ຫນ້າທໍາອິດ

ຕິດຕໍ່ມະຫາສານ ກ່ຽວກັບພວກເຮົາ ບໍລິການ ຕິດຕໍ່ໂຄສະນາ ລວມລິ້ງ

ການຜ່ອນຄາຍ (ພັກຜ່ອນ)

ການຜ່ອນຄາຍຫມາຍເຖິງຫຍັງ?
ເຖິງວ່າຈະໄດ້ຍິນຄຳນີ້ມາເປັນພັນເທື່ອໃນຊີວິດ ແຕ່ຫນ້ອຍຄົນທີ່ຮູ້ຈັກຄວາມຫມາຍລຶກຊຶ່ງຂອງຄຳໆ ນີ້. ເມື່ອທ່ານຖາມຄົນອື່ນ (ຊຶ່ງຂ້ອຍກໍ່ລອງມາຫລາຍເທື່ອແລ້ວ) ວ່າການຜ່ອນຄາຍຄືຫຍັງ? ສ່ວນຫລາຍຈະຕອບວ່າບາງສິ່ງບາງຢ່າງທີ່ວາງແຜນໄວ້ເຮັດນຳຫລັງເຊັ່ນ: ສິ່ງທີ່ໄວ້ເຮັດໃນຕອນມື້ພັກ ສິ່ງທີ່ເຮັດເມື່ອກະສຽນອາຍຸ ຫລື ເມື່ອເຮັດສິ່ງອື່ນໆ ແລ້ວຫມົດແລ້ວ ນີ້ຫມາຍຄວາມໂດຍໄນວ່າເວລາສ່ວນໃຫຍ່ (ອີກ 95%ຂອງຊີວິດ) ຕ້ອງຖືກໃຊ້ໄປດ້ວຍຄວາມຕື່ນເຕັ້ນ, ຟ້າວຝັ່ງ, ວິຕົກກັງວົນ ແລະ ເຄັ່ງຄຽດ, ເຖິງວ່າຈະບໍ່ມີໃຜບອກແບບນີ້ໂດຍກົງ ແຕ່ກໍ່ເຫັນໄດ້ຢ່າງຈະແຈ້ງວ່າມັນເປັນຄຳຕອບໂດຍໄນ ແລະ ສິ່ງນີ້ຈະສາມາດຊ່ວຍອະທິບາຍໄດ້ ຫລື ບໍ່ວ່າພວກເຮົາສ່ວນໃຫຍ່ ຈຶ່ງດຳເນີນຊີວິດປະມານກັບວ່າມີເຫດດ່ວນເຫດຮ້າຍຢູ່ເກືອບຕະຫລອດເວລາ ສ່ວນໃຫຍ່ພວກເຮົາຈະເລື່ອນການພັກຜ່ອນ ຫລື ຜ່ອນຄາຍອອກໄປຈົນກວ່າວຽກງານໃນກະຕ່າຈະຫມົດໄປກ່ອນ ແລະ ແນ່ນອນວຽກທີ່ວ່ານີ້ຈະບໍ່ມີມື້ຫມົດ.
ຈະເປັນປະໂຫຍດຫລາຍ ຖ້າເຮົາຄິດວ່າການພັກຜ່ອນເປັນຄຸນນະພາບຂອງຫົວໃຈທີ່ທ່ານສາມາດເຂົ້າເຖິງໄດ້ເປັນປະຈຳ ຫລາຍກວ່າການເປັນພຽງບາງຢ່າງທີ່ຈະເກັບໄວ້ເຮັດນຳຫລັງ ທ່ານສາມາດຜ່ອນຄາຍໄດ້ຕັ້ງແຕ່ບັດນີ້ ເພາະມັນຈະຊ່ວຍໃຫ້ທ່ານຕະຫນັກໄດ້ວ່າ ຄົນທີ່ຜ່ອນຄາຍກໍ່ສາມາດປະສົບຄວາມສຳເລັດອັນຍິ່ງໃຫຍ່ໄດ້ສະເຫມີ ແລະ ແທ້ຈິງແລ້ວການຜ່ອນຄາຍ ແລະ ການສ້າງສັນເປັນຂອງຄູ່ກັນ ຄືກັນເວລາທີ່ເຮົາຮູ້ສຶກເຄັ່ງຄຽດ ເຮົາຈະບໍ່ພະຍາຍາມຂຽນຫນັງສື ແຕ່ເມື່ອຮູ້ສຶກຜ່ອນຄານເຮົາຈະສາມາດຂຽນຫນັງສືໄດ້ວ່ອງໄວ ແລະ ງ່າຍດີ.
ການເຮັດໂຕໃຫ້ຜ່ອນຄາຍໄດ້ຕ້ອງອາໄສການຝຶກຫັດຕົວເອງໃຫ້ມີປະຕິກິລິຍາຕອບໂຕ້ ຕໍ່ລະຄອນແຫ່ງຊີວິດໃນບົດຕ່າງໆ ຢ່າງສະຫລາດ ນັ້ນຄືການປ່ຽນບົດທີ່ຮ້ອນຮົນໃຫ້ເປັນລົມລື້ນແທນ ສ່ວນຫນື່ງຂອງແບບຝຶກຫັດນີ້ກໍ່ຄືທ່ານຈະຕ້ອງເຕືອນຕົວເອງຕະຫລອດ (ດ້ວຍຄວາມຮັກ ເມດຕາ ແລະ ອົດທົນ) ວ່າທ່ານມີທາງເລືອກວ່າຈະຕອບໂຕ້ຊີວິດແນວໃດ ທ່ານສາມາດຮຽນຮູ້ທີ່ຈະຄິດ ຫລື ຮັບມືກັບສະຖານະການຕ່າງໆ ຮອບໂຕໄດ້ດ້ວຍວິທີໃຫມ່ ໂດຍການຝຶກປະຕິບັດ ວິທີການໃຫມ່ໆ ທີ່ວ່ານີ້ຈະເຮັດໃຫ້ທ່ານຄ່ອຍໆ ຜ່ອນຄາຍໄດ້ໃນທີ່ສຸດ
ໃນຊີວິດຂອງເຮົານີ້ບໍ່ຍືນຍາວດອກ ເຮົາຄວນໃຫ້ຄວາມສຳຄັນກັບຄວາມຕ້ອງການຂອງສະພາບຮ່າງກາຍ ແລະ ຈິດໃຈຂອງເຮົາຫລາຍກວ່າ ການເຮັດວຽກງານ ທີ່ເຮັດໃຫ້ຊີວິດຂອງເຮົາສັ້ນລົງ ຫມັ່ນພັກສາຍຕາກັບຕົວຫນັງທຸກ 1 ຊົ່ວໂມງ ແລະ ອອກກຳລັງກາຍສະຫມ່ຳສະເຫມີ ແລ້ວຊີວິດຂອງທ່ານຈະມີຄ່າຫລາຍກວ່າທີ່ຄິດໄວ້ອີກ.

 

2003-2005 © ສະຫງວນລິຂະສິດ, ມະຫາສານ.ຄອມ (ມະຫາສານຄອບຄົວ)
ໂທ: 263 563 ອີເມລ໌: info@mahasan.com

Last Update: Wednesday, May 18, 2005