ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ
ຄອບຄົວມະຫາສານ
ຄອບຄົວ ແລະ ສັງຄົມ
ການວາງແຜນຄອບຄົວ
ສາຍພົວພັນຄອບຄົວ
ິທີການລ້ຽງລູກ
ເພດສຶກສາ
ໂລກຕິດຕໍ່ທາງເພດສຳພັນ
ສຸຂະພາບທົ່ວໄປ
ໂລກ ແລະພະຍາດຕ່າງໆ
ຄອບຄົວຕົວແບບ
ບຸກຄົນດີເດັ່ນ
ກົດໝາຍໜ້າຮູ້
ບົດຄວາມວິຊາການ
ການສຶກສາ
ກິລາ
ໂຄສະນາຜ່ານເວັບ
 
 
 

ຊີວິດ ແລະ ກົດໝາຍ

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແມ່ນແນວໃດ?
    ຢູ່ໃນຄັງຄົມໂດຍທົ່ວໄປແລ້ວເມື່ອໄດ້ຍິນຄຳວ່າ "ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ" ຄົນເຮົາສ່ວນຫລາຍມັກຈະເຂົ້າໃຈວ່າ: ແມ່ນການໃຊ້ກຳລັງຢ່າງຮຸນແຮງຕໍ່ແມ່ຍິງ ເຊັ່ນ: ການທຳຮ້າຍຮ່າງກາຍ, ການຂ້າຟັນລັ່ນແທງ, ການຂົ່ມຂືນທຳທຳສຳເລົາ ແລະ ອື່ນໆທີ່ແຕະຕ້ອງທາງດ້ານຮ່າງກາຍຂອງແມ່ຍິງ.
    ສະນັ້ນຕໍ່ກັບບັນຫາດັ່ງກ່າວນີ້ຈຶ່ງໄດ້ມີການຄົ້ນຄວ້າ ແລະ ຖົກຖຽງກັນຂອງບັນດານັກຄົ້ນຄວ້າກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນໂລກຈຶ່ງໄດ້ຜົນ ສະຫລຸບອອກມາວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແມ່ນການທີ່ບຸກຄົນໃດໜື່ງເລືອກປະຕິບັດດ້ວຍຄວາມຮຸນແຮງຕໍ່ບຸກຄົນອື່ນ. ນັບທັງທາງດ້ານຮ່າງກາຍ ແລະ ທາງດ້ານຈິດໃຈ, ການໃຊ້ຄວາມຮຸນແຮງຕໍ່ເພດຍິງມັນປະກອບມີຫລາຍຮູບແບບຫລາຍປະເພດ ແລະ ຫລາຍລະດັບທີ່ແຕກຕ່າງກັນເຊັ່ນ: ການທຳຮ້າຍຮ່າງ, ການຂົ່ມຂູ່, ກັກຂັງໜ່ວງໜ່ຽວ, ການຂົ່ມຂືນທຳສຳເລົາ, ການຫລຸລູກເມື່ອກວດພົບວ່າລູກໃນທ້ອງເປັນເພດຍິງ, ການດັດແປງອະໄວຍະວະເພດຍິງ, ການບັງຄັບໃຫ້ຂາຍ ບໍລິການທາງເພດ, ການແຕ່ງດອງໂດຍການຖືກບັງຄັບ, ການຄາດຕະກຳແມ່ຍິງເພື່ອຫວັງເອົາຊັບສົມບັດ, ການຂູດຮີດແຮງງານເພດຍິງ, ການປ້ອຍດ່າຫຍາບຄາຍ, ການໃຊ້ຮ້າຍປ້າຍສີ, ການດູໝິ່ນປະໝາດ (ເຍາະເຢີ້ຍ) ການຈູບ, ການຢອກໄຍ ແລະ ສະແດງທ່າທີຊຶ່ງບົ່ງບອກເຖິງກິດຈະກຳທາງເພດ ແລະ ອື່ນໆ.
    ສະພາບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນໂລກແມ່ນເກີດຂື້ນຢູ່ທຸກໆປະເທດໃນໂລກໃນນັ້ນນັບທັງປະເທດຮັ່ງມີ, ປະເທດທຸກຍາກ, ປະເທດທີ່ມີພົນລະເມືອງຫລາຍ, ປະເທດທີ່ມີພົນລະເມືອງໜ້ອຍຢູ່ໃນສັງຄົມທີ່ທັນສະໄໝ, ເກີດຂື້ນໃນທຸກຊົນຊາດ, ສາດສະໜາ, ລະດັບເສດຖະກິດ, ການສຶກສາ. ໄລຍະຜ່ານມາສັງຄົມມັກເຂົ້າໃຈວ່າ: ຖ້າຄວາມຮຸນແຮງເກີດຂື້ນຕໍ່ແມ່ຍິງໃນຊົນຊັ້ນໃດໜື່ງ, ກຸ່ມຄົນໃດໜຶ່ງແມ່ນແມ່ຍິງຖືກກ່າວປະນາມວ່າ: ເປັນຜູ້ກໍ່ເຫດພາໃຫ້ມີການຕົບຕີ, ປ້ອຍດ່າ, ໃນທີ່ສຸດແມ່ຍິງເປັນຜູ້ໄດ້ຮັບຄວາມອັບອາຍຈົນບໍ່ກ້າເວົ້າອອກໄດ້, ຖ້າຄວາມຮຸນແຮງເກີດຂື້ນໃນຄອບຄົວໃດໜື່ງ, ການຈັດຕັ້ງ, ເຈົ້າໜ້າທີ່ ແລະ ເພື່ອນມິດບ້ານ ໃກ້ເຮືອນຄຽງກໍ່ມັກເວົ້າວ່າ: ນັ້ນເປັນບັນຫາສ່ວນຕົວ ແລະ ບໍ່ໃຫ້ຄວາມຊ່ວຍເຫລືອເພື່ອປົກປ້ອງແມ່ຍິງ. ມາເຖິງໄລຍະ 10 ກ່ວາປີຜ່ານມານີ້ ລັດຖະບານປະເທດຕ່າງໆ ແລະ ພົນລະເມືອງໃນໂລກໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແມ່ນການລະເມີດສິດທິຂອງແມ່ຍິງ, ການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງແມ່ນລວມທັງການຄ້າຂາຍ, ການຂົ່ມຂືນທຳຊຳເລົາ, ການລວນລາມທາງເພດ, ການຮ້າຍດ່າທາລຸນແມ່ຍິງ. ການໃຊ້ກຳລັງທຳຮ້າຍຮ່າງກາຍ, ການປ້ອຍດ່າຫຍາບຄາຍ, ດູຖູກມິ່ນປະມາດ ສະນັ້ນຄວາມຮຸນແຮງຈຶ່ງໄດ້ຈັດອອກເປັນ 2 ປະເພດຄື: ຄວາມຮຸນແຮງໃນສາທາລະນະ (ເກີດຂື້ນໃນຊຸມຊົນ) ແລະ ຄວາມຮຸນແຮງສ່ວນບຸກຄົນ (ເກີດຂື້ນໃນຄອບຄົວ) ຕໍ່ກັບບັນຫາດັ່ງກ່າວນີ້ອົງການຈັດຕັ້ງສາກົນເຊັ່ນ: ອົງການສະຫະປະຊາຊາດເພື່ອການພັດທະນາ, ອົງການອະນາໄມໂລກໄດ້ຕີລາຄາວ່າ: ຄວາມຮຸນແຮງໃນຄອບຄົວແມ່ນບັນຫາຫນັກຫນ່ວງໃນສັງຄົມທີ່ສົ່ງຜົນກະທົບຕໍ່ສຸຂະພາບທັງຮ່າງກາຍ, ຈິດໃຈ, ຄວາມປອດໄພຂອງແມ່ຍິງ ແລະ ເດັກນ້ອຍທັງເຮັດໃຫ້ຄອບຄົວຂາດຄວາມມີສະຖຽນລະພາບ. ຄວາມຮຸນແຮງໃນຄອບຄົວແມ່ນບັນຫາຫນັກຫນ່ວງໃນສັງຄົມທີ່ສົ່ງຜົນກະທົບຕໍ່ສຸຂະພາບຮ່າງກາຍ, ຈິດໃຈ, ຄວາມປອດໄພຂອງແມ່ຍິງ ແລະ ເດັກນ້ອຍທັງເຮັດໃຫ້ຄອບຄົວຂາດຄວາມມີສະຖຽນລະພາບ. ຄວາມຮຸນແຮງໃນຄອບຄົວສ່ວນໃຫຍ່ຜູ້ສ້າງຄວາມຮຸນແຮງແມ່ນຜູ້ຊາຍ ເພາະຄວາມຮຸນແຮງຈະເກີດຂື້ນນຳຄູ່ຜົວເມຍ, ຫລື ອະດີດຄູ່ຜົວເມຍ, ເວົ້າລວມແມ່ນເພດຊາຍ, ຜ່າຍການຄົ້ນຄວ້າຂອງສາກົນພິເສດໃຫ້ເຮົາເຫັນວ່າ: ຄວາມຮຸນແຮງໃນຄອບຄົວເກີດຂື້ນໃນທຸກໆປະເທດທົ່ວໂລກ ແລະ ຄາດວ່າ: ເກືອບ 50% ຂອງຈຳນວນແມ່ຍິງໃນທົ່ວໂລກແມ່ນໄດ້ຮັບຜົນກະທົບຈາກຄວາມຮຸນແຮງ. ສາເຫດຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສ່ວນໃຫຍ່ແມ່ນເກີດຂື້ນຍ້ອນຄວາມບໍ່ສະເຫມີພາບໃນການພົວພັນລະຫວ່າງຍິງ - ຊາຍ, ຍ້ອນຄວາມເຊື່ອທີ່ວ່າເພດຊາຍແມ່ນເພດທີ່ດຳລົງບົດບາດສຳຄັນກວ່າເພດຍິງ, ຍ້ອນທັດສະນະຄະຕິ ແລະ ຄ່ານິຍົມທີ່ຖືແມ່ຍິງເປັນເພດອ່ອນແອ ເປັນວັດຖຸທາງເພດທີ່ສາມາດລ່ວງເກີນໄດ້ງ່າຍ, ຍ້ອນປັດໃຈທາງດ້ານການສຶກສາ, ເສດຖະກິດ ວັດທະນະທຳ ແລະ ສັງຄົມທີ່ແຕກຕ່າງກັນ ຊຶ່ງມັນສົ່ງຜົນສະທ້ອນເຖິງຄວາມສາມັກຄີປອງດອງໃນສັງຄົມຕໍ່ສຸຂະພາບກາຍ, ຈິດໃຈຂອງແມ່ຍິງ, ແມ່ຍິງຫລາຍຄົນທົນທຸກທໍລະມານກັບບັນຫາການໃຊ້ຄວາມຮຸນແຮງນັບເປັນ 10ໆ ປີ ທົນບໍ່ໄດ້ແລ້ວຈິ່ງຮ້ອງຂໍຄວາມຊ່ວຍເຫລືອ. ໃນປີ 1993 ອົງການສະຫະປະຊາຊາດໄດ້ຮັບຮອງເອົາຖະແຫລງການເພື່ອຕ້ານຄວາມຮຸນແຮງຕໍ່ແມ່ຍິງ, ຊຶ່ງຖະແຫລງການດັ່ງກ່າວໄດ້ໃຫ້ນິຍາມວ່າ: ຄວາມຮຸນແຮງຕໍ່ແມ່ຍິງແມ່ນການກະທຳໃດໜຶ່ງທີ່ສົ່ງຜົນກະທົບຕໍ່ຮ່າງກາຍເຊັ່ນການມີເພດສຳພັນ ຫລື ສົ່ງຜົນຮ້າຍແຮງຕໍ່ຈິດຕະສາດຂອງແມ່ຍິງ ຫລື ສ້າງຄວາມທຸກທໍລະມານໃຫ້ແກ່ແມ່ຍິງ ລວມທັງການສະແດງອອກເຖິງການຂູ່ເຂັນ, ການໃຊ້ອຳນາດບັງຄັບ, ການເຮັດໃຫ້ສູນເສຍເສລີພາບທີ່ອາດເກີດຂື້ນໃນສາທາລະນະ ຫລື ໃນຊີວິດສ່ວນຕົວ.
