ຄວາມເຂົ້າໃຈກ່ຽວກັບໂລກເອດສ໌
HIV/AIDS
ຄື:ພາວະທີ່ຮ່າງກາຍຕິດເຊື້ອໄວຣັສຊະນິດຫນື່ງ, ເຊື້ອໄວຣັສນີ້ມີຊື່ວ່າ:
HIV
ໂຕເຊື້ອໄວຣັສນີ້ຈະເຂົ້າໄປທຳລາຍ "ພູມຄຸ້ມກັນ" ຂອງຮ່າງກາຍ, ເມື່ອຮ່າງກາຍບໍ່ມີພູມຄຸ້ມກັນໂລກ,
ຄົນທີ່ຕິດເຊື້ອກໍ່ຈະເຈັບເປັນຈາກໂລກຕິດເຊື້ອຕ່າງໆ ໄດ້ງ່າຍ ເນື່ອງຈາກບໍ່ມີລະບົບໃນການປ້ອງກັນ,
ຫລື ມີລະບົບປ້ອງກັນຕ່ຳ, ໂລກຕິດເຊື້ອທີ່ມັກພົບເຫັນໄດ້ໃນຄົນທີ່ມີໄວຣັສ
HIVຫລື
ເປັນໂລກເອດສ໌ໄດ້ແກ່: ວັນນະໂລກ, ເຊື້ອລາໃນສະຫມອງ ຕິດເຊື້ອໃນກະແສເລືອດຮຸນແຮງ, ປອດບວມ,
ທ້ອງລ້ວງຊຳເຮື້ອ ດັ່ງນັ້ນ ເຮົາກໍ່ພໍຈະສະຫລຸບໄດ້ວ່າ: ໂຕໄວຣັສ
HIVນັ້ນ
ບໍ່ໄດ້ເປັນໂຕການຂອງການເກິດໂລກຕິດເຊື້ອໂດຍກົງ ແຕ່ມັນຈະເປັນໂຕທຳລາຍພູມຄຸ້ມກັນຂອງຮ່າງກາຍ,
ຄ້າຍຄືເປັນຄົນທຳລາຍກຳແພງເມືອງນັ້ນເອງ ເມື່ອກຳແພງເມືອງຖືກທຳລາຍແລ້ວ
ບໍ່ວ່າສັດຕູຈະມາຈາກທິດໃດ, ເປັນໃຜ, ກໍ່ສາມາດໂຈມຕີເມືອງໄດ້ໂດຍບໍ່ມີອັນຂວາງກັນໄດ້ ເຂົ້າໃຈກັນຫລືບໍ່?
ຄົນທີ່ໄດ້ຮັບເຊື້ອ
HIV
ຫລື ເປັນໂລກເອດສ໌ນີ້ ຮ່າງກາຍຈະບໍ່ສະແດງອາການໃນທັນທີ, ອາການຕ່າງໆ
ຈະເລິ່ມສະແດງອອກມາຫລັງຈາກໄດ້ຮັບເຊື້ອປະມານ 5-10 ປີ,
ຫລັງຈາກນັ້ນກໍ່ຈະເລິ່ມເຈັບຊຳເຮື້ອ ຄື: ຮັກສາແນວໃດກໍ່ບໍ່ເຊົາ ເຊັ່ນ: ເປັນວັນນະໂລກຊຳເຮື້ອ
ຫລື ປອດບວມຊຳເຮື້ອແບບນີ້ລະ, ຖ້າຄົນທີ່ຕິດເຊື້ອເບິ່ງແຍງສຸຂະພາບຕົນເອງເປັນຢ່າງດີຄື:
ພະຍາຍາມຮັກສາຮ່າງກາຍໃຫ້ແຂງແຮງທີ່ສຸດເທົ່າທີ່ຈະເຮັດໄດ້, ໄດ້ຮັບຢາຢ່າງສະຫມ່ຳສະເຫມີ
ແລະ ໂຊກດີທີ່ບໍ່ເປັນໂລກແຊກຊ້ອນຮຸນແຮງກໍ່ມັກຈະມີຊີວິດຢູ່ຕໍ່ໄປສະເລ່ຍໄດ້ 2-5 ປີ.
