| |
ຊີວິດ ແລະ ກົດໝາຍ
ສະຕິກົດໝາຍແມ່ນຫຍັງ? ສະຕິກົດໝາຍມີການພົວພັນຢ່າງແໜ້ນແຟ້ນກັບສະຕິການເມືອງ,
ທັງສອງຮູບແບບນີ້ເອີ້ນວ່າສະຕິສັງຄົມ ເຊິ່ງມັນໃກ້ຊິດກວ່າໝູ່ກັບໂຄງລ່າງເສດຖະກິດສັງຄົມ
ແລະ ມີການພົວພັນກັນຢ່າງແໜ້ນແຟ້ນ.
ໃນເມື່ອໂຄງລ່າງເສດຖະກິດສັງຄົມມີການປ່ຽນແປງແລ້ວທັດສະນະການເມືອງ ແລະ
ກົດໝາຍຂອງຄົນກໍ່ຈະປ່ຽນແປງໄວກວ່າ ທັດສະນະອື່ນໆ. ສະຕິກົດໝາຍສ່ອງແສງອອກໃນຄວາມຮູ້ສຶກໃນຄວາມຄິດຄວາມເຫັນ, ໃນແນວຄິດ ແລະ
ພຶດຕິກຳກ່ຽວກັບການພົວພັນຂອງຄົນຕໍ່ສິດທິຕາມກົດໝາຍ ແລະ
ຄວາມຍຸຕິທຳກ່ຽວກັບຄວາມສຳນຶກຂອງເຂົາເຈົ້າວ່າ: ແມ່ນຫຍັງຖືກຕ້ອງຕາມກົດໝາຍ? ແລະ
ແມ່ນຫຍັງບໍ່ຖືກຕ້ອງຕາມກົດໝາຍ?
ມັນມີຄວາມຈຳເປັນຕ້ອງຈຳແນກສະຕິກົດໝາຍກັບມາດຕະຖານກົດໝາຍທີ່ລັດໄດ້ຮັບຮອງເອົາ.
ໃນທີ່ນີ້ພົນລະເມືອງສາມາດເຫັນພ້ອມນຳມາດຕະຖານ ກົດໝາຍທີ່ສອດຄ່ອງ
ກັບຜົນປະໂຫຍດຂອງພວກເຂົາເຈົ້າ ຫລື ປະຕິເສດມັນ ຖ້າຫາກມາດຕະຖານດັ່ງກ່າວລະເມີດສິດ ແລະ
ຜົນປະໂຫຍດຂອງພວກເຂົາເຈົ້າ.
ດ້ວຍເຫດນີ້ຈຶ່ງຄວນໄຈ້ແຍກການພົວພັນທາງດ້ານກົດໝາຍທີ່ໄດ້ຈຳນົດເປັນມາດຕະຖານກົດໝາຍ
ຊຶ່ງລັດເປັນຜູ້ກຳນົດໄວ້ນັ້ນ
ກັບສະຕິກົດໝາຍທີ່ໄດ້ສະແດງເຖິງ ການພົວພັນຂອງຄົນກັບມາດຕະຖານກົດໝາຍດັ່ງກ່າວ. ກົດໝາຍແມ່ນການກຳນົດການພົວພັນດ້ານເສດຖະກິດຢ່າງເປັນລາຍລັກອັກສອນທີ່ຖືກຕ້ອງຕາມຫລັກການ,
ຊຶ່ງທາດແທ້ຂອງກົດໝາຍແມ່ນເຈດຈຳນົງ ຂອງຊົນຊັ້ນປົກຄອງທີ່ໄດ້ປະກາດເປັນກົດໝາຍ
ກ່ອນອື່ນໝົດແມ່ນສະແດງເຖິງການພົວພັນຂອງບັນດາຊົນຊັ້ນຕໍ່ພາຫານະການຜະລິດ,
ກົດໝາຍແມ່ນແກ່ນສານ ຂອງໂຄງບົນ ແລະ ກຳນົດການເຄື່ອນໄຫວຂອງອົງການຕຸລາການ,
ກຳນົດການພົວພັນຢ່າງຖືກຕ້ອງຕາມກົດໝາຍລະຫວ່າງຄົນໃນສັງຄົມໂດຍຜ່ານບັນດາສະຖາບັນ ແລະ
ອົງການຈັດຕັ້ງຕ່າງກັນເຊັ່ນ: ໃນສັງຄົມທີ່ມີຄວາມປໍລະປັກກັນລະຫວ່າງຊົນຊັ້ນ
ບໍ່ອາດຈະມີສະຕິກົດໝາຍທີ່ເອກະພາບ. ໃນສັງຄົມນາຍທຶນ
ພວກນາຍທຶນໄດ້ ສ້າງກົດໝາຍຂື້ນມາເພື່ອປົກປັກຮັກສາອະພິສິດຂອງເຂົາເຈົ້າ,
ໃນເງື່ອນໄຂທຶນນິຍົມ
“ຊາວກຳມະກອນບໍ່ຮັບຮູ້ກົດໝາຍຫາກພຽງແຕ່ຕ້ອງປະຕິບັດຕາມກົດໝາຍ ໃນເມື່ອພວກເຂົາເຈົ້າບໍ່ສາມາດຈະປ່ຽນແປງມັນໄດ້ເທົ່ານັ້ນ“ (ກາກມາກ ແລະ ຟ.ອັງແກນ ບົດນິພົນ ເຫລັ້ມທີ 2, ໜ້າ 451).
