ຄືດັ່ງທີ່ຮູ້ນຳກັນແລ້ວວ່າບ້ານຫ້ວຍແດນເມືອງ ເປັນບ້ານນ້ອຍພົນລະເມືອງກໍບໍ່ຫລາຍ
ແລະ ກໍເປັນບ້ານທີ່ຕັ້ງໃໝ່ ແຕ່ອັນທີ່ເປັນໜ້າສັນລະເສີນນັ້ນກໍຄື:
ປະຊາຊົນຢູ່ບ້ານນີ້ແມ່ນບໍ່ມີຄອບຄົວທີ່ທຸກຍາກ
ຊຶ່ງໃນປັດຈຸບັນກໍໄດ້ມີຫລາຍຄອບຄົວທີ່ກຳລັງສຸມໃສ່ເຮັດການຜະລິດໃຫ້ກາຍເປັນຕົວແບບຂອງບ້ານ.
ຖ້າໃຜໄດ້ຜ່ານເຂົ້າໄປບ້ານຫ້ວຍແດນເມືອງໃນໄລຍະນີ້ ພໍແຕ່ເຖິງຫົວບ້ານປັບ
ຈະສັງເກດເຫັນເຮືອນຫລັງໜື່ງຢູ່ເບື້ອງຊ້າຍມື ທີ່ກຳລັງກໍ່ສ້າງໃຫມ່ຫາກໍເປັນຮູບເປັນຮ່າງ
ຊຶ່ງໄດ້ໃຊ້ກ້ອນທຶນກໍ່ສ້າງໄປແລ້ວ ປະມານ 90 ລ້ານກີບ ນັ້ນແມ່ນເຮືອນຂອງທ່ານ ສອນພະຈັນ
ທຳມະວົງ ຊຶ່ງເປັນຄອບຄົວຕົວແບບດ້ານການຜະລິດຂອງບ້ານນີ້.
ທ່ານ ສອນພະຈັນ ໄດ້ເລົ່າສູ່ຟັງວ່າ: ກ່ອນຈະສ້າງເຮືອນຫລັງນີ້ແມ່ນໄດ້ເງິນມາຈາກການຂາຍຜົນຜະລິດກະສິກຳປູກຝັງ ແລະ
ລ້ຽງສັດຕ່າງໆໃນແຕ່ລະປີ ເປັນຕົ້ນ ແມ່ນການຂາຍເຂົ້ານາປີ ຂາຍປາລ້ຽງຈຳນວນ 3 ໜອງ, ຂາຍງົວ
ແລະ ສັດປິກຈຳນວນໜື່ງ ແລະ ພາຍຫລັງເກັບກ່ຽວເຂົ້ານາປີແລ້ວ ຍັງໄດ້ປູກພຶດສຳຮອງຂາຍຕື່ມອີກ
ເປັນຕົ້ນແມ່ນຜັກກາດ, ສະຫລັດ, ຜັກບົ້ງ ແລະ ດອກໄມ້ບູຊາຕ່າງໆ
ສ່ວນໃຫຍ່ແມ່ນໄດ້ມາຈາກການຂາຍເຂົ້ານາປີ ແຕ່ລະປີມີລາຍຮັບບໍ່ຫລຸດ 6 ລ້ານກີບ, ໃນເນື້ອທີ່
3 ເຮັກຕາ ດ້ວຍຜົນຜະລິດ 120-130 ເປົາ (ເຂົ້າເປືອກ) ຕໍ່ປີ
ສຳລັບນາແຊງນັ້ນແມ່ນບໍ່ໄດ້ເຮັດ ຍ້ອນວ່າຍັງບໍ່ທັນມີຄອງເໝືອງຊົນລະປະທານ
ສະເພາະການຂາຍປາໃນໜອງປີຜ່ານມາໄດ້ກຳໄລຢູ່ປະມານ 4-5 ລ້ານກີບ, ແລະ
ປີນີ້ແມ່ນໄດ້ປ່ອຍປາຫລາຍກວ່າເກົ່າ ປະມານ 12 ພັນກວ່າໂຕ ປະເພດ ປານິນ, ປາໄນ, ປາເກັດແລບ
ແລະ ປາທຳມະຊາດອີກຈຳນວນໜື່ງ ຄາດວ່າຈະຂາຍໄດ້ກຳໄລປະມານ 7-8 ລ້ານກີບ.
ທ່ານ ສອນພະຈັນ ເວົ້າອີກວ່າ: ແຜນການໃນຕໍ່ໜ້າຍັງຈະຂະຫຍາຍໜອງປາໃຫ້ໄດ້ຕື່ມອີກ 2
ໜອງ ແລະ ຈະຕັ້ງຟາມລ້ຽງໝູ, ລ້ຽງໄກ່ໃສ່ອ້ອມຮອບແຄມໜອງສະ ເພື່ອອາໄສຂີ້ໝູ, ຂີ້ໄກ່ ເປັນອາຫານຂອງປາ
ແລະ ທັງເປັນການປະຢັດຕົ້ນທຶນນຳອີກ, ທ່ານ ສອນພະຈັນ ເອງແມ່ນເປັນອາຈານສອນຢູ່ໂຮງຮຽນ ປກສ
ຊັ້ນກາງ (ດອນຕິ້ວ) ພາຍຫລັງທີ່ໄດ້ຍາດເວລາມາເຮັດການຜະລິດນີ້
ກໍເຫັນວ່າຊີວິດການເປັນຢູ່ຂອງຄອບຄົວແມ່ນດີຂື້ນຕັ້ງຫລາຍເທົ່າ ເຊິ່ງສະແດງອອກໃຫ້ເຫັນມີລາຍຮັບເປັນທຶນໝູນວຽນ
ແລະ ມີເງິນໃຊ້ຈ່າຍໃນແຕ່ລະປີ ແລະ
ຍັງໄດ້ທ້ອນໂຮມເງິນມາປຸກສ້າງເຮືອນໃຫ້ສຳເລັດຢ່າງສົມບູນອີກນຳ.
*
ຄັດຈາກຫນັງສືວຽງຈັນໃໝ່, ສະບັບວັນທີ 06/7/2004, ໜ້າທີ 3.
ໂດຍ: ເກດມະນີ, ວຽງສອນ ວົງຄຳ