* ການກວດພົບເຫັນເຊື້ອໄວຣັສ
HIV
ການກວດຫາເຊື້ອໄວຣັສເອດຊ໌ໄອວີຈະບໍ່ສາມາດເຫັນໄດ້ຈົນກວ່າຮ່າງກາຍຈະເລິ່ມສ້າງສານແອນຕີ້ບໍດີ້ຕໍ່ເຊື້ອເອດສ໌ຄື:
ສານທີ່ຮ່າງກາຍສ້າງຂື້ນເພື່ອພະຍາຍາມຕໍ່ສູ້ກັບເຊື້ອດັ່ງກ່າວ, ຊຶ່ງໃຊ້ເວລາປະມານ 6 ເດືອນ
ຈຶ່ງຈະກວດພົບໃນເລືອດ ບໍ່ແມ່ນຈະໄປມີເພດສຳພັນໂດຍບໍ່ໄດ້ປ້ອງກັນແບບມື້ວານນີ້,
ມື້ນີ້ເຈົ້າໄປກວດເລືອດແລ້ວຜົນອອກມາເປັນປະຕິເສດຄື: ກວດບໍ່ພົບເຫັນເຊື້ອເອດຊ໌ໄອວີ ແລ້ວເຈົ້າກໍ່ສະບາຍໃຈໄດ້ວ່າບໍ່ຕິດເຊື້ອ,
ຫົກເດືອນຜ່ານມານັ້ນ ຈຶ່ງຈະຮູ້ນີ້ລະຄືຄວາມຫນ້າເປັນຫ່ວງຢ່າງຫນື່ງຂອງມັນ, ເພາະລະຫວ່າງຫົກເດືອນທີ່ເວົ້ານີ້
ຄົນທີ່ມີເຊື້ອໄວຣັສ
HIV
ໂດຍບໍ່ຮູ້ໂຕຈະໄປມີເພດສຳພັນໂດຍບໍ່ໄດ້ປ້ອງກັນ ແລະ ແຜ່ເຊື້ອກັບຄົນອື່ນອີກຫລາຍຕໍ່ຫລາຍຄົນກໍ່ບໍ່ຮູ້
ດ້ວຍເຫດນີ້ເອງການປ້ອງກັນຕົວເອງຈຶ່ງໄດ້ມີຄວາມສຳຄັນຫລາຍ.
* ການຕິດຕໍ່ຂອງໄວຣັສ
HIV
ຕິດຕໍ່ໄດ້ 3 ທາງ ຄື:
1. ທາງເລືອດຄື: ທາງບາດແຜ, ເຂັມສັກຢາ, ເຍື່ອບຸໃນປາກ ຫລື ເຍື່ອບຸຕາ,
ການຕິດຕໍ່ແບບນີ້ມັກເກິດຂື້ນກັບກຸ່ມຄົນທີ່ໃຊ້ຢາເສບຕິດດ້ວຍເຂັມສັກຢາ,
ການໃຊ້ເຂັມສັກຢານຳກັນນັ້ນອັນຕະລາຍທີ່ສຸດ, ດຽວນີ້ເວລາສັກວັກຊີນຕ່າງໆ
ທ່ານຫມໍກໍ່ຈະໃຊ້ເຂັມສັກຢາແບບໃຊ້ຄັ້ງດຽວແລ້ວຖິ້ມເລີຍ, ເຊັ່ນດຽວກັບອຸປະກອນທາງທັນຕະກຳ
(ການປົວແຂ້ວ), ທຸກຢ່າງຕ້ອງຂ້າເຊື້ອຫລາຍເທື່ອອີກເພື່ອຄວາມປອດໄພທັງຫມົດ, ເອີ້! ແລ້ວຫມູ່ເພື່ອນທີ່ມັກສັກ
ຫລື ເຈາະ, ບ່ອງສ່ວນຕ່າງໆຂອງຮ່າງກາຍກໍ່ຄືກັນ,
ຕ້ອງແນ່ໃຈວ່າຄົນທີ່ເຮັດລາວເບິ່ງແຍງອຸປະກອນຂອງລາວໄດ້ມາດຕະຖານຫລືບໍ່
ບໍ່ມີເລືອດຄົນອື່ນມາເຂົ້າສູ່ຮ່າງກາຍຂອງເຮົາທາງບາດແຜຈາກການສັກ ຫລື ເຈາະ, ບ່ອງ.