* ຄັດຈາກໜັງສືພິມປະເທດລາວ ສະບັບວັນທີ 12/7/2004, ໜ້າທີ 2.
ໂດຍ: ແສງພະຈັນ ວົງໂພທອງ.
ສະຕິກົດໝາຍຕໍ່ຈາກຂ້າງເທິງ
ສະຕິກົດໝາຍຂອງຊາວຜູ້ອອກແຮງງານຂັດແຍ້ງຢ່າງເປັນປໍລະປັກກັນກັບສະຕິກົດໝາຍຂອງນາຍທຶນ.
ຍ້ອນວ່າຂະບວນກຳມະກອນ ແລະ
ຊາວຜູ້ອອກແຮງງານມີຄວາມຮັບຮູ້ກ່ຽວກັບຄວາມບໍ່ເປັນທຳຂອງສັງຄົມທຶນນິຍົມ, ແລະ
ອີກບັນຫາໜື່ງສະຕິກົດໝາຍຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ
ແມ່ນມີຄວາມແຕກຕ່າງກັນກັບຂອງນາຍທຶນໃນດ້ານຮາກຖານເພາະວ່າວ່າມັນເປັນຕົວແທນໃຫ້ແກ່ຜົນປະໂຫຍດຂອງຮາກຖານຂອງຊົນຊັ້ນກຳມະກອນ
ແລະ ຊາວຜູ້ອອກແຮງງານທຸກຄົນ, ບັນດາແນວຄິດພື້ນຖານຂອງສະຕິກົດໝາຍຂອງຊົນຊັ້ນກຳມະກອນ ແລະ
ຊາວຜູ້ອອກແຮງງານແມ່ນ: ລັກສະນະກົດໝາຍ ແລະ ຄວາມເປັນທຳ, ຄວາມເຄົາລົບຕໍ່ແຮງງານ ແລະ
ກຳມະສິດຕ່າງໆໃນທົ່ວສັງຄົມ, ອຳນາດຂອງປະຊາຊົນ ແລະ ຄວາມມີປະຊາທິປະໄຕສະເໝີຕົ້ນສະເໝີປາຍ,
ການເສິມຂະຫຍາຍລັດປະຊາທິປະໄຕ ແລະ
ສິດສະເໝີພາບທີ່ຕິດພັນຢ່າງບໍ່ຂາດສາຍກັບບັນດາພາລະໜ້າທີ່. ສະນັ້ນໃນສະພາບປະຈຸບັນການເສິມຂະຫຍາຍສະຕິກົດໝາຍໃນສັງຄົມກ່ອນອື່ນໝົດຕ້ອງແມ່ນເລີ່ມຈາກສະມາຊິກພັກ
ພະນັກງານລັດຖະກອນ, ທະຫານຕຳຫລວດເປັນຫລັກເປັນຕົ້ນແມ່ນຄວາມເປັນແບບຢ່າງໃຫ້ການເຄົາລົບ
ແລະ ປະຕິບັດລະບຽບກົດໝາຍ ການມີທັດສະນະຫລັກໝັ້ນການເມືອງ, ການເຄົາລົບສິດ ແລະ
ປະຊາທິປະໄຕຂອງພົນລະເມືອງເປັນແບບຢ່າງທີ່ດີໃນການດຳລົງຊີວິດໃນສັງຄົມ,
ຫ້າມທຸກການເຄື່ອນໄຫວທີ່ແຕະຕ້ອງເຖິງຜົນປະໂຫຍດອັນຊອບດ້ວຍກົດໝາຍຂອງພໍ່ແມ່ປະຊາຊົນບັນດາເຜົ່າ.
