ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ຄອບຄົວມະຫາສານ
ຄອບຄົວ ແລະ ສັງຄົມ
ການວາງແຜນຄອບຄົວ
ສາຍພົວພັນຄອບຄົວ
ິທີການລ້ຽງລູກ
ເພດສຶກສາ
ໂລກຕິດຕໍ່ທາງເພດສຳພັນ
ສຸຂະພາບທົ່ວໄປ
ໂລກ ແລະພະຍາດຕ່າງໆ
ຄອບຄົວຕົວແບບ
ບຸກຄົນດີເດັ່ນ
ກົດໝາຍໜ້າຮູ້
ບົດຄວາມວິຊາການ
ການສຶກສາ
ກິລາ
ໂຄສະນາຜ່ານເວັບ
 
 
 

ກົດໝາຍ "ວ່າດ້ວຍຄອບຄົວ"

ພາກທີ I : ຫລັກການລວມ
ມາດຕາ 1: ໜ້າທີ່ຂອງກົດໝາຍຄອບຄົວ.
ກົດໝາຍຄອບຄົວມີໜ້າທີ່: ປົກປັກຮັກສາ ແລະ ກໍ່ສ້າງຄອບຄົວໃຫ້ເປັນຈຸລັງອັນເຂັ້ມແຂງຂອງສັງຄົມລາວ; ສ້າງສາຍພົວພັນຄອບຄົວ ດ້ວຍການແຕ່ງດອງ ໂດຍຄວາມສະໝັກໃຈ ແລະ ສະເໝີພາບລະຫວ່າງຍິງ ຊາຍ; ສຶກສາອົບຮົມລູກໃຫ້ມີນ້ຳໃຈຮັກຄອບຄົວ, ຮັກຊາດ ແລະ ເຂົ້າຮ່ວມການປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ; ປົກປັກຮັກສາຜົນປະໂຫຍດຂອງແມ່ ແລະ ເດັກໃນຊີວິດຄອບຄົວ ແລະ ໃນເມື່ອຜົວເມັຽ ຢ່າຮ້າງກັນ; ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມ.
ມາດຕາ 2: ຄວາມສະເໝີພາບ ລະຫວ່າງຍິງ ຊາຍໃນສາຍພົວພັນຄອບຄົວ
ຍິງ ແລະ ຊາຍ ມີສິດເທົ່າທຽມກັນໃນທຸກດ້ານ ກ່ຽວກັບສາຍພົວພັນຄອບຄົວ,
ສາຍພົວພັນຄອບຄົວເກີດຂື້ນໂດຍບໍ່ຂື້ນກັບຕົ້ນກຳເນີດ, ຖານະທາງດ້ານເສດຖະກິດ ແລະ ສັງຄົມ, ເຊື້ອຊາດ, ເຜົ່າຊົນ, ລະດັບວັດທະນະທຳ, ອາຊີບ, ສາດສະໜາ, ພູມລຳເນົາ ແລະ ອື່ນໆ.
ມາດຕາ 3: ເສລີພາບໃນການແຕ່ງດອງ.
    ຍິງ ແລະ ຊາຍ ທີ່ເຖິງກະສຽນອາຍຸແຕ່ງດອງແລ້ວກໍມີສິດເອົາກັນເປັນຜົວເມັຽໄດ້ຕາມຄວາມສະໝັກໃຈ, ເສລີພາບ ແລະ ຄວາມຮັກມັກກັນ. ຫ້າມບຸກຄົນໃດໜື່ງບັງຄັບ ຫລື ຂັດຂວາງການແຕ່ງດອງຂອງບຸກຄົນອື່ນ.
ມາດຕາ 4: ການເປັນຜົວໜື່ງເມັຽດຽວ.
    ການເອົາກັນເປັນຜົວເມັຽ ໃຫ້ປະຕິບັດຕາມລະບອບຜົວໜື່ງເມັຽດຽວ.
ມາດຕາ 5: ການປົກປັກຮັກສາຜົນປະໂຫຍດຂອງແມ່ ແລະ ເດັກ.
    ລັດ ແລະ ສັງຄົມ ປົກປັກຮັກສາຜົນປະໂຫຍດຂອງຜູ້ເປັນແມ່ ແລະ ເດັກໃນຊີວິດຄອບຄົວ ແລະ ໃນເມື່ອຜົວເມັຽບໍ່ສາມາດຈະຢູ່ນຳກັນໄດ້.
ພາກທີ II : ການສູ່ຂໍ ແລະ ການແຕ່ງດອງ
ໝວດທີ 1: ການສູ່ຂໍ

ມາດຕາ 6: ການສູ່ຂໍ
   ເມື່ອຄູ່ບ່າວສາວຫາກມັກຮັກ ແລະ ຕົກລົງຈະເອົາກັນເປັນຜົວເມັຽແລ້ວ ຝ່າຍຊາຍກໍເອົາພໍ່ແມ່, ເຖົ້າແກ່ຂອງຕົນໄປສູ່ຂໍນຳພໍ່ແມ່, ເຖົ້າແກ່ຂອງຝ່າຍຍິງຕາມຮີດຄອງປະເພນີ ເພື່ອຕົກລົງກ່ຽວກັບພິທີແຕ່ງດອງ.
ມາດຕາ 7: ການທົດແທນຄວາມເສັຽຫາຍ ເນື່ອງມາຈາກການບໍ່ປະຕິບັດຕາມການສູ່ຂໍ.
   ໃນກໍລະນີທີ່ມີຄວາມເສັຽຫາຍ ຕໍ່ກຽດສັກສີຂອງຝ່າຍຍິງ ຫລື ຝ່າຍຊາຍ ຫລື ມີການໃຊ້ຈ່າຍເຂົ້າໃນການກະກຽມແຕ່ງດອງຝ່າຍທີ່ບໍ່ປະຕິບັດຕາມການສູ່ຂໍ ກໍຈະໄດ້ຮັບຜິດຊອບໃຊ້ແທນຄ່າເສັຽຫາຍນັ້ນ.
ມາດຕາ 8: ການຮ່ວມປະເພນີກັນກ່ອນແຕ່ງດອງ.
   ໃນເມື່ອຊູ້ສາວ ໄດ້ຮ່ວມປະເວນີກັນກ່ອນ ຖ້າຫາກຊາຍຊູ້ບໍ່ເອົາຍິງຊູ້ເປັນເມັຽແລ້ວ ຊາຍຊູ້ນັ້ນກໍຈະໄດ້ທຳຂວັນຍິງຊູ້ ຫລື ຄອບຄົວຂອງຍິງຊູ້ ຕາມຮີດຄອງປະເພນີ.
   ຖ້າຫາກມີການຮ່ວມປະເວນີ ຈົນເຖິງຂັ້ນຖືພາມານນອກຈາກຈະໄດ້ເສັຽຄ່າທຳຂວັນແລ້ວ ຊາຍຊູ້ຍັງຈະຕ້ອງເສັຽຄ່າອອກລູກ, ຄ່າຢູ່ກຳ ແລະ ຄ່າໃຊ້ຈ່າຍອື່ນໆຕື່ມອີກ. ຊາຍຊູ້ຍັງມີພັນທະລ້ຽງດູລູກທີ່ເກີດມານັ້ນຈົນກວ່າເດັກຈະຮອດກະສຽນອາຍຸ.
ໝວດທີ 2: ການແຕ່ງດອງ
ມາດຕາ 9: ເງື່ອນໄຂການເອົາກັນເປັນຜົວເມັຽ.
    ຜູ້ຊາຍ ແລະ ຜູ້ຍິງທີ່ມີອາຍຸ ສິບແປດປີຂື້ນໄປ ມີສິດແຕ່ງດອງໄດ້. ໃນກໍລະນີພິເສດ ແລະ ຈຳເປັນ ອາຍຸດັ່ງກ່າວອາດຈະຕ່ຳກວ່າສິບແປດປີກໍໄດ້ ແຕ່ບໍ່ໃຫ້ຫລຸດສິບຫ້າປີ. ການແຕ່ງດອງຕ້ອງມີການຕົກລົງ ແລະ ຄວາມສະໝັກໃຈເອົາກັນເປັນຜົວເມັຽຂອງທັງສອງຝ່າຍ ໂດຍບໍ່ມີການບັງຄັບຈາກຝ່າຍໃດຝ່າຍຫນື່ງ ຫລື ບຸກຄົນໃດໜື່ງ.
ມາດຕາ 10: ການບໍ່ອະນຸຍາດໃຫ້ແຕ່ງດອງ.
ການແຕ່ງດອງ ຈະບໍ່ອະນຸຍາດໄດ້ໃນກໍລະນີດັ່ງນີ້:
    1. ບຸກຄົນທີ່ເປັນບ້າເສັຽຈິດ ຫລື ພວມເປັນພະຍາດ ທີ່ຈະເປັນອັນຕະລາຍຕໍ່ຊີວິດ ຫລື ສຸກຂະພາບຂອງຜົວ ຫລື ເມັຽ ຫລື ລູກ;
    2. ບຸກຄົນທີ່ເປັນຍາດສາຍເລືອດດຽວກັນ ຄື: ພໍ່ ແມ່, ປູ່ ຍ່າ, ພໍ່ເຖົ້າ, ແມ່ເຖົ້າ ຂື້ນເມືອກັບລູກ, ຫລານ, ເຫລນຕໍ່ໆລົງມາ, ລະຫວ່າງ ພໍ່ລ້ຽງ, ແມ່ລ້ຽງ ກັບ ລູກລ້ຽງ, ລະຫວ່າງພໍ່ນ້າ, ແມ່ນ້າ ກັບ ລູກນ້າ, ລະຫວ່າງລູກລ້ຽງກັບລູກຄີງ, ລະຫວ່າງອ້າຍ ເອື້ອຍນ້ອງ, ລະຫວ່າງລຸງ ປ້າ, ອາວອາ, ນ້າກັບຫລານ.
ໝວດທີ 3: ລະບຽບການແຕ່ງດອງ.
ມາດຕາ 11: ການພິຈາລະນາ ແລະ ການຈົດທະບຽນແຕ່ງດອງ.
    ຄູ່ບ່າວສາວ ທີ່ມີຈຸດປະສົງຢາກແຕ່ງດອງນຳກັນ ຕ້ອງເຮັດຄຳຮ້ອງເປັນລາຍລັກອັກສອນແລ້ວຍື່ນຕໍ່ເຈົ້າໜ້າທີ່ທະບຽນຄອບຄົວ. ເຈົ້າໜ້າທີ່ທະບຽນຄອບຄົວ

ຕ້ອງພິຈາລະນາຄຳຮ້ອງຂໍແຕ່ງດອງ ໃນກຳນົດບໍ່ໃຫ້ເກີນໜື່ງເດືອນ ນັບແຕ່ມື້ໄດ້ຮັບຄຳຮ້ອງຂໍນັ້ນເປັນຕົ້ນໄປ.
    ຖ້າຫາກເຫັນວ່າ ຄູ່ບ່າວສາວນັ້ນ ມີເງື່ອນໄຂຄົບຖ້ວນເຈົ້າໜ້າທີ່ທະບຽນຄອບຄົວກໍຈະຮຽກພວກກ່ຽວເຂົ້າມາທຳການຈົດທະບຽນແຕ່ງດອງ ຊ້ອງໜ້າພະຍານ ສາມຄົນ.
ມາດຕາ 12: ພິທີແຕ່ງດອງ.
    ພິທີແຕ່ງດອງຕາມຮີດຄອງປະເພນີຈະເຮັດ ຫລື ບໍ່ເຮັດກໍໄດ້, ຈະເຮັດພ້ອມ ຫລື ລຸນຫລັງການຈົດທະບຽນແຕ່ດອງກໍໄດ້ ແຕ່ບໍ່ໃຫ້ມີຜົນສະທ້ອນທາງດ້ານກົດຫມາຍ. ສາຍພົວພັນຜົວເມັຽ ຈະເກີດຂື້ນນັບແຕ່ມື້ທີ່ໄດ້ຈົດທະບຽນແຕ່ງດອງເປັນຕົ້ນໄປ.
ໝວດທີ 4: ສາຍພົວພັນລະຫວ່າງຜົວເມັຽ.
ມາດຕາ 13: ສິດ ແລະ ພັນທະຂອງຜົວເມັຽ.
    ຢູ່ໃນຄອບຄົວ ຜົວ ແລະ ເມັຽ ມີສິດສະເໝີພາບກັນໃນທຸກດ້ານ. ຜົວ ເມັຽ ພ້ອມກັນຕົກລົງບັນຫາພາຍໃນຄອບຄົວຢ່າງເປັນເອກະພາບ. ຜົວ ເມັຽ ມີພັນທະຮັກແພງ, ເຄົາລົບນັບຖື, ເບິ່ງແຍງ ແລະ ຊ່ວຍເຫລືອຊຶ່ງກັນ ແລະ ກັນ ພ້ອມກັນລ້ຽງລູກ, ສຶກສາອົບຮົມລູກ ແລະ ກໍ່ສ້າງກັນໃຫ້ກາຍເປັນຄອບຄົວທີ່ມີຄວາມສາມັກຄີ, ມີຄວາມສຸກ ແລະ ກ້າວໜ້າ.
ມາດຕາ 14: ສິດໃນການເຄື່ອນໄຫວຂອງຜົວເມັຽ.
    ຜົວ ເມັຽ ມີສິດເຄື່ອນໄຫວທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ. ການເລືອກບ່ອນຢູ່ຂອງຄອບຄົວແມ່ນການຕົກລົງເປັນເອກະພາບຂອງຄູ່ຜົວເມັຽ.
ມາດຕາ 15: ສິດໃນການເລືອກນາມສະກຸນ.
    ຜົວ ເມັຽ ມີສິດເລືອກເອົານາມສະກຸນ ຂອງຜົວ ຫລື ເມັຽ ເພື່ອເປັນນາມສະກຸນຂອງຄອບຄົວ ຫລື ຜົວ ເມັຽຈະຮັກສານາມສະກຸນເດີມຂອງໃຜລາວໄວ້ກໍໄດ້.
ໝວດທີ 5: ການສິ້ນສຸດການເປັນຜົວເມັຽກັນ.
ມາດຕາ 16: ສາເຫດຂອງການສິ້ນສຸດການເປັນຜົວເມັຽກັນ.

    ການເປັນຜົວເມັຽກັນຈະສິ້ນສຸດລົງດ້ວຍການເສັຽຊີວິດຂອງຜົວ ຫລື ເມັຽ ຫລື ການປະກາດຂອງສານວ່າຜົວ ຫລື ເມັຽ ເປັນຜູ້ເສັຽຊີວິດ, ຄຳຕັດສິນຂອງສານທີ່ຮັບຮູ້ການແຕ່ງດອງເປັນໂມຄະ ແລະ ການຢ່າຮ້າງ.
