ຄົນສູບຢາຕາຍໄວກ່ວາຄົນບໍ່ສູບເຖິງ 10 ປີ
ລອນດອນ ວັນທີ 22/6/2004 ສ.ຣິຊາຣ໌ດ ດອລລ໌
ຂອງມະຫາວິທະຍາໄລອອກຟອຣ໌ດ ໃນອັງກິດ ຊຶ່ງຄົ້ນພົບຄວາມສຳພັນລະຫວ່າງມະເຮັງ ແລະ ການສູບຢາວ່າ:
ຄົນທີ່ສູບຢາມັກຕາຍໄວກວ່າຄົນທີ່ບໍ່ສູບຢາໂດຍສະເລ່ຍ 10 ປິ, ແຕ່ຫາກເຊົາສູບຢາ ເຖິງວ່າຈະມີອາຍຸເຖິງ
50 ປີແລ້ວກໍ່ຕາມ ຄວາມສ່ຽງຈະລຸດລົງເຖິງເຄິ່ງຫນື່ງ
ຈາກການສຶກສາອັນຕະລາຍຂອງການສູບຢາເປັນເວລາເຖິງ 50 ປີ, ພົບວ່າຄົນທີ່ເຊົາສູບຢາເມື່ອອາຍຸ
30 ປີ ເກືອບຈະລຸດຄວາມສ່ຽງຕໍ່ການເສຍຊີວິດກ່ອນວັຍອັນຄວນໄດ້ເກືອບຮ້ອຍເປີເຊັນ
ສ.ດອລລ໌ກ່າວວ່າ: ຈາກລາຍງານດັ່ງກ່າວບອກວ່າ: ການສູບຢາຕິດຕໍ່ກັນດົນໆ
ສາມາດເພິ່ມອັດຕາການຕາຍໄດ້ເຖິງສອງເທົ່າ.
ສ.ດອລລ໌ ແລະ ສ.ແບັກຟອຣ໌ດ ຮິລລ໌ ເປັນຄົນທີ່ຢືນຢັນຄວາມສຳພັນລະຫວ່າງການສູບຢາ ແລະ
ມະເຮັງປອດ ໃນຜົນການສຶກສາທີ່ພິມເຜີຍແຜ່ໃນວາລະສານການແພດຂອງອັງກິດ ເມື່ອວັນທີ
26/6/1954 ສ.ດອລລ໌ ຊຶ່ງປັດຈຸບັນອາຍຸ 91 ປີ ແລະ ເຄີຍເປັນຄົນທີ່ສູບຢາມາກ່ອນ ເປິດເຜີຍວ່າຕົນເອງເຊົາສູບຢາເມື່ອອາຍຸ
37 ປີ, ເມື່ອເຫັນຜົນການສຶກສາຄັ້ງທຳອິດ ແລະ ຕໍ່ມາຜົນການສຶກສາຄັ້ງທີ່ສອງຂອງຕົນ
ຍັງຢືນຢັນວ່າ: ການສູບຢາເປັນຕົ້ນເຫດຂອງມະເຮັງປອດ ແລະ ຍັງອາດເປັນຕົ້ນເຫດຂອງໂລກຫົວໃຈນຳ
ຜົນຈາກການສຶກສາໃນອີກ 40 ປີຕໍ່ມາ ຍັງພົບວ່າມີໂລກຕ່າງໆ ເຖິງ 25 ໂລກ ທີ່ເກິດຈາກການສູບຢາ
ແລະ ອັດຕາການເສຍຊີວິດເພິ່ມເປັນສອງເທົ່າ ຫາກສູບຢາຕິດຕໍ່ກັນເປັນເວລາດົນຫລາຍປີ
ນັບຕັ້ງແຕ່ ສ.ດອລລ໌ສຶກສາອັນຕະລາຍຈາກການສູບຢາເມື່ອຫາສິບປີຜ່ານມາ
ຢາສູບຂ້າຊີວິດຄົນໄປແລ້ວປະມານ 100 ລ້ານຄົນ, ແລະ ຄາດວ່າໃນສັດຕະວັດນີ້ ຕົວເລກອາດເຖິງ
1.000 ລ້ານຄົນ, ຫາກຍັງມີຄົນສູບຢາຫລາຍໃນປະຈຸບັດນີ້.
*
ຄັດມາຈາກຫນັງສືພິມສຳນັກຂ່າວໄທ, ສະບັບວັນທີ 6/7/2004