ເປັນຕົ້ນການສອຍໃຊ້ອຳນາດ, ການໃຊ້ອຳນາດເກີນ ຂອບເຂດ, ການຮັບສິນບົນ ແລະ
ການສໍ້ລາດບັງຫລວງອື່ນໆ ອັນເປັນການລະເມີດກົດໝາຍ ແລະ
ຄວາມຍຸຕິທຳໃນສັງຄົມອັນຈະເຮັດໃຫ້ປະຊາຊົນບັນດາເຜົ່າ ຂາດຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລະບຽບກົດໝາຍຂອງລັດ
ແລະ ເຮັດໃຫ້ການຄຸ້ມຄອງລັດດ້ວຍລະບຽບກົດໝາຍບໍ່ມີຄວາມສັກສິດ. ຖ້າທຸກຄົນໃນສັງຄົມຫາກເສີມຂະຫຍາຍສະຕິກົດໝາຍໃນສັງຄົມໄດ້ແລ້ວ ຫລື
ວ່າບັນລຸສິດສະເໝີພາບດ້ານສັງຄົມຢ່າງສົມບູນແລ້ ແລະ
ມີສະຕິສິນລະທຳແລ້ວບັນດາມາດຕະຖານກົດໝາຍຈະຖືກຢຸດເຊົາ, ກົດໝາຍ, ການພົວພັນທາງດ້ານກົດໝາຍ
ແລະ ອົງການກົດໝາຍພ້ອມທັງທັດສະນະ ແລະ
ແນວຄິດກ່ຽວກັບກົດໝາຍນັ້ນກໍ່ຈະສູນຫາຍໄປສິ່ງກຳນົດທີ່ຈະມາແທນທີ່ກົດໝາຍ ຫລື
ລະບຽບການພົວພັນລະຫວ່າງຄົນ ແລະ ການກະທຳຂອງເຂົາເຈົ້າແມ່ນ ມາດຕະຖານຄຸນສົມບັດ ແລະ
ສະຕິສິນທຳ, ຄວາມມີສິນທຳ ຫລື ສະຕິທຳບໍ່ແມ່ນເທວະດາຟ້າແຖນເປັນຜູ້ກຳນົດແຕ່ຫາກເກີດ
ຈາກແນວຄິດ ແລະ ຄວາມຝຶກຝົນຫລໍ່ຫລອມຕົນເອງຂອງຄົນເຮົານີ້ເອງ.
* ຄັດຈາກໜັງສືພິມປະເທດລາວ, ສະບັບວັນທີ 13/7/2004, ໜ້າທີ 2 (ໂດຍ. ແສງພະຈັນ ວົງໂພທອງ)
ດອກເບ້ຍສູງຈະຖືກພິຈາລະນາແນວໃດ? ການກູ້ຢືມຈະສ້າງພັນທະໃຫ້ແກ່
ຜູ້ກູ້ຢືມຈະຕ້ອງໄດ້ປະຕິບັດຕາມທີ່ໄດ້ຕົກລົງກັນໃນສັນຍາພັນທະດັ່ງກ່າວແມ່ນການຈ່າຍດອກເບ້ຍຫ
ໃຫ້ຜູ້ໃຫ້ກູ້ຢືມຕາມທີ່ສັນຍາໄດ້ກຳນົດໄວ້. ໃນໄລຍະທີ່ຜ່ານມາ
ສັງເກດເຫັນວ່າການປະຕິບັດພັນທະດັ່ງກ່າວນັ້ນ ມັກຈະສ້າງຄວາມຫຍຸ້ງຍາກ
ຈົນກາຍເປັນຄະດີແກ່ຍາວ ແລະ ໃນບາງກໍລະນີທັງຕົ້ນ ແລະ
ດອກເບ້ຍຜູ້ກູ້ຢືມມັກຈະປະຕິເສດບໍ່ຮັບຮູ້ການກູ້ຢືມຂອງຕົນ ຍ້ອນບໍ່ມີລາຍລັກອັກສອນ
ຜູ້ໃຫ້ກູ້ຢືມຈຶ່ງໄດ້ຮັບຄວາມອັບປະໂຫຍດ
ຢ່າງຫລວງຫລາຍສະນັ້ນຜູ້ຂຽນຈຶ່ງນຳເອົາຄວາມຮູ້ເລັກໆນ້ອຍໆ ກ່ຽວກັບດອກເບ້ຍມາສະເຫນີ
ຕໍ່ບັນດາທ່ານຜູ້ອ່ານເຂົ້າໃຈຕື່ມອີກ ກ່ຽວກັບການກຳນົດດອກເບ້ຍທີ່ສູງເກີນໄປ ແລະ
ການຄິດໄລ່ດອກເບ້ຍໃນການກູ້ຢືມ. ອີງຕາມມາດຕາ 86 ວັກທີ 3
ຂອງກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາໄດ້ລະບຸໄວ້ວ່າ ການກູ້ຢືມເງິນ ຫລື
ຊັບສິ່ງຂອງຈະມີດອກເບ້ຍໄດ້ກໍ່ຕໍ່ເມື່ອຫາກໄດ້ບົ່ງໄວ້ໃນສັນຍາເທົ່ານັ້ນ.