ມາດຕາ 17: ການແຕ່ງດອງເປັນໂມຄະ.
    ການແຕ່ງດອງເປັນໂມຄະ ແມ່ນການແຕ່ງດອງທີ່ລະເມີດເງື່ອນໄຂຂອງການແຕ່ງດອງ ຊຶ່ງໄດ້ກຳນົດໄວ້ໃນມາດຕາ 9 ແລະ 10 ຂອງກົດໝາຍສະບັບນີ້.
ມາດຕາ 18: ການລົບລ້າງການແຕ່ງດອງທີ່ເປັນໂມຄະ.
    ການລົບລ້າງການແຕ່ງດອງທີ່ເປັນໂມຄະ ແມ່ນສິດອຳນາດຂອງສານປະຊາຊົນ. ໄອຍະການປະຊາຊົນ, ເຈົ້າໜ້າທີ່ທະບຽນຄອບຄົວ, ພໍ່ແມ່ຂອງຜົວ, ຫລື ເມັຽ, ຜົວ ຫລື ເມັຽເອງ ມີສິດຮ້ອງຂໍໃຫ້ລົບລ້າງການແຕ່ງດອງທີ່ເປັນໂມຄະ.
ມາດຕາ 19: ຜົນສະທ້ອນຂອງການແຕ່ງດອງທີ່ເປັນໂມຄະ.
    ເມື່ອການແຕ່ງດອງທີ່ເປັນໂມຄະຫາກຖືກລົບລ້າງແລ້ວ ສາຍຜົວເມັຽກໍຈະຂາດຈາກກັນ ແຕ່ລູກທີ່ມີຢູ່ໃນທ້ອງ ຫລື ເກີດໃນເວລາເປັນຜົວເມັຽກັນນັ້ນ ກໍໃຫ້ຖືວ່າເປັນລູກທີ່ຖືກຕ້ອງຕາມກົດໝາຍ.
    ຊັບສົມບັດທີ່ໄດ້ມາໃນເວລາທີ່ຜົວເມັຽຢູ່ຮ່ວມກັນກ່ອນການລົບລ້າງ ການແຕ່ງດອງນັ້ນ ກໍໃຫ້ປະຕິບັດຕາມລະບຽບການທີ່ໄດ້ກຳນົດໄວ້ໃນກົດຫມາຍສະບັບນີ້ ແລະ ກົດຫມາຍວ່າດ້ວຍກຳມະສິດ.
ມາດຕາ 20 (ໃຫມ່): ສາເຫດຂອງການຢ່າຮ້າງ.
    ຜົວ ຫລື ເມັຽຈະຂໍຢ່າຮ້າງກັນໄດ້ ເມື່ອມີສາເຫດໃດໜື່ງດັ່ງນີ້:
    1. ທຳມິດສະຈານ;
    2. ໃຊ້ຄວາມຮຸນແຮງ ຫລື ປ້ອຍດ່າດ້ວຍຄວາມຫຍາບຊ້າຕໍ່ກັນ ຫລື ຕໍ່ພໍ່ແມ່ ແລະ ຍາດພີ່ນ້ອງ ຫລື ມີການປະພຶດທີ່ບໍ່ເຫມາະສົມຢ່າງຮ້າຍແຮງ ເຊັ່ນ: ດື່ມເຫລົ້າ ຫລື ຫລີ້ນການພະນັນເປັນອາຈິນ ທີ່ບໍ່ສາມາດຢູ່ນຳກັນໄດ້.
    3. ໜີໄປໂດຍບໍ່ຄອບກັນ ແລະ ບໍ່ໄດ້ສົ່ງຂ່າວ ຫລື ຊັບມາລ້ຽງຄອບຄົວ ເປັນເວລາສາມປີຂື້ນໄປ.
    4. ຜົວໄປບວດເປັນພິກຂຸ, ສາມະເນນ ຫລື ຜ້າຂາວ ຫລື ເມັຽໄປບວດເປັນ ນາງຂາວ ເລີຍ;
    5. ຖືກສານຕັດສິນລົງໂທດ ຕັດອິດສະລະພາບ ແຕ່ຫ້າປີຂື້ນໄປ;
    6. ເປັນພະຍາດ ຊຶ່ງເປັນອັນຕະລາຍຢ່າງຮ້າຍແຮງທີ່ບໍ່ສາມາດຈະຢູ່ນຳກັນໄດ້;
    7. ເປັນຄົນເສັຽຈິດຈົນບໍ່ສາມາດຈະຢູ່ນຳກັນໄດ້;
    8. ບໍ່ສາມາດຮ່ວມປະເວນີທາງເພດ;
    9. ຜົວເມັຽຫາກບໍ່ສາມາດດຳລົງຊີວິດຢູ່ຮ່ວມກັນຕໍ່ໄປໄດ້.
ມາດຕາ 21: ການພິຈາລະນາຄະດີຢ່າຮ້າງ.
    ເມື່ອຜົວເມັຽ ຫລື ຜົວ ຫລື ເມັຽ ໄດ້ຍື່ນຄຳຮ້ອງຂໍຢ່າຮ້າງແລ້ວ ສານປະຊາຊົນຕ້ອງອົບຮົມໃຫ້ ຜົວເມັຽຄືນດີກັນ. ຖ້າເຂົາເຈົ້າຫາກບໍ່ສົມຍອມຄືນດີກັນໃນທັນໃດ ກໍຕ້ອງໃຫ້ເວລາເຂົາເຈົ້າໄປຄົ້ນຄິດ ໃນກຳນົດບໍ່ໃຫ້ເກີນສາມເດືອນ. ພາຍຫລັງທີ່ຜົວເມັຽ ຫາກບໍ່ສາມາດຄືນດີກັນໄດ້ແລ້ວ ສານກໍຈະຕັດສິນໃຫ້ຜົວເມັຽຢ່າຮ້າງກັນ ຖ້າເຫັນວ່າຜົວເມັຽຫາກບໍ່ສາມາດດຳລົງຊີວິດຢູ່ຮ່ວມກັນຕໍ່ໄປ, ບໍ່ສາມາດຄຸ້ມຄ້ອງ ແລະ ຮັກສາຄອບຄົວໄດ້. ໃນການຕັດສິນກ່ຽວກັບການຢ່າຮ້າງສານຕ້ອງວາງມາດຕະການປ້ອງກັນຜົນປະໂຫຍດຂອງເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸ ແລະ ຂອງຜົວ ຫລື ເມັຽທີ່ບໍ່ສາມາດອອກແຮງງານ ເພື່ອດຳລົງຊີວິດໄດ້.
    ພາຍຫລັງທີ່ສານໄດ້ຕັດສິນຢ່າຮ້າງແລ້ວ ສານຕ້ອງສຳເນົາຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດນັ້ນເປັນສອງສະບັບແລ້ວ ສົ່ງໃຫ້ເຈົ້າໜ້າທີ່ທະບຽນຄອບຄົວ ເພື່ອຈົດທະບຽນຢ່າຮ້າງແລ້ວມອບໃຫ້ຄູ່ຜົວເມັຽຜູ້ລະສະບັບ.
