະ
ເລືອກໃຊ້ຢາຄຸມກຳເນິດ
ເຮົາມາຮູ້ຈັກກັບວິທີການຄຸມກຳເນີດວິທີຕ່າງໆ ກັນ ດັ່ງນີ້:
- ຢາເມັດຄຸມກຳເນິດ: ເປັນວິທີທີ່ໄດ້ຮັບຄວາມນິຍົມຫລາຍ
ຢາຄຸມໃນປະຈຸບັນນິຍົມໃຊ້ຈະມີ 2 ຊະນິດຄື:
ຊະນິດທີຫນື່ງເປັນແຜງມີ 21 ເມັດ, ຊະນິດທີສອງມີ 28 ເມັດ.
- ວິທີໃຊ້ຢາຄຸມກຳເນິດ: ໂດຍການເລິ່ມກິນພາຍໃນ 5
ວັນທຳອິດຂອງການເລິ່ມຕົ້ນມີປະຈຳເດືອນ, ຈາກນັ້ນກິນວັນລະ 1
ເມັດທຸກມື້, ຄວນກິນຢາໃນເວລາດຽວກັນທຸກວັນ ກ່ອນ ຫລື
ຫລັງອາຫານກໍ່ໄດ້ (ເພື່ອປ້ອງກັນການລືມກິນຢາ ແລະ
ເຮັດໃຫ້ຢາມີລະດັບໃນກະແສເລືອດສະຫມ່ຳສະເຫມີ)
ສຳຫລັບຢາຄຸມກຳເນິດຊະນິດ 21 ເມັດ
ຫລັງຈາກກິນຢາຈົນຫມົດແຜງໃຫ້ເວັ້ນຫ່າງ 7 ວັນ,
ຈຶ່ງເລິ່ມກິນຢາຄຸມກຳເນິດຕໍ່ໄດ້ເລີຍ
ໂດຍບໍ່ຕ້ອງລໍຖ້າປະຈຳເດືອນມາ
(ໂດຍປົກກະຕິປະຈຳເດືອນຈະມາໃນໄລຍະທີ່ເວັ້ນຈາກການກິນຢາຄຸມກຳເນິດ
3-4 ວັນແລ້ວ)
ສຳຫລັບຢາຄຸມກຳເນິດຊະນິດ 28 ເມັດ ຈະມີຢາບຳລຸງເຂົ້າມາໃນໄລຍະ
7 ເມັດຫລັງ ລັກສະນະສີຂອງຢາ ໂດຍສ່ວນມັກຈະເຮັດສີແຕກຕ່າງກັນ
ການກິນຢາຄຸມກຳເນິດຊະນິດນີ້
ຫລັງຈາກຫມົດແຜງກໍ່ກິນຢາແຜງໃຫມ່ຕໍ່ໄປໄດ້ເລີຍ
(ໂດຍປົກກະຕິປະຈຳເດືອນຈະມາ ໃນຊ່ວງທີ່ກິນຢາບຳລັງໃນໄລຍະ 7
ເມັດສຸດທ້າຍ), ຫາກມີການລືມກິນຢາຄຸມກຳເນິດ 1 ເມັດ
ເມື່ອນຶກຂື້ນໄດ້ໃຫ້ກິນຢາທັນທີ ແລະ
ກິນຢາຄຸມກຳເນິດເມັດຕໍ່ໄປຕາມເວລາເກົ່າ
ຫາກມີການລືມກິນຢາຄຸມກຳເນິດ 2 ເມັດ,
ເມື່ອນຶກຂື້ນໄດ້ໃຫ້ກິນທັນທີ 1 ເມັດ, ແລະ ກິນຢາຄຸມກຳເນິດ 2
ເມັດໃນວັນຕໍ່ມາ ໂດຍແບ່ງກິນໃນເວລາຕອນເຊົ້າ 1 ເມັດ, ແລະ
ກ່ອນນອນ 1 ເມັດ. ຫາກລືມກິນຢາຫລາຍກວ່າ 2 ເມັດ
ຄວນຢຸດໃຊ້ຢາແຜງນັ້ນ ແລ້ວໃຊ້ວິທີການຄຸມກຳເນິດວິທີອື່ນ
ເຊັ່ນ: ໃຊ້ຖົງຢາງອະນາໄມ, ລໍຖ້າຈົນກວ່າປະຈຳເດືອນຈະມາ
ຈຶ່ງເລິ່ມຢາຄຸມກຳເນິດແຜງໃຫມ່
ຢ່າງໃດກໍ່ຕາມຄວນຈັດເວລາຂອງການກິນຢາໃຫ້ເປັນເວລາ ເພາະການລືມ
ແລະ
ຄວາມສະຫມ່ຳສະເຫມີໃນການກິນຢາຈະລຸດປະສິດທິພາບການຄຸມກຳເນິດລົງໄດ້.