ໃນຊີວິດຕົວຈິງຂອງສັງຄົມ ໃນປະຈຸບັນດອກເບ້ຍຂອງການກູ້ຢືມຢູ່ບາງບ່ອນມີ 5%, 8%, 12% ຫລື
20% ຕໍ່ເດືອນ, ຊຶ່ງເປັນດອກເບ້ຍທີ່ຂ້ອນຂ້າງຈະສູງກວ່າດອກເບ້ຍທີ່ໄດ້ກຳນົດໄວ້ໃນກົດໝາຍ.
ດັ່ງນັ້ນສັນຍາກູ້ຢືມໃດທີ່ມີດອກເບ້ຍ ທີ່ໄດ້ກຳນົດໄວ້ໃນກົດໝາຍ ຈຶ່ງຖືວ່າເປັນສັນຍາໂມຄະ
(ໃຊ້ບໍ່ໄດ້) ໃນກໍລະນີທີ່ມີການຮ້ອງຟ້ອງ ເພື່ອໃຫ້ສານພິຈາລະນາ
ແຕ່ຫາກສານຈະນຳເອົາດອກເບ້ຍນັ້ນ ມາພິຈາລະນາໃຫ້ຕາມກຳນົດກົດໝາຍ. ຍ້ອນເຫດນີ້ດອກເບ້ຍທີ່ຄູ່ສັນຍາໄດ້ຕົກລົງນຳກັນ ແລະ ບົ່ງໄວ້ໃນສັນຍາແລ້ວ
ຈຶ່ງບໍ່ສາມາດນຳເອົາມາປະຕິບັດໃຫ້ໄດ້ໃນທຸກກໍລະນີ. ອີງຕາມມາດຕາ 46 ວັກທີ 5 ຂອງກົດໝາຍວ່າດ້ວຍ
ຂໍ້ຜູກພັນໃນສັນຍາໄດ້ລະບຸວ່ານອກຈາກການກູ້ຢືມເງິນ
ຈາກທະນາຄານແລ້ວການຄິດໄລ່ດອກເບ້ຍຕໍ່ປີແມ່ນບໍ່ໃຫ້ເກີນ 3% ສູງກ່ວາດອກເບ້ຍທະນາຄານ.
ຕົວຢ່າງ ດອກເບ້ຍທະນາຄານ 28% ຕໍ່ປີ ອາດຈະຄິດໄລ່ໃຫ້ຕື່ມ 1%, 2% ແຕ່ໃນພາກປະຕິບັດຕົວຈິງ
ສານໄດ້ຄິດໄລ່ໃຫ້ຕື່ມ 3% ລວມເປັນ 31% ຕໍ່ປີ ຫລື ປະມານ 2,6% ຕໍ່ເດືອນ.
ໃນກໍລະນີທີ່ມີການຮ້ອງຟ້ອງກັນສານຈະບໍ່ພິຈາລະນາໃຫ້
ຕາມດອກເບ້ຍທີ່ຄູ່ສັນຍາໄດ້ຕົກລົງກັນສູງກວ່າ ທີ່ກົດໝາຍກຳນົດ
ແຕ່ສານຈະຄິດໄລ່ໃຫ້ຕາມອັດຕາດອກເບ້ຍ 31% ຕໍ່ປີ ຫລື 2,6% ຕໍ່ເດືອນ.