ມາດຕາ 22: ການບໍ່ອະນຸຍາດໃຫ້ຂໍຢ່າຮ້າງ.
    ຜົວບໍ່ມີສິດຈະຂໍຢ່າຮ້າງໄດ້ ໃນເວລາທີ່ເມັຽພວມຖືພາມານ ຫລື ຫລັງຈາກທີ່ລູກນັ້ນເກີດມາບໍ່ທັນຮອດໜື່ງປີ.
ມາດຕາ 23: ການຮັກສາ ແລະ ລ້ຽງດູລູກ.
    ຖ້າວ່າຜົວເມັຽ ຫາກບໍ່ເຫັນດີນຳກັນ ກ່ຽວກັບການຮັກສາ ແລະ ລ້ຽງດູລູກ ພາຍຫລັງການຢ່າຮ້າງແລ້ວສານຕ້ອງຕັດສິນມອບເດັກໃຫ້ຢູ່ນຳພໍ່ ຫລື ນຳແມ່ ໂດຍຖືເອົາຕາມຜົນປະໂຫຍດຂອງເດັກ. ຜົວເມັຽ ທີ່ໄດ້ຢ່າຮ້າງກັນແລ້ວຕ້ອງໄດ້ເບິ່ງແຍງ, ລ້ຽງດູ ແລະ ສຶກສາອົບຮົມລູກ. ສານກຳນົດການໃຊ້ຈ່າຍ ໃນການລ້ຽງດູລູກ ຈົນເຖິງກະສຽນອາຍຸ ຕາມການຕົກລົງຂອງຜົວເມັຽ ຫລື ຕາມຄຳຕັດສິນຂອງສານ ໃນກໍລະນີທີ່ຜົວເມັຽ ຫາກຕົກລົງກັນບໍ່ໄດ້.
ມາດຕາ 24: ການຮ້ອງຂໍຄ່າລ້ຽງດູ
    ພາຍຫລັງການຢ່າຮ້າງກັນແລ້ວ ເມັຽ ຫລື ຜົວທີ່ເຈັບເປັນເນື່ອງຈາກສາຍພົວພັນຜົວເມັຽ ໃນເມື່ອກ່ອນ ແລະ ຂາດເຂີນ ຊຶ່ງບໍ່ສາມາດຈະລ້ຽງຕົນເອງໄດ້ ກໍມີສິດຮ້ອງຂໍໃຫ້ສານພິຈາລະນາຕັດສິນໃຫ້ຜົວ ຫລື ເມັຽຈ່າຍຄ່າລ້ຽງດູໄດ້ ໃນກໍລະນີທີ່ຝ່າຍທີ່ຖືກຮ້ອງຂໍຫາກມີຄວາມສາມາດທາງດ້ານເສດຖະກິດ ແຕ່ການຈ່າຍຄ່າລ້ຽງດູນັ້ນບໍ່ໃຫ້ເກີນ ຫນຶ່ງປີ.
ມາດຕາ 25: ການເອົາກັນຄືນເປັນຜົວເມັຽ.
    ຜົວເມັຽທີ່ໄດ້ຢ່າຮ້າງກັນແລ້ວຈະເອົາກັນຄືນອີກກໍຕ້ອງຈົດທະບຽນຄືນໃໝ່.
ໝວດທີ 6: ຊັບສົມບັດຂອງຄູ່ຜົວເມັຽ.
ມາດຕາ 26: ຊັບເດີມ ແລະ ສິນສົມສ້າງ.
    ຊັບເດີມ ແມ່ນຊັບສົມບັດທີ່ຜົວ ຫລື ເມັຽ ໄດ້ມາກ່ອນການແຕ່ງດອງ ຫລື ແມ່ນຊັບສົມບັດທີ່ໄດ້ມາຈາກການສືບທອດມູນມໍລະດົກ ຫລື ຈາກການມອບ ຫລື ການຍົກຊັບໃຫ້ຜົວ ຫລື ເມັຽສະເພາະພາຍຫລັງການແຕ່ງດອງ ແລະ ແມ່ນຊັບສົມບັດທີ່ຍັງຄົງຢູ່ ຫລື ປ່ຽນສະພາບໄປເປັນຊັບສິ່ງຂອງໃຫມ່ແລ້ວ.
    ສິນສົມສ້າງ ແມ່ນ ຊັບສົມບັດທີ່ຄູ່ຜົວເມັຽນັ້ນສ້າງສາ ແລະ ຫາມາໄດ້ໃນເວລາເປັນຜົວເມັຽນຳກັນເວັ້ນເສຍແຕ່ຊັບສິ່ງຂອງທີ່ເປັນເຄື່ອງໃຊ້ສ່ວນຕົວ ຊຶ່ງບໍ່ມີມູນຄ່າສູງ.
ມາດຕາ 27: ການນຳໃຊ້ສິນສົມສ້າງ.
    ຜົວເມັຽ ມີສິດເທົ່າທຽມກັນກ່ຽວກັບສິນສົມສ້າງ ໂດຍບໍ່ຂື້ນກັບວ່າຈະແມ່ນຜົວ ຫລື ເມັຽ ຫາກເປັນຜູ້ຫາຊັບສິ່ງຂອງນັ້ນມາໄດ້, ຜົວເມັຽມີສິດນຳໃຊ້ສິນສົມສ້າງຕາມຄວາມຮຽກຮ້ອງຕ້ອງການຂອງຄອບຄົວ. ສຳລັບສິດໄດ້ຮັບໝາກຜົນ ແລະ ຊີ້ຂາດກ່ຽວກັບສິນສົມສ້າງຊຶ່ງມີມູນຄ່າສູງນັ້ນ ຕ້ອງໄດ້ຮັບຄວາມເຫັນດີ ເຫັນພ້ອມນຳກັນເສ້ຽກ່ອນ.
ມາດຕາ 28: ການແບ່ງປັນຊັບສົມບັດຂອງຄູ່ຜົວເມັຽ.
    ການແບ່ງປັນຊັບສົມບັດຂອງຄູ່ຜົວເມັຽໃຫ້ປະຕິບັດ ດັ່ງນີ້:
    1. ຊັບເດີມຂອງຝ່າຍໃດ ກໍ່ໃຫ້ເປັນກຳມະສິດຂອງຝ່າຍນັ້ນ.
    2. ສິນສົມສ້າງຂອງຄູ່ຜົວເມັຽ ໃຫ້ແບ່ງກັນຄົນລະເຄິ່ງເວັ້ນເສັຽແຕ່ ຜົວ ຫລື ເມັຽຫາກເປັນຜູ້ມີຄວາມຜິດຕໍ່ສາຍຜົວເມັຽ ຫລື ຕໍ່ສິນສົມສ້າງ. ຝ່າຍທີ່ຜິດນັ້ນກໍຈະໄດ້ຮັບພຽງແຕ່ໜຶ່ງສ່ວນສາມ ຂອງສິນສົມສ້າງເທົ່ານັ້ນ, ໃນກໍລະນີທີ່ລູກຍັງບໍ່ທັນເຖິງກະສຽນອາຍຸ ຫາກໄດ້ຢູ່ນຳຜູ້ໃດ ຜູ້ນັ້ນອາດຈະໄດ້ຮັບສ່ວນແບ່ງປັນຫລາຍກວ່າ ໂດຍແມ່ນສານຈະເປັນຜູ້ຕັດສິນ.
