ຄອບຄົວຕົວແບບ ເລື່ອງ: "ມີກຳໄລຈາກການຕ່ຳສີ້ນ 18
ລ້ານກີບຕໍ່ປີ"
ການປະກອບສ່ວນອາຊີບຂອງແຕ່ລະຄົນແມ່ນມີຄວາມແຕກຕ່າງກັນໄປ
ການທີ່ຈະປະສົບຜົນສຳເລັດໄດ້ນັ້ນຕ້ອງຂື້ນກັບຄວາມມັກ
ແລະ ການບຸກປືນໃສ່ໃນສິ່ງທີ່ຕົນເອງໄດ້ລົງທຶນ.
ດັ່ງດຽວກັບທ່ານນາງ ພິດສະໄໝ ຈັນທະວົງ ປັດຈຸບັນມີອາຍຸ
46 ປີ ຢູ່ບ້ານກາງ ເຂດກຸ່ມ 1 ບໍ່ໂອ, ເມືອງຫາດຊາຍຟອງ
ກໍ່ແມ່ນຜູ້ໜື່ງໃນຈຳນວນຫລາຍຄອບຄົວຢູ່ບ້ານບໍ່ໂອທີ່ໄດ້ປະກອບອາຊີບດ້ວຍການຕ່ຳຫູກ
ທໍໄໝມາເປັນເວລາຫລາຍປີ
ພ້ອມນີ້ຍັງໄດ້ເປັນຄອບຄົວຕົວແບບດ້ານຫັດຖະກຳຕ່ຳຫູກທໍໄໝ
ແລະ ຖືກຄັດເລືອກໃຫ້ເປັນຄອບຄົວ 3 ດີອີກ.
ທ່ານນາງ ພິດສະໄໝ ໄດ້ກ່າວໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບການສ້າງເສດຖະກິດຄອບຄົວດ້ວຍການຕ່ຳຫູກທຳໄໝວ່າ:
ການຕ່ຳຫູກທໍໄໝແມ່ນໄດ້ມາຈາກການສຶບທອດສີໄມ້ລາຍມືທີ່ແມ່ສິດສອນໃຫ້
ຊຶ່ງໃນເບື້ອງຕົ້ນກໍໄດ້ລົງທຶນ 1 ລ້ານກີບເຮັດໄດ້ 1
ກີ່ ຕ່ຳດ້ວຍຕົນເອງ
ພາຍຫລັງມີທຶນຫລາຍຂື້ນກໍໄດ້ມີການຂະຫຍາຍກິດຈະການເປັນ
7 ກີ່ ໃນປີ 1993 ແລະ ໃນໄລຍະນີ້ ກໍໄດ້ລົງທຶນເປັນ 7
ລ້ານກີບໂດຍໃຫ້ຫລານສາວຢູ່ເຮືອນຕ່ຳ 5 ກີ່ ແລະ
ຈ້າງຄົນນອກຕ່ຳ 2 ກີ່ ໃນໄລຍະນີ້ສາມາດຕ່ຳສີ້ນໄດ້ 120
ຜືນຕໍ່ເດືອນ ຄິດສະເລ່ຍແລ້ວມີລາຍໄດ້ 7-8 ລ້ານກີບ
ຕໍ່ເດືອນ ເມື່ອເຫັນວ່າການຕ່ຳຫູກພໍດຳເນີນໄປໄດ້ ແລະ
ບວກກັບຄວາມຕ້ອງການຂອງຕະຫລາດສູງກໍໄດ້ຂະຫຍາຍກິດຈະການອອກຕື່ມ
ໃນປີ 2000 ຕື່ມອີກ 6 ກີ່, ລວມທັງໝົດ 13 ກີ່ ໂດຍເອົາບັນດາຫລານສາວມາຕ່ຳຢູ່ກັບເຮືອນຕົນເອງ
ໃນປັດຈຸບັນສະເລ່ຍແລ້ວເດືອນຫນື່ງຕ່ຳໄດ້ 250 ຜືນ
ຄິດເປັນມູນຄ່າ 17 ລ້ານກີບຕໍ່ເດືອນ ໃນນັ້ນມີກຳໄລປະມານ
18 ລ້ານກີບຕໍ່ປີ ເງິນດັ່ງກ່າວແມ່ນໄດ້ໃຊ້ເປັນທຶນການສຶກສາໃຫ້ລູກໄດ້ຮ່ຳຮຽນນຳໃຊ້ເຂົ້າໃນຊີວິດປະຈຳວັນ
ແລະ ປະກອບສ່ວນຊ່ວຍເຫລືອສັງຄົມ ແລະ ເປັນແບບຢ່າງໃຫ້ແກ່ຄອບຄົວອື່ນໆອີກ.
ໃນການປະກອບອາຊີບດັ່ງກ່າວທ່ານນາງ ພິດສະໄໝ ໄດ້ເວົ້າວ່າ:
ມີຄວາມພູມໃຈທີ່ໄດ້ເຮັດອາຊີບທີ່ຕົນເອງມັກ
ພ້ອມທັງໄດ້ຮັກສາໄວ້ວັດທະນະທຳອັນດີງາມຂອງຊາດ ແລະ
ພ້ອມທັງເປັນການສົ່ງເສີມວິຊາອາຊີບໃຫ້ເອື້ອຍນ້ອງແມ່ຍິງລາວມີວຽກເຮັດງານທຳອີກດ້ວຍ.
* ຄັດຈາກໜັງສືພິມວຽງຈັນໃໝ່, ສະບັບວັນພຸດທີ
15/09/2004.