ອັນນີ້ເປັນການປົກປ້ອງຜົນປະໂຫຍດຂອງຜູ້ກູ້ຢືມຫລາຍກວ່າຜົນປະໂຫຍດຂອງຜູ້ໃຫ້ກູ້ຢືມ. ເນື່ອງດ້ວຍວ່າ ທີ່ຜ່ານມາມີຄົນສົນໃຈ ແລະ
ມີອັນບໍ່ລົ່ງລ່ຽນໃນການປະຕິບັດ. ໂດຍສະເພາະແມ່ນບັນຫາດອກເບ້ຍກັບຕົ້ນທຶນຊຶ່ງຄູ່ສັນຍາ
ຕ່າງຝ່າຍຕ່າງກໍ່ເວົ້າວ່າຕົນເອງ ໄດ້ຮັບຄວາມອັບປະໂຫຍດຈາກການໃຫ້ຜູ້ອື່ນກູ້ຢືມ ຫລື
ຈາກການກູ້ຢືມເງິນຂອງຜູ້ອື່ນ. ໃນນີ້ມາດຕາ 46 ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ
ໄດ້ລະບຸວ່າໃນການກູ້ຢືມນັ້ນບໍ່ໃຫ້ເອົາດອກເບ້ຍມາເປັນຕົ້ນທຶນ ແລະ
ບໍ່ໃຫ້ດອກເບ້ຍນັ້ນກາຍຕົ້ນທຶນ. ຈາກການປະຕິບັດຕົວຈິງເຫັນວ່າເປັນການສ້າງຄວາມອັບປະໂຫຍດ
ໃຫ້ແກ່ຜູ້ໃຫ້ກູ້ຢືມພໍສົມຄວນ ແລະ ຜູ້ກູ້ຢືມກໍ່ຍິ່ງຈະເຂົ້າໃຈດີ
ຖ້າຫາກປະຕິບັດຄືແນວນັ້ນແນ່ນອນຄວາມອັບປະໂຫຍດ ກໍ່ອາດຈະເກີດຂື້ນກັບທັງສອງຝ່າຍໄດ້.
ເນື່ອງຈາກວ່າໃນໄລຍະຜ່ານມາການພິຈາລະນາຕັດສິນຄະດີແພ່ງ ກ່ຽວກັບການກູ້ຢືມຍັງມີຫລາຍບັນຫາ
ບໍ່ທັນໄດ້ປະຕິບັດເປັນເອກະພາບກັນເປັນຕົ້ນໃນການກູ້ມຢືມເງິນກີບ
ສານພັດຕັດສິນໃຫ້ໃຊ້ແທນເປັນເງິນບາດ, ເງິນໂດລາ ສານພັດຕັດສິນໃຫ້ໃຊ້ແທນເປັນເງິນກີບ.
ນອກຈາກນັ້ນການຄິດໄລ່ດອກເບ້ຍ
ບາງສານກໍ່ເລິ່ມນັບແຕ່ມື້ກູ້ຢືມຈົນຮອດມື້ຢື່ນຄຳຮ້ອງຟ້ອງຕໍ່ສານ.
ບາງສານພັດຄິດໄລ່ຮອດມື້ສານຕັດສິນ ມີບາງສານດອກເບ້ຍທີ່ຈ່າຍໃຫ້ແກ່ກັນແລ້ວນັ້ນ.
ກໍ່ໃຫ້ແລ້ວກັນໄປແຕ່ມີບາງສານພັດຄິດໄລ່ດອກເບ້ຍຕາມທີ່ກົດໝາຍກຳນົດໄວ້
ແລ້ວເອົາມາລົບອອກຈາກດອກເບ້ຍທີ່ຈ່າຍເກີນ ຫລື ລົບອອກຈາກຕົ້ນທຶນ. ສະນັ້ນ ເພື່ອເພີ່ມຄວາມສັກສິດຂອງສານ
ເພື່ອເປັນການປົກປ້ອງຜົນປະໂຫຍດອັນຊອບທຳຂອງຜູ້ໃຫ້ກູ້ຢືມ ແລະ ເຮັດໃຫ້ທຸກບັນຫາແຈ້ງຂາວ
ດັ່ງນັ້ນສານປະຊາຊົນສູງສຸດ ຈຶ່ງໄດ້ມີຄຳແນະນຳກ່ຽວກັບການພິຈາລະນາບັນຫາ ສັນຍາກູ້ຢືມ.