2. ຈາກແມ່ສູ່ລູກໃນທ້ອງ: ກໍລະນີນີ້ເດັກນ້ອຍບໍ່ໄດ້ຕິດເຊື້ອທຸກຄົນ,
ປະລິມານການຕິດເຊື້ອຈະຢູ່ປະມານ 25-30% ເທົ່ານັ້ນ, ແລະ ຖ້າມີການໃຊ້ຢາເພື່ອປ້ອງກັນນຳ
ການຕິດເຊື້ອຈາກແມ່ສູ່ລູກຈະລຸດລົງໄປອີກເຫລືອພຽງ 8-10% ເທົ່ານັ້ນ.
3. ທາງເພດສຳພັນ: ເຊື້ອໄວຣັສ
HIVສາມາດຊຶມຜ່ານເຍື່ອບຸທໍ່ຍ່ຽວ,
ຊ່ອງຄອດ, ແລະ ເຍື່ອບຸທາງທະວານຫນັກ, ໄດ້ໂດຍບໍ່ຕ້ອງມີຮອຍລອກ ຫລື ບາດແຜ,
ການມີເພດສຳພັນໂດຍບໍ່ໃຊ້ຖົງຢາງອະນາໄມຢ່າງຖືກຕ້ອງເປັນການສ່ຽງຕໍ່ການຕິດເຊື້ອທັງໄວຣັສ
HIVແລະ
ໂລກຕິດຕໍ່ທາງເພດສຳພັນອື່ນໆ ອີກຫລາຍໂລກນຳ.
* ແອບຟັງວັຍລຸ້ນລົມກັບຫມູ່......
ສາວ ກ: ຈູບກັນ ຈະຕິດເອດສ໌ຫລືບໍ່ນໍ?
ສາວ ຂ: ເອີ້! ນີ້ລະເປັນຄຳຖາມທີ່ດີ
ສາວ ກ: ວ່າແນວໃດລະສ່ຽວ?
ສາວ ຂ: ອຶ!! ມັນກໍ່ເວົ້າຍາກ ການແລກນ້ຳລາຍບໍ່ຕິດເອດສ໌ ແຕ່ແລກປ່ຽນເລືອດຕິດ.
ສາວ ກ: ຊັ້ນກໍ່ແປວ່າ ຈູບກັນກໍ່ບໍ່ຕິດເອດສ໌ຕິເນາະ
ສາວ ຂ: ຈູບກັນຂະຫນາດແບບໃດ, ຮຸນແຮງປານໃດ? ຊ່ວຍບອກແນ່.
ສາວ ກ: ມັນຈະກ່ຽວກັນບໍ?
ສາວ ຂ: ເຮີ້ຍ! ຖ້າແຮງຫລາຍກໍ່ເປັນບາດແຜ, ເລືອດອອກ ຫລື ຖ້າປາກເປັນແຜຢູ່ແລ້ວມີເລືອດອອກ
ກໍ່ບໍ່ແນ່ເດີ້!
ສາວ ກ: ອ້າວ!
ສາວ ຂ: ເອົາແລ້ວນໍ!
ສາວ ກ: ວ້າວ..... ແລ້ວການອໍຣັລເຊັກຊ໌ເດ້!
ສາວ ຂ: ສ່ຽວຄືກັນ ເພາະໃນນ້ຳກາມມີຄວາມເຂັ້ມຂົ້ນຂອງໄວຣັສ
HIV
ສູງກວ່າໃນນ້ຳລາຍຫລາຍ, ຖ້າເກິດການກືນລົງໄປແລ້ວ ໂອກາດຕິດເຊື້ອຈະເປັນໄປໄດ້ສູງ ເພາະເຍື່ອບຸຊ່ອງປາກ
ແລະ ລຳຄໍນັ້ນບາງຫລາຍ ບໍ່ຕ້ອງມີບາດແຜກໍ່ສາມາດຕິດເຊື້ອໄດ້.