    ສິນສົມສ້າງຈະໄດ້ແບ່ງປັນກັນພາຍຫລັງທີ່ຜົວເມັຽນັ້ນໄດ້ຢ່າຮ້າງກັນ. ໃນກໍລະນີທີ່ຜົວ ເມັຽຫາກໄດ້ແຍກກັນຢູ່ ຫລື ຜົວ ເມັຽຫາກໄດ້ລັກເອົາສິນສົມສ້າງໄປນຳໃຊ້ໃນທາງທີ່ບໍ່ຖືກຕ້ອງ ຫລື ບໍ່ມີຄວາມບໍລິສຸດໃຈຕໍ່ສິນສົມສ້າງນັ້ນ ອາດຈະແບ່ງປັນສິນສົມສ້າງ ໃນເວລາທີ່ບໍ່ທັນໄດ້ຢ່າຮ້າງກັນກໍ່ໄດ້.
ພາກທີ III ສິດ ແລະ ພັນທະ ຂອງພໍ່ແມ່ ແລະ ລູກ
ໝວດທີ 1: ການຮັບຮູ້ເດັກເປັນລູກ
ມາດຕາ 29: ການໄດ້ສິດ ແລະ ພັນທະຂອງພໍ່ແມ່ ແລະ ລູກ.

    ສິດ ແລະ ພັນທະຂອງພໍ່ແມ່ ແລະ ລູກ ແມ່ນເກີດຂື້ນບົນພື້ນຖານການກຳເນີດຂອງເດັກ ທີ່ກົດໝາຍໄດ້ກຳນົດໄວ້.
    ເດັກອາດຈະເກີດມາຈາກພໍ່ແມ່ທີ່ແຕ່ງດອງນຳກັນຢ່າງຖືກຕ້ອງ ຫລື ເກີດຈາກ ພໍ່ແມ່ ທີ່ບໍ່ໄດ້ແຕ່ງດອງນຳກັນ ແຕ່ຜູ້ເປັນພໍ່ໄດ້ສະໝັກໃຈຮັບຮູ້ດ້ວຍຕົນເອງວ່າ ເປັນພໍ່ຂອງເດັກນັ້ນແທ້ ຫລື ຜູ້ເປັນພໍ່ໄດ້ຮັບຮູ້ ດ້ວຍຄຳຕັດສິນຂອງສານ.
ມາດຕາ 30: ການຮັບຮູ້ການເປັນພໍ່.
    ການຮັບຮູ້ການເປັນພໍ່ແມ່ນຈະເຮັດຂື້ນໄດ້ໃນກໍລະນີທີ່ລູກຫາກເກີດຈາກ ພໍ່ແມ່ ທີ່ບໍ່ໄດ້ແຕ່ງດອງນຳກັນ.
    ການຮັບຮູ້ການເປັນ ພໍ່ ໂດຍສະໝັກໃຈຕ້ອງໃຫ້ພໍ່ແມ່ຂອງເດັກຍື່ນຄຳຮ້ອງຮ່ວມກັນ ຊຶ່ງໃນຄຳຮ້ອງນັ້ນ ພໍ່ຂອງເດັກກໍຮັບຮູ້ວ່າຕົນເປັນພໍ່ແທ້ ແລະ ແມ່ ກໍເຫັນດີນຳຄຳຮ້ອງນັ້ນ. ຖ້າວ່າແມ່ຫາກເສັຽຊີວິດແລ້ວ ການຮັບຮູ້ການເປັນພໍ່ນັ້ນຈະເຮັດຄຳຮ້ອງແຕ່ຝ່າຍດຽວກໍໄດ້.
    ໃນກໍລະນີທີ່ເດັກຫາກເຖິງກະສຽນອາຍຸແລ້ວ ການຮັບຮູ້ການເປັນພໍ່ ຈະເຮັດຂື້ນໄດ້ກໍຕໍ່ເມື່ອຫາກມີຄວາມເຫັນດີຂອງເດັກເທົ່ານັ້ນ. ການທີ່ພໍ່ຂອງເດັກໄດ້ແຕ່ງດອງກັບຍິງຜູ້ອື່ນແລ້ວນັ້ນ ກໍບໍ່ໃຫ້ເປັນອຸບປະສັກ ຕໍ່ການຮັບຮູ້ການເປັນພໍ່ແຕ່ຢ່າງໃດ. ໃນເມື່ອຜູ້ເປັນພໍ່ຫາກປະຕິເສດວ່າຕົນບໍ່ໄດ້ເປັນພໍ່ຂອງເດັກແລ້ວຜູ້ເປັນແມ່, ຜູ້ຮັບຜິດຊອບ ຫລື ຜູ້ປົກຄອງເດັກ ກໍມີສິດເຮັດຄຳຮ້ອງເຊັ່ນດຽວກັນ ເພື່ອໃຫ້ສານພິຈາລະນາ ຕັດສິນໃຫ້ຮັບຮູ້ການເປັນພໍ່.
   ສານຈະຕັດສິນໃຫ້ມີການຮັບຮູ້ການເປັນພໍ່ໄດ້ ກໍຕໍ່ເມື່ອຫາກມີກໍລະນີດັ່ງນີ້:
    ການຢູ່ຮ່ວມກັນ ແລະ ການສ້າງເສດຖະກິດລາວ ລະຫວ່າງແມ່ຂອງເດັກກັບຜູ້ຈະຮັບຮູ້ການເປັນພໍ່ກ່ອນເດັກເກີດ; ການເອົາໃຈໃສ່ເບິ່ງແຍງລ້ຽງດູລູກ ຫລື ການສຶກສາອົບຮົມລູກຮ່ວມກັນ; ການມີຫລັກຖານຢັ້ງຢືນວ່າຜູ້ກ່ຽວເປັນພໍ່.
ມາດຕາ 31: ຊື່, ນາມສະກຸນ ແລະ ສັນຊາດຂອງເດັກ.
    ພໍ່ແມ່ ເປັນຜູ້ມີສິດເລືອກຊື່ຂອງເດັກໃຫ້ຕາມໃຈມັກ ແລະ ຕາມການເຫັນດີນຳກັນ, ຜູ້ເປັນລູກມີສິດປ່ຽນຊື່ຂອງຕົນຕາມລະບຽບທີ່ໄດ້ບົ່ງໄວ້ ຖ້າວ່າຕົນຫາກເຖິງອາຍຸ ສິບແປດປີແລ້ວ.
    ນາມສະກຸນຂອງເດັກ ແມ່ນໃສ່ຕາມນາມສະກຸນຂອງພໍ່ແມ່ ຖ້າວ່າ ພໍ່ແມ່ ຫາກຖືນາມສະກຸນດຽວກັນ. ຖ້າວ່າ ພໍ່ແມ່ຫາກຖືນາມສະກຸນຕ່າງກັນ ເດັກອາດໃສ່ນາມສະກຸນຂອງພໍ່ ຫລື ຂອງແມ່ ກໍໄດ້ຕາມການເຫັນດີຂອງພໍ່ແມ່ ຖ້າຫາກຕົກລົງກັນບໍ່ໄດ້ແລ້ວ ເດັກຈະໃສ່ນາມສະກຸນຕາມຄຳຕັດສິນຂອງສານ.
    ເມື່ອມີການຢ່າຮ້າງ ຫລື ຮັບຮູ້ວ່າການແຕ່ງດອງເປັນໂມຄະແລ້ວ ນາມສະກຸນຂອງລູກຈະບໍ່ມີການປ່ຽນແປງ. ຖ້າວ່າພໍ່ ຫລື ແມ່ ທີ່ລູກຍັງຢູ່ນຳຫາກຕ້ອງການໃຫ້ລູກໃສ່ນາມສະກຸນຂອງຕົນ ພາຍຫລັງການຢ່າຮ້າງ ຫລື ການຮັບຮູ້ການແຕ່ງດອງເປັນໂມຄະແລ້ວ ກໍມີສິດໃຫ້ລູກທີ່ຍັງບໍ່ທັນເຖິງກະສຽນອາຍຸນັ້ນ ປ່ຽນນາມສະກຸນນຳຕົນໄດ້. ສັນຊາດຂອງເດັກແມ່ນໃຫ້ກຳນົດຕາມສັນຊາດຂອງ ພໍ່ແມ່ ຖ້າວ່າ ພໍ່ແມ່ ຫາກມີສັນຊາດດຽວກັນ; ເມື່ອພໍ່ແມ່ຫາກມີສັນຊາດຕ່າງກັນ ເດັກອາດຈະເອົາສັນຊາດຂອງພໍ່ ຫລື ແມ່ ກໍໄດ້ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍສັນຊາດລາວ.
ມາດຕາ 32: ພັນທະຂອງພໍ່ແມ່ ໃນການສຶກສາອົບຮົມລູກ.
     ພໍ່ແມ່ຕ້ອງສຶກສາອົບຮົມລູກຂອງຕົນ ໃຫ້ມີແນວຄິດຮັກຊາດ, ຮັກຄວາມກ້າວໜ້າ ແລະ ມີແບບແຜນການດຳລົງຊີວິດທີ່ຜ່ອງໃສ, ກໍ່ສ້າງລູກໃຫ້ມີການເຄື່ອນໄຫວ ທີ່ເປັນປະໂຫຍດແກ່ສັງຄົມ.
     ຖ້າວ່າ ພໍ່ແມ່ຫາກບໍ່ປະຕິບັດພັນທະຂອງຕົນ ໃນການສຶກສາອົບຮົມລູກ, ໃຊ້ສິດໃນການເປັນພໍ່ແມ່ເກີນຂອບເຂດ, ໃຊ້ການກະທຳຕໍ່ລູກຢ່າງໂຫດຮ້າຍ, ເຮັດສິ່ງຫຍາບຊ້າ ແລະ ບໍ່ຈົບງາມຕໍ່ລູກແລ້ວຜູ້ກ່ຽວກໍຈະຖືກສານປົດສິດໃນການເປັນພໍ່ແມ່, ແຕ່ພໍ່ແມ່ຍັງຕ້ອງສືບຕໍ່ປະຕິບັດພັນທະ ໃນການເບິ່ງແຍງລ້ຽງດູລູກຢູ່. ໃນກໍລະນີທີ່ພໍ່ແມ່ຊຶ່ງໄດ້ຖືກປົດສິດແລ້ວນັ້ນ ຫາກໄດ້ສ້າງຕົນດີຂື້ນສານກໍອາດຈະຄືນສິດໃນການເປັນພໍ່ແມ່ໃຫ້ແກ່ຜູ້ກ່ຽວ.
ມາດຕາ 33: ພັນທະຂອງພໍ່ແມ່ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງລູກ.
     ພໍ່ແມ່ ມີສິດ ແລະ ພັນທະເທົ່າທຽມກັນ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງລູກ, ພໍ່ແມ່ ເປັນຜູ້ຕາງຫນ້າຢ່າງຖືກກົດໝາຍຂອງລູກ ທີ່ຍັງບໍ່ທັນເຖິງກະສຽນອາຍຸ, ມີພັນທະປົກປ້ອງສິດ ແລະ ຜົນປະໂຫຍດຂອງລູກ ຢູ່ໃນສານ, ສະຖານທີ່ເຮັດວຽກ, ໂຮງຮຽນ ແລະ ອື່ນໆ.
     ຖ້າວ່າເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸ ຫາກເຮັດສັນຍາໂດຍບໍ່ມີການເຫັນດີຂອງພໍ່ແມ່ແລ້ວ ພໍ່ແມ່ມີສິດຮ້ອງຂໍຕໍ່ສານ ເພື່ອໃຫ້ລົບລ້າງສັນຍາທີ່ເປັນໂມຄະ. ນອກຈາກນີ້ພໍ່ແມ່ຍັງເປັນຜູ້ຕາງຫນ້າຂອງລູກຕົນ ເຂົ້າຮ່ວມໃນການພິຈາລະນາຄະດີ ຊຶ່ງລູກຂອງຕົນເປັນຈຳເລີຍ ແລະ ຈະໄດ້ຮັບຜິດຊອບທາງແພ່ງແທນລູກຂອງຕົນ.
ມາດຕາ 34: ຊັບສົມບັດຂອງພໍ່ແມ່ ແລະ ລູກ.
     ເມື່ອພໍ່ແມ່ຫາກຍັງມີຊີວິດຢູ່ນັ້ນ ລູກຈະບໍ່ມີກຳມະສິດກ່ຽວກັບຊັບສົມບັດຂອງພໍ່ແມ່ ແລະ ພໍ່ແມ່ກໍ່ບໍ່ມີກຳມະສິດກ່ຽວກັບຊັບສົມບັດຂອງລູກ. ຖ້າວ່າຊັບສົມບັດຫາກເປັນຂອງເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸ ເວລານັ້ນພໍ່ແມ່ເປັນຜູ້ມີສິດຄຸ້ມຄອງຊັບສົມບັດດັ່ງກ່າວຕາມລະບຽບການທີ່ບົ່ງໄວ້ສະເພາະ. ໃນກໍລະນີທີ່ມີກຳມະສິດລວມ ຈະໄດ້ປະຕິບັດຕາມມາດຕາ 25 ຂອງກົດໝາຍວ່າດ້ວຍກຳມິສິດ.
ມາດຕາ 35: ພັນທະຂອງພໍ່ແມ່ໃນການເບິ່ງແຍງລ້ຽງດູລູກ.
     ພໍ່ແມ່ມີພັນທະເບິ່ງແຍງລ້ຽງດູລູກຂອງຕົນ ທີ່ຍັງບໍ່ທັນເຖິງກະສຽນອາຍຸ ແລະ ລູກທີ່ເຖິງກະສຽນອາຍຸແລ້ວ ແຕ່ຫາກຂາດຄວາມສາມາດອອກແຮງງານ.
ພັນທະລ້ຽງດູລູກນີ້ ຈະຕ້ອງໄດ້ປະຕິບັດຕໍ່ໄປ ເຖິງວ່າພໍ່ແມ່ຈະຍັງຢູ່ຮ່ວມກັນ ຫລື ຢ່າຮ້າງກັນແລ້ວກໍຕາມ, ຄ່າເບິ່ງແຍງລ້ຽງດູລູກອາດຈະຮ້ອງຂໍເອົາໄດ້ທຸກເວລາ ໂດຍບໍ່ມີອາຍຸຄວາມໃນການຮ້ອງຟ້ອງແຕ່ຢ່າງໃດ. ຈຳນວນເງິນທີ່ເປັນຄ່າເບິ່ງແຍງລ້ຽງດູນັ້ນ ໄດ້ກຳນົດໄວ້ໃນລະບຽບການສະເພາະ ແລະ ອາດຈະປ່ຽນແປງໄດ້ຕາມຄຳຕັດສິນຂອງສານ.