* ຄັດຈາກໜັງສືພິມປະເທດລາວ, ສະບັບວັນທີ 16/7/2004, ໜ້າທີ 2.


ທີ່ມາຊຶ່ງພາໃຫ້ຜູ້ຖືກສົງໃສກາຍເປັນຜູ້ກະທຳຜິດ
    ຄຳບູຮານກ່າວໄວ້ວ່າ: ສິບປາກວ່າ ບໍ່ທໍ່ຕາເຫັນ ສິບຕາເຫັນບໍ່ທໍ່ມືບາຍ" ຄວາມເວົ້າຫລືຄະຕິເຕືອນໃຈທີ່ກ່າວມານີ້ມີຄວາມສຳຄັນ ແລະ ສອດຄ່ອງກັບສະພາບຕົວຈິງ ເພາະການເບິ່ງສິ່ງໜື່ງທີ່ບໍ່ຊັດເຈນບໍ່ໄດ້ຈັບບາຍຈະພາໃຫ້ເກີດມີຄວາມຜິດພາດໄດ້ງ່າຍ ໂດຍສະເພາະແມ່ນຜູ້ທີ່ເຮັດໜ້າທີ່ໃນການແກ້ໄຂຄະດີທີ່ຕ້ອງໄດ້ຄົ້ນຄວ້າໄຈ້ແຍກຢ່າງລະອຽດ ຖີ່ຖ້ວນວ່າອັນໃດທີ່ເປັນພື້ນຖານຈະປູທາງໄປສູ່ການແກ້ໄຂບັນຫາໃຫ້ຖືກຕ້ອງຊີ້ໃຫ້ເຫັນອັນທີ່ເປັນພື້ນຖານກໍ່ໃຫ້ເກີດມີຄະດີນັ້ນໆ ທຸກການກະທຳຜິດຈະຕ້ອງມີຫລັກຖານ ຖ້າບໍ່ມີຫລັກຖານອັນໃດກໍ່ຈະບໍ່ສາມາດຢັ້ງຢືນໄດ້ວ່າ ຜູ້ນັ້ນໄດ້ກະທຳຜິດແທ້ບໍ່? ໃນຫລັກຖານກໍ່ມີຄຳໃຫ້ການ ແລະ ບັນດາຂໍ້ມູນທີ່ສາມາດຢັ້ງຢືນຄຳໃຫ້ການນັ້ນ ຫລື ເວົ້າແນວໜື່ງແມ່ນຂອງກາງຄະດີ".