ເລກທີ 658/ສປສສ ລົງວັນທີ 15 ພະຈິກ 1999 ເນື້ອໃນຂອງຄຳແນະນຳດັ່ງກ່າວໄດ້ລະບຸວ່າ:
ການກູ້ຢືມເງິນສະກຸນໃດກໍ່ໃຫ້ໃຊ້ແທນຄືນເປັນເງິນສະກຸນນັ້ນ. ການກູ້ຢືມຄຳ ຫລື
ວັດຖຸສິ່ງຂອງອື່ນກໍ່ໃຫ້ໃຊ້ແທນຄຳ ຫລື ວັດຖຸສິ່ງຂອງນັ້ນຄືນ. ຖ້າບໍ່ມີຄຳ ຫລື
ວັດຖຸສິ່ງຂອງນັ້ນກໍ່ໃຫ້ໃຊ້ແທນມູນຄ່າ ຫລື ວັດຖຸສິ່ງຂອງນັ້ນ ໃນເວລາໃຊ້ແທນ. ໃນການກູ້ຢືມເປັນເງິນກີບ
ຖ້າຫາກຄູ່ສັນຍາໄດ້ຕົກລົງກັນວ່າຈະໃຊ້ແທນເປັນເງິນຕາຕ່າງປະເທດ ຫລື
ໃຊ້ແທນເປັນເງິນຕາຕ່າງປະເທດ ຫລື ໃຊ້ແທນເທົ່າກັບມູນຄ່າຂອງເງິນຕາຕ່າງປະເທດ
ໃນເວລານັ້ນກໍ່ໃຫ້ປະຕິບັດຕາມການຕົກລົງດັ່ງກ່າວ ສຳລັບການກູ້ຢືມເປັນເງິນກີບ
ຖ້າຜູ້ກູ້ຢືມຫາກບໍ່ໃຊ້ແທນຕາມກຳນົດເວລາແລ້ວ ກໍ່ໃຫ້ຜູ້ກູ້ຢືມໃຊ້ແທນຕາມມູນຄ່າ ແລະ
ຄວາມສາມາດຊື້ຂອງເງິນທີ່ກູ້ຢືມໃນເວລາກູ້ຢືມນັ້ນໂດຍເອົາ
ວັດຖຸທີ່ມີຄ່າເປັນອັນສົມທຽບເຊັ່ນ: ຄຳ.
ການຄິດໄລ່ດອກເບ້ຍແມ່ນໃຫ້ເລິ່ມແຕ່ມື້ກູ້ຢືມຈົນຮອດມື້ໃຊ້ແທນຕົວຈິງ,
ສຳລັບດອກເບ້ຍທີ່ໄດ້ປະຕິບັດຕາມການຕົກລົງກັນແລ້ວນັ້ນ. ໃຫ້ເລີກແລ້ວຕໍ່ກັນໄປ ແລະ
ຈະບໍ່ນຳມາພິຈາລະນາຄືນອີກ. ມີແຕ່ດອກເບ້ຍທີ່ຍັງຂັດແຍ່ງກັນເທົ່ານັ້ນ
ຈຶ່ງຈະນຳເອົາມາພິຈາລະນາຕາມ. ໂດຍໃສ່ຄຳແນະນຳດັ່ງກ່າວນີ້ສະແດງໃຫ້ເຫັນວ່າດອກເບ້ຍທີ່ໄດ້ຈ່າຍໄປແລ້ວ
ໄລຍະໃດໜື່ງແຕ່ກ່ອນບໍ່ທັນມີການຮ້ອງຟ້ອງເຖິງແມ່ນວ່າ ຈະຖືກກົດໝາຍ ຫລື ບໍ່.
ແຕ່ໃນເມື່ອຄູ່ສັນຍານັ້ນຫາກຈິງໃຈປະຕິບັດຕໍ່ກັນແລ້ວ ໝາຍຄວາມວ່າເຈົ້າໜີ້ ແລະ
ລູກໜີ້ຕ່າງກໍ່ຍິນດີຮັບເອົາກໍ່ຖືວ່າແລ້ວໄປ.