   ພໍ່ ແລະ ແມ່ ມີສິດຮ້ອງຂໍໃຫ້ສານຫລຸດຜ່ອນຄ່າເບິ່ງແຍງລ້ຽງດູລູກ ໃນກໍລະນີທີ່ຕົນຫາກຕົກຢູ່ໃນສະພາບທີ່ຫຍຸ້ງຍາກທາງດ້ານເສດຖະກິດ.
ມາດຕາ 36: ພັນທະຂອງລູກໃນການລ້ຽງດູ, ການເບິ່ງແຍງ ແລະ ຊ່ວຍເຫລືອພໍ່ແມ່.
   ລູກມີພັນທະເບິ່ງແຍງລ້ຽງດູ ແລະ ຊ່ວຍເຫລືອ ພໍ່ແມ່ທີ່ເຖົ້າແກ່, ເຈັບເປັນ, ຂາດຄວາມສາມາດອອກແຮງງານ ແລະ ຕ້ອງການຄວາມຊ່ວຍເຫລືອ. ຈຳນວນເງິນຄ່າລ້ຽງດູພໍ່ແມ່ນັ້ນແມ່ນໃຫ້ພໍ່ແມ່ ແລະ ລູກຕົກລົງກັນເອງ. ຖ້າຫາກຕົກລົງກັນບໍ່ໄດ້ແລ້ວຈຶ່ງໃຫ້ສານເປັນຜູ້ກຳນົດ ໂດຍອີງໃສ່ຄວາມສາມາດທາງດ້ານເສດຖະກິດຂອງລູກ ແລະ ຈ່າຍເປັນແຕ່ລະເດືອນ.
    ລູກອາດຈະພົ້ນຈາກພັນທະໃນການລ້ຽງດູພໍ່ແມ່ຂອງຕົນຖ້າວ່າພໍ່ແມ່ນັ້ນ ຫາກມີການກະທຳທີ່ບໍ່ຖືກຕ້ອງຕາມທີ່ໄດ້ບົ່ງໄວ້ໃນມາດຕາ 32 ຂອງກົດໝາຍສະບັບນີ້.
* ໝວດທີ 2: ການເອົາເດັກມາເປັນລູກລ້ຽງ
ມາດຕາ 37: ການເອົາເດັກມາເປັນລູກລ້ຽງ.

     ການເອົາລູກຂອງຜູ້ອື່ນມາເປັນລູກລ້ຽງນັ້ນພໍ່ລ້ຽງແມ່ລ້ຽງ ແລະ ຍາດພີ່ນ້ອງຂອງພໍ່ລ້ຽງແມ່ລ້ຽງ ໃຫ້ຖືວ່າເດັກຜູ້ນັ້ນຄືກັນກັບລູກຄີງ, ອ້າຍເອື້ອຍນ້ອງຄີງ ແລະ ຫລານຄີງຂອງຕົນ. ສ່ວນເດັກຜູ້ນັ້ນຈະຫມົດສິດ ແລະ ພັນທະຈາກພໍ່ແມ່ ແລະ ຍາດພີ່ນ້ອງຄີງຂອງຕົນ.
ມາດຕາ 38: ເງື່ອນໄຂຂອງການເອົາເດັກມາເປັນລູກລ້ຽງ.
    ລູກລ້ຽງຕ້ອງແມ່ນເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸ. ພໍ່ລ້ຽງແມ່ລ້ຽງຕ້ອງແມ່ນບຸກຄົນທີ່ເຖິງກະສຽນອາຍຸຊຶ່ງບໍ່ຖືກປົດສິດ ໃນການເປັນພໍ່ແມ່. ໃນການເອົາເດັກມາເປັນລູກລ້ຽງນັ້ນ ຕ້ອງໃຫ້ມີການເຫັນດີເຫັນພ້ອມ ເປັນລາຍລັກອັກສອນຂອງຜົວເມັຽ ແລະ ພໍ່ແມ່ຂອງເດັກນັ້ນເສັຽກ່ອນ ເວັ້ນເສັຽງແຕ່ ພໍ່ ຫລື ແມ່ ຂອງເດັກຫາກໄດ້ຖືກປົດສິດໃນການເປັນພໍ່ແມ່ ຫລື ຮັບຮູ້ວ່າ ເປັນຜູ້ທີ່ບໍ່ມີຄວາມສາມາດທາງດ້ານການປະພຶດ ຫລື ເປັນຜູ້ຫາຍສາບສູນ.  ຖ້າວ່າເດັກນັ້ນຫາກເຖິງກະສຽນອາຍຸ ສິບປີ ແລ້ວຕ້ອງໃຫ້ມີການເຫັນດີຂອງເດັກເອງຕື່ມອີກ.
ມາດຕາ 39: ລະບຽບກ່ຽວກັບການເອົາເດັກມາເປັນລູກລ້ຽງ.
    ບຸກຄົນທີ່ຈະເປັນພໍ່ລ້ຽງແມ່ລ້ຽງຕ້ອງຍື່ນຄຳຮ້ອງຕໍ່ນາຍບ້ານ ເພື່ອພິຈາລະນາ ພາຍໃນກຳນົດບໍ່ໃຫ້ເກີນຫນື່ງເດືອນ. ຖ້າເຫັນຄວນ ຈຶ່ງອອກຄຳຕົກລົງກ່ຽວກັບການເປັນລູກລ້ຽງ ແລ້ວສົ່ງໃຫ້ເຈົ້າໜ້າທີ່ທະບຽນຄອບຄົວ ເພື່ອຈົດທະບຽນພາຍໃນກຳນົດ ສາມວັນ ແລ້ວມອບໃຫ້ພໍ່ລ້ຽງ ແມ່ລ້ຽງ.
ມາດຕາ 40: ການຮັກສາຄວາມລັບ ກ່ຽວກັບການເປັນລູກລ້ຽງ.
    ບຸກຄົນຜູ້ໃດ ທີ່ໄດ້ເປີດເຜີຍຄວາມລັບກ່ຽວກັບການເປັນລູກລ້ຽງ ໂດຍບໍ່ໄດ້ມີການເຫັນດີຂອງພໍ່ລ້ຽງແມ່ລ້ຽງ ຫລື ໃນກໍລະນີທີ່ພໍ່ລ້ຽງແມ່ລ້ຽງ ຫາກໄດ້ເສຍຊີວິດແລ້ວ ຖ້າບໍ່ໄດ້ມີການເຫັນດີຂອງເຈົ້າຫນ້າທີ່ທະບຽນຄອບຄົວ ບຸກຄົນນັ້ນກໍຈະມີຄວາມຮັບຜິດຊອບທາງອາຍາຕາມວັກທີ 1 ຂອງມາດຕາ 95 ຂອງກົດໝາຍອາຍາ.
ມາດຕາ 41: ຜົນຂອງການເປັນລູກລ້ຽງ.
    ສາຍພົວພັນລະຫວ່າງພໍ່ລ້ຽງແມ່ລ້ຽງ ກັບລູກລ້ຽງ ໄດ້ເກີດຂື້ນນັບແຕ່ມື້ໄດ້ຈົດທະບຽນເປັນຕົ້ນໄປ. ລູກລ້ຽງຕ້ອງໃສ່ນາມສະກຸນນຳພໍ່ລ້ຽງແມ່ລ້ຽງ ຖ້າວ່າພໍ່ລ້ຽງແມ່ລ້ຽງຫາກຍື່ນຄຳຮ້ອງຂໍໃຫ້ປ່ຽນນາມສະກຸນ.
    ສຳລັບເດັກທີ່ໃສ່ຊື່ມາກ່ອນແລ້ວ ຖ້າວ່າພໍ່ລ້ຽງແມ່ລ້ຽງຫາກເຫັນວ່າບໍ່ເຫມາະສົມກໍອາດຈະປ່ຽນຊື່ໃຫມ່ໃຫ້ເດັກກໍໄດ້. ໃນກໍລະນີທີ່ເດັກນັ້ນຫາກມີອາຍຸເຖິງສິບປີແລ້ວ ຈະປ່ຽນຊື່ໃຫມ່ໄດ້ກໍຕໍ່ເມື່ອໄດ້ຮັບການເຫັນດີຈາກເດັກນັ້ນເສັຽກ່ອນ.
ມາດຕາ 42: ການສິ້ນສຸດການເປັນລູກລ້ຽງ
     ການເປັນລູກລ້ຽງຈະສິ້ນສຸດລົງຕາມຄຳຕັດສິນຂອງສານເມື່ອມີການຮັບຮູ້ວ່າການເອົາເດັກມາເປັນລູກລ້ຽງນັ້ນ ເປັນໂມຄະ ຫລື ມີການລົບລ້າງການເປັນລູກລ້າງ. ການເອົາເດັກມາເປັນລູກລ້ຽງຈະຖືວ່າເປັນໂມຄະ ຖ້າຫາກໄດ້ເຮັດຂື້ນດ້ວຍການໃຊ້ເອກະສານປອມ ຫລື ໂດຍບຸກຄົນທີ່ບໍ່ສາມາດເປັນພໍ່ລ້ຽງແມ່ລ້ຽງໄດ້.
    ການເປັນລູກລ້ຽງຊຶ່ງບໍ່ຕອບສະໜອງຜົນປະໂຫຍດຂອງເດັກ ພໍ່ລ້ຽງແມ່ລ້ຽງນັ້ນໄດ້ ຫລື ເຮັດຂື້ນດ້ວຍການລະເມີດເງື່ອນໄຂຂອງການເອົາເດັກມາເປັນລູກລ້ຽງ ຊຶ່ງໄດ້ບົ່ງໄວ້ໃນມາດຕາ 38 ຂອງກົດໝາຍສະບັບນີ້ກໍຈະຖືກລົບລ້າງ. ພໍ່ຄີງແມ່ຄີງ, ພໍ່ລ້ຽງແມ່ລ້ຽງ ຫລື ບຸກຄົນອື່ນທີ່ມີຜົນປະໂຫຍດກ່ຽວຂ້ອງກໍມີສິດຮ້ອງຂໍລົບລ້າງການເອົາເດັກມາເປັນລູກລ້ຽງໄດ້.
* ໝວດທີ 3: ການແຕ່ງຕັ້ງຜູ້ປົກຄອງເດັກ ຫລື ຜູ້ທີ່ບໍ່ມີຄວາມສາມາດທາງດ້ານການປະພຶດ
ມາດຕາ 43: ໜ້າທີ່ຂອງຜູ້ປົກຄອງເດັກ ຫລື ຜູ້ທີ່ບໍ່ມີຄວາມສາມາດທາງດ້ານການປະພຶດ, ຜູ້ປົກຄອງເດັກ ຫລື
ຜູ້ທີ່ບໍ່ມີຄວາມສາມາດທາງດ້ານການປະພຶດມີໜ້າທີ່ລ້ຽງດູ, ສຶກສາອົບຮົມເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸ ຊຶ່ງຂາດການເບິ່ງແຍງຈາກພໍ່ແມ່ທີ່ໄດ້ເສັຽຊີວິດ ຫລື ໄດ້ຖືກປົດສິດໃນການເປັນພໍ່ແມ່ ຫລື ເຈັບເປັນ ຫລື ຍ້ອນສາເຫດອື່ນ.
    ຜູ້ປົກຄອງດັ່ງກ່າວຍັງມີໜ້າທີ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ຫລື ຂອງຜູ້ທີ່ບໍ່ມີຄວາມສາມາດທາງດ້ານການປະພຶດຕື່ມອີກ.
ມາດຕາ 44: ລະບຽບການແຕ່ງຕັ້ງຜູ້ປົກຄອງເດັກ ຫລື ຜູ້ທີ່ບໍ່ມີຄວາມສາມາດທາງດ້ານການປະພຶດ.
    ພາຍຫລັງທີ່ໄດ້ຮັບໃບແຈ້ງການກ່ຽວກັບບຸກຄົນທີ່ຂາດການເບິ່ງແຍງແລ້ວ ນາຍບ້ານຕ້ອງແຕ່ງຕັ້ງຜູ້ປົກຄອງເດັກ ຫລື ຜູ້ທີ່ບໍ່ມີຄວາມສາມາດທາງດ້ານການປະພຶດຢ່າງຊ້າພາຍໃນຫນຶ່ງເດືອນ ໂດຍໃຫ້ເລືອກເອົາຈາກຍາດພີ່ນ້ອງທີ່ໃກ້ຊິດ. ຍາດໃກ້ຊິດ ຫລື ບຸກຄົນດັ່ງກ່າວ ຫາກບໍ່ຮັບເປັນຜູ້ປົກຄອງແລ້ວ ຈຶ່ງໃຫ້ເລືອກເອົາບຸກຄົນອື່ນເປັນຜູ້ປົກຄອງເດັກ ຫລື ຜູ້ທີ່ບໍ່ມີຄວາມສາມາດທາງດ້ານການປະພຶດ.
    ນາຍບ້ານ ທີ່ແຕ່ງຕັ້ງຜູ້ປົກຄອງດັ່ງກ່າວ ມີໜ້າທີ່ປະຕິບັດການກວດກາການເຄື່ອນໄຫວຂອງຜູ້ປົກຄອງນັ້ນຢ່າງເປັນປະຈຳ. ຫ້າມແຕ່ງຕັ້ງຜູ້ທີ່ຍັງບໍ່ທັນເຖິງກະສຽນອາຍຸ, ຜູ້ທີ່ບໍ່ມີຄວາມສາມາດທາງດ້ານການປະພຶດ, ຜູ້ທີ່ຖືກປົດສິດ ໃນການເປັນພໍ່ແມ່ ແລະ ຜູ້ທີ່ມີການປະພຶດບໍ່ເຫມາະສົມມາເປັນຜູ້ປົກຄອງ.
ມາດຕາ 45: ສິດ ແລະ ພັນທະ ຂອງຜູ້ປົກຄອງເດັກ ຫລື ຜູ້ທີ່ບໍ່ມີຄວາມສາມາດທາງດ້ານການປະພຶດ
    ຜູ້ປົກຄອງເດັກ ຫລື ຜູ້ທີ່ບໍ່ມີຄວາມສາມາດ ທາງດ້ານການປະພຶດ ມີສິດເປັນຜູ້ຕາງໜ້າຂອງບຸກຄົນດັ່ງກ່າວ ໃນການເຮັດສັນຍາ ແລະ ໃນການເຄື່ອນໄຫວອື່ນໆ. ຜູ້ປົກຄອງເດັກ ຫລື ຜູ້ທີ່ບໍ່ມີຄວາມ&#