    ການກະທຳ ຫລື ຄວາມຂັດແຍ່ງຕ່າງໆ ທີ່ເກີດຂື້ນລ້ວນແລ້ວແຕ່ແມ່ນປະກົດການຂອງສັງຄົມ. ທຸກປະກົດການຂອງສັງຄົມທີ່ໄດ້ເກີດຂື້ນ ຍ່ອມຈະມີຮ່ອງຮອຍ. ຂໍ້ມູນຊີ້ບອກໃຫ້ໄດ້ຮູ້ເຫັນ (ການເກີດການຂະຫຍາຍຕົວ ແລະ ການສິ້ນສຸດຂະບວນການ). ຕ່າງແຕ່ວ່າເຮົາຈະບັນທຶກເກັບໂຮມເອົາຂໍ້ມູນນັ້ນ ໄວ້ໄດ້ທ່ວງທັນເວລາຄົບຖ້ວນ ຫລື ບໍ່? ອັນໃດຄວນຈະເກັບໂຮມເພື່ອສ້າງຄວາມເຊື່ອຖືໃຫ້ແກ່ທຸກຄົນທີ່ເຂົ້າຮ່ວມໃນການດຳເນີນຄະດີ. ສະນັ້ນໃນການບັນທຶກເກັບໂຮມຂໍ້ມູນທີ່ຊີ້ບອກໃຫ້ຮູ້ເຫັນກ່ຽວກັບເຫດການຂອງການກະທຳຜິດ ຫລື ຄວາມຂັດແຍ່ງຕ່າງໆທີ່ເປັນຄະດີກົດໝາຍວ່າດ້ວຍການດຳເນີນຄະດີ (ອາຍາ ແລະ ແພ່ງ) ໄດ້ກຳນົດຮູບການ ແລະ ວິທີການຢ່າງລະອຽດ ທຸກການເຄື່ອນໄຫວ ບັນທຶກ ແລະ ເກັບໂຮມຂໍ້ມູນທີ່ຖືກຕ້ອງຕາມຮູບການ ແລະ ວິທີການທີ່ກົດໝາຍລະບຸໄວ້ຖືເປັນການປະກອບຫລັກຖານໃນຄະດີ ທີ່ມີຄຸນຄ່າທາງກົດໝາຍ ແລະ ເຊື່ອຖືໄດ້.
    ການແກ້ໄຂຄະດີແມ່ນບັນຫາເປັນຕາຍຂອງຄວາມຍຸຕິທຳໃນສັງຄົມ. ຖ້າແກ້ໄຂຖືກຕ້ອງຖືວ່າຍຸຕິທຳແກ້ໄຂບໍ່ຖືກຕ້ອງແມ່ນຂື້ນກັບຫລັກຖານ ແລະ ທັດສະນະຂອງຜູ້ທຳການແກ້ໄຂທີ່ຈະຕີລາຄາ ຫລັກຖານ. ໂດຍທາດແທ້ຂອງມັນແລ້ວຫລັກຖານກໍ່ມີຫລາຍລັກສະນະ ມີທັງຫລັກຖານທີ່ຖານແທ້ ແລະ ທຽມ ຫລັກຖານທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງ. ການແກ້ໄຂຄະດີອື່ນໆ (ແພ່ງແຮງງານ) ເຖິງວ່າບໍ່ຖືກຕ້ອງໃນເບື້ອງຕົ້ນກໍ່ມີໂອກາດແກ້ໄຂຄືນໃໝ່ໄດ້ ແລະ ປັບຄວາມຍຸຕິທຳຄືນໄດ້. ສ່ວນການແກ້ໄຂຄະດີອາຍາເຖິງຈະແກ້ໄຂຄືນໃໝ່ໄດ້ໃນກໍລະນີທີ່ເຫັນວ່າ ບໍ່ຖືກຕ້ອງແຕ່ຄວາມຍຸຕິທຳ ບາງຢ່າງຈະບໍ່ສາມາດປັບໄດ້ເຊັ່ນ: ໂທດຕັດອິດສະລະພາບ ຫລື ຮ້າຍແຮງໄປກວ່ານັ້ນແມ່ນໂທດປະຫານຊີວິດ ທີ່ໄດ້ປະຕິບັດໄປແລ້ວນັ້ນຈະບໍ່ສາມາດແກ້ໄຂຄືນບໍ່ໄດ້ອີກ.