* ຢາຄຸມກຳເນິດທີ່ໃຊ້ຫລັງການມີເພດສຳພັນ: ປົກກະຕິຈະບໍ່ແນະນຳໃຫ້ໃຊ້ເປັນປະຈຳ
ສຳຫລັບຄົນທີ່ຕ້ອງການຄຸມກຳເນິດ
ຈະມີບ່ອນໃຊ້ສະເພາະມີເຫດການສຸກເສີນ ເຊັ່ນ:
ມີການຮ່ວມເພດໂດຍບໍ່ມີການກຽມປ້ອງກັນມາກ່ອນ,
ຖົງຢາງອະນາໄມຂາດລະຫວ່າງຮ່ວມເພດ ຫລື ກໍລະນີຖືກຂົ່ມຂືນ,
ການກິນຢາຄຸມກຳເນິດຊະນິດນີ້ຈຳເປັນຈະຕ້ອງສັ່ງກິນຢາໃຫ້ໄວທີ່ສຸດ
ຫລັງຈາກເກິດການຮ່ວມເພດ ແລະ ຄວນຈະໄດ້ຮັບຄຳແນະນຳຈາກແພດຫມໍ
ເນື່ອງຈາກອາດພົບພາວະແຊກຊ້ອນ ຈາກການກິນຢາຊະນິດນີ້ໄດ້ເຊັ່ນ:
ເລືອດອອກປອດແປັດ ແລະ ປະຈຳເດືອນມາບໍ່ສະຫມ່ຳສະເຫມີ,
ອີກປະການຫນື່ງປະສິດທິພາບຂອງການຄຸມກຳເນິດໂດຍໃຊ້ຢາຄຸມກຳເນິດຫລັງມີເພດສຳພັນນັ້ນ
ນ້ອຍກວ່າການກິນຢາຄຸມກຳເນິດປົກກະຕິ
ການເລືອກໃຊ້ຈຶ່ງຄວນລະມັດລະວັງ ແລະ
ຢູ່ໃນການເບິ່ງແຍງຂອງແພດຫມໍ.
* ຢາສັກຄຸມກຳເນິດ: ຈະເປັນຢາທີ່ໃຊ້ສຳຫລັບການຄຸມກຳເນິດໄລຍະຍາວ
ເນື່ອງຈາກຢາທີ່ສັກຈະເປັນຮໍໂມນ ຊຶ່ງຈະມີການດູດຊຶມຢ່າງຊ້າໆ
ອອກລິດຄຸມກຳເນິດປະມານ 3 ເດືອນ, ວິທີສັກຢາຈະສັກຢາໃສ່ສະໂພກ
ແລະ ມີການນັດສັກຢາທຸກໆ 12 ອາທິດ,
ຫລັງການສັກຢາອາດພົບເຫັນມີປະຈຳເດືອນກະປິດກະປອດໃນໄລຍະເດືອນທຳອິດໆ
ແຕ່ຫລັງຈາກ 6 ເດືອນ ແລ້ວສ່ວນໃຫຍ່ມັກຈະບໍ່ມີປະຈຳເດືອນ
ເນື່ອງຈາກການທີ່ຢາສັກຄຸມກຳເນິດອອກລິດດົນ
ດັ່ງນັ້ນຫລັງຈາກຢຸດຢາແລ້ວຕ້ອງການມີລູກ ອາດໃຊ້ເວລາດົນ 6
ເດືອນ ເຖິງ 1 ປີ,
ຈຶ່ງຈະເຫັນວ່າຢາສັກຄຸມກຳເນິດອາດເຫມາະສົມສຳຫລັບຄົນທີ່ມີລູກແລ້ວ
ແລະ ຕ້ອງການຄຸມກຳເນິດເປັນໄລຍະເວລາຍາວນານຫລາຍກວ່າ.
ແຫລ່ງທີ່ມາ: ເວັບຮັກລູກແຟມມິລີກຣຸບ.ຄອມ
ຮູບພາບ: ອິນເຕີເນັດ
ແປ:
ວຽງສອນ ວົງຄຳ