ພາຍຫລັງທີ່ໄດ້ມີການຊຳລະດອກເບ້ຍມາໃນໄລຍະໜື່ງເຈົ້າໜີ້ ຫລື
ລູກໜີ້ເກີດມີຄວາມບໍ່ພໍໃຈຈະປະຕິບັດ ຫລື ຮັບເອົາການຊຳລະເຊັ່ນດອກເບ້ຍອາດສູງສຳລັບລູກໜີ້
ຫລື ອາດຈະຕ່ຳສຳລັບເຈົ້າໜີ້ ຫລື ມີບັນຫາກ່ຽວກັບການຊຳລະຕົ້ນ ແລະ ດອກເບ້ຍ
ຊຶ່ງເວລານີ້ຖືວ່າມີການຂັດແຍ່ງກັນ ແລະ ມີການຮ້ອງຟ້ອງໄປຍັງສານ,
ສານຈະເອົາແຕ່ບັນຫາທີ່ຂັດແຍ່ງກັນນີ້ມາພິຈາລະນາ. ໂດຍສະເພາະເລື່ອງດອກເບ້ຍ. ສ່ວນດອກເບ້ຍນັ້ນເຖິງແມ່ນຈາກາຍຕົ້ນທຶນ
ກໍ່ຈະບໍ່ມີຜົນສະທ້ອນໃດໆຕໍ່ການປະຕິບັດ, ໝາຍຄວາມວ່າດອກເບ້ຍ
ຈະຖືກຄິດໄລ່ຈົນກວ່າລູກໜີ້ຈະຊຳລະຕົ້ນທຶນຈົນຄົບຖ້ວນ. ພ້ອມດອກເບ້ຍໃນພາກຕົວຈິງ. ການຈັດຕັ້ງປະຕິບັດ
ກ່ຽວກັບການຄິດໄລ່ດອກເບ້ຍທີ່ວ່າດອກເບ້ຍບໍ່ໃຫ້ກາຍຕົ້ນທຶນນັ້ນ
ໄດ້ຖືກປ່ຽນແປງໃຫ້ສອດຄ່ອງກັບສະພາບຕົວຈິງຂອງສັງຄົມ
ໃນໄລຍະໃໝ່ໂດຍອີງໃສ່ປະເພນີຂອງສານແມ່ນ "ດອກເບ້ຍຈະກາຍຕົ້ນທຶນ ກໍ່ບໍ່ມີຜົນໃດໆ
ຕໍ່ການແກ້ໄຂຂໍ້ຂັດແຍ່ງ ບັນຫາດັ່ງກ່າວຂອງສານທັງນີ້ກໍ່ເນື່ອງຈາກວ່າມາດຕາ 5 (ໃຫມ່)
ວ່າດ້ວຍການພິພາກສາຄະດີຕາມກົດໝາຍ ແລະ ຜົນສັກສິດຂອງຄຳຕົກລົງຂອງສານປະຊາຊົນ
(ກົດໝາຍວ່າດ້ວຍສານປະຊາຊົນສະບັບປັງປຸງໃໝ່), ວັກທີ 2 ຂອງມາດຕານີ້ໄດ້ລະບຸໄວ້ວ່າ:
ຄຳພິພາກສາຂອງສານປະຊາຊົນສູງສຸດ ກ່ຽວກັບບັນຫາໃດໜື່ງຊຶ່ງກົດໝາຍບໍ່ໄດ້ກຳນົດ ຫລື
ກຳນົດໄວ້ແຕ່ບໍ່ຊັດເຈນນັ້ນໃຫ້ຖືເປັນປະເພນີສານ ຊຶ່ງສານປະຊາຊົນຕ້ອງໄດ້
ປະຕິບັດຕາມຈົນກວ່າບັນຫານັ້ນຈະໄດ້ກຳນົດໄວ້ໃນກົດໝາຍ".
ນີ້ຖືວ່າເປັນສິ່ງທີ່ຈະແຈ້ງສົມຄວນແລ້ວ ແລະ ທຸກຄົນຕ້ອງໄດ້ຮັບຮູ້ ແລະ
ຄູ່ຄວາມຕ້ອງໄດ້ປະຕິບັດຕາມ.
* ຄັດຈາກໜັງສືພິມປະເທດລາວ, ສະບັບວັນທີ 15/7/2004, ໜ້າທີ 2. (ໂດຍ: ບຸນລ້ອມ ດວງມາລາ)
|