    ໃນທີ່ສຸດກໍ່ກາຍເປັນການສ້າງຄວາມລຳບາກ ການກຳໃຫ້ຜູ້ອື່ນເວົ້າອີກແນວໜື່ງກໍ່ເປັນການສ້າງບາບ ສ້າງເວນຊຶ່ງອາດຈະໄດ້ຮັບການຕອບສະຫນອງຄືນແກ່ຜູ້ດຳເນີນບໍ່ຊ້າກໍ່ອາດໄວຖ້າຫາກເຊື່ອບັນຫານີ້ ຫລື ຖ້າບໍ່ເຊື່ອກໍ່ແມ່ນເປັນການສະແດງທາດແທ້ຂອງຜູ້ແກ້ໄຂຄະດີວ່າເປັນຜູ້ຂາດມະນຸດສະທຳ ຂາດມະໂນທຳ ເຫັນແກ່ຕົວ. ແນ່ນອນໃນເວລາທີ່ຜູ້ກ່ຽວມີສິດ ມີອຳນາດ ຜູ້ກ່ຽວອາດຈະມີຜູ້ເກັງກົວ ເຄົາລົບ, ນົມນ້ອມ ດ້ວຍຄວາມຈຳໃຈແຕ່ເມື່ອໝົດສິດ ໝົດອຳນາດລົງເມື່ອໃດຜູ້ກ່ຽວກໍ່ຈະບໍ່ມົ້ມຈາກສະພາບ ໄຮ້ຍາດຂາດມິດ ເພາະໃຜໆກໍ່ຄົງບໍ່ຕ້ອງການຄົບຄ້າສະມາຄົມ ກັບຄົນທີ່ບໍ່ຢືນຢູ່ໃນຄວາມຍຸຕິທຳ.
    ການປະກອບຫລັກຖານໃນຄະດີບໍ່ແມ່ນເລື່ອງງ່າຍດາຍຜິວເຜີຍ ຖ້າຫາກບໍ່ມີເຈດຕະນາຢາກບັກບາບໃສ່ຕົ້ນໂພ ແຕ່ຫາກຕ້ອງໄດ້ອອກແຮງເຄື່ອນໄຫວຕົວຈິງຢ່າງຕັ້ງໜ້າ. ວ່ອງໄວແຕ່ໃຫ້ຮັບປະກັນ, ທຸກຄະດີຕ້ອງປະກອບຫລັກຖານໃຫ້ຄົບຖ້ວນ ຮອບດ້ານແລ້ວຈົ່ງຄົ້ນຄວ້າແກ້ໄຂ. ຄຳສາລະພາບຂອງຜູ້ຖືກສົງໃສ ຫລື ຜູ້ຖືກຫາ ຫລື ຈຳເລີຍ ແລະ ຂອງກາງໃນຄະດີຕ້ອງນຳມາກວດກາຕີລາຄາດ້ວຍເຫດ ແລະ ຜົນ.
   ການຮັບສາລະພາບທີ່ບໍ່ມີຂໍ້ມູນຢັ້ງຢືນແມ່ນເຊື່ອຖືບໍ່ໄດ້ ເພາະການຮັບສາລະພາບດັ່ງກ່າວ ອາດຈະເປັນການສາລະພາບຍ້ອນຖືກຊື້ຈ້າງ ຈອບອອຍ ຫລື ບັງຄັບນາບຂູ່ຈາກຄົນອື່ນ. ການນຳໃຊ້ມາດຕະການສຶບສວນສອບສວນຕ້ອງດຳເນີນໃຫ້ຖືກຕ້ອງ ຕາມຮູບການ ແລະ ວິທີການທີ່ກົດໝາຍກຳນົດໄວ້. ບໍ່ດັ່ງນັ້ນຈະບໍ່ມີຄຸນຄ່າທາງດ້ານກົດໝາຍ.