ສາວ ກ: ຮຶ...... ເປັນຫຍັງມັນຈຶ່ງຍາກເນາະ
ສາວ ຂ: ກໍ່ຕ້ອງປ້ອງກັນຕົວເອງໃຫ້ດີ ທາງທີ່ດີກໍ່ໃຊ້ຖົງຢາງອະນາໄມທຸກຄັ້ງເວລາທີ່ມີເຊັກຊ໌
ແລ້ວການປ່ຽນຄູ່ນອນເລື້ອຍໆ ແບບບໍ່ຄິດຫນ້າຄິດຫລັງເຊົາປະພຶດໄດ້ແລ້ວ,
ຄິດສະວ່າເຮົາມີເຊັກຊ໌ກັບຄົນໆ ຫນື່ງ ເຮົາບໍ່ໄດ້ມີຄວາມສຳພັນກັບເຂົາພຽງຄົນດຽວເດີ້!
ມັນເກືອບຈະເວົ້າໄດ້ວ່າເຮົາມີຄວາມສຳພັນກັບຄົນທຸກຄົນທີ່ເຂົາເຄີຍມີເຊັກຊ໌ນຳ ຕໍ່ໆ
ກັນໄປຄ້າຍມືໃຍແມງມູມ ເທື່ອຫນ້າກໍ່ຄິດໃຫ້ດີໆ ເພາະຄົນເຮົາມັນບໍ່ໄດ້ໂຊກດີຕະຫລອດໄປດອກ.
* ເອດສ໌ ຍັງບໍ່ມີຢາຮັກສາຢຸດແລ້ວຄິດຫນ້ອຍຫນື່ງ:
ທ່ານຮູ້ບໍ່ວ່າດຽວນີ້ສະຖິຕິວັຍລຸ້ນຕິດເຊື້ອເອດຊ໌ໄອວີມີສູງຂື້ນເລື້ອຍໆ ເຮົາມີຄວາມຮູ້ເລື່ອງໂລກເອດສ໌ເພິ່ມຂື້ນຫລາຍ
ແຕ່ເປັນຫຍັງເຮົາຈຶ່ງຕິດເຊື້ອກັນຫລາຍຂື້ນ, ເພາະຄວາມເຊື່ອຜິດໆ ຫລາຍໆ ຢ່າງ ຫລືບໍ່, ເປັນຄວາມປະມາດຫລືບໍ່?
ຫລື ພຽງເພາະວ່າເຮົາຄິດກັນວ່າມັນບໍ່ແມ່ນເລື່ອງຂອງເຮົາ?
ຕໍ່ໄປນີ້ຈະຂໍລວບລວມຄວາມເຊື່ອທີ່ຜິດໆ ທີ່ຫລາຍຄົນເຊື່ອກ່ຽວກັບການປ້ອງກັນໂລກເອດສ໌
1. ການມີເພດສຳພັນຄັ້ງດຽວຄົງບໍ່ຕິດເອດສ໌
ຈະບ້າຕິ້! ຖ້າມີເຊັກຊ໌ໂດຍບໍ່ໃຊ້ຖົງຢາງອະນາໄມ (ຢ່າງຖືກຕ້ອງ)
ກັບຄົນທີ່ເປັນເອດສ໌ທ່ານກໍ່ຈະຕິດເອດສ໌ ບໍ່ວ່າຈະເປັນຫນື່ງເທື່ອ ຫລື ຮ້ອຍເທື່ອ ເພາະມັນກໍ່ຄືການແລກປ່ຽນຂອງເຫລວໃນຮ່າງກາຍກັນ
ເອີ! ຄວາມເຊື່ອນີ້ກໍ່ຈະໂຍງໃຍເຂົ້າໄປສູ່ຄວາມເຊື່ອຜິດໆ ຂໍ້ຕໍ່ໄປທີ່ວ່າ
2. ການຫລັ່ງພາຍນອກປ້ອງກັນເອດສ໌ໄດ້: ຜິດຂະຫນາດເລີຍ ເພາະກ່ອນຝ່າຍຊາຍຈະຫລັ່ງກໍ່ຍັງມີຂອງເຫລວຫລໍ່ລື້ນຕ່າງໆ
ອອກມາຈາກອະໄວຍະວະເພດນັ້ນຢູ່
ການເດິນທາງຂອງເຊື້ອໄວຣັສສາມາດເກິດຂື້ນໄດ້ກ່ອນຝ່າຍຊາຍຈະເຖິງສຸດຍອດ
3. ການລ້າງເຮັດຄວາມສະອາດຫລັງຈາກມີເພດສຳພັນທັນທີຄົງບໍ່ຄິດເອດສ໌: ເຊັ່ນດຽວກັບຄົນທີ່ຄິດວ່າລ້າງເຮັດຄວາມສະອາດຫລັງມີເພດສຳພັນທັນທີ່ຈະສາມາດປ້ອງກັນບໍ່ໃຫ້ຖືພາໄດ້ນັ້ນ
ພາກັນຖືພາມີຈຳນວນຫລວງຫລາຍ ຫມູ່ເພື່ອນທີ່ຮັກແພງທັງຫລາຍ ເອດສ໌ລ້າງບໍ່ອອກເດີ້
ຕໍ່ໃຫ້ມີຫົວສີດພົ່ນນ້ຳຂອງທ່ານແສນຈະມີປະສິດທິພາບ ທຸແຮງຢ່າງໃດກໍ່ຕາມ
ຢ່າເຊື່ອຄົນອື່ນທີ່ບອກແບບນີ້ເປັນເດັດຂາດ.
4. ຄວາມເຊື່ອທີ່ວ່າເດັກນັກຮຽນບໍ່ເປັນເອດສ໌ເປັນຫຍັງຈຶ່ງແນວນັ້ນ?
ຊຸດນັກຮຽນມັນມີອະນຸພາບຕໍ່ຕ້ານໄວຣັສເອດຊ໌ໄອວີໄດ້ແມ່ນຫວະ ມະນຸດທຸກຄົນບໍ່ວ່າຍິງຊາຍ
ບໍ່ວ່າຈະອາຍຸຊ່ຳໃດ? ເມື່ອເລິ່ມມີເຊັກຊ໌ໂດຍບໍ່ປ້ອງກັນກັບຄົນຫລາຍກວ່າຫນື່ງຄົນກໍ່ຢູ່ໃນກຸ່ມສ່ຽງທີ່ຈະຕິດເຊື້ອໄວຣັສເອດຊ໌ໄອວີກັນໄດ້
ເຊົານຶກຝັນວ່າຊຸດນັກຮຽນຈະເປັນທາງສະຫວ່າງທາງລອດໄດ້ແລ້ວ ເດັກນ້ອຍຍັງຕິດເຊື້ອຢູ່ໃນທ້ອງແມ່ໄດ້,
ໃຊ້ສະຫມອງຄິດກັນແນ່ ເຊັ່ນດຽວກັບພວກທີ່ຄິດວ່າ...
5. ຄົນນີ້ເປັນຫມູ່ເພື່ອນ
ເຮົາບໍ່ຄິດວ່າຈະຕິດເອດສ໌ຈາກລາວ,
ຄົນທີ່ຄິດແບບນີ້ເປັນຄົນທີ່ມອງໂລກໃນແງ່ດີຈົນຫນ້າເປັນຫ່ວງ, ເຮົາບໍ່ໄດ້ຢູ່ກັບຫມູ່ເພື່ອນຕະຫລອດ
24 ຊົ່ວໂມງມາຕະຫລອດຊີວິດຂອງລາວເລີຍ, ແລ້ວໃຜຈະຮູ້ໄດ້ວ່າຫມູ່ເພື່ອນຂອງເຮົາໄປເຮັດຫຍັງມາຢູ່ບ່ອນໃດ?
ກັບໃຜເມື່ອເວລາໃດ? ສິ່ງທີ່ເຮົາບໍ່ຮູ້ນັ້ນເອງ ຄືສິ່ງທີ່ຈະນຳຄວາມເສຍຫາຍມາສູ່ໂຕເຮົາ,
ຫມູ່ເພື່ອນຂອງເຮົາອາດຈະໄປມີເຊັກຊ໌ໂດຍບໍ່ໄດ້ປ້ອງກັນກັບ "ຫມູ່ເພື່ອນ" ຂອງເຂົາ,
ຊຶ່ງເຮົາກໍ່ບໍ່ຮູ້ຈັກ ແລ້ວຫມູ່ເພື່ອນຂອງລາວທີ່ເຮົາບໍ່ຮູ້ຈັກນີ້
ກໍ່ອາດຈະໄປມີເພດສຳພັນໂດຍບໍ່ໄດ້ປ້ອງກັນກັບຫມູ່ເພື່ອນຂອງລາວອີກ,
ຊຶ່ງເຮົາບໍ່ມີວັນຈະໄດ້ຮູ້ ແລະ
ຫມູ່ເພື່ອນຄົນນັ້ນກໍ່ອາດຈະເຄີຍໄປມີເພດສຳພັນໂດຍບໍ່ໄດ້ປ້ອງກັນກັບຫມູ່ເພື່ອນຂອງລາວອີກ
ທີ່ເປັນເອດສ໌ຕາຍໄປແລ້ວກໍ່ໄດ້ ເຂົ້າໃຈຫລືບໍ່?
ຫມູ່ເພື່ອນທີ່ຮັກແພງ ເຮົາກໍ່ໄດ້ຮູ້ກັນແລ້ວວ່າເອດສ໌ມັນເປັນຕາຢ້ານ
ແລະ ຕິດກັນໄດ້ງ່າຍກວ່າທີ່ຄິດ
ການມີເຊັກຊ໌ຢ່າງປະມາດກັບຄົນຫລາຍຄົນນັ້ນມັນຫມົດສະໄຫມໄປແລ້ວ ຖົງຢາງອະນາໄມ ແລະ
ບໍ່ມົ້ວຄືຄຳຕອບທີ່ດີທີ່ສຸດຂອງພວກເຮົາໃນວັນນີ້, ຖົງຢາງອະນາໄມບໍ່ແມ່ນຂອງຫນ້າອາຍ ຫລື
ຊົ່ວຮ້າຍ ເກັບເອົາຕິດຕົວໄປໄດ້ບໍ່ວ່າຈະເປັນຍິງຫລືຊາຍ,
ຊີວິດຂອງເຮົາຕ້ອງເບິ່ງແຍງຮັກສາເອງ ຢ່າໄວ້ໃຈໃຜເປັນເດັດຂາດ,
ຮູ້ຕິວ່າມັນຟັງເບິ່ງຕາໂຫດຮ້າຍ, ເຮົາເຊື່ອວ່າບໍ່ມີໃຜຕັ້ງໃຈທີ່ຈະແຜ່ເຊື້ອເອດສ໌ດອກ
ຕ່າງຄົນກໍ່ຕ່າງບໍ່ຮູ້ນຳກັນທັງນັ້ນ ຢ່າຄິດວ່າຈະມີໃຜເບິ່ງແຍງເຮົາໄດ້ດີກວ່າຕົວເຮົາເອງ
ຄວາມຮັກເປັນເລື່ອງດີ, ເປັນເລື່ອງທີ່ສວຍງາມ, ແຕ່ຢ່າລືມທີ່ຈະຮັກຕົວເອງນຳ
ສະໄຫມນີ້ກ່ອນຈະຕົກລົງແຕ່ງງານກັນ, ຄົນສ່ວນຫລາຍນິຍົມທີ່ຈະໄປກວດເລື່ອດ,
ກວດຮ່າງກາຍກັນກ່ອນເພື່ອຄວາມສະບາຍໃຈຂອງທັງສອງຝ່າຍ ເພາະການສ້າງຄອບຄົວໃຫມ່ເປັນການລົງເຮືອລຳດຽວກັນ
ເພື່ອທ່ອງທ່ຽວໄປສູ່ທະເລກວ້າງທີ່ອາດຈະພົບທັງຄວາມສຸກ ແລະ ຄວາມທຸກ ນາໆ ບັນຫາໄປດ້ວຍກັນ
ສະນັ້ນເຮົາຈຶ່ງຄວນລະວັງເອົາໄວ້ໃຫ້ຫລາຍໆກັນດີກວ່າ.