   ຜ່ານມາຮອດປະຈຸບັນການປະກອບສຳນວນຄະດີຍັງສັງເກດເຫັນໄດ້ຂໍ້ບົກຜ່ອງ ຫລາຍປະການທີ່ເປັນການລະເມີດກົດໝາຍ ແລະ ບໍ່ເດັດຂາດ ຊຶ່ງສະແດງອອກຢູ່ບ່ອນວ່າຈົດໝາຍບັນທຶກຄຳໃຫ້ການ ບາງໃບບາງສະບັບບໍ່ມີລາຍເຊັນ ຫລື ຮອຍໂປ້ມືຂອງຜູ້ໃຫ້ການແຕ່ກໍ່ບໍ່ມີຫມາຍເຫດໃດ, ໃນກໍລະນີທີ່ມີການຂີດຂ້າ ຫລື ຂຽນຂ້າມແລ້ວຂຽນຢ່ອງເທິງ, ຫລື ສຳນວນຄະດີບາງເລື່ອງບໍ່ມີຮອດຄຳສັ່ງເປີດການສືບສວນ-ສອບສວນ ແຕ່ກໍ່ເຄື່ອນໄຫວປະກອບຫລັກຖານໃນຄະດີນັ້ນໄດ້ຈົນຄົບຖ້ວນສົມຄວນ. ແຕ່ບາງສຳນວນຄະດີເຈ້ຍພຽງແຕ່ສາມ-ສີ່ໃບກໍ່ສົ່ງໃຫ້ສານເພື່ອທຳການຕັດສິນ.
    ເວົ້າເຖິງການພິສູດຫລັກຖານຍິ່ງເປັນບັນຫາທີ່ຫຍຸ້ງຍາກເຊັ່ນຄະດີຂົ່ມຂືນ, ທຳສຳເລົາ, ບາງຄະດີບໍ່ໄດ້ຜ່ານການພິສູດຈາກແພດ ຫລື ບາງຄະດີກໍ່ມອບໃຫ້ແພດ. ພິເສດຊຶ່ງບໍ່ໄດ້ຮັບການແຕ່ງຕັ້ງເພື່ອຢັ້ງຢືນໃຫ້ວ່າຜູ້ຖືກເສຍຫາຍເສຍຄວາມບໍລິສຸດແທ້. ຫລື ບໍ່ເທົ່ານັ້ນແຕ່ຄວາມບໍລິສຸດຂອງຜູ້ຍິງສາມາດເສຍໄດ້ດ້ວຍຫລາຍສາເຫດ ບໍ່ສະເພາະແຕ່ຈະຕ້ອງໄດ້ຜ່ານການຮ່ວມເພດກັບຜູ້ຊາຍເທົ່ານັ້ນ. ສະນັ້ນການທີ່ຕ້ອງໃຫ້ແພດພິສູດ ກໍ່ເພື່ອຢັ້ງຢືນວ່າຜູ້ຕ້ອງຫາເປັນຜູ້ກະທຳຜິດແທ້ຫລືບໍ່? ສະນັ້ນສິ່ງທີ່ຕ້ອງນຳມາພິສູດແມ່ນນ້ຳອະສຸຈິເຫລືອຄ້າງຢູ່ໃນຊ່ອງຄອດ ຂອງຜູ້ຖືກເສຍຫາຍນັ້ນແມ່ນນ້ຳອະສຸຈິຂອງຜູ້ຖືກຫາ ຫລື ບໍ່? ຈາກນັ້ນຈຶ່ງພິສູດຂໍ້ມູນກ່ຽວກັບການໃຊ້ກຳລັງການໃຊ້ສິ່ງມືນເມົາຕ່າງໆ ຖ້າມີຮອຍຢິກຮອຍຂູດຕາມຮ່າງກາຍ ກໍ່ຕ້ອງໄດ້ມີການພິສູດ. ຖ້າອ້າງວ່າຍ້ອນມືນເມົາກໍ່ຕ້ອງພິສູດເບິ່ງວ່າໃນເລືອດຂອງຜູ້ກ່ຽວມີເຊື້ອສິ່ງມືນເມົາຈັກເປີເຊັນ ຈຶ່ງພາໃຫ້ຜູ້ກ່ຽວມີອາການມືນເມົາ. ໃນລະດັບໃດ? ການເຄື່ອນໄຫວປະກອບຫລັກຖານໃນຄະດີປະເພດນີ້ຈະຕ້ອງມີຄວາມວ່ອງໄວ ການຮ້ອງຟ້ອງກໍ່ຕ້ອງມີຂື້ນໃນໄລຍະເວລາທີ່ສາມາດຈະພິສູດຫລັກຖານທີ່ຈຳເປັນໄດ້. ແຕ່ໃນໄລຍະຜ່ານມາປະກົດມີສານທ້ອງຖິ່ນ ບາງແຫ່ງໄດ້ຮັບເອົາການສັ່ງຟ້ອງ ແລະ ທຳການພິຈາລະນາຕັດສິນຄະດີຂົ່ມຂືນທຳສຳເລົາ ຊຶ່ງເຫດການເກິດຂື້ນ ແລະ ຜ່ານໄປແລ້ວຕັ້ງຫລາຍເດືອນຜູ້ຖືກເສຍຫາຍຈຶ່ງທຳການຮ້ອງຟ້ອງ ແລະ ເຫດການຄະດີຕົວຈິງກໍ່ມີແຕ່ອີງຕາມຄຳໃຫ້ການຂອງຜູ້ຖືກເສຍຫາຍ ແລະ ຄຳສາລະພາບຂອງຈຳເລີຍເທົ່ານັ້ນມັນຈຶ່ງເຮັດໃຫ້ຄວາມຍຸຕິທຳ ດັ່ງກ່າວມີໝາຍຖາມໃນຫລາຍແງ່.
    ສິດໃນການມີອິດສະລະພາບ ແລະ ເສລີພາບຂອງພົນລະເມືອງໄດ້ຖືກຮັບປະກັນໂດຍລັດຖະທຳມະນູນແຫ່ງ ສປປ.ລາວ ແລະ ຖືເປັນສິ່ງທີ່ລ່ວງລະເມີດບໍ່ໄດ້ ແຕ່ຖ້າບຸກຄົນໃດບຸກຄົນໜື່ງຫາກໄດ້ກະທຳຜິດແລ້ວສິດດັ່ງກ່າວກໍ່ອາດຈະຖືກລ່ວງລະເມີດເຊັ່ນມີການຈັບກຸມ. ກັກຂັງ ແລະ ລົງໂທດ ໂດຍການອະນຸຍາດຂອງກົດໝາຍ. ສະນັ້ນອົງການທີ່ຮັບຜິດຊອບຕ້ອງໄດ້ເຄື່ອນໄຫວຢ່າງເຂັ້ມງວດຕາມຂັ້ນຕອນຂອງກົດໝາຍ. ໃນເມື່ອຫາກດຳເນີນໄປຢ່າງຖືກຕ້ອງແລ້ວຕ່າງຝ່າຍຕ່າງກໍ່ຈະສະບາຍໃຈຜູ້ຮັບຜິດຊອບຄະດີພູມໃຈ ໃນຜົນງານຂອງຕົນຜູ້ຖືກລົງໂທດກໍ່ພໍໃຈຮັບຜິດຊອບຕໍ່ຄວາມຜິດຂອງຕົນຜູ້ຖືກເສຍຫາຍກໍ່ຍິນດີຮັບເອົາການທົດແທນປົວແປງຜູ້ອື່ນກໍ່ບໍ່ມີບັນຫາງສຽງຈົ່ມວ່າ ວິພາກວິຈານສັງຄົມກໍ່ມີຄວາມສະຫງົບ.
    ສັງລວມແລ້ວກໍ່ແມ່ນຕອບສະໜອງໄດ້ສ່ວນໜື່ງຂອງຄວາມຍຸຕິທຳໃນສັງຄົມ ທີ່ພັກປະຊາຊົນປະຕິວັດລາວໄດ້ວາງອອກໃນແນວທາງນະໂຍບາຍຂອງຕົນ.
* ຄັດຈາກໜັງສືພິມປະເທດລາວ, ສະບັບວັນທີ 20/7/2004, ໜ້າທີ 2.
 

 

<< [1]  [2]  [3]  >>

 

2003 © ສະຫງວນລິຂະສິດ, ມະຫາສານ.ຄອມ
info